Breaking News

Travel

ລາວທ່ຽວລາວ! ໄປພະຈົນໄພທີ່”ພູເກົ້ານາງ”ນໍາກັນບໍ່? ໄປໃຫ້ທໍາມະຊາດບໍາບັດຈິດໃຈ!

ວຸ້ນວາຍໃຈນໍາເລື່ອງໂຄວິດ-19, ເລື່ອງວຽກ-ເລື່ອງຮຽນ, ອົກຫັກ, ແຟນຖິ້ມ, ຜິດກັບໝູ່, ບໍ່ມີໝູ່ຄົບ ບຣາໆໆ…ມາທາງນີ້ພີ້ເດີ້ຊຸມເຈົ້າ! ມື້ນີ້ ຂວັນໃຈ ຈະພາໄປທ່ອງທ່ຽວພັກຜ່ອນຢ່ອນໃຈ ໄປເຕີມພະລັງໃຫ້ຊີວິດ ໄປຍ່າງເຂົ້າປ່າຈັກຄາວສອງຄາວ ທີ່ພູເກົ້ານາງ ເມືອງທຸລະຄົມ, ແຂວງວຽງຈັນ ປະເທດລາວເຮົານີ້ເອງ, ເລີ່ມກ້າວເຂົ້າສູ່ລະດູຝົນແລ້ວເດີ້ ໄລຍະນີ້ແນມໄປທາງໃດກໍເຫັນແຕ່ຕົ້ນໄມ້ສີຂຽວເຕັມໄປໝົດ ພູຜາປ່າໄມ້ກໍເລີ່ມມີຊີວິດຊີວາ ແລະ ກັບມາສວຍງາມອີກເທື່ອໜຶ່ງ ເປັນໄລຍະທີ່ເໝາະແກ່ການໄປທ້ອງທ່ຽວ ເອົາຮ່າງກາຍໄປປະທະກັບອາຍຝົນ ອາຍໝອກ, Trip ນີ້ຈະນຳພາແຟນໆໄປພົົບພໍ້ທຳມະຊາດທີ່ສວຍສົດງົດງາມ ອາກາດດີໆ ອ້ອມຮອບບໍລິເວນໄປດ້ວຍຕົ້ນໄມ້ສີຂຽວອຸ່ມທຸ່ມ ເຊິ່ງບອກເລີຍວ່າທຳມະຊາດບ້ານເຮົາເປັນດັ່ງຟ້າປະທານສະຫວັນປັ້ນແຕ່ງແທ້ໆເດີ! ມາເອົາໃຈສາຍເລາະສາຍລຸຍທີ່ມັກພະຈົນໄພໃນປ່າ ໄປຄົ້ນຫາທໍາມະຊາດອັນແສນມະຫັດສະຈັນທີ່ພູເກົ້ານາງ ຖ້າໃຜໄດ້ໄປບອກເລີຍວ່າບໍ່ຜິດຫວັງແນ່ນອນ. ແຕ່…ແຕ່! ຕ້ອງກຽມພ້ອມປວດຂາກັນແດ່ເດີ ເນື່ອງຈາກວ່າຈະເປັນແນວພະຈົນໄພຍ່າງເລາະລຸຍປ່າໄລຍະຍາວ ແລະ ຢ່າລືມກຽມພ້ອມ ກ້ອງ, ກຽມແບັດເຕີຮີ ແລະ ສາກໂທລະສັບໄວ້ດີໆເດີ ເພາະທຸກຈຸດທີ່ເຮົາຈະໄປນັ້ນແມ່ນບໍ່ມີບ່ອນໃດຈະວາງກ້ອງໄດ້ເລີຍແຫລະ ແຊະກັນແບບລົວໆໂລດ! ແຖມໄປເຊົ້າກັບແລງກໍໄດ້ແບບສະບາຍໆເລີຍ ໄປເບິ່ງວິວງາມໆນໍາກັນເລີຍ…. ຂໍ້ມູນຈາກ: FB Phanou Souvannapheng

Read More »

ດຣາມ່າບໍ່ຈົບງ່າຍ!!! ກຸ້ງມັງກອນຮ້ານຕູບ ແລະ ເມນູບໍ່ໄດ້ສັ່ງແຕ່ຢາກໄດ້ຕູບນັ່ງຕ້ອງໄດ້ເອົາ…

ກໍາລັງຕົກເປັນກະແສວິພາກວິຈານ ແລະ ຫາງສຽງຈົ່ມຈາກສັງຄົມ ກ່ຽວກັບການຕະຫຼາດຂອງຮ້ານອາຫານຕູບ ທີ່ເປັນແບບສະຖານທີ່ທ່ອງທ່ຽວແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ. ກ່ຽວກັບລາຄາຫານທີ່ຄ້ອນຂ້າງສູງ ແລະ ການຕະຫຼາດແບບງົງໆ… ເຊິ່ງຫຼາຍມີຄົນໂພສທາງ Facebook ກ່ຽວກັບປະເດັນດັ່ງກ່າວວ່າ: ລູກຄ້າທີ່ເຈີ ເຊິ່ງຈາກຫາງສຽງສັງຄົມເວົ້າເປັນສຽງດຽວກັນວ່າ ເວລາໄປຮ້ານດັ່ງກ່າວຈະນັ່ງຕູບພະນັກງານກໍ່ບອກວ່າເຕັມແລ້ວມີຄົນຈອງໝົດແລ້ວ ຫາກຈະເອົາແມ່ນທາງຮ້ານຈະປ່ອຍໃຫ້ ແຕ່ຕ້ອງໄດ້ເອົາເມນູອາຫານທີ່ພະນັກງານບອກວ່າຄົນທີ່ຈອງຫັນສັ່ງໄວ້ກ່ອນແລ້ວ ຫາກຈະເອົາຕູບກໍ່ຕ້ອງໄດ້ເອົາອາຫານຕາມທີ່ເຂົາສັ່ງໄວ້ຫັນອີກດ້ວຍ!!! ຫາງສຽງຈາກສັງຄົມ ເຊິ່ງຫຼາຍຄົນກໍ່ຍອມເອົາຍ້ອນຢາກນັ່ງ ແຕ່ບາດບິນມາຫຼາຍຄົນກໍ່ບອກວ່າເມນູບໍ່ໄດ້ສັ່ງກໍ່ມີ ແລະ ແລ້ວກໍ່ມີຫຼາຍຕູບທີ່ຖືກແບບນັ້ນເວລາເຂົາຍ່າງໄປຖາມກັນມີຫຼາຍຕູບຖືກຄືກັນໝົດ ບາງຄົນກໍ່ໜັກຍ້ອນວ່າເມນູຖືກຊໍ້າກັນກໍ່ມີ. ຄົນທີ່ເຈີ ເຊິ່ງຄວາມຈິງເປັນແນວໃດນັ້ນ ວອນໃຫ້ພາກສ່ວນກ່ຽວຂ້ອງລົງໄປກວດສອບເບິ່ງ ຫາກເປັນຄວາມຈິງກໍເທົ່າກັບເອົາປຽບປະຊາຊົນ ແລະ ຖ້າຫາກມີການເຂົ້າໃຈຜິດກັນລະຫວ່າງລູກຄ້າ ແລະ ທາງຮ້ານກໍຫວັງວ່າທາງຮ້ານຈະອອກມາຊີ້ແຈງ. ບິນລາຄາ ບິນທີ່ລູກຄ້າ ທີ່ມາ: Laos 360

Read More »

ຊົມເຊີຍ!!! ຫຼວງພະບາງ ຕິດອັນດັບ 1 ໃນ 15 ເມືອງທີ່ງົດງາມ ແລະ ໜ້າທ່ອງທ່ອຽວທີ່ສຸດໃນ ອາຊີ…

ວາລະສານ Travel + Leisure ທີ່ມີຊື່ສຽງ ຂອງປະເທດອັງກິດ ໄດ້ຈັດການສໍາຫຼວດ ຄວາມນິຍົມຂອງນັກທ່ອງທ່ຽວ ກ່ອນເກີດການລະບາດຂອງເຊື້ອ ໂຄວິດ-19 ແລະໄດ້ປິດຜົນການລົງຄະແນນ ໃນເດືອນມີນາ 2020. ຜົນປະກົດວ່າ ຫຼວງພະບາງ ເຂົ້າມາໃຫມ່ ຕິດອັນດັບທີ #5 ຊຶ່ງບໍ່ໄດ້ຕິດອັນດັບມາ ໃນປີ 2019 ! 15 ອັນດັບເມືອງ ໃນອາຊີ ທີ່ມີຜົນການໂຫວດສູງສຸດ ປະຈໍາປີ 2020 ປະກອບມີ: 1 Hoi An ປະເທດ ຫວຽດນາມ 2 Chiang Mai ປະເທດໄທ 3 Kyoto ປະເທດ ຢີ່ປຸ່ນ 4 Udaipur ປະເທດ ອິນເດຍ 5 Luang Prabang ປະເທດ …

Read More »

ທໍາມະຊາດສຸດຟີນ ນາງແບບໜ້າຮັກ!!! ຂໍຈິ້ນໄດ້ບໍ່? ມີ່ມີ່ ສຸດທິດາ-ບາບີ່ ປິຍາມາດ ເຄມີເຂົ້າກັນຈົນຢາກຈິ້ນ…

ກໍາລັງໄດ້ຮັບຄວາມສົນໃຈຫຼາຍສໍາລັບສະຖານທີ່ທ່ອງທ່ຽວທໍາມະຊາດແຫ່ງໃໝ່ໃນລາວຄື ນໍ້າປຽນຢໍລະປາ ທີ່ຫາກໍປ່ອຍທີເຊີໂປຣໂມດອອກມາ (ຍັງບໍໄດ້ເປີດຢ່າງເປັນທາງການ) ກໍເຫັນວ່າປະຊາຊົນຕ່າງໃຫ້ຄວາມສົນໃຈ ສາເຫດໜຶ່ງກໍຍ້ອນກະແສການທ່ອງທ່ຽວທໍາມະຊາດກໍາລັງມາແຮງ ບວກກັບສະແສສົ່ງເສີມການທ່ອງທ່ຽວພາຍໃນປະເທດກໍາລັງໄດ້ຮັບຄວາມນິຍົມ ບວກກັບສະຖານທີ່ດັ່ງກ່າວຢູ່ບໍ່ໄກຈາກຕົວເມືອງ ພໍໄປພໍມາຮອດ (ເມືອງ ປາກງຶ່ມ ນະຄອນຫຼວງ) ແຕ່ທີ່ແອັດເອົາມາເວົ້າໃນມື້ນີ້ບໍ່ແມ່ນຈະມາໂປຣໂມດສະຖານທີ່ທ່ອງທ່ຽວແຕ່ຢ່າງໃດ ເພາະເຖິງບໍ່ໂປຣໂມດເຂົາກໍຮູ້ກັນທົ່ວບ້ານທົ່ວເມືອງແລ້ວ… ແຕ່ມື້ນີ້ຈະມາພາທຸກຄົນຈີ້ນໃນຄວາມໜ້າຮັກຂອງສອງສາວ ມີ່ມີ່ ສຸດທິດາ Miss Laos 2018 ແລະ ບາບີ່ ປິຍາມາດ Miss International Laos 2018 ກັບແຊັດຖ່າຍແບບທີ່ ນໍ້າປຽນຢໍລະປາ ທີ່ເຫັນແລ້ວຮູ້ສຶກວ່າເຄມີເຂົ້າກັນແຮງ ຈົນຢາກຈິ້ນນນພຸ້ນລະ ເຊິ່ງວ່າຈະຈິ້ນຈະຟີນຂະໜາດໃດນັ້ນລອງໄປເບິ່ງນໍາກັນເລີຍ… ແຖມຮູບພາບທໍາມະຊາດງາມໆມາໃຫ້ເບິ່ງພ້ອມ!!! ຮູບພາບຈາກ: Nampienyorlapa B’Bie Piyamarth Soutthida Anousinh 

Read More »

ນາທີຄົງຈະບໍ່ມີໃຜສູ້!! 4 ສາວ ຫລີຫລຽວ ທ່ຽວລາວ ນັກຣີວິວທີ່ຕະລົກ ແລະ ມາແຮງທີ່ສຸດໃນຕອນນີ້…

ປັດຈຸບັນວົງການບັນເທີງລາວກໍາລັງເຟື່ອງຟູ ເຫຼົ່າດາຣາ ນັກຮ້ອງ ເນັດໄອດອລ ເກີດຂຶ້ນທຸກມື້ຈົນແອັດກໍນໍາບໍ່ທັນວ່າໃຜເປັນໃຜ 555+ ບາງຄົນກະດັງແຮງ ແຕ່ແອັດຫູຕາເລີ່ມບໍ່ດີກະເລີຍຍັງບໍ່ໄດ້ນໍາສະເໜີຂ່າວໃຫ້ແຟນໆ ຂວັນໃຈ ໄດ້ຮູ້ຈັກເທື່ອ ຕ້ອງຂໍໂທດນໍາຫຼາຍໆເດີ້ ໂດຍສະເພາະກຸ່ມ 4 ສາວ ນັກຣີວິວທີ່ກໍາລັງມາແຮງທີ່ສຸດໃນຕອນນີ້ຄື 4 ສາວເຈົ້າຂອງເພຈ ຫລີຫລຽວ ທ່ຽວລາວ ຈົນກວ່າຊິຮູ້ຈັກພວກນາງກໍມີຄົນຕິດຕາມຫຼາຍພັນຄົນໄປແລ້ວ ແລະ ແຕ່ລະ VDO ຣີວິວຂອງພວກນາງທີ່ແອັດໄດ້ເບິ່ງມາ ກໍຂໍບອກໄດ້ເລີຍວ່າ ມ່ວນມັນຮາ ຈົນຕ້ອງເລື່ອນເບິ່ງທຸກຄຣິບຈ່າ!!! ມື້ນີ້ ແອັດກໍຂໍຖືໂອກາດນີ້ ມາແນະນໍາໃຫ້ຮູ້ຈັກກັບ 4 ສາວນີ້ເລີຍ… ຄົນທໍາອິດມີຊື່ວ່າ: ໂອເລ້ ເນັດໄອດໍ້ ທີ່ມາຈາກເວທີ Lao super model ເປັນສາວທີ່ງາມເຊັກຊີ່ຫມັ້ນໃຈ ແລະ ເປັນຫນື່ງຄົນທີ່ມີຄວາມສາມາດຫຼາຍທັງເດີນແບບ ທັງການສະແດງແລະພິທີກອນ ຄົນທີ່ສອງຊື່ວ່າ: ຕາໜຶ່ງ ເປັນສາວຄົນໜຶ່ງທີ່ເກັ່ງຫຼາຍ ໂດຍສະເພາະແມ່ນການເຕັ້ນ ແລະ ທີ່ສໍາຄັນແມ່ນໜ້າຕາງາມແຮງຈົນແມ່ຍິງຫຼາຍຄົນຍັງຕ້ອງອາຍ ເຊິ່ງຫຼາຍຄົນກໍເຊຍໃຫ້ປະກວດ …

Read More »