Breaking News

Travel

Earth Day ຫຼືວັນຄຸ້ມຄອງໂລກ 22 ເມສາ (STAY AT HOME  ເຮົາກໍສາມາດມີສ່ວນຮ່ວມ ໃນການຮັກສາໂລກໄດ້…)

ປັດຈຸບັນ ບັນຫາກ່ຽວກັບສິ່ງແວດລ້ອມເປັນພິດໄດ້ເພີ່ມທະວີຄວາມຮຸນແຮງຂຶ້ນຢ່າງໄວວາ ບໍ່ວ່າຈະເປັນບັນຫາກ່ຽວກັບນໍ້າບໍ່ສະອາດ, ອາກາດເປັນພິດ ຫຼືການຕັດໄມ້ທໍາລາຍປ່າທີ່ສົ່ງຜົນໃຫ້ເກີດອຸທົກກະໄພຫຼາຍຢ່າງ ນັກອະນຸລັກທໍາມະຊາດກຸ່ມໜື່ງໄດ້ຈັດໃຫ້ມີການສະແດງພະລັງຄັ້ງໃຫຍ່ ເພື່ອປຸກຈິດສໍານຶກກ່ຽວກັບບັນຫາສິ່ງແວດລ້ອມ ເຊິ່ງນັບມື້ນັບຖືກມະນຸດທໍາລາຍ ໃນການສະແດງພະລັງຄັ້ງນັ້ນມີຜູ້ເຂົ້າຮ່ວມກວ່າ 20 ລ້ານຄົນ ແລະ ປາກົດຂຶ້ນຕາມເມືອງໃຫຍ່ ສະນັ້ນ, ວັນທີ 22 ເມສາ  ຂອງທຸກໆປີ  ຈຶ່ງຖືເປັນວັນ Earth Day ຫຼືວັນຄຸ້ມຄອງໂລກ  ເຊິ່ງເປັນວັນທີ່ສົ່ງເສີມໃຫ້ຄົນທົ່ວໂລກຄໍານຶງເຖິງຄວາມສໍາຄັນໃນການອະນຸລັກສິ່ງແວດລ້ອມ ໂດຍໃນແຕ່ລະປີຈະມີປະຊາຊົນ ແລະ ເກືອບທຸກພາກສ່ວນບໍ່ວ່າຈະເປັນ ພາກລັດ, ເອກະຊົນ ລວມໄປເຖິງອົງກອນ ອອກມາລົນນາລົງ ແລະ ເຮັດກິດຈະກຳຮັກສາໂລກກັນຢ່າງຫຼາກຫຼາຍ… ແຕ່ໃນປີນີ້ຈາກສະຖານະການໂຄວິດ-19 ເຮັດໃຫ້ເຮົາຕ້ອງເກັບຕົວຢູ່ບ້ານເພື່ອຄວາມປອດໄພ  #STAYHOME  ແຕ່ເຮົາກໍສາມາດມີສ່ວນຮ່ວມເລັກໆນ້ອຍໆ ໃນການຮັກສາໂລກ ອາດຈະເລີ່ມຈາກການເກັບມ້ຽນເຄື່ອງ, ອະນາໄມເຮືອນຊານບ້ານຊ່ອງ ຫຼືເຫັນສິ່ງຂອງທີ່ບໍ່ສາມາດໃຊ້ໄດ້ແລ້ວກໍຄວນເກັບ ແລະ ແຍກອອກ ເພື່ອນໍາໄປແຍກຖິ້ມຢ່າງຖືກວິທີ ໂດຍສະເພາະຢ່າງຍິ່ງຖ້າເປັນສິ່ງທີ່ເປັນ ເອເລັກໂທນິກ ຫຼື  E-Waste ເຮົາຄວນລະມັດລະວັງເປັນພິເສດ! ເອົາເປັນວ່າບໍ່ແມ່ນບັນຫາເລີຍໃນການອະນຸລັກສິ່ງແວດລ້ອມໂດຍທີ່ບໍ່ໄດ້ອອກໄປນອກສະຖານທີ່ ພຽງແຕ່ເຮົາຢູ່ເຮືອນ …

Read More »

ຂະແໜງການທ່ອງທ່ຽວລາວຮັບຜົນກະທົບໜັກ!! ລັດຄາດການວິກິດໂຄວິດ-19 ອາດແກ່ຍາວຮອດ 12 ເດືອນ…

ໜັງສືພິມເສດຖະກິດ-ການຄ້າລາຍງານໃຫ້ຮູ້ວ່າ ພາຍຫຼັງທີ່ ສປປ ລາວ ມີການລະບາດຂອງພະຍາດໂຄວິດ-19 ມັນໄດ້ສົ່ງຜົນກະທົບຫຼາຍດ້ານຕໍ່ປະເທດເຮົາ ໂດຍສະເພາະແມ່ນເສດຖະກິດ-ສັງຄົມ, ຂະແໜງການທ່ອງທ່ຽວ ຍິ່ງໄດ້ຮັບຜົນກະທົບໂດຍກົງ, ຈະສັງເກດເຫັນໄດ້ຢ່າງຊັດເຈນຈາກຈໍານວນນັກທ່ອງທ່ຽວທີ່ຫຼຸດລົງຫຼາຍ, ຫຼາຍກິດຈະການທີ່ກ່ຽວຂ້ອງຕ້ອງປິດຕົວຊົ່ວຄາວ, ເຊິ່ງສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຄາດວ່າລາວເຮົາຈະສູນເສຍລາຍຮັບຈາກຂະແໜງການດັ່ງກ່າວບໍ່ຫຼຸດ 350 ລ້ານໂດລາ. ຜົນກະທົບດ້ານເສດຖະກິດໄລຍະສັ້ນ ຕົ້ນຕໍສັງເກດໄດ້ດັ່ງນີ້ ຜົນກະທົບຕໍ່ພາກທຸລະກິດທ່ອງທ່ຽວ ເຊິ່ງເປັນຂະແໜງທີ່ໄດ້ຮັບຜົນກະທົບທໍາອິດ ແລະ ໜັກໜ່ວງກວ່າຂະແໜງການອື່ນ, ໄດ້ສູນເສຍລາຍຮັບໄປແລ້ວສໍາລັບ 2 ເດືອນທໍາອິດຂອງປີ 2020 ປະມານ 452.000 ໂດລາ ເພາະມີຈໍານວນນັກທ່ອງທ່ຽວຈາກຈີນ ແລະ ໄທ ເຂົ້າມາລາວຫຼຸດລົງ -16% ແລະ -5% ຫຼື 14.417 ແລະ 21.791 ເທື່ອຄົນ ຖ້າທຽບໃສ່ໄລຍະດຽວກັນໃນປີຜ່ານມາ ສ່ວນຈໍານວນນັກທ່ອງທ່ຽວຈາກເກົາຫຼີ ແລະ ເອີຣົບ ຍັງຂະຫຍາຍຕົວໃນ 2 ເດືອນທໍາອິດຂອງປີນີ້ ເຮັດໃຫ້ມີຈໍານວນນັກທ່ອງທ່ຽວທັງໝົດທີ່ເຂົ້າມາລາວໃນ 2 ເດືອນ …

Read More »

ຊົມເຊີຍ! ສປປ ລາວ ໄດ້ຮັບລາງວັນຊະນະເລີດອັນດັບທີ 3 ປະເທດຍອດນິຍົມແຫ່ງການທ່ອງທ່ຽວ ປະຈຳປີ 2020…

ປະເທດລາວ ເປັນປະເທດໜື່ງທີ່ມີອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະຊາດ ເຊິ່ງເຕັມໄປດ້ວຍ ຕົ້ນໄມ້ ແມ່ນໍ້າ ສັດປ່ານາໆຊະນິດ ແລະ ປະເທດລາວຍັງມີສະຖານທີ່ແຫຼ່ງທ່ອງທ່ຽວຕ່າງໆທີ່ເປັນທັງປູຊະນີຍະສະຖານ ແລະ ອະລິຍະສະຖານ ທີ່ສວຍງາມ   ເປັນຈຸດທີ່ດຶງດູດຄົນທັງພາຍໃນ ແລະ ຕ່າງປະເທດເຂົ້າມາ ເມື່ອບໍ່ດົນຜ່ານມານີ້ ທ່ານ ພົງສະຫວັນ ສີສຸລາດ, ເອກອັກຄະລັດຖະທູດ ໄດ້ຕາງໜ້າ ສປປ ລາວ ເຂົ້າຮ່ວມງານປະກາດລາງວັນ  ວາລະສານການທ່ອງທ່ຽວ Wanderlust ຂອງປະເທດອັງກິດ ປະຈຳປີ 2020 (Wanderlust Reader Travel Award 2020). ຄັ້ງນີ້ ສປປ ລາວ ໄດ້ຮັບລາງວັນຊະນະເລີດອັນດັບທີ 3 ໂດຍໄດ້ຮັບຄະແນນສຽງ (96.25%) ປະເທດຍອດນິຍົມ ແຫ່ງການທ່ອງທ່ຽວຂອງໂລກ (Top Country) ຈາກຜົນການລົງຄະແນນສຽງຂອງຜູ້ອ່ານວາລະສານຜ່ານທາງອອນລາຍ 8,500 ກວ່າຄົນ. ສຳລັບຜົນການປະກາດລາງວັນອັນດັບທີ 1 ຂອງ …

Read More »

ສຸດຍອດຫຼາຍ!!! ສປປ ລາວ ຕິດ TOP 20 ປະເທດທີ່ພັດທະນາການທ່ອງທ່ຽວໄວທີ່ສຸດໃນໂລກ…

ໜັງສືພິມ ນິວຢອກໂພສ (New York Post) ລາຍງານກ່ຽວກັບ ອົງການທ່ອງທ່ຽວໂລກ (United National World Tourism Organization, UNWTO) ວ່າຫຼ້າສຸດ ໄດ້ມີປະກາດລາຍຊື່ 20 ປະເທດ ພັດທະນາ ການທ່ອງທ່ຽວໄວທີ່ສຸດ ໃນໂລກ ປະຈໍາປີ 2019 ໂດຍໃນນັ້ນ ສປປ ລາວ ເຮົາແມ່ນຕິດອັນດັບທີ 16 ຂອງ Top 20 ປະເທດທີ່ມີລາຍຊື່.​.. ອີງຕາມການລາຍງານທາງສະຖິຕິ ຂອງ UNWTO ໃນປີ 2019 ມີນັກທ່ອງທ່ຽວ ເດີນທາງໄປຕ່າງປະເທດ ລວມທັງໝົດ 1.5 ຕື້ ຖ້ຽວ, ໂດຍເພີ່ມ ຂຶ້ນ 4% ເມື່ອທຽບໃສ່ ສະຖິຕິ ການເດີນທາງ ໃນປີ 2018. …

Read More »

10 ປະເທດ! ທີ່ນ່າທ່ອງທ່ຽວທີ່ສຸດໃນປີ 2020….ໃຜມີແຜນຈະໄປທ່ຽວປະເທດໃດແດ່ແລ້ວ?

ໃນປີ 2020 ນີ້ ບໍ່ຮູ້ວ່າມີໃຜໄດ້ວາງແຜນໄປທ່ຽວ ພັກຜ່ອນຢູ່ໃສແດ່  ມື້ນີ້ຂວັນໃຈຊິພາມາສ່ອງເບິ່ງ 10 ປະເທດທີ່ນ່າທ່ອງທ່ຽວ ທີ່ດີທີ່ສຸດໃນໂລກ ທີ່ຈັດໂດຍ  Lonely Planet Website ທ່ອງທ່ຽວຊື່ດັງຂອງໂລກ!!!  ເຮົານໍາມາເບິ່ງກັນເລີຍວ່າ 10 ແຫຼ່ງນັ້ນມີຫຍັງແດ່ ຮັບຮອງວ່າການທ່ອງທ່ຽວໃນປີນີ້ເຈົ້າຕ້ອງໄດ້ປະສົບການໃຫມ່ຢ່າງແນ່ນອນ 1. ປະເທດບູຖານ (Bhutan) ບູຖານເປັນປະເທດທີ່ນ້ອຍຢູ່ໃກ້ບໍລິເວນເຂົາຫິມະໄລ ທີ່ມີລະບົບຈໍາກັດຈໍານວນນັກທ່ອງທ່ຽວຢ່າງເຂັ້ມງວດ ເພາະວ່າຢ້ານຈະສົ່ງຜົນກະທົບຕໍ່ສະພາບແວດລ້ອມຂອງປະເທດ ບໍ່ແມ່ນປະເທດທີ່ມາຈະໄປທ່ຽວເບິ່ງໄຟແສງສີ ຫຼືຄວາມສະນຸກຕື່ນເຕັ້ນທົ່ວໄປຄືກັບປະເທດອື່ນ ແຕ່ເປັນການທ່ອງທ່ຽວທີ່ຈະປ່ຽນປະສບການທາງຈິດວິນຍານຂອງເຮົາໄປຕະຫຼອດການ ມີວິຖີແບບຄົນຖືສາສະໜາພຸດ ລວມໄປເຖິງການເຄົາລົບຕໍ່ທໍາມະຊາດ ທາງປະເທດຍັງຕັ້ງເປົ້າໝາຍໄວ້ວ່າ ຈະເປັນປະເທດທໍ່ອິດທີ່ທຸກຢ່າງຈະຕ້ອງເປັນອໍແກນນິກພາຍໃນປີ 2020 2. ປະເທດອັງກິດ  England ເປັນອີກໜື່ງປະເທດທີ່ມີຄວາມປອດໄພສູງ ນັກທ່ອງທ່ຽວມັກພາກັນມາຍ່າງຫຼີ້ນຢູ່ແຄມແມ່ນໍ້າ ພ້ອມກັບຊອກຫາຮ້ານອາຫານແບບ fish and chips ນັ່ງຫຼີ້ນ ຕອນນີ້ເຂົາກຳລັງນິຍົມກັນຂັບລົດຫຼີ້ນຕາມແຄມທະເລ ເຊິ່ງໃນປີ 2020 ນີ້ກໍຈະມການເປີດເສັ້ນທາງໃຫມ່  England Coast Path ແລະ ເປັນເສັ້ນທາງຂອງການທ່ອງທ່ຽວໃຫມ່ຂອງປະເທດ ສໍາຫຼັບໃຜທີ່ມັກ Road …

Read More »