Breaking News

Love & Sex

ຫາກມື້ໜຶ່ງພໍ່ແມ່ຈາກໄປ ແລ້ວແມ່ນໃຜຈະຮັກເຮົາ?

ເຕືອນສະຕິຜູ້ເປັນລູກທັງຫຼາຍ ຫາກມື້ໜຶ່ງພໍ່ແມ່ບໍ່ຢູ່ແລ້ວ ຈະໃຊ້ຊີວິດຕໍ່ໄປຈັ່ງໃດ? ຖ້າມື້ໜຶ່ງພໍ່ແມ່ຕ້ອງຈາກໄປຄົງຈະບໍ່ມີໃຜທີ່ຮັກເຮົາຄືກັບພວກເພີ່ນອີກແລ້ວ ລູກຜູ້ຢູ່ໄກຖ້າວ່າງຈາກວຽກງານກໍໂທຫາເພີ່ນແນ່, ກັບໄປຢາມພວກເພີ່ນແນ່ກໍດີ ເພາະທຸກມື້ພວກເພີ່ນຄອງຖ້າການກັບໄປຂອງພວກເຈົ້າຢູ່ສະເໝີ ຢ່າເປືອງເວລາໄປກັບສະຖານທີ່ລະເລີງບັນເທີງໃຈຫຼາຍເກີນໄປເພື່ອນກິນທີ່ໄຮ້ສາລະ, ຮ້ານເຫຼົ້າຮ້ານເບຍ ເປັນພຽງບ່ອນຜ່ອນຄາຍມັນບໍ່ແມ່ນເຮືອນທີ່ໃຫ້ຄວາມອົບອຸ່ນແກ່ເຮົາ ຢ່າໄປໃຫ້ຄວາມສໍາຄັນກັບມັນຫຼາຍກວ່າພໍ່ແມ່ເລີຍ. ຖ້າມື້ໜຶ່ງທີ່ພໍ່ກັບແມ່ຈາກໄປແທ້ໆມື້ນັ້ນຈະບໍ່ມີໃຜກ້າເອີ້ນເຈົ້າກິນເຂົາໃນຍາມທີ່ເຈົ້າຮ້າຍ, ອາລົມເສຍ ດັ່ງນັ້ນ, ບໍ່ວ່າຮ້ານອາຫານທາງນອກຈະແຊບ ແລະ ຫຼູຫຼາເທົ່າໃດກໍຢ່າລືມກັບເມືອກິນເຂົ້າກັບເພີ່ນຈັກຄັ້ງຈັກຄາວກໍຍັງດີ ຢ່າໃຫ້ພໍ່ແມ່ຄອງຄອຍຫາຄອງແລ້ວຄອງອີກກໍບໍ່ເຄີຍມາ ຢ່າໃຫ້ຄວາມເສຍໃຈນັ້ນກາຍເປັນບາບ. ຢ່າຖ້າໃຫ້ພໍ່ແມ່ຈາກໄປແລ້ວຈຶ່ງໂຫຍຫາເພາະຕອນນັ້ນມັນບໍ່ມີປະໂຫຍດຫຍັງແລ້ວ. ຖ້າມື້ໜ່ຶ່ງພໍ່ແມ່ຕ້ອງຈາກໄປຈະບໍ່ມີໃຜວຸ້ນວາຍກັບພວກເຈົ້າແລ້ວ ບໍ່ມີໃຜຄອຍເປັນຫ່ວງເປັນໃຍຖາມໄຖ່ ຖ້າເກີດພໍ່ແມ່ບໍ່ສະບາຍເຈົ້າພັກວຽກໄປເບີ່ງແຍງເພີ່ນໄດ້ບໍ່? ຢ່າເອົາແຕ່ຈ້າງຄົນອື່ນເບີ່ງໃຫ້ ເພາະບາງຄັ້ງພວກເພີ່ນພຽງແຕ່ຢາກເຫັນຄົນທີ່ຮັກທີ່ສຸດໃນຊີວິດ. ຖ້າມື້ໜຶ່ງພໍ່ແມ່ຕ້ອງຈາກໄປກໍຈະບໍ່ໃຜຮັກ, ເອັນດູເຮົາ ແລະ ໃຫ້ອະໄພເຮົາທຸກເລື່ອງເຖິງແມ່ນເຮົາຈະຊົ່ວຈະດີ ຫຼືຜິດພາດ. ຢ່າພາຄົນທີ່ລັງກຽດພໍ່ແມ່ຂອງເຂົາເອງເຂົ້າເຮືອນເຮົາເດັດຂາດ ຢ່າຄົບຄົນທີ່ບໍ່ເຄົາລົບຮັກພໍ່ແມ່ຂອງເຂົາເປັນເພື່ອນ ຄົນແບບນີ້ເຂົາຈະບໍາສາມາດຮັກໃຜໄດ້.

Read More »

ຟຸກ-ແອັບເປີ້ນ ປະກາດຂ່າວດີ ຈູນີ່ຈະໄດ້ເປັນເອື້ອຍແລ້ວ….

ປະກາດຂ່າວດີອີກແລ້ວ!! ຟຸກ ຈິຣະ – ແອັບເປີ້ນ ສີສະຫງຽນ ຄູ່ຮັກຜົວ-ເມຍດາຣາຄົນດັງ ໄທ-ລາວ ຫຼັງຈາກທີ່ໄດ້ລູກສາວທີ່ໜ້າຮັກຕາແພງແບບນ້ອງຈູນີ່ຍັງບໍ່ທັນຮອດປີ ພໍ່ຟຸກກໍໄດ້ໂພສປະກາດຂ່າວດີວ່າ ເມຍສຸດທີ່ຮັກຂອງຕົນກໍາລັງຖືພາລູກຄົນທີ 2 ໄດ້ 3ເດືອນ ຫຼື 14 ອາທິດແລ້ວ! ເຊິ່ງພໍ່ຟຸກກໍໄດ້ໂພສແບບຢອກໆອາລົມດີວ່າ “ແນວໃດໂຄວິດກໍເຮັດໃຫ້ເຮົາຫວ່າງວຽກແລ້ວ ມີນ້ອງໃຫ້ຈູນີ່ຊິເປັນຫຍັງໄປ ຈູນີ່ ໄດ້ເປັນເອື້ອຍຄົນແລ້ວ#flukeapplebaby2 “ ສ່ວນທາງດ້ານແມ່ແອັບເປີ້ນເອງ ກໍບໍ່ພາດທີ່ຈະມາອັບເດດເລື່ອງລາວດີໆ ແລະ ຫຼັກຖານຕ່າງໆ ບໍ່ວ່າຈະເປັນ ຜົນກວດທ້ອງ ແລະ ຮູບພາບລູກໃນທ້ອງ ພ້ອມໂພສພາບຄອບຄົວກັນຢ່າງອົບອຸ່ນກັບແຄັບຊັ້ນທີ່ວ່າ “ຄອບຄົວເຮົາໃຫຍ່ຂຶ້ນແລ້ວ, ຮັກທີ່ສຸດ ໄລຍະນີ້ແມ່ແພ້ທ້ອງຢ່າງໜັກ, ຂໍໂທດບັນດາພີ່ໆ, ນ້ອງໆ, ເພືອນໆ ທີ່ງຽບຫາຍໄປເຖິງ 3 ເດືອນ ເຖິງຕອນນີ້ກໍຍັງແພ້ທ້ອງບໍ່ເຊົາ ແຕ່ມີຄວາມສຸກທີ່ສຸດ ແມ່ສູ້ເດີ #14weekspregnant” ຕອນນີ້ສາວນ້ອຍຈູນີ່ກໍກໍາຈະໄດ້ເປັນເອື້ອຍຄົນແລ້ວ. ເຊິ່ງຫຼັງຈາກທີ່ ພໍ່ຟຸກ ແລະ ແມ່ແອັບເປີ້ນ …

Read More »

ດອກຫຍ້າ ຖິ່ນລຳພອນ ສາວນ້ອຍຜູ້ຫຼາກຫຼາຍຄວາມສາມາດ

ດອກຫຍ້າ ຖິ່ນລໍາພອນ ສາວນ້ອຍຜູ້ມີພອນສະແຫວງ+ພອນສະຫວັນ ແລະ ຄວາມສາມາດ ເຈົ້າຂອງຜົນງານເພງ “ນ້ອງຕາຍຊິໄຫ້ນໍາບໍ່” ແລະ ອີກຫຼາຍໆຜົນງານເພງ ດອກຫຍ້າເປັນຄົນຕ່າງແຂວງທີ່ຍ້າຍມາຢູ່ນະຄອນຫຼວງວຽງຈັນ ປັດຈຸບັນ ອາຍຸ 23 ປີ ກໍາລັງສຶກສາຢູ່ທີ່ ສປ. ຈີນ ເຊິ່ງຈຸດເລີ່ມຕົ້ນໃນການເຂົ້າວົງການຂອງສາວຄົນນີ້ແມ່ນ ດອກຫຍ້າໄດ້ໄປຮຽນ ຮ້ອງເພງ, ຂັບ-ລໍາ ແລະ ຟ້ອນ ຢູ່ທີ່ໂຮງຮຽນສິນລະປະແຫ່ງຊາດ ແລະ ເລີ່ມເຝິກຝົນມາເລື້ອຍໆຈົນມີຜົນງານອອກມາໃຫ້ແຟນໆໄດ້ເບິ່ງໄດ້ຟັງຫຼາຍໆຜົນງານເພລງ. ສາວດອກຫຍ້າເປັນອິກໜຶ່ງຄົນທີ່ມີຄວາມຮູ້ຄວາມສາມດທີ່ຫຼາກຫຼາຍ ແລະ ໄດ້ເດີນສາຍປະກວດ ຜ່ານມາແລ້ວຫຼາຍເວທີ ບໍ່ວ່າຈະເປັນທັງພາຍໃນ ແລະ ຕ່າງປະເທດ ເຊິ່ງ ໄດ້ຮັບກະແສຕອບຮັບທີ່ດີຈາກຜູ້ຊົມ ແລະ ຄະນະກໍາມະການຕະຫຼອດມາ ກາລັນຕີດ້ວຍລາງວັນທີ 1 ການປະກວດຮ້ອງເພລງຈາກເວທີ ສ້າງສາຍສໍາພັນ-ລາວຈີນ ,ລາງວັນທີ 2 ຈາກການປະກວດຮ້ອງເພລງ International Music Festival HALOMUS 2020 Vietnam …

Read More »

ເວລາຄົນຍີ່ປຸ່ນອອກເດດກັບຄູ່ຮັກເປັນແນວໃດນໍ?

ເວລາຄົນຍີ່ປຸ່ນອອກເດດກັບຄູ່ຮັກເປັນແນວໃດນໍ? ຈະໜ້າຮັກມຸ້ງມິ້ງຄືໃນຊີຣີ່ກາຕູນບໍນໍ? ມື້ນີ້ແອັດຈະພາທຸກຄົນມາເບິ່ງວິທີການອອກເດດຂອງຄົນຍີ່ປຸ່ນວ່າພວກເຂົານິຍົມເຮັດຫຍັງ ຫຼືໄປໃສ ຫຼາຍທີ່ສຸດ. ເດດແບບເນັ້ນກິນ ເນື່ອງຈາກປະເທດຍີ່ປຸ່ນເຕັມໄປດ້ວຍອາຫານເປັນຕາແຊບຫຼາກຫຼາຍຊະນິດ ເຊິ່ງແຕ່ລະລະດູ ເມນູອາຫານກໍແຕກຕ່າງໄປອີກ ຈຶ່ງເຮັດໃຫ້ໝຸ່ມສາວຍີ່ປຸ່ນນິຍົມໄປເດດກັນຕາມຮ້ານອາຫານ, ຮ້ານກາເຟ ຫຼືຮ້ານເຂົ້າໜົມຕ່າງໆ ເພື່ອກິນອາຫານທີ່ແຊບ ແລະ ໄດ້ສົນທະນາແລກປ່ຽນເລື່ອງຂອງກັນ ແລະ ກັນ. ເດດແບບພາໄປງານ ຂໍ້ດີຂອງການຢູ່ໃນປະເທດທີ່ມີ 4 ລະດູ ຄືມີງານໃຫ້ໄປຫຼາກຫຼາຍ ຍົກຕົວຢ່າງເຊັ່ນ:​ ລະດູຮ້ອນ ກໍຈະໄປງານດອກໄມ້ໄຟ ເຊິ່ງຄົນຍີ່ປຸ່ນຈະນິຍົມໄປເດດກັນໂດຍໃສ່ຊຸດຢູກາຕະ, ຍ່າງຊອກກິນຂອງກິນແຊບໆ ໃນຮ້ານຄ້າໃນງານເຊັ່ນ: ພວກທາໂກະຢາກິ, ປີ້ງປາໝຶກ, ກ້ວຍຊັອກໂກແລັດ… ແລ້ວກໍມາຈອງບ່ອນເພື່ອເບິ່ງດອກໄມ້ໄຟ. ເດດແບບພາໄປສະຖານທີ່ທ່ອງທ່ຽວ ຖ້າເປັນອາຍຸໃນລະດັບໄວລຸ້ນຢູ່ກໍມັກຈະນິຍົມໄປທີ່ສ່ວນສະໜຸກ ຢູ່ທີ່ປະເທດຍີ່ປຸ່ນມີສວນສະໜຸກຫຼາຍ ເຊິ່ງເບິ່ງໄປທາງໃດກໍມີແຕ່ຄູ່ຮັກເຕັມໄປໝົດ ເພາະນອກຈາກຈະເປັນສະຖານທີ່ທີ່ໄປກັບຄອບຄົວ, ໄປກັບໝູ່ ຍັງນິຍົມໄປກັບແຟນນຳ. ເດດແບບໄປຊື້ເຄື່ອງ ການໄປເລາະຊື້ເຄື່ອງທີ່ວ່າ ອາດຈະບໍ່ໄດ້ໝາຍຄວາມວ່າຕ້ອງພາສາວໄປເລາະຊື້ເຄື່ອງນຸ່ງທຸກຮ້ານ ຈະຕ້ອງຈ່າຍເງິນຊື້ ແຕ່ໝາຍເຖິງການໄປເລາະເບິ່ງສິ່ງຂອງຕ່າງໆນຳກັນທີ່ບໍ່ຕ້ອງຊື້ກໍໄດ້ ເພາະຫ້າງຍີ່ປຸ່ນສ່ວນໃຫຍ່ມັກຂາຍສິນຄ້າປະເພດເຄື່ອງນຸ່ງຕ່າງໆ ທັງເພດຍິງ ແລະ ເພດຊາຍ ດັ່ງນັ້ນ ເວລາລອງເຄື່ອງນຸ່ງກໍສາມາດມ່ວນຊື່ນກັບການເລືອກຊື້ນຳກັນໄດ້. …

Read More »

ຄວາມຮັກຂອງເຮົາຍັງດີຢູ່ຫຼືບໍ່? ມາເບິ່ງນຳກັນ

ຄວາມຮັກ ເປັນເລື່ອງຂອງຄົນ 2​ ຄົນ ຖ້າຫາກທັດສະນະຄະຕິບໍ່ກົງກັນ ຫຼືບໍ່ສາມາດປັບໂຕເຂົ້າຫາກັນໄດ້ກໍອາດຈະຕ້ອງແຍກທາງກັນໄປ ແຕ່ຖ້າສັງເກດເບິ່ງແລ້ວ ຍັງຢູ່ໃນ 5 ຂໍ້ ລຸ່ມນີ້ ສະແດງວ່າຄວາມຮັກຍັງດີ ແລະ ໜ້າຈະຢູ່ນຳກັນໄປຕະຫຼອດລອດຝັ່ງ. 1 ທ່ານ ແລະ ຄົນຮັບເຕີບໃຫຍ່ຂຶ້ນພ້ອມກັນ ບໍ່ມີຫຍັງທີ່ຈະເຈັບສຳຫຼັບຄູ່ຮັກຫຼາຍກວ່າ ຝ່າຍໃດຝ່າຍໜຶ່ງເປັນຜູ້ໃຫຍ່ໃນດ້ານຄວາມຄິດ ແລະ ມີພັດທະນາການເປັນຜູ້ໃຫຍ່ ໃນຂະນະທີ່ອີກຝ່າຍຍັງຢູ່ໃນຈຸດເກົ່າ, ຖ້າເຂົ້າສູ່ສະຖານະການດັ່ງກ່າວ ຄູ່ຮັກຫຼາຍຄູ່ຈະຕ້ອງຮອດທາງຕັນ ແຕ່ຖ້າຄູ່ຮັກຄູ່ໃດມາຮອດຈຸດນີ້ ແລະ ຮຽນຮູ້ຄວາມເປັນຜູ້ໃຫຍ່ຂອງອີກຝ່າຍ ພວກເຂົາກໍຈະພະຍາຍາມພັດທະນາຕົນເອງໃຫ້ທັນກັນ ແລະ ເຕີບໃຫຍ່ໄປພ້ອມກັນ ທັງອາລົມ, ຈິດໃຈ ແລະ ການເບິ່ງໂລກ. ຖ້າທ່ານ ແລະ ຄູ່ຮັກຢູ່ໃນສະຖານະການແບບນີ້ ເອີ້ນໄດ້ວ່າຄວາມຮັກຍັງດີຢູ່. 2 ຮູ້ຈັກເວັ້ນໄລຍະ ພື້ນທີ່ສ່ວນຕົວຂອງກັນ ແລະ ກັນ ຈົ່ງປ່ອຍວາງພື້ນທີ່ວ່າງ ສະຫວ່າງ 2 ຄົນ ໄວ້ແດ່ ການເປັນຄູ່ຮັກກັນບໍ່ຈຳເປັນຕ້ອງຈັບມືກັນຕະຫຼອດກໍໄດ້ …

Read More »