Breaking News

Love & Sex

10 ນິໄສ ທີ່ຄວນເຊົາໄດ້ແລ້ວ ຖ້າບໍ່ຢາກຖືກຖິ້ມ

ສາວໆເຄີຍບໍ່!!!  ເວລາທີ່ຄາດຫວັງແລ້ວບໍ່ໄດ້ດັ່ງໃຈທຸກເທື່ຶອສາເຫດອາດມາຈາກຫຼາຍຢ່າງ ແຕ່ໜຶ່ງໃນນັ້ນກໍອາດຈະເກີດຈາກນິໄສເຮົານີ້ແຫຼະ!!!! ມາ Check ກັນດ່ວນວ່າ ເຮົາມີນິໄສໜ້າລໍາຄານທີ່ຜູ້ຊາຍຢາກຈະເທຖິ້ມບໍ່? ໄປເບິ່ງກັນເລີຍ ຖ້າໃຫ້ຜູ້ຊາຍເປັນຄົນທັກມາແຊັດກ່ອນ ຍ້ອນຄວາມໝັ້ນໜ້າ, ໝັ້ນໃຈເກີນໄປອາດຈະເຮັດໃຫ້ເຮົາເສຍຜູ້ຊາຍດີໆໄປກໍໄດ້ ຄາດຫວັງຈະໄດ້ແນວນັ້ນແນວນີ້ຈາກເຂົາທັ້ງທີ່ເຮົາບໍ່ເຄີຍເຮັດຫຍັງໃຫ້ເຂົາ ໃຫ້ເຂົາເປັນຝ່າຍບອກຮັກເຮົາກ່ອນ ສະໄໝນີ້ຄໍາວ່າຮັກມັນເວົ້າງ່າຍ ຖ້າເຮົາຈະເວົ້າກ່ອນກໍບໍ່ໄດ້ເສຍຫາຍຫຍັງ ແລະ ສິ່ງສໍາຄັນຄືໃຫ້ເບິ່ງທີ່ການກະທໍາ ໃຫ້ເຂົາເປັນຝ່າຍຂໍໂທດເຮົາກ່ອນ ສັກສີມັນມີ ແຕ່ໃນເລື່ອງຂອງຄວາມຮັກມັນກໍມີຂີດຈໍາກັດຂອງມັນ ຖ້າເຮົາຜິດກໍຄວນຈະຂໍໂທດຈະດີທີ່ສຸດ ຖືກທໍາຮ້າຍຈິດໃຈ ແຕ່ຊອກຂໍ້ແກ້ຕົວໃຫ້ເຂົາ ແບບນີ້ເຂົາເອີ້ນວ່າ ຮັກຈົນໜ້າມືດຕາມົວ ຍອມເຂົາໝົດທຸກຢ່າງ ຈົນສູນເສຍຄວາມເປັນຕົວເອງແບບບໍ່ມີເຫດຜົນ ມັນຈະເຮັດໃຫ້ເຮົາທົນບໍ່ໄດ້ດອກ ບໍໍ່ຊື່ສັດຕໍ່ໃຈຕົວເອງ ເຊື່ອວ່າແມ່ຍິງທຸກຄົນມີສັນຍານທີ່ບົ່ງບອກວ່າຕົນເອງເໝາະ ຫຼື ບໍ່ເໝາະກັບຫຍັງ ສະນັ້ນ ຢ່າຕົວະຕົວເອງຍ້ອນຄໍາວ່າຮັກ ຍອມຮັບໃນສິ່ງທີ່ບໍ່ຄວນໄດ້ຮັບ ແບບວ່າຍອມເປັນທຸກຢ່າງເພື່ອເຂົາ ຍອມເປັນຄົນຂັ້ນເວລາ ຈົນຕົວເອງໄຮ້ຄ່າ ບໍ່ຍອມຮັບຄວາມຈິງ ເຮັດຜິດຊໍ້າແລ້ວຊໍ້າອີກ ເມື່ອຖືກຈັບໄດ້ກໍບໍ່ຍອມຮັບຄວາມຈິງ ບໍ່ມີຜູ້ຊາຍດີໆຢູ່ໃສທົນໄດ້ດອກ ໝົດກໍາລັງໃຈ ຍຶດຕິດກັບອາດີດ ບໍ່ວ່າໃຜຈະມາປອບໃຈແນວໃດກໍບໍ່ສົນໃຈ (ລວມທັງແຟນ)

Read More »

ສະຕິມາປັນຍາເກີດ!!! ຄົນທີ່ຮູ້ທຸກຢ່າງແຕ່ບໍ່ເວົ້າຈະເປັນຄົນສະຫຼາດກວ່າ….

5 ສິ່ງທີ່ຫ້າມເຮັດເດັດຂາດ  ເມື່ອຮູ້ວ່າຖືກນອກໃຈແນ່ນອນແລ້ວ ເລື່ອງການນອກໃຈ ຫຼືການຖືກຄົນທີ 3 ມາແບ່ງເອົາຄວາມຮັກນັ້ນເປັນເລື່ອງທີ່ບໍ່ມີໃຜຮັບໄດ້ ແຕ່ຈະເຮັດແນວໃດໃນເມື່ອມັນເກີດຂຶ້ນແລ້ວເຮົາກໍຕ້ອງຮູ້ຈັກວິທີຮັບມື ເຊິ່ງມື້ນີ້ຂວັນໃຈກໍມີ ວິທີງ່າຍໆ ເມື່ອຮູ້ວ່າ……. ມາຝາກກັນ ລອງໄປເບິ່ງ!!!! ຢ່າຟ້າວເລິກກັບເຂົາທັນທີ ເພາະຖ້າບອກເລິກໄປແລ້ວເຂົາບໍ່ຍອມເລິກ ຈະເຮັດໃຫ້ເຮົາອຶດອັດກວ່າເກົ່າ ຫຼືຕ້ອງເມື່ອຍກັບການນໍາງໍ້ຂອງເຂົາ ຢ່າທຽວໄປບອກຄົນອື່ນຮູ້ວ່າເຂົາກໍາລັງນອກໃຈເຈົ້າ ເກັບເອົາໄວ້ເປັນຄວາມລັບກ່ອນ ເພາະຖ້າຫຼາຍຄົນຮູ້ ເຮົາຍິ່ງຈັບເຂົາໄດ້ຍາກ ຢ່າພະຍາຍາມບໍ່ຮັບຮູ້ ຫຼືເຮັດຄືບໍ່ມີຫຍັງເກີດຂຶ້ນ ອາດຈະສະແດງອອກແດ່ວ່າເຈົ້າຮູ້ທຸກຢ່າງ ແຕ່ຫ້າມໄປໂວຍວາຍຈົນເກີນໄປ ຢ່າໄປກ່າວຫາໂດຍບໍ່ມີຫຼັກຖານວ່າເຂົາກໍາລັງນອກໃຈເຈົ້າ ຜູ້ຊາຍປະເພດນີ້ຈະເອົາຕົວຫຼອດໄດ້ທຸກສະຖານະການ ຖ້າບໍ່ມີຫຼັກຖານມັດຕົວໄວ້ ຢ່າໄປວຸ່ນວາຍກັບມືທີ່ສາມ ຖ້າເຮັດແບບນີ້ອາດຈະເຮັດໃຫ້ເຂົາ ຫຼືຄົນອື່ນເບິ່ງເຮົາເປັນຄົນທີ່ບໍ່ດີເລີຍກໍໄດ້ ສະນັ້ນ ໃຫ້ໃຊ້ສະຕິ ຢູ່ແບບງາມໆເລີດໆເຊີດໆໄປເລີຍ ເພາະຄົນທີ່ຮູ້ທຸກຢ່າງແລ້ວບໍ່ເວົ້າຈະເປັນຄົນສະຫຼາດກວ່າ ໃຫ້ຖ້າເບິ່ງສະຖານະການ ແລະ ເຮົາຈະຕາມເກມເຂົາທັນງ່າຍທີ່ສຸດ  ແລ້ວຖ້າມື້ທີ່ຈະຕັດສິນໃຈ ເມື່ອຫຼັກຖານທຸກຢ່າງພ້ອມ!

Read More »

ເມື່ອຄວາມຮັກເຮັດໃຫ້ທໍລະມານ… ສິ່ງທີ່ຈະຕ້ອງເຮັດຄືກັບມາຮັກຕົວເອງໃຫ້ເປັນ!!!

ເມື່ອຄວາມຮັກເຮັດໃຫ້ທໍລະມານ… ສິ່ງທີ່ຈະຕ້ອງເຮັດຄືກັບມາຮັກຕົວເອງໃຫ້ເປັນ!!! ເລື່ອງຂອງການອົກຫັກ, ຄວາມໝົດຫວັງ, ຄວາມຜິດພາດ ທຸກຄົນລ້ວນແລ້ວແຕ່ເຄີຍປະສົບພົບພໍ້ກັນມາໝົດ ເພາະຊີວິດຄົນເຮົາທຸກຄົນ ບໍ່ມີໃຜທີ່ຈະປະສົບກັບຄວາມສົມຫວັງໄດ້ 100% ແຕ່ເຮົາຈະສາມາດຮັບມືກັບສິ່ງເຫຼົ່ານັ້ນໄດ້ແບບໃດ ຖ້າສະໝອງຂອງເຮົາຍັງຈົດຈຳ ແຕ່ເລື່ອງທີ່ ເຂົາເຮັດໃຫ້ຈິດໃຈເຮົາມີແຕ່ຄວາມເຈັບປວດ. ເຖິງຢ່າງໃດກໍຕາມ, ເຮົາກໍຕ້ອງດຳເນີນຊີວິດຕໍ່ໄປໃຫ້ໄດ້ເພື່ອຄົນທີ່ຮັກເຮົາ ເຊັ່ນໝູ່ເພື່ອນ ແລະ ຄອບຄົວ ຈົ່ງໃຫ້ໂອກາດຕົວເອງ ປົດປ່ອຍເລື່ອງລາວ ແລະ ເລີ່ມຕົ້ນໃໝ່ອີກຄັ້ງ ໂດຍການອອກໄປທ່ອງທ່ຽວ ກັບຄອບຄົວ ແລະ ໝູ່ເພື່ອນ ເພື່ອຮຽນຮູ້ສິ່ງໃໝ່ໆ ເລືອກຫຼີ້ນກິດຈະກໍາ ທີ່ມີການເຄື່ອນໄຫວຕໍ່ຮ່າງກາຍ ເມື່ອໄດ້ມີໂອກາດອອກໄປທ່ອງທ່ຽວແລ້່ວ ກໍຕ້ອງໄປບ່ອນທີ່ ບໍ່ເຄີຍໄປ ເພື່ອລອງໄປສໍາພັດຜູ້ຄົນທີ່ບໍ່ເຄີຍພົບມາກ່ອນ ເມື່ອທ່ານຕ້ອງການລະບາຍ ກໍໄຫ້ອອກມາຫຼາຍເທົ່າທີ່ຈະຫຼາຍໄດ້ ເພາະການໄຫ້ອອກມານັ້ນ ສາມາດປົດປ່ອຍຄວາມທຸກໃຈອອກມາພ້ອມກັບນໍ້າຕາ ເພື່ອເຮັດໃຫ້ສະບາຍໃຈຂຶ້ນໄດ້ ໃນເວລາຕໍ່ໄປ ຫຼັງຈາກນັ້ນ, ກໍໃຫ້ອະໄພຕົນເອງ ທີ່ເຄີຍເສຍນໍ້າຕາ-ເສຍໃຈ ໃຫ້ກັບຄົນໆນັ້ນ ແລ້ວກັບມາຢູ່ກັບຕົວເອງ ເລືອກເຮັດວຽກທີ່ ເຮັດເພື່ອສັງຄົມດີກວ່າ ຫາກມີເວລາວາງກໍໃຫ້ນັ່ງສຳມາທິ ສວາດມົນຂໍພອນ ພະລັງແຫ່ງສໍາມາທິ ຈະສາມາດຊ່ວຍໃຫ້ທ່ານສະບາຍທັງກາຍ …

Read More »

ບໍ່ວ່າເລື່ອງໃດໆ ຖ້າເຮົາຮີບຮ້ອນເກີນໄປ ຜົນທີ່ໄດ້ກໍມັກຈະອອກມາບໍ່ດີ ຄວາມຮັກກໍເຊັ່ນ… ທໍາຄວາມຮູ້ຈັກກັບ 5 ວິທີຮຽນຮູ້ ເພື່ອຮັກທີ່ຍືນຍາວ!!!

ບໍ່ວ່າເລື່ອງໃດໆ ຖ້າເຮົາຮີບຮ້ອນເກີນໄປ ຜົນທີ່ໄດ້ກໍມັກຈະອອກມາບໍ່ດີ ແຕ່ຖ້າຫາກຄ່ອຍໆເລີ່ມຕົ້ນແບບຊ້າໆ ພຽງໃຊ້ເວລາ ເຮົາກໍຈະເຂົ້າໃຈ ແລະ ປະສົບຜົນສຳເລັດໃນເລື່ອງນັ້ນໄດ້ ໂດຍສະເພາະເລື່ອງຄວາມຮັກ ທີ່ຕ້ອງໃຊ້ເວລາ ເພື່ອຮຽນຮູ້ເຊິ່ງກັນ ແລະກັນ ແລະ ຄ່ອຍໆ ພັດທະນາໃຫ້ຮັກຂອງທ່ານຍາວນານໝັ້ນຄົງດ້ວຍ ວິທີ່ຮັກສາຄວາມຮັກໃຫ້ດົນນານໄດ້ ລອງອ່ານເບິ່ງ ແລ້ວຄວາມຮັກຂອງທ່ານຈະເປັນຄວາມຮັກທີ່ໝັ້ນຄົງ… ຄ່ອຍເປັນຄ່ອຍໄປ ບໍ່ຕ້ອງຮີບຮ້ອນ ຍ່າລືມວ່າຄວາມຮັກບໍ່ແມ່ນການຊື້ເຄື່ອງ ຢ່າເຊື່ອຈາກສິ່ງທີ່ເຫັນ ແລ້ວ ຢ່າຄິດຈິນຕະນາການໄປເອງ ຢຸດຄໍາເວົ້າຢູ່ທີ່ວ່າ “ມັກ” ກ່ອນ ແລ້ວຄ່ອຍສຶກສາກັນຕໍ່ໄປ ຄວນຈົ່ງພື້ນທີ ໃຫ້ມີຄວາມເປັນສ່ວນຕົວຂອງກັນ ແລະ ກັນ ຢ່າລືມວ່າທ່ານເອງກໍມີຊີວິດຂອງຕົວເອງຄືກັນ ກັບມາສົນໃຈເລື່ອງຂອງຕົນເອງດີກວ່າ ເບິ່ງແຍງເອົາໃຈໃສ່ຕົວເອງໃຫ້ດີ ກ່ອນທີ່ຈະ ໄປສົນໃຈເລື່ອງຂອງຄົນອື່ນ. ບໍ່ຄວນຄິດເລື່ອງອະນາຄົດໄກເກີນໄປ ຍ້ອນອະນາຄົດບໍ່ແນ່ນອນ ທ່ານບໍ່ສາມາດຮູ້ໄດ້ວ່າອີກ 5 ປີ ຄວາມຮັກຂອງທ່ານ ຈະຍັງຄືເກົ່າ ຫຼືບໍ່ ຖ້າຄິດໄປໄກເຖິງ ການໃຊ້ຊີວິດຮ່ວມກັນ ຫາກວ່າ ຄວາມເປັນຈິງມັນບໍ່ເປັນດັ່ງທີ່ເຮົາຄາດຫວັງ ອາດຈະເຮັດໃຫ້ຕົວທ່ານເອງຜິດຫວັງ …

Read More »

ຄວນຮູ້! ສາວໆຈະມີສິດຮຽກຮ້ອງຫຍັງໄດ້ແດ່ ຖ້າມີເພດສຳພັນກັບແຟນກ່ອນການເປັນຜົວເມຍ?

ສາວໆຂວັນໃຈຮູ້ບໍ່ວ່າ ການຮ່ວມປະເວນີກັນກ່ອນການເປັນຜົວເມັຍ ໃນຍຸກປະຈຸບັນ ສຳລັບຄົນລຸ່ນໃໝ່ ອາດເບິ່ງເປັນເລື່ອງທຳມະດາ ແຕ່ສາວໆຢ່າລືມວ່າ ສຳລັບຜູ້ໃຫຍ່ບ້ານເຮົາແລ້ວ ມັນກໍຍັງຖືວ່າຜິດຮີດຄອງປະເພນີຢູ່ ໂດຍສະເພາະແມ່ຍິງເຮົາ ຍາມໃດກໍຕົກເປັນຝ່າຍເສຍປຽບ ສະນັ້ນ, ກ່ອນຈະມີຄວາມສຳພັນເລິກເຊິ່ງກັບໃຜ ສາວໆຄວນພິຈາລະນາໃຫ້ດີໆ ຫາກເກີດບັນຫາ ຫຼືຝ່າຍຊາຍບໍ່ຮັບຜິດຊອບ ເຮົາຈະຮັບມືແນວໃດ? ສາວໆຍັງໂຊກດີທີ່ມີນິຕິກຳຄຸ້ມຄອງສິດທິ ແລະກຽດສັກສີ ໂດຍສະເພາະໃນ ກົດໝາຍວ່າດ້ວຍຄອບຄົວ (ສະບັບປັບປຸງ) ປີ 2008 ມາດຕາ 8 ໄດ້ເວົ້າກ່ຽວກັບ ການຮ່ວມປະເວນີກັນກ່ອນການເເປັນຜົວເມັຍ ໄວ້ວ່າ: “ເມື່ອຊູ້ສາວ ໄດ້ຮ່ວມປະເວນີກັນກ່ອນການເປັນຜົວເມັຍ ຖ້າຫາກຊາຍຊູ້ ບໍ່ເອົາຍິງຊູ້ເປັນເມັຍແລ້ວ ຊາຍຊູ້ນັ້ນກໍຈະໄດ້ເສຍຄ່າປົວແປງຈິດໃຈ, ຄ່າທຳຂວັນຍິງຊູ້ ຫຼືຄອບຄົວຂອງຍິງຊູ້ ຕາມຮີດຄອງປະເພນີ. ໃນກໍລະນີທີ່ຍິງຊູ້ ຫາກບໍ່ເອົາຊາຍເປັນຜົວ ກໍຈະບໍ່ມີການເສັຍຄ່າປົວແປງຈິດໃຈ, ຄ່າທຳຂວັນນັ້ນ ແຕ່ຢ່າງໃດ. ໃນກໍລະນີທີ່ມີການຖືພາ ນອກຈາກຈະໄດ້ເສຍຄ່າທຳຂວັນແລ້ວ ຊາຍຊູ້ຍັງຕ້ອງເສັຍຄ່າອອກລູກ ຄ່າຢູ່ກຳ ແລະຄ່າໃຊ້ຈ່າຍອື່ນຕື່ມອີກ ບໍ່ວ່າໃນກໍລະນີໃດກໍຕາມ ຊາຍຊູ້ມີພັນທະລ້ຽງດູລູກທີ່ເກີດມານັ້ນ ຈົນກວ່າເດັກຈະຮອດກະສຽນອາຍຸສິບແປດປີ”  ຂໍ້ມູນຈາກ: …

Read More »