Breaking News

Story

3 ສິ່ງທີ່ບໍ່ຄວນມີຫຼາຍເກີນໄປ ເພາະຈະເຮັດໃຫ້ຊີວິດບໍ່ມີຄວາມສຸກ

ໃນການໃຊ້ຊີວິດ ຫຼືທຸກຄວາມສໍາພັນສິ່ງໃດທີ່ຂຶ້ນຊື່ວ່າເກີນໄປເກີນຄວາມພໍດີມັັນຍ່ອມກາຍເປັນໂທດທັງນັ້ນ ແລະ 3 ສິ່ງຕໍ່ໄປນີ້ຖ້າມີຫຼາຍເກີນໄປມັນຈະເປັນອັນຕະລາຍຕໍ່ໂຕເຮົາ 1 ການເຊື່ອໃຈຫຼາຍເກີນໄປ ຄວາມເຊື່ອໃຈເປັນສິ່ງທີ່ດີຖ້າຄົນທີ່ເຮົາໃຫ້ຄວາມເຊື່ອໃຈສື່ສັດ ແຕ່ໃນບາງຄັ້ງເຮົາກໍບໍ່ຮູ້ດອກວ່າຄົນທີ່ເຮົາເຊື່ອໃຈຈະບໍ່ທໍາຮ້າຍເຮົາ ຄວາມເຊື່ອໃຈຖ້າມີຫຼາຍເກີນໄປອາດເປັນໄພຕໍ່ໂຕເຮົາກໍໄດ້ ເຊື່ອໃຈແຕ່ກໍຕ້ອງເພື່ອໃຈ ເພາະຄົນທີ່ເຈັບປວດທີ່ສຸດບໍ່ແມ່ນຄົນອື່ນຄົນໄກ ແຕ່ແມ່ນໂຕຂອງເຮົາເອງ ຜຸ້ທີ່ຊື່ສັດຕໍ່ຄວາມຮູ້ສຶກຂອງຕົນ ແລະ ເປັນເຈົ້າຂອງຄວາມໄວ້ເນື້ອເຊື່ອໃຈນັ້ນ. 2 ການຮັກຫຼາຍເກີນໄປ ແມ່ນຢູ່ວ່າຄວາມຮັກເປັນສິ່ງທີ່ດີແຕ່ການຮັກຫຼາຍເກີນໄປມັນຈະບໍ່ດີຕໍ່ຕົນເອງ ແລະ ຄວາມສໍາພັນແນ່ນອນ ການທີ່ເຮົາຮັກຄົນໆໜຶ່ງຫຼາຍເກີນໄປກັບເປັນໂຕຂອງເຮົາເອງທີ່ຕ້ອງພົບກັບຄວາມເຈັບປວດ. ມັນຈະເຮັດໃຫ້ເຮົາຍອມໃຫ້ເຂົາໄປໝົດທຸກຢ່າງແມ່ນແຕ່ຄວາມສຸກຂອງໂຕເອງ ຄວາມຮັກເຮັດໃຫ້ຄົນຕາບອດ ເບີ່ງບໍ່ເຫັນແມ່ນກະທັ້ງໂຕເອງ. ຮັກໃຫ້ໜ້ອຍລົງໃຫ້ຢູ່ໃນຄວາມພໍດີກໍໄດ້ແລ້ວ ຈາກນັ້ນມາເຕີມເຕັມສ້າງຄຸນຄ່າໃຫ້ໂຕເອງແນ່. 3 ການຄາດຫວັງຫຼາຍເກີນໄປ ຄົນເຮົາຈະດໍາເນີນຊີວິດໄປບໍ່ໄດ້ເລີຍຫາກບໍ່ມີຄວາມຫວັງ ແຕ່ການຂຶ້ນໄປສູງເທົ່າໃດຕົກລົງມາຍິ່ງເຈັບເທົ່ານັ້ນ ຄວາມຜິດຫວັງມັນເກີດຂຶ້້ນໄດ້ຕະຫຼອດ ແລະ ໃນບາງສິ່ງບາງຢ່າງເຮົາຕ້ອງປ່ອຍໃຫ້ມັນເປັນໄປຕາມທິດທາງທີ່ມັນຄວນຈະເປັນ ບໍ່ຈໍາເປັນຕ້ອງຄາດຫວັງກັບທຸກຢ່າງແລ້ວເຮົາຈະເຈັບປວດໜ້ອຍລົງ.

Read More »

ດອກຫຍ້າ ຖິ່ນລຳພອນ ສາວນ້ອຍຜູ້ຫຼາກຫຼາຍຄວາມສາມາດ

ດອກຫຍ້າ ຖິ່ນລໍາພອນ ສາວນ້ອຍຜູ້ມີພອນສະແຫວງ+ພອນສະຫວັນ ແລະ ຄວາມສາມາດ ເຈົ້າຂອງຜົນງານເພງ “ນ້ອງຕາຍຊິໄຫ້ນໍາບໍ່” ແລະ ອີກຫຼາຍໆຜົນງານເພງ ດອກຫຍ້າເປັນຄົນຕ່າງແຂວງທີ່ຍ້າຍມາຢູ່ນະຄອນຫຼວງວຽງຈັນ ປັດຈຸບັນ ອາຍຸ 23 ປີ ກໍາລັງສຶກສາຢູ່ທີ່ ສປ. ຈີນ ເຊິ່ງຈຸດເລີ່ມຕົ້ນໃນການເຂົ້າວົງການຂອງສາວຄົນນີ້ແມ່ນ ດອກຫຍ້າໄດ້ໄປຮຽນ ຮ້ອງເພງ, ຂັບ-ລໍາ ແລະ ຟ້ອນ ຢູ່ທີ່ໂຮງຮຽນສິນລະປະແຫ່ງຊາດ ແລະ ເລີ່ມເຝິກຝົນມາເລື້ອຍໆຈົນມີຜົນງານອອກມາໃຫ້ແຟນໆໄດ້ເບິ່ງໄດ້ຟັງຫຼາຍໆຜົນງານເພລງ. ສາວດອກຫຍ້າເປັນອິກໜຶ່ງຄົນທີ່ມີຄວາມຮູ້ຄວາມສາມດທີ່ຫຼາກຫຼາຍ ແລະ ໄດ້ເດີນສາຍປະກວດ ຜ່ານມາແລ້ວຫຼາຍເວທີ ບໍ່ວ່າຈະເປັນທັງພາຍໃນ ແລະ ຕ່າງປະເທດ ເຊິ່ງ ໄດ້ຮັບກະແສຕອບຮັບທີ່ດີຈາກຜູ້ຊົມ ແລະ ຄະນະກໍາມະການຕະຫຼອດມາ ກາລັນຕີດ້ວຍລາງວັນທີ 1 ການປະກວດຮ້ອງເພລງຈາກເວທີ ສ້າງສາຍສໍາພັນ-ລາວຈີນ ,ລາງວັນທີ 2 ຈາກການປະກວດຮ້ອງເພລງ International Music Festival HALOMUS 2020 Vietnam …

Read More »

ເຮົາມາຮູ້ຈັກກັບ!! ຄວາມໝາຍທີ່ແທ້ຈິງຂອງຄໍາວ່າ “LGBT” ຫຼືຄວາມຫຼາກຫຼາຍທາງເພດ…

ສິດທິມະນຸດ ຄວາມເທົ່າທຽມ ການໃຫ້ຄວາມເຄົາລົບເຊິ່ງກັນ ແລະ ກັນ ຖືວ່າເປັນເລື່ອງສໍາຄັນໃນສັງຄົມຂອງເຮົາໃນປັດຈຸບັນ ທຸກຄົນຕ່າງກໍຊອກຫາຄວາມເທົ່າທຽມກັນໃນສັງຄົມຕະຫລອດເວລາ ບໍ່ວ່າຈະເປັນຄວາມເທົ່າທຽມທາງດ້ານ ການເງິນ, ສັງຄົມ ທີ່ຢູ່ອາໄສ ແຕ່ເຈົ້າຮູ້ ຫຼືບໍວ່າຍັງມີອີກກຸ່ມຄົນໜື່ງທີ່ຍັງລໍຖ້າໃຫ້ສັງຄົມຍອມຮັບ ເຄົາລົບ ແລະ ເຂົ້າໃຈໃນສິ່ງທີ່ເຂົາເຈົ້າເປັນ ນັ້ນກໍຄື ກຸ່ມຂອງ LGBT ຫຼື ກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດ ມື້ນີ້ຂັວນໃຈ ຈຶ່ງຢາກໃຫ້ທຸກຄົນມາຮູ້ຈັກ ແລະ ເຂົ້າໃຈກັບຄົນກຸ່ມນີ້ຫຼາຍຂຶ້ນ… LGBT ເປັນບຸກຄົນທີ່ມີອະໄວຍະວະສືບພັນທັງສອງເພດ (Intersex); ຫຼືເອີ້ນເປັນຄໍາສັບລວມແມ່ນ: ກຸ່ມຄົນຫຼາກຫຼາຍທາງເພດ (LGBT) ເຊິ່ງມາຈາກຕົວອັກສອນຂອງຄໍາຕ່າງໆດັ່ງນີ້: L – ຫຍໍ້ມາຈາກຄໍາວ່າ (Lesbian) : ຄືຄວາມຮັກຂອງເພດຍິງທີ່ມີໃຫ້ກັບເພດຍິງຢ່າງດຽວ ຫຼືໃນອີກແງ່ມຸມໜື່ງຄື ເພດຍິງທີ່ຮັກເພດດຽວກັນ  (ຍິງຮັກຍິງ) G – ຫຍໍ້ມາຈາກຄໍາວ່າ (Gay): ຄືຄວາມຮັກຂອງເພດຊາຍທີ່ມີໃຫ້ກັນນັ້ນເອງ  (ຊາຍຮັກຊາຍ) B – ຫຍໍ້ມາຈາກຄໍາວ່າ  (Bisexual):  ແມ່ນຄວາມຮັກລະຫວ່າງເພດຍິງ ຫຼືເພດຊາຍ ທີ່ໃຫ້ກັບເພດດຽວກັນ …

Read More »

10 ນິໄສ ທີ່ຄວນເຊົາໄດ້ແລ້ວ ຖ້າບໍ່ຢາກຖືກຖິ້ມ

ສາວໆເຄີຍບໍ່!!!  ເວລາທີ່ຄາດຫວັງແລ້ວບໍ່ໄດ້ດັ່ງໃຈທຸກເທື່ຶອສາເຫດອາດມາຈາກຫຼາຍຢ່າງ ແຕ່ໜຶ່ງໃນນັ້ນກໍອາດຈະເກີດຈາກນິໄສເຮົານີ້ແຫຼະ!!!! ມາ Check ກັນດ່ວນວ່າ ເຮົາມີນິໄສໜ້າລໍາຄານທີ່ຜູ້ຊາຍຢາກຈະເທຖິ້ມບໍ່? ໄປເບິ່ງກັນເລີຍ ຖ້າໃຫ້ຜູ້ຊາຍເປັນຄົນທັກມາແຊັດກ່ອນ ຍ້ອນຄວາມໝັ້ນໜ້າ, ໝັ້ນໃຈເກີນໄປອາດຈະເຮັດໃຫ້ເຮົາເສຍຜູ້ຊາຍດີໆໄປກໍໄດ້ ຄາດຫວັງຈະໄດ້ແນວນັ້ນແນວນີ້ຈາກເຂົາທັ້ງທີ່ເຮົາບໍ່ເຄີຍເຮັດຫຍັງໃຫ້ເຂົາ ໃຫ້ເຂົາເປັນຝ່າຍບອກຮັກເຮົາກ່ອນ ສະໄໝນີ້ຄໍາວ່າຮັກມັນເວົ້າງ່າຍ ຖ້າເຮົາຈະເວົ້າກ່ອນກໍບໍ່ໄດ້ເສຍຫາຍຫຍັງ ແລະ ສິ່ງສໍາຄັນຄືໃຫ້ເບິ່ງທີ່ການກະທໍາ ໃຫ້ເຂົາເປັນຝ່າຍຂໍໂທດເຮົາກ່ອນ ສັກສີມັນມີ ແຕ່ໃນເລື່ອງຂອງຄວາມຮັກມັນກໍມີຂີດຈໍາກັດຂອງມັນ ຖ້າເຮົາຜິດກໍຄວນຈະຂໍໂທດຈະດີທີ່ສຸດ ຖືກທໍາຮ້າຍຈິດໃຈ ແຕ່ຊອກຂໍ້ແກ້ຕົວໃຫ້ເຂົາ ແບບນີ້ເຂົາເອີ້ນວ່າ ຮັກຈົນໜ້າມືດຕາມົວ ຍອມເຂົາໝົດທຸກຢ່າງ ຈົນສູນເສຍຄວາມເປັນຕົວເອງແບບບໍ່ມີເຫດຜົນ ມັນຈະເຮັດໃຫ້ເຮົາທົນບໍ່ໄດ້ດອກ ບໍໍ່ຊື່ສັດຕໍ່ໃຈຕົວເອງ ເຊື່ອວ່າແມ່ຍິງທຸກຄົນມີສັນຍານທີ່ບົ່ງບອກວ່າຕົນເອງເໝາະ ຫຼື ບໍ່ເໝາະກັບຫຍັງ ສະນັ້ນ ຢ່າຕົວະຕົວເອງຍ້ອນຄໍາວ່າຮັກ ຍອມຮັບໃນສິ່ງທີ່ບໍ່ຄວນໄດ້ຮັບ ແບບວ່າຍອມເປັນທຸກຢ່າງເພື່ອເຂົາ ຍອມເປັນຄົນຂັ້ນເວລາ ຈົນຕົວເອງໄຮ້ຄ່າ ບໍ່ຍອມຮັບຄວາມຈິງ ເຮັດຜິດຊໍ້າແລ້ວຊໍ້າອີກ ເມື່ອຖືກຈັບໄດ້ກໍບໍ່ຍອມຮັບຄວາມຈິງ ບໍ່ມີຜູ້ຊາຍດີໆຢູ່ໃສທົນໄດ້ດອກ ໝົດກໍາລັງໃຈ ຍຶດຕິດກັບອາດີດ ບໍ່ວ່າໃຜຈະມາປອບໃຈແນວໃດກໍບໍ່ສົນໃຈ (ລວມທັງແຟນ)

Read More »

ສະຕິມາປັນຍາເກີດ!!! ຄົນທີ່ຮູ້ທຸກຢ່າງແຕ່ບໍ່ເວົ້າຈະເປັນຄົນສະຫຼາດກວ່າ….

5 ສິ່ງທີ່ຫ້າມເຮັດເດັດຂາດ  ເມື່ອຮູ້ວ່າຖືກນອກໃຈແນ່ນອນແລ້ວ ເລື່ອງການນອກໃຈ ຫຼືການຖືກຄົນທີ 3 ມາແບ່ງເອົາຄວາມຮັກນັ້ນເປັນເລື່ອງທີ່ບໍ່ມີໃຜຮັບໄດ້ ແຕ່ຈະເຮັດແນວໃດໃນເມື່ອມັນເກີດຂຶ້ນແລ້ວເຮົາກໍຕ້ອງຮູ້ຈັກວິທີຮັບມື ເຊິ່ງມື້ນີ້ຂວັນໃຈກໍມີ ວິທີງ່າຍໆ ເມື່ອຮູ້ວ່າ……. ມາຝາກກັນ ລອງໄປເບິ່ງ!!!! ຢ່າຟ້າວເລິກກັບເຂົາທັນທີ ເພາະຖ້າບອກເລິກໄປແລ້ວເຂົາບໍ່ຍອມເລິກ ຈະເຮັດໃຫ້ເຮົາອຶດອັດກວ່າເກົ່າ ຫຼືຕ້ອງເມື່ອຍກັບການນໍາງໍ້ຂອງເຂົາ ຢ່າທຽວໄປບອກຄົນອື່ນຮູ້ວ່າເຂົາກໍາລັງນອກໃຈເຈົ້າ ເກັບເອົາໄວ້ເປັນຄວາມລັບກ່ອນ ເພາະຖ້າຫຼາຍຄົນຮູ້ ເຮົາຍິ່ງຈັບເຂົາໄດ້ຍາກ ຢ່າພະຍາຍາມບໍ່ຮັບຮູ້ ຫຼືເຮັດຄືບໍ່ມີຫຍັງເກີດຂຶ້ນ ອາດຈະສະແດງອອກແດ່ວ່າເຈົ້າຮູ້ທຸກຢ່າງ ແຕ່ຫ້າມໄປໂວຍວາຍຈົນເກີນໄປ ຢ່າໄປກ່າວຫາໂດຍບໍ່ມີຫຼັກຖານວ່າເຂົາກໍາລັງນອກໃຈເຈົ້າ ຜູ້ຊາຍປະເພດນີ້ຈະເອົາຕົວຫຼອດໄດ້ທຸກສະຖານະການ ຖ້າບໍ່ມີຫຼັກຖານມັດຕົວໄວ້ ຢ່າໄປວຸ່ນວາຍກັບມືທີ່ສາມ ຖ້າເຮັດແບບນີ້ອາດຈະເຮັດໃຫ້ເຂົາ ຫຼືຄົນອື່ນເບິ່ງເຮົາເປັນຄົນທີ່ບໍ່ດີເລີຍກໍໄດ້ ສະນັ້ນ ໃຫ້ໃຊ້ສະຕິ ຢູ່ແບບງາມໆເລີດໆເຊີດໆໄປເລີຍ ເພາະຄົນທີ່ຮູ້ທຸກຢ່າງແລ້ວບໍ່ເວົ້າຈະເປັນຄົນສະຫຼາດກວ່າ ໃຫ້ຖ້າເບິ່ງສະຖານະການ ແລະ ເຮົາຈະຕາມເກມເຂົາທັນງ່າຍທີ່ສຸດ  ແລ້ວຖ້າມື້ທີ່ຈະຕັດສິນໃຈ ເມື່ອຫຼັກຖານທຸກຢ່າງພ້ອມ!

Read More »