Breaking News

Trick

ເຊົາເຮັດໂຕອ່ອນແອໄດ້ແລ້ວວວ! ລຸກຂຶ້ນມາເປັນແມ່ຍິງທີ່ Strong ບໍ່ງໍ້ໃຜໃຫ້ເສຍປຽບກັນເທາະ…

  ໝົດເວລາເປັນແມ່ຍິງຍຸກເກົ່າ ປ່ຽນມາເປັນແມ່ຍິງຍຸກໃໝ່ນຳກັນດີກວ່າ ແບບວ່າສາຍ Strong ສຸດໆ ອັນໃດກໍເຮັດໄດ້ດ້ວຍຕົນເອງ ບໍ່ຕ້ອງງໍ້ໃຫ້ໃຜເຮັດໃຫ້ ບໍ່ຕ້ອງໄປໃສ່ໃຈກັບເລື່ອງບໍ່ເປັນເລື່ອງ ຫຼືຕົນເປັນທີ່ເພິ່ງແຫ່ງຕົນນັ້ນເອງ ເຮັດບໍ່ຍາກເລີຍສາວໆ ພ້ອມທີ່ຈະປ່ຽນແປງຕົວເອງແລ້ວ ຫຼືຍັງ… ຖ້າພ້ອມແລ້ວມາເບິ່ງກັນເລີຍ ແມ່ຍິງສາຍ Strong ເຂົາເຮັດແນວໃດແດ່???   ບໍ່ງໍ້ໃຜ… ໝັ້ນໃຈລຸຍເອງ ເຊື່ອວ່າຫຼາຍໆຄົນຖ້າມີແຟນແລ້ວ ກໍຢາກໃຫ້ແຟນເອົາໃຈເປັນທໍາມະດາ… ຢາກໄດ້ຫຍັງກໍອອດອ້ອນເຂົາກໍຕາມໃຈແລ້ວ ກັບໝູ່ເພື່ອນກໍຄືກັນ ເວລາຈະນັດກັນໄປໃສກໍຕ້ອງຖ້າໃຫ້ຄົບແກ້ງຈຶ່ງໄດ້ໄປ. ເບື່ອແມ່ນບໍ່ສາວໆ ຖ້າບໍ່ຢາກເກີດຄວາມຮູ້ສຶກແບບນີ້ຕະຫຼອດກໍຕ້ອງ… ຢ່າໄປສົນໃຈ ຢ່າໄປ Care ຄົນອື່ນໃຫ້ຫຼາຍເກີນໄປ Care ຕົວເຮົາເອງດີກວ່າ ແບບວ່າເຮັດຫຍັງ ຢາກໄປໃສ ກໍເຮັດດ້ວຍຕົວເອງໄປເລີຍ ເຊື່ອເທາະວ່າມັນຈະດີກວ່າເກົ່າຫຼາຍເລີຍ ປາກກັບໃຈຕົງກັນ ສາວໆຈະມົວເສຍເວລາຢູ່ກັບສິ່ງທີ່ອຶດອັດ ຫຼືສິ່ງຕົວເອງບໍ່ມັກຢູ່ເຮັດຫຍັງ … ແບບວ່າ “ຈະບໍ່ທົນກັບມັນອີກຕໍ່ໄປ” ນັ້ນແຫຼະ ລະເບີດອອກໄປເລີຍ … ວ່າບາງຄັ້ງການກະທໍາຂອງໃຜບາງຄົນນັ້ນ ເຮົາກໍບໍ່ໄດ້ຍິນດີນໍາພໍເທົ່າໃດ … ມີຫຍັງກໍເວົ້າຕົງໆກັນໄປເລີຍສາວໆ …

Read More »

ຂ້ອຍງາມ ສະຫຼາດ ອອກຈະເພີເຟັກແຕ່… Why! Why! Why! ເປັນຫຍັງຜູ້ຊາຍຈຶ່ງບໍ່ມັກຈີບຄົນງາມ? (ມີຄຳຕອບ)

7 ເຫດຜົນ! ທີ່ຜູ້ຊາຍບໍ່ມັກຈີບຄົນງາມມາເປັນແຟນ! Why! Why! Why! ເປັນຫຍັງຜູ້ຊາຍຈຶ່ງບໍ່ມັກຈີບຄົນງາມ? ນັ້ນແຫຼະ! ເປັນຫຍັງ! ເຫັນແມ່ຍິງງາມໆຢູ່ໃກ້ໆແຕ່ບໍ່ເຂົ້າໄປຈີບກັນເລີຍ ມີແຕ່ເບິ່ງນໍາຈົນສຸດສາຍຕາເອົາຊື່ໆ! ບໍ່ຮູ້ວ່າເປັນຫຍັງ ບາງເທື່ອອາດຈະບໍ່ກ້າ ແຕ່ບໍ່ວ່າດ້ວຍເຫດຜົນໃດກໍແລ້ວແຕ່ ຈາກທີ່ສັງເກດມານີ້ແມ່ຍິງທີ່ງາມໆສ່ວນຫຼາຍມັກຈະໂສດ ບໍ່ຄ່ອຍມີແຟນເລີຍ ເພາະບໍ່ຄ່ອຍມີຜູ້ຊາຍເຂົ້າມາຈີບ ເຮົາໄປຄົ້ນຫາດີບໍ່ວ່າຍ້ອນຫຍັງ? ຜູ້ຊາຍບໍ່ມັກຄົນງາມບໍ່ ຫຼືແນວໃດ ໄປເບິ່ງເລີຍ ຢ້ານບໍ່ຖືກໃຈ: ມັກຈະຖືກເຂົ້າໃຈຜິດຢູ່ສະເໝີວ່າ ແມ່ຍິງງາມມັກຈະຫຼາຍເລື່ອງ ເອົາໃຈຍາກ ນັ້ນກໍບໍ່ເອົານີ້ກໍບໍ່ຖືກ ກິນເຂົ້າຂ້າງທາງບໍ່ໄດ້ຕ້ອງກິນອາຫານຫຼູໆລະດັບ 5 ດາວ ອາຫານຕ້ອງຄຼີນ ຕ້ອງມີຜັກ 3 ສີ ໃນຈານ ທຸກວັນສໍາຄັນຕ້ອງມີຂອງຂວັນ ຂອງຂວັນກໍຕ້ອງລະດັບໄຮ!!! ແມ່ເຈົ້າເອີ້ຍ ມັນກໍມີຢູ່ດອກຄົນງາມແບບນັ້ນ ແຕ່ກໍບໍ່ຫຼາຍດອກ ແຕ່ຍ້ອນຜູ້ຊາຍຢ້ານຄວາມຫຼາຍເລື່ອງຂອງແມ່ຍິງທີ່ງາມ ເລີຍບໍ່ກ້າເຂົ້າໄປຈີບນັ້ນເອງ 2.ຢ້ານວ່ານາງມີຄ່າໃຊ້ຈ່າຍຫຼາຍ: ເພາະຄວາມງາມຕ້ອງໃຊ້ເງິນ! ຄົນງາມຈໍາເປັນຕ້ອງໃຊ້ເງິນເບິ່ງແຍງສ່ວນຕ່າງໆຂອງຮ່າງກາຍເພື່ອໃຫ້ງາມຢູ່ຕະຫຼອດເວລາ ບໍ່ວ່າຈະເປັນເຮັດໜ້າ, ນວດໜ້າ, ສະປາຕົວ ຄີມບໍາລຸງຕ້ອງມາຈາກທະເລນໍ້າເລິກ ພອກໜ້າຕ້ອງມາຈາກດິນພູເຂົາໄຟຢ່າງດີ ເພາະຖ້າບໍ່ເບິ່ງແຍງກະຊິບໍ່ງາມລະເນາະ! …

Read More »

ແບກໃຈທີ່ເຈັບຊໍ້າໄປຖິ້ມ ອອກໄປທ່ອງທ່ຽວກັນດີກວ່າ…

ພາເອົາໃຈທີ່ອິດເມື່ອຍ ໄປໃຫ້ໄກຈາກຄົນຫຼາຍໃຈ ຖ້າສາວໆຄົນໃດກໍາລັງ Hurt ມາຟັງທາງນີ້! ອົກຫັກແລ້ວຈະເສົ້າໄປເຮັດຫຍັງ ເພາະຊີວິດຍັງມີຄວາມໝາຍກວ່າທີ່ຈະໄປເສຍເວລາ ກັບຜູ້ຊາຍທີ່ເຂົາບໍ່ຮັກເຮົາແລ້ວ ຖ້າເບື່ອກັບການໃຊ້ຊີວິດໃນເມືອງທີ່ແສນຈະວຸ່ນວາຍ ເບື່ອກັບການຕ້ອງຕື່ນນອນແຕ່ເຊົ້າໄປເຮັດວຽກ ກັບຕອນແລງ ຊີວິດວົນວຽນກັບສິ່ງຊໍ້າໆ ແຖມຍັງຕ້ອງມາເສຍໃຈກັບຄົນທີ່ທຳຮ້າຍຈິດໃຈເຮົາ ມື້ນີ້ຂັວນໃຈເລີຍຈະຂໍແນະນໍາສາວໆ ໃຫ້ລອງອອກໄປທ່ອງທ່ຽວໄກໆ ອອກໄປສໍາຜັດກັບທໍາມະຊາດ ສໍາຜັດກັບອາຍກິ່ນຫຍ້າ ແລະ ອາກາດບໍລິສຸດ ໄປໃນບ່ອນທີ່ບໍ່ເຄີຍໄປກັບເຂົາຄົນນັ້ນ ບໍ່ຕ້ອງເອົາຫຍັງໄປຫຼາຍ ພຽງແຕ່ຈັບກະເປົາຈັກ 2 ໜ່ວຍ ຫອບເສື້ອຜ້າໃສ່ ແບກໃຈທີ່ເຈັບຊໍ້າໄປຖິ້ມ ໄປເບິ່ງແຕ່ສິ່ງງາມໆ ທີ່ເຮັດໃຫ້ສະບາຍໃຈ ແລ້ວກັບມາພ້ອມກັບໃຈດວງໃໝ່ ທີ່ປາສະຈາກຄວາມເຈັບປວດ ມາເລີ່ມຕົ້ນສິ່ງໃໝ່ໆ ລືມສິ່ງທີ່ເຮັດໃຫ້ເສຍໃຈ ເມື່ອໄດ້ລອງແລ້ວ ສາວໆຈະຮູ້ສຶກວ່າ ຜ່ານມາເຮົາໄປຫຼົງທາງຢູ່ໃສ? ເຮົາທໍາຮ້າຍຕົວເອງໄປຫຼາຍສໍ່າໃດ? ປ່ອຍໃຫ້ຫົວໃຈຈົມກອງທຸກດົນປານນີ້ຫວາ? ເພາະທີ່ຈິງແລ້ວ ຄວາມສຸກມັນຢູ່ອ້ອມຕົວເຮົາເອງ ເຮົາເປັນຄົນເລືອກເອງ ບໍ່ມີໃຜທີ່ຈະມາໃຫ້ຄວາມສຸກທີ່ໝັ້ນຄົງກັບເຮົາໄດ້, ຢ່າລືມວ່າເຮົານັ້ນມີຄ່າ ບໍ່ມີໃຜຈະເຫັນຄຸນຄ່າເຮົາ ຖ້າເຮົາບໍ່ເຫັນຄຸນຄ່າຂອງຕົວເອງ. ທີ່ມາ: ວາລະສານ ຂວັນໃຈ

Read More »

5 ຂໍ້ທີ່ຈະຊ່ວຍເສີມສ້າງສະເໜ່ ໄປໃສໃຜກໍ່ຮັກກໍ່ຫອມ…

ແຕ່ງຕົວໃຫ້ມີສະຕາຍ ມີລົດສະນິຍົມໃນການແຕ່ງຕົວ ເລືອກເສຶ້ອຜ້າ ຈະຊ່ວຍເພີ່ມໃຫ້ເປັນສາວທີ່ມີສະເໜ່ ໜ້າຄົ້ນຫາ ບໍ່ຈຳເປັນຕ້ອງຊື້ເຄື່ອງແບຼນເນມມາໃສ່ ແຕ່ຄວນເບິ່ງໃຫ້ເຂົ້າກັບບຸກຂະລິກ ແລະ ເລືອກໃສ່ເສື້ອຜ້າທີ່ໃສ່ແລ້ວເຮັດໃຫ້ມີຄວາມໝັ້ນໃຈຫຼາຍຂຶ້ນ ອອກກຳລັງກາຍເປັນປະຈຳ ສຸຂະພາບທີ່ດີຈະເຮັດໃຫ້ຜິວພັນຂອງທ່ານສົດໃສ ເຕັ່ງຕຶງ ໂດຍບໍ່ຕ້ອງເພິ່ງພາຄີມລາຄາແພງ ນອກຈາກນີ້ການອອກກຳລັງກາຍຍັງສົ່ງຜົນໃຫ້ຮູບຮ່າງຂອງທ່ານສົມສ່ວນໃສ່ເສຶ້ອຜ້າກໍງາມ ຫຸ່ນດີແລ້ວແບບນີ້ຈະບໍ່ເປັນຄົນງາມໄດ້ແນວໃດລະວ່າບໍ່? ຮູ້ຈັກມັກສະອາດ ເຫັນຫຼາຍຄົນທີ່ແຕ່ງໜ້າແຕ່ງຕົວງາມໆ ອອກຈາກເຮືອນແຕ່ໃຜຊິໄປຮູ້ວ່າສະພາບເຮືອນນັ້ນຮົກໆ ແຖມຍັງບໍ່ມັກອາບນ້ຳ ແບບນີ້ບໍ່ດີເດີ້ ສຸຂະອະນາໄມເປັນເລື່ອງສຳຄັນຫຼາຍ ສະນັ້ນງາມ ແລະ ຕ້ອງສະອາດນຳເດີ້ທ່ອງເອົາໄວ້ເລີຍ. ບຸກຂະລິກດີ ບຸກຂະລິກເປັນສິ່ງທີ່ບໍ່ຄວນເບີ່ງຂ້າມ ບາງຄົນໜ້າຕາດີຫຼາຍແຕ່ຍ່າງຫຼັງກົ່ງ ເບີ່ງແລ້ວບໍ່ມີສະເໜ່ຊວນແນມເລີຍ ລອງປ່ຽນຕົວເອງເບີ່ງເດີ້ຢືດບ່າໃຫ້ຊື່ ຫຼື ເຝິກການນັ່ງເຝິກໃຫ້ເປັນນິໄສ ນອກຈາກຈະເປັນຕາເບີ່ງແລ້ວທ່ານຈະບໍ່ມີບັນຫາເລຶ່ອງເຈັບຫຼັງນຳອີກ. ຄິດບວກ ເລຶ່ອງນີ້ສຳຄັນຫຼາຍເຖີງວ່າເບີ່ງແຍງຕົວເອງໃຫ້ດີພຽງໃດແຕ່ຖ້າທ່ານເປັນຜູ້ຍິງທີ່ມີຄວາມທຸກໝົ່ນໝອງຢູ່ອ້ອມຕົວ ຄົງຈະບໍ່ມີໃຜຢາກເຂົ້າໃກ້ ການເປັນຄົນຄິດບວກບໍ່ໄດ້ໝາຍຄວາມວ່າໃຫ້ທ່ານຕົວະຕົວເອງ ແຕ່ໝາຍເຖິງວ່າໃຫ້ທ່ານຍອມຮັບບັນຫາ ແລະ ຢູ່ຮ່ວມກັບບັນຫານັ້ນໆໄດ້ຢ່າງບໍ່ເປັນທຸກ ຈື່ໄວ້ວ່າຖ້າຈິດໃຈທ່ານງາມ ທ່ານກໍຄືແມ່ຍິງທີ່ງາມ.

Read More »

ໝູ່ລຸ້ນດຽວກັນເຂົາແຕ່ງງານ ຫຼື ບາງຄົນກໍ່ມີແຟນໝົດແລ້ວ ແຕ່ເປັນຫຍັງເຮົາຄືຍັງໂສດ?

(ຄືບໍ່ເອົາແຟນມານຳ?) ເປັນຄຳຖາມຂ້າກັນແທ້ໆທັງໆທີ່ເຮົາຍັງໂສດ ໝູ່ລຸ້ນດຽວກັນເຂົາແຕ່ງງານ ມີລູກ ຫຼື ບາງຄົນກໍ່ມີແຟນໝົດແລ້ວ ແຕ່ເປັນຫຍັງເຮົາຄືຍັງໂສດ ແຖມບໍ່ມີແວວວ່າຈະມີແຟນມີຄວາມຮັກດີໆນຳເຂົາຈັກເທື່ອ ໄດ້ແຕ່ໂສດລອຍໄປລອຍມາ ໄດ້ແຕ່ໃຊ້ຊີວິດຄົນດຽວ ກິນເຂົ້າຄົນດຽວ ເບິ່ງໝັງຄົນດຽວ ໄປທ່ຽວຄົນດຽວ ໄຮ້ຄົນຮັກຄອຍເບິ່ງແຍງເທັກແຄ ບໍ່ຄືກັບຄົນອື່ນທີ່ເຂົາໄປໃສກໍໄປເປັນຄູ່ ໂພສຮູບຄູ່ຫວານໆ ຈົນບາງເທື່ອພໍຢາກຄິດບ໋ອກພວກເຂົາພຸ້ນລະ (555). ແຕ່ຮູ້ຫຼືບໍ່ວ່າບໍ່ໄດ້ມີແຕ່ເຈົ້າເດີ້ທີ່ໂສດຄົນດຽວໃນໂລກ ເພາະດຽວນີ້ຄົນທີ່ຍັງເປັນໂສດແມ່ນມີຫຼາຍພໍໆກັບຄົນທີ່ເຂົາມີແຟນຫັ້ນລະ ເພາະການເປັນໂສດຫຼາຍຄົນລົງຄວາມເຫັນໃນທາງດຽວກັນແລ້ວວ່າ ເປັນໂສດສຸດແສນຈະສະບາຍ ບໍ່ຕ້ອງມາຖ້າຫຶງຫວງໃຜ ບາງຄົນກໍມັກທີ່ຈະໃຊ້ຊີວິດຄົນດຽວໂດຍທີ່ບໍ່ຕ້ອງເອົາໂຕເອົາໃຈໄປຜູກມັດໄວ້ກັບໃຜ, ແຕ່ເຄີຍລອງສັງເກດບໍ່ວ່າ ທີ່ທຸກມື້ນີ້ທີ່ເຮົາ ເຈົ້າ ຂ້ອຍ ທີ່ຍັງໂສດ ບໍ່ມີໃຜເຂົ້າມາໃນຊີວິດ ເປັນຍ້ອນຫຍັງກັນແທ້? 5 ເຫດຜົນທີ່ຈະບອກໃຫ້ຮູ້ວ່າ ເປັນຫຍັງຄືຍັງໂສດ? ເລືອກຫຼາຍ (ຕັ້ງສະເປັກໄວ້ສູງພຽງຟ້າ) ເຂົ້າໃຈວ່າການຈະມີຄວາມຮັກທັງທີ ກໍຢາກຈະມີຄົນດີໆທີ່ຮັກ ແລະ ຢູ່ນຳກັນໄປດົນໆໃນແບບທີ່ເຮົາຝັນໄວ້ ແຕ່ການທີ່ຕັ້ງສະເປັກໄວ້ສູງ ແຖມເລືອກຫຼາຍ ຂໍບອກກ່ອນເລີຍວ່າຄືຈະຍັງອີກດົນກວ່າຈະໄດ້ລົງຈາກຄານທອງ, ແຕ່ເຖິງຢ່າງໃດກໍບໍ່ໄດ້ໝາຍວ່າຈະຕ້ອງຕັດສິນໃຈເລືອກຄົນທີ່ເຂົ້າມາຢ່າງໄວວາ ພຽງແຕ່ຄວນປັບສະເປັກຊາຍໃນຝັນໃຫ້ຢູ່ໃນໂລກແຫ່ງຄວາມເປັນຈິງໃຫ້ຫຼາຍທີ່ສຸດ. ຂີ້ອາຍ ບໍ່ກ້າລຸຍ ເຖິງແມ່ນວ່າສັງຄົມບ້ານເຮົາຈະຖືກສອນໃຫ້ແມ່ຍິງຮັກນວນສະຫງວນຕົວ ແຕ່ການເລີ່ມໄປສານສຳພັນກ່ອນໃນຍຸກນີ້ກໍບໍ່ແມ່ນເລື່ອງທີ່ເສຍຫາຍສະເໝິໄປ ຖ້າຟາງແຕ່ອາຍ …

Read More »