Breaking News

Trick

ຄວາມຮູ້ທີ່ຄວນອ່ານ!!! ສາເຫດການຂໍຢ່າຮ້າງ ຕາມກົດໝາຍລາວມີຫຍັງແດ່?

“ຄອບຄົວ ກາຍເປັນບ່ອນທີ່ມີແຕ່ຄວາມທຸກ ມີແຕ່ນ້ຳຕາ ຂາດຄວາມເຂົ້າໃຈ ດູດກືນພະລັງໃຈ ຂອງສະມາຊິກໃນຄອບຄົວ ການຢ່າຮ້າງ ອາດເປັນທາງເລືອກສຸດທ້າຍ” ແນ່ນອນວ່າແມ່ຍິງທຸຸກຄົນ ເມື່ອເກີດມາແລ້ວ ຕ້ອງໃຝ່ຝັນຢາກມີຄອບຄົວທີ່ອົບອຸ່ນ ພຽບພ້ອມ ດ້ວຍພໍ່ແມ່ແລະລູກໆ ແຕ່ຄືວ່າຫັ້ນແຫຼະ ບໍ່ມີໃຜຄາດເດົາອະນາຄົດໄດ້ ເພາະການແຕ່ງດອງ ຄືການທີ່ຄົນສອງຄົນ ເຕີບໃຫຍ່ມາຈາກຕ່າງສະຖານທີ່ ຖືກອົບຮົມສັ່ງສອນຄົນລະແບບ ນິດໃສແຕກຕ່າງກັນ ມາມັກຮັກກັນຈົນເຖິງຂັ້ນ ຈູງມືກັນເຂົ້າປະຕູວິວາ ບາງຄົນອາດຈະຄິດວ່າ ຈຸດນີ້ແຫຼະຄືຄວາມສຳເລັດຂອງຊີວິດ ເຊິ່ງທີ່ຈິງອາດບໍ່ແມ່ນສະເໝີໄປ ເພາະເມື່ອລົງເຮືອຊີວິດລຳດຽວກັນແລ້ວ ມັນເປັນຈຸດເລີ່ມຕົ້ນຂອງ ໜ້າທີ່ ພັນທະ ພາລະ ທີ່ຕ້ອງຮັບຜິດຊອບຮ່ວມກັນ ການແບ່ງປັນພື້ນທີ່ສ່ວນຕົວໃຫ້ກັນ ຄົນສອງຄົນຕ້ອງປັບຕົວເຂົ້າຫາກັນ ເຮັດແນວໃດໃຫ້ສະມາຊິກຄອບຄົວມີຄວາມສຸກ ແລະນຳພາເຮືອລຳນ້ອຍ ທີ່ເອີ້ນວ່າ “ຄອບຄົວ” ຜ່ານຜ່າອຸປະສັກທີ່ເຂົ້າມາທ້າທາຍຄວາມເຂັ້ມແຂງ ທຸ່ນທ່ຽງ ຂອງຄົນທັງສອງຢູ່ຕະຫຼອດເວລາ ຍິ່ງເມື່ອທັງສອງມີລູກ ຫຼືພະຍານຮັກ ຄວາມຮັບຜິດຊອບຕ່າງໆກໍຍິ່ງເພີ່ມພູນຂຶ້ນໄປ ເປັນເງົາຕາມຕົວ ຫຼາຍໆຄູ່ສາມາດຝ່າຟັນສິ່ງກີດຂວາງຕ່າງໆໄປໄດ້ງ່າຍດາຍ ຢູ່ນຳກັນຈົນແກ່ເຖົ້າ ດ້ວຍພະລັງແຫ່ງຄວາມຮັກ ຄວາມເຂົ້າໃຈ ແລະນຳພາຄອບຄົວໄປຮອດຈຸດໝາຍປາຍທາງໄດ້ຢ່າງມີຄວາມສຸກ ໃນຂະນະດຽວກັນ …

Read More »

5 ວິທີປ່ຽນຄວາມຢ້ານໃຫ້ເປັນຄວາມຮັກດີໆ!!!

ສາວໆທັງຫຼາຍທີ່ບໍ່ກ້າທີ່ຈະຮັກ ບໍ່ກ້າທີ່ຈະເອົາຄົນອື່ນເຂົ້າມາເປັນສ່ວນໜຶ່ງໃນຊີວິດ ຮີບຟ້າວມາອ່ານທາງນີ້ເລີຍ ເພາະທີມງານຂັວນໃຈ ໄດ້ນໍາເອົາວິທີປ່ຽນຄວາມຢ້ານໃຫ້ເປັນຄວາມຮັກທີດີໆໄດ້ ວ່າຊິປ່ຽນແນວໃດແດ່ນັ້ນລອງໄປອ່ານພ້ອມໆກັນເລີຍ...

Read More »

ຂໍ້ດີຂອງຄົນມີແຟນບໍ່ຫຼໍ່ ທີ່ອາດເຮັດໃຫ້ສາວໆປ່ຽນໃຈມາຮັກຄົນໜ້າຕາທໍາມະດາໆ

ໃນສ່ວນຕົວຂອງຂ້າພະເຈົ້າເຊື່ອໄດ້ເລີຍວ່າ 90% ຂອງຜູ້ຍິງຕ້ອງມີຜູ້ຊາຍໃນຝັນທີ່ຕ້ອງໜ້າຕາຫຼໍ່, ສະອາດ, ຫຸ່ນດີ ແຕ່ຄວາມຈິງແລ້ວນັ້ນຜູ້ຊາຍທີມີໜ້າຕາຫຼໍ່ໆອາດຈະບໍ່ໄດ້ດີຢ່າງທີ່ສາວໆຕັ້ງຄວາມຫວັງເອົາໄວ້ກໍ່ໄດ້...

Read More »

ສາວໆລະວັງ!! ຕິດແຟນຫຼາຍເກີນໄປລະວັງອົກຫັກແບບບໍ່ຮູ້ໂຕ

ສາວໆຄວນລະວັງໄວ້ເດີ ຖ້າຕິດແຟນຫຼາຍເກີນໄປອາດຈະເຮັດໃຫ້ຄວາມຮັກຈົບລົງແບບບໍ່ຮູ້ຕົວ ຜູ້ຍິງບາງຄົນເມື່ອມີຄວາມຮັກກໍມັກຈະລືມທຸກສິ່ງທຸກຢ່າງ ຖິ້ມໝູ່ ຫຼືບໍ່ໃສ່ໃຈຄອບຄົວ ເພາະເອົາເວລາທັງໝົດໄປທຸ່ມເທໃຫ້ກັບຄົນຮັກ ເຊິ່ງມັນກໍ່ບໍ່ແມ່ນເລື່ອງຜິດທີ່ເຈົ້າຈະຮັກ ແລະ ເບິ່ງແຍງໃສ່ໃຈຄົນຮັກຕະຫຼອດເວລາ ມັນຈະບໍ່ເປັນການດີບໍ? ຖ້າເຈົ້າຮູ້ຈັກຈໍາແນກ ພ້ອມກັບແບ່ງເວລາໃຫ້ຄົນທີ່ຢູ່ອ້ອມຮອບໂຕເຮົານໍາ ພໍຈະມີຊ່ອງວ່າງໃຫ້ໂຕເຈົ້າ ແລະ ໂຕເຂົາຮູ້ຈັກຄໍາວ່າ “ຄິດຮອດ” ກັນແດ່ເລັກນ້ອຍ ຖ້າຕອນນີ້ເຈົ້າຍັງບໍ່ໝັ້ນໃຈວ່າໂຕເອງຕິດແຟນເກີນໄປ ຫຼື ບໍ່? ກໍລອງມາກວດເບິ່ງວ່າ 6 ສັນຍານທີ່ເຮົາເອົາມາຝາກນີ້ເລີຍ… 1 ຊີວິດຂອງຄົນຮັກຄືຊີວິດຂອງເຮົາ        ເຖິງແມ່ນວ່າຈະເປັນຄູ່ຮັກກັນ ແຕ່ກໍ່ບໍ່ໄດ້ໝາຍຄວາມວ່າໂຕເຈົ້າຈະສາມາດເຂົ້າໄປຈັດການທຸກຢ່າງແທນເຂົາໄດ້ ຖ້າຫາກເຈົ້າລໍຖ້າກວດສອບທຸກຢ່າງຂອງການສື່ສານຂອງເຂົາ ທັງ ໂທລະສັບ FaceBook, Line  ຫຼື ຕິດຕາມທຸກການເຄື່ອນໄຫວຂອງລາວ ປະຕິບັດໂຕຄືກັບ GPS ນັ້ນ ກໍ່ສະແດງວ່າເຈົ້າຕິດແຟນພໍສົມຄວນແລ້ວ ນອກນັ້ນ ຍັງສະແດງວ່າເຈົ້າບໍ່ໄວ້ໃຈ ແລະ ໃຫ້ກຽດຄົນຮັກເລີຍ ທາງທີ່ດີເຈົ້າໜ້າຈະຖອຍອອກມາຈັກກ້າວ ໃຫ້ຄົນຮັກມີພື້ນທີ່ສ່ວນໂຕມັນຈະດີກັບໂຕເຈົ້າ ແລະ ຄົນຮັກນໍາອີກ. 2 ຢ້ານວ່າຄົນຮັກຈະຖິ້ມໄປ ຫາກເຈົ້າກໍາລັງຢ້ານວ່າແຟນຈະຖິ້ມເຈົ້າໄປ …

Read More »

ຢາກເປັນຜູ້ຍິງທີ່ໜ້າຄົ້ນຫາຄວນເຮັດແບບໃດ? ມາເບິ່ງເຄັດລັບກັນ!!

ຢາກເປັນຜູ້ຍິງທີ່ໜ້າຄົ້ນຫາຄວນເຮັດແບບໃດ? ມາເບິ່ງເຄັດລັບກັນ!! ການສ້າງແຮງດຶງດູດຕໍ່ເພດກົງກັນຂ້າມ ໃນອີກຮູບແບບໜຶ່ງ ຄືການເຮັດໃຫ້ຕົນເອງໜ້າຄົ້ນຫາ, ມີສະເໜ່ ສາວໆສາມາດສ້າງໄດ້ຈາກການວາງຕົວ ແລະ ປັບທັດສະນະຄະຕິ. ເປັນຄົນເບິ່ງແຍງຕົນເອງ ເຮັດໃນສິ່ງທີ່ຕົນເອງຮັກ ຮັບປະທານອາຫານດີໆ, ແຕ່ງຕົວດູດີ ອອກກໍາລັງກາຍໃຫ້ເບິ່ງເປັນຄົນສົດຊື່ນ ຕະລອດເວລາ ບໍ່ເວົ້າຟຸມເຟືອຍ ເວົ້າເລື່ອງທີ່ຢູ່ໃນປະເດັນ ການເວົ້າຫຼາຍເກີນໄປກໍເຮັດໃຫ້ໜ້າເບື່ອຫຼືເປັນການຮຽກຮ້ອງບາງຢ່າງ ແຕ່ງກາຍແບບລຽບງ່າຍ ການແຕ່ງກາຍທີ່ພໍດີ ຖືກກັບກາລະ-ເທສະ ຈຶ່ງບໍ່ເຮັດໃຫ້ທ່ານເປັນຄົນເປີດເຜີຍຫຼາຍເກີນໄປ ຕາຈ້ອງຕາ ເບິ່ງຄູ່ສົນທະນາດ້ວຍສາຍຕາທີ່ຜ່ອນຄາຍ ເພື່ອໃຫ້ຄູ່ສົນທະນາຮູ້ສຶກຕົກຢູ່ໃນຄວາມຮູ້ສຶກດຽວກັບທ່ານ ໝັ້ນໃຈໃນຕົວເອງ ແຕ່ຕ້ອງສະແດງອອກໃນສິ່ງທີ່ຖືກຕ້ອງ ບໍ່ແມ່ນວ່າເຮັດໃນສິ່ງທີ່ຜິດແຕ່ກໍຍັງໝັ້ນໃຈໂດຍບໍ່ສົນໃຈຄົນອື່ນ ມີຄວາມເປັນສ່ວນຕົວ ມີສັງຄົມຂອງຕົນເອງ ມີຄວາມສົນໃຈສະເພາະເລື່ອງ ເຮັດສິ່ງໃດສິ່ງໜຶ່ງດ້ວຍຕົນເອງ ເຮັດຕົວມີຄວາມລັບ ຢ່າເປີດເຜີຍຫຼາຍເກີນໄປ ຢ່າໃຫ້ເຂົາເດົາທ່ານໄດ້ທຸກອາລົມ ທຸກຄວາມຮູ້ສຶກ

Read More »