Breaking News

Trick

4 ນິດໄສຂອງຜູ້ຊາຍທີ່ພາໃຫ້ສາວໆຍັງ “ໂສດ” ຢູ່

  ສະແດງຄວາມຕ້ອງການຂອງຕົນເອງຫຼາຍເກີນໄປ ຜູ້ຊາຍບາງຄົນກໍມັກອອກຕົວແຮງ ສະແດງຄວາມຕ້ອງການແບບຊັດເຈນ ຈົນພຶດຕິກໍາບາງຢ່າງອາດຈະເຮັດໃຫ້ຜູ້ຍິງມີຄວາມ ອຶດອັດ. ບໍ່ຮູ້ຈັກສ້າງສະເໜ່ໃຫ້ກັບຕົນເອງ ເຖິງວ່າທ່ານຜູ້ຊາຍບາງຄົນຈະໜ້າຕາດີ ສົມບູນທັງການສຶກສາ ແລະ ຕໍາແໜ່ງວຽກງານທີ່ດີກໍຕາມ ແຕ່ສາວໆຍັງບໍ່ສົນໃຈ ອາດຈະເປັນຍ້ອນ ທ່ານ ບໍ່ຮູ້ຈັກວິທີການລົມຜູ້ຍິງ ໃຫ້ເຂົ້າໃຈນັ້ນເປັນແບບໃດ. ຂາດຄວາມໝັ້ນໃຈໃນຕົວເອງ ຄົນທີ່ຂາດຄວາມໝັ້ນໃຈ ຈະຕັດສິນໃຈເຮັດຫຍັງກໍບໍ່ມີຄວາມກ້າ ມີແຕ່ຖາມຄວາມຄິດເຫັນຈາກຄົນອື່ນຕະຫຼອດ ຖ້າເປັນແບບນີ້ ຜູ້ຍິງສ່ວນຫຼາຍຈະຄິດເຫັນອະນາຄົດວ່າຊາຍຄົນນັ້ນຂາດຄວາມເປັນຜູ້ນໍາ ເປັນຄົນທີ່ບໍ່ມີຄວາມພະຍາຍາມ ຊາຍໃດທີ່ຄິດຈະຈີບຜູ້ຍິງແລ້ວ ບໍ່ມີຄວາມພະຍາຍາມ ກໍຍາກທີ່ຈະໄດ້ໃຈສາວນັ້ນມາຄອງ ເພາະເວົ້າອະນາຄົດທີ່ຈະຕ້ອງປະເຊີນວ່າທ່ານຈະມີຄວາມພະຍາຍາມສູ້ກັບຄົນຮັກຂອງທ່ານໄປນໍາກັນໄດ້ບໍ  

Read More »

8 ວິທີງ່າຍໆ ທີ່ເຮັດໃຫ້ຜູ້ຊາຍ ມາສົນໃຈທ່ານຫຼາຍຂຶ້ນ

ຖ້າທ່ານ ສາມາດບໍລິຫານ ສະເໜ່ຂອງທ່ານໃຫ້ ໝັ້ນໃຈໄດ້ວ່າຊາຍໜຸ່ມຫຼາຍຄົນຕ້ອງປ່ຽນມຸມມອງ ມາສົນໃຈທ່ານຢ່າງແນ່ນອນ ເຮັດຕົວເອງໃຫ້ສວຍງາມ ແລະ ມີຄ່າ ບໍ່ວ່າຜູ້ຍິງ ຫຼືຜູ້ຊາຍ ເຫັນກັນຄັ້ງທຳອິດ ກໍຕ້ອງເບິ່ງກັນທີ່ພາຍນອກ ເພາະມັນເປັນສິ່ງທີ່ເຫັນແລ້ວປະທັບໃຈໃນຄັ້ງທຳອິດ ເຮົາຈະສາມາດຮູ້ໄດ້ເລີຍວ່າຄົນໆນັ້ນເປັນແບບໃດຈາກການແຕ່ງຕົວ. ຍີ້ມໃຫ້ຫຼາຍໆ ຄົນທີ່ເບິ່ງແລ້ວ ມີຊີວິດຊີວາ ໃຜໆກໍຢາກຢູ່ໃກ້ ຜູ້ຍິງທີ່ມີຮອຍຍີ້ມສົດໃສ ຈະເປັນສິ່ງດຶງດູດໃຈໜຸ່ມໆສະເໝີ ເພາະຈະຊ່ວຍໃຫ້ເຂົາຮູ້ສຶກເຖິງຄວາມເປັນກັນເອງ ແລະ ຍັງມີຮ້ອຍຍີ້ມງາມໆ ທີ່ຊ່ວນໃຫ້ຊົມ ກິ່ນກາຍເປັນສິ່ງທີ່ສໍາຄັນ ເຖິງວ່າໜ້າຕາ, ຊົງຜົມ, ການແຕ່ງຕົວຈະງາມພຽງໃດກໍຕາມ ແຕ່ຖ້າຮ່າງກາຍ ມີກິ່ນທີ່ບໍ່ປາຖາໜາໃນຕົວທ່ານແລ້ວ ແບບນີ້ກໍຕ້ອງຂໍລາດີກວ່າ ຜູ້ຍິງທີ່ມີຄວາມໝັ້ນໃຈ ຜູ້ຍິງທີ່ເບິ່ງມີຄວາມໝັ້ນໃຈ ມັນສາມາດເຮັດໃຫ້ຜູ້ຊາຍຮູ້ສຶກເຊື່ອໃຈຫຼາຍຂຶ້ນ ເພາະທ່ານເບິ່ງເປັນຄົນທີ່ບໍ່ຈໍາເປັນຕ້ອງເພິ່ງໃຜ ແຕ່ກໍບໍ່ຄວນໝັ້ນໃຈຫຼາຍເກີນໄປ ຈົນບໍ່ຟັງຄວາມຄິດຂອງຄົນອື່ນ ເພາະອາດຈະເຮັດໃຫ້ເຂົາຮູ້ສຶກວ່າທ່ານເປັນຜູ້ຍິງທີ່ໜ້າເບື່ອ. ຮູ້ຈັກເອົາໃຈຄົນອື່ນ ຜູ້ຊາຍເປັນເພດທີ່ມີຄວາມໝັ້ນໃຈໃນຕົວເອງຫຼາຍທີ່ສຸດ ແລະ ຕ້ອງການ ການສະໜັບ ສະໜູນຕະຫຼອດເວລາ ທ່ານຄວນເຮັດໃຫ້ເຂົາຮູ້ສຶກດີໃຈ ທີ່ທ່ານຢູ່ຄຽງຂ້າງໃຫ້ຄວາມເຂົ້າໃຈ ເປັນທີ່ປຶກສາໄດ້. ມີຄວາມເປັນກັນເອງ ບາງຄັ້ງຜູ້ຍິງຄືເຮົາ ກໍເບິ່ງຄືຈະເຂົ້າຫາຍາກ …

Read More »

5 ວິທີສະແດງ ຄວາມຮັກ ແບບ ໂລແມນຕິກ (Romance)

ເພື່ອເຮັດໃຫ້ຄົນພິເສດຂອງທ່ານ ຮູ້ສຶກວ່າທຸກມື້ຄືວັນພິເສດ ດ້ວຍ ວິທີງ່າຍໆ ແຕ່ໄດ້ຜົນສະເໝີ ດ້ວຍການສະແດງອອກດັ່ງລຸ່ມນີ້: ທີ່ຈະເຮັດໃຫຄົນ ທີ່ທ່ານຮັກພໍໃຈ ແລະ ຮັບຮູ້ໄດ້ວ່າ ເຂົາຄືຄົນພິເສດຂອງທ່ານຕະຫຼອດເວລາ. ວາງແຜນກິນເຂົາແລງຢູ່ເຮືອນ ການກິນເຂົ້າຕອນແລງນຳກັນສອງຕໍ່ສອງ ດ້ວຍບັນຍາກາດທີ່ມີແສງທຽນ, ສຽງເພງມ່ວນໆ ເປັນສິ່ງທີ່ສະແດງ ໃຫ້ເຫັນເຖິງຄວາມຮັກ, ຄວາມເອົາໃຈໃສ່ໄດ້ດີທີ່ສຸດ ພາໄປທ່ຽວຫາດຊາຍ ແຄມຂອງ, ຫາດຊາຍ ທະເລ ຫຼື ຫາດຊາຍອື່ນໆ ລອງພາຄົນຮັກຂອງທ່ານໄປຍ່າງຫຼີ້ນ ຫາດຊາຍ ທີ່ຫງຽບສະຫງົບ ນັ່ງເບິ່ງດວງຕາເວັນຕົກດິນນໍາກັນ ແລະ ມອບຂອງຂວັນສຸດພິເສດໃຫ້ຄົນທີ່ທ່ານຮັກ. ສ້າງຄວາມປະທັບໃຈໃນວັນທີ່ພິເສດ ຊື້ເຄື່ອງທີ່ພິເສດ ສຳລັບຄົນຮັກຂອງທ່ານ ໂດຍບໍ່ໃຫ້ຮູ້ຕົວເຊັ່ນ: ດອກໄມ້, ຊຸດໃໝ່ ຫຼື ຂະໜົມທີ່ຄົນຮັກຂອງທ່ານມັກກິນ ນອກຈາກວັນທີ່ພິເສດແລ້ວ ການມອບຂອງຂວັນທີ່ສໍາຄັນ ໃນມືທຳມະດາ ກໍຈະເຮັດໃຫ້ຄົນຮັກຂອງທ່ານປະທັບໃຈຫຼາຍຍິ່ງຂຶ້ນ. ພຽງຄໍາເວົ້າ ກໍເຮັດໃຫ້ໃຈອ່ອນແລ້ວ ບາງຄັ້ງຄໍາເວົ້າ ກໍສື່ສານຄວາມໝາຍທຸກຢ່າງ ຈົ່ງໝັ່ນບອກຄວາມໃນໃຈຂອງທ່ານໃຫ້ຄູ່ຂອງທ່ານໄດ້ຮັບຮູ້ ແຕ່ຖ້າເຂີນ ຫຼື ອາຍກໍລອງບອກຜ່ານຂໍ້ຄວາມ …

Read More »

5 ວິທີໃນການຮຽນຮູ້ຄວາມຮັກ ເພື່ອຮັກທີ່ຍືນຍາວ

ບໍ່ວ່າເລື່ອງໃດໆ ຖ້າເຮົາຮີບຮ້ອນເກີນໄປ ຜົນທີ່ໄດ້ກໍມັກຈະອອກມາບໍ່ດີ ແຕ່ຖ້າຫາກຄ່ອຍໆເລີ່ມຕົ້ນແບບຊ້າໆ ພຽງໃຊ້ເວລາ ເຮົາກໍຈະເຂົ້າໃຈ ແລະ ປະສົບຜົນສຳເລັດໃນເລື່ອງນັ້ນໄດ້ ໂດຍສະເພາະເລື່ອງຄວາມຮັກ ທີ່ຕ້ອງໃຊ້ເວລາ ເພື່ອຮຽນຮູ້ເຊິ່ງກັນ ແລະກັນ ແລະ ຄ່ອຍໆ ພັດທະນາໃຫ້ຮັກຂອງທ່ານຍາວນານໝັ້ນຄົງດ້ວຍ ວິທີ່ຮັກສາຄວາມຮັກໃຫ້ດົນນານໄດ້ ລອງອ່ານເບິ່ງ ແລ້ວຄວາມຮັກຂອງທ່ານຈະເປັນຄວາມຮັກທີ່ໝັ້ນຄົງ. ຄ່ອຍເປັນຄ່ອຍໄປ ບໍ່ຕ້ອງຮີບຮ້ອນ ຍ່າລືມວ່າຄວາມຮັກບໍ່ແມ່ນການຊື້ເຄື່ອງ ຢ່າເຊື່ອຈາກສິ່ງທີ່ເຫັນ ແລ້ວ ຢ່າຄິດຈິນຕະນາການໄປເອງ ຢຸດຄໍາເວົ້າຢູ່ທີ່ວ່າ “ມັກ” ກ່ອນ ແລ້ວຄ່ອຍສຶກສາກັນຕໍ່ໄປ ຄວນຈົ່ງພື້ນທີ ໃຫ້ມີຄວາມເປັນສ່ວນຕົວຂອງກັນ ແລະ ກັນ ຢ່າລືມວ່າທ່ານເອງກໍມີຊີວິດຂອງຕົວເອງຄືກັນ ກັບມາສົນໃຈເລື່ອງຂອງຕົນເອງດີກວ່າ ເບິ່ງແຍງເອົາໃຈໃສ່ຕົວເອງໃຫ້ດີ ກ່ອນທີ່ຈະ ໄປສົນໃຈເລື່ອງຂອງຄົນອື່ນ. ບໍ່ຄວນຄິດເລື່ອງອະນາຄົດໄກເກີນໄປ ຍ້ອນອະນາຄົດບໍ່ແນ່ນອນ ທ່ານບໍ່ສາມາດຮູ້ໄດ້ວ່າອີກ 5 ປີ ຄວາມຮັກຂອງທ່ານ ຈະຍັງຄືເກົ່າ ຫຼືບໍ່ ຖ້າຄິດໄປໄກເຖິງ ການໃຊ້ຊີວິດຮ່ວມກັນ ຫາກວ່າ ຄວາມເປັນຈິງມັນບໍ່ເປັນດັ່ງທີ່ເຮົາຄາດຫວັງ ອາດຈະເຮັດໃຫ້ຕົວທ່ານເອງຜິດຫວັງ …

Read More »

5 ວິທີມັດໃຈຄົນຮັກບໍ່ໃຫ້ນອກໃຈ

ບໍ່ຕ້ອງໂວຍວາຍ ບໍ່ຕ້ອງຫຶງ ບໍ່ຕ້ອງໃຈຮ້ອນທີ່ມັກໂວຍວາຍ ເພາະຈະເຮັດໃຫ້ເລື່ອງນ້ອຍກາຍເປັນເລື່ອງໃຫຍ່ ຄວນຄິດໃນແງ່ບວກໄວ້ແລ້ວຄ່ອຍໆແກ້ໄຂຈະດີກວ່າ. ບໍ່ຄວນໃຊ້ວິທີ່ຮຸນແຮງເດັດຂາດ ພະຍາຍາມເຮັດຕົວເປັນຄົນດີ ໃຈເຢັນຍີ້ມເຂົ້າໄວ້ ເພາະມັນຈະຊ່ວຍໃຫ້ສິ່ງຕ່າງໆດີຂຶ້ນ ແລ້ວສາມາດແກ້ໄຂບັນຫາທີ່ລຸກລາມໄດ້ ທ່ານຄືສິ່ງທີ່ດີທີ່ສຸດໃນຊີວິດ ທ່ານຕ້ອງສະແດງໃຫ້ເຂົາເຫັນວ່າ ເຮົາເປັນຜູ້ຍິງທີ່ມີຄຸນຄ່າ ແລະ ເໝາະສົມທີ່ຈະເປັນພັນລະຍາທີ່ດີທີ່ສຸດ ເພື່ອພິສູດວ່າທ່ານຮັບເຂົາໄດ້ທຸກເລື່ອງ ຢ່າມົວແຕ່ລະແວງການນອກໃຈ ທ່ານບໍ່ຄວນຊອກຈັບຜິດວ່າລາວໄປໃສ? ຢູ່ໃສ? ເພາະຈະເຮັດໃຫ້ເຂົາເບຶ່ອໜ່າຍ ພຽງແຕ່ສະແດງໃຫ້ເຂົາຮູ້ວ່າ ເຮົາປ່ອຍໃຫ້ເຂົາຮູ້ສຳນຶກເອງກໍພຽງພໍແລ້ວ ບໍ່ມີປະໂຫຍດ ຖ້າຍັງເວົ້າແຕ່ເລື່ອງເກົ່າໆ ຈື່ໄວ້ວ່າອີກຝ່າຍບໍ່ຢາກໃຫ້ຂຸດຄົ້ນເລື່ອງເກົ່າໆ ຈົນກາຍເປັນຂີ້ເຈຍຕໍ່ລຸກເປັນໄຟ ຂອງການຜິດກັນເຮັດໃຫ້ເກີດຄວາມສະແວງບໍ່ເຊື່ອໃຈ ແລະ ແຮງເຮັດໃຫ້ທ່ານຝັງໃຈກັບສິ່ງທີ່ເກີດຂຶ້ນນໍາອີກ  

Read More »