ທ້າຍອາທິດແລ້ວ!!! ຫວັງວ່າທຸກຄົນຈະໂຊກດີ ໃນອາທິດນີ້ ເຊິ່ງມື້ນີ້ແອັດເອງ ກໍບໍ່ລືມທີ່ຈະນຳເອົາດວງທາງດ້ານວຽກງານ, ການເງິນ ແລະ ຄວາມຮັກ ມາອັບເດດໃຫ້ທຸກຄົນ, ມາເບິ່ງນຳກັນວ່າດວງຂອງວັນທີ 3 ກັນຍາ ປີ 2020 ດວງແຕ່ລະຄົນຈະເປັນແນວໃດ? ດວງສຳລັບຄົນເກີດວັນອາທິດ ວຽກງານ: ມີປາກສຽງເລັກນ້ອຍ ຫຼືບໍ່ເຂົ້າໃຈກັນ ກັບຄົນເພດກົງກັນຂ້າມ ໃນບັນດາເພື່ອນຮ່ວມງານ, ໃຫ້ລະວັງຄຳເວົ້າ ການເງິນ: ຄົນມີອາຍຸຈະໃຫ້ໂຊກດ້ານການເງິນ ຄວາມຮັກ: ຕ່າງຝ່າຍຕ່າງລັງເລທີ່ຈະເຂົ້າຫາກັນ ດວງສຳລັບຄົນເກີດວັນຈັນ ວຽກງານ: ໜ້າທີ່ການງານລາບລື່ນ ພະຍາຍາມພັດທະນາເລື້ອຍໆ ການເງິນ: ເສຍເງິນແບບກະທັນຫັນໃຫ້ຄົນໃກ້ຕົວ, ແຕ່ບໍ່ແມ່ນເລື່ອງຮ້າຍແຮງ ຄວາມຮັກ: ຈະພົບຄົນຫ່ວງໃຍ ແລະ ໃສ່ໃຈ ດວງສຳລັບຄົນເກີດວັນອັງຄານ ວຽກງານ: ມີໂອກາດໄດ້ສ້າງທຸລະກິດໃໝ່ ທີ່ຄາດວ່າຈະສຳເລັດ ແລະ ສ້າງຜົນກຳໄລສູງ ການເງິນ: ມີເລື່ອງຕ້ອງໃຊ້ເງິນຫຼາຍ ຄວາມຮັກ: ມີການຫຶງຫວງອີກຝ່າຍ ຍ້ອນຄວາມບໍ່ໄວ້ໃຈ ດວງສຳລັບຄົນເກີດວັນພຸດ ວຽກງານ: ທຸລະກິດ ຫຼືໜ້າທີ່ວຽກງານໄປໄດ້ດີ ເປັນທີ່ພໍໃຈຂອງຫົວໜ້າ ແລະ ເພື່ອນຮ່ວມງານ ການເງິນ: ຈະໄດ້ຮັບໂຊກ ແລະ ມີຜູ້ອຸປະຖຳ ຄວາມຮັກ: ຄວາມຮັກຢູ່ໃນໄລຍະຫວານຈົນນໍ້າອ້ອຍທຽບບໍ່ໄດ້ ດວງສຳລັບຄົນເກີດວັນພະຫັດ …
Read More »Magazine
ແມ່ຍິງຍຸກໃໝ່ຕ້ອງຮູ້!!! ການສ້າງທັກສະ ສື່ສານແບບ SMALL TALK
ການສື່ສານເປັນສິ່ງສຳຄັນຫຼາຍ ບໍ່ວ່າຈະຢູ່ໃນສະຖານະການໃດ ຫຼືວຽກໃດຂະແໜງໃດກໍຕາມ ເພາະສິ່ງດັ່ງກ່າວ ເປັນການເຊື່ອມໂຍງຄວາມເຂົ້າໃຈ ແລະ ສ້າງຄວາມສຳພັນອັນດີຕໍ່ເພື່ອນຮ່ວມງານ. ການໂອ້ລົມສົນທະນາມີການນໍາໃຊ້ທັງຍິງ-ຊາຍ ແຕ່ປັດຈຸບັນແມ່ຍິງຍຸກໃໝ່ສ່ວນຫຼາຍເປັນພະນັກງານຫ້ອງການ ສະນັ້ນ, ຕ້ອງຮູ້ຈັກປະສານວຽກງານໃຫ້ຄ່ອງແຄ້ວເປັນຕົ້ນ. ວິທີການສື່ສານແບບ SMALL TALK ເປັນການສົນທະນາສັ້ນໆ ຫຼືການສື່ສານເບື້ອງຕົ້ນ ທີ່ສາມາດສ້າງສາຍພົວພັນໄດ້ດີ ເຊິ່ງມີຕົວຢ່າງທີ່ງ່າຍ ແລະ ໃກ້ຕົວທີ່ສຸດ 5 ຂໍ້ດັ່ງນີ້: 1 ຊວນສົນທະນາເລື່ອງກິດຈະກຳຍາມວ່າງທົ່ວໄປ ການຊວນອີກຝ່າຍສົນທະນາເລື່ອງ ກິດຈະກຳຍາມວ່າງ ເປັນເລື່ອງທີ່ງ່າຍ ແລະ ສຳຄັນທີ່ສຸດເຊັ່ນ: ການຖາມໃນຫົວຂໍ້ກ່ຽວກັບໄປອອກກຳລັງກາຍ, ເບິ່ງໜັງ, ຟັງເພງ ຫຼືໄປຊື້ເຄື່ອງ ເພາະເປັນສິ່ງທີ່ຄົນທົ່ວໄປມັກເຮັດຢູ່ແລ້ວ. ສິ່ງເຫຼົ່ານີ້, ເປັນການເພີ່ມທັກສະການສື່ສານ ແລະ ສ້າງມິດຕະພາບໄດ້ຢ່າງ່າຍໆ. 2 ການຊວນລົມເລື່ອງການລົງທຶນ ການລົງທຶນເປັນອີກສິ່ງໜຶ່ງທີ່ພະນັກງານຫ້ອງການນິຍົມຫຼາຍທີ່ສຸດ ໂດຍໝາຍເຖິງ ການຊື້ ຫຼືການຜ່ອນ ປະເພດດິນ, ເຮືອນ ແລະ ລົດ… ໂດຍຈະຕ້ອງເລີ່ມຕົ້ນເຝິກທັກສະການສື່ສານດ້ວຍການຂໍຄວາມຮູ້ ຫຼືຄຳແນະນຳໃນດ້ານການລົງທຶນ, …
Read More »ດວງປະຈຳວັນທີ 3 ກັນຍາ 2020
ມື້ນີ້ແອັດມິນ ນຳເອົາດວງທາງດ້ານວຽກງານ, ການເງິນ ແລະ ຄວາມຮັກ ມາໃຫ້ທຸກຄົນເບິ່ງ ມີຄົບທຸກວັນເກີດຕັ້ງແຕ່ ວັນຈັນ-ວັນອາທິດ ມາເບິ່ງນຳກັນວ່າດວງຂອງວັນທີ 3 ກັນຍາ ປີ 2020 ດວງແຕ່ລະຄົນຈະເປັນແນວໃດ ດວງສຳລັບຄົນເກີດວັນອາທິດ ວຽກງານ: ເຮັດທຸລະກິດທາງອອນລາຍປະສົບຜົນສຳເລັດ ການເງິນ: ການເງິນກຳລັງດີ ອາດມີໂຊກຕໍ່ເນື່ອງ ໂດຍຈະໄດ້ເງິນຈາກຄວາມສາມາດຕົນເອງ ຄວາມຮັກ: ລະວັງຈະມີບັນຫາເລື່ອງປາກສຽງສຳລັບຄົນທີກຳລັງຄົບຫາແຕ່ຍັງບໍ່ທັນໄດ້ແຕ່ງ ຫຼືໃຊ້ຊີວິດຢູ່ນຳກັນ ດວງສຳລັບຄົນເກີດວັນຈັນ ວຽກງານ: ທຸລະກິດໄປໄດ້ດີ ກຳລັງຢູ່ໃນຂາຂຶ້ນ ການເງິນ: ບໍ່ມີເຫດການທີ່ຈະໃຊ້ເງິນຫຼາຍເທື່ອ ແຕ່ຕ້ອງເສຍເງິນຊື້ເຄື່ອງໃຊ້ທົ່ວໄປ ຄວາມຮັກ: ຄວາມຮັກໄປໄດ້ດີ ຄົນທີ່ຄົບຫາກັນແລ້ວ ອາດຈະມີຂ່າວດີໃນໄວໆນີ້ ດວງສຳລັບຄົນເກີດວັນອັງຄານ ວຽກງານ: ໜ້າທີ່ວຽກງານຄ້ອນຂ້າງເຮັດໃຫ້ສັບສົນ ການເງິນ: ຍັງຢູ່ໃນເກນໃຊ້ຈ່າຍ ເພາະຈະມີຄົນມາຂໍຄວາມຊ່ວຍເຫຼືອ ຄວາມຮັກ: ມີການລະແວງເຊິ່ງກັນ ແລະ ແຕ່ຄວາມຈິງບໍ່ໄດ້ມີຫຍັງ ດວງສຳລັບຄົນເກີດວັນພຸດ ວຽກງານ: ວຽກງານກ່ຽວກັບການໃຊ້ ວາທະສິນ ກຳລັງໄປໄດ້ດ້ວຍດີ ເຊັ່ນ: ການເຈລະຈາ… ການເງິນ: ມີໂອກາດໄດ້ຮັບເງິນກ້ອນໃຫຍ່ ຄວາມຮັກ: ກຳລັງໄປໄດ້ດ້ວຍດີ ມີການສະແດງຄວາມຮັກທີ່ຫວານ ດວງສຳລັບຄົນເກີດວັນພະຫັດ ວຽກງານ: ສຳລັບຜູ້ທີ່ຈະດຳເນີນທຸລະກິດໃໝ່ ຄວນລົງມືເຮັດກັບຄົນຮູ້ຈັກ ຫຼື …
Read More »ພາບບັນຍາກາດ ງານເດີນແບບການກຸສົນ FashionShow Charity 2020 ຮ່ວມປັນຮັກ Better Together
ພາບບັນຍາກາດ ງານເດີນແບບການກຸສົນ FashionShow Charityo 2020 ຮ່ວມປັນຮັກ Better Togetherເພື່ອສົມທົບທືນສ້າງໂຮງຮຽນໃນເຂດເມືອງກາສີ ຈັດຂຶ້ນໃນ ວັນທີ 29 -30 ສິງຫາ 2020 ທີ່ໂຮງແຮມ Laotel Hotel & Resort Vientiane ໂດຍມີທ່ານເຈົ້າເມືອງກາສີ, ແຂກຮັບເຊີນຈາກຫຼາຍພາກສ່ວນ, ນັກທຸລະກິດ, ຫ້ອງເສື້ອຜ້າໄໝລາວ, ດາລານັກສະແດງ, ສື່ມວນຊົນ ແລະ ບັນດາພໍ່ແມ່ປະຊາຊົນເຂົ້າຮ່ວມ.
Read More »ດວງປະຈຳວັນທີ 2 ກັນຍາ 2020
ມື້ນີ້ແອັດມິນ ນຳເອົາດວງທາງດ້ານວຽກງານ, ການເງິນ ແລະ ຄວາມຮັກ ມາໃຫ້ທຸກຄົນເບິ່ງ ມີຄົບທຸກວັນເກີດຕັ້ງແຕ່ ວັນຈັນ-ວັນອາທິດ ມາເບິ່ງນຳກັນວ່າດວງຂອງວັນທີ 2 ກັນຍາ ປີ 2020 ດວງແຕ່ລະຄົນຈະເປັນແນວໃດ ດວງສຳລັບຄົນເກີດວັນອາທິດ ວຽກງານ: ຈະພົບອຸປະສັກ ຫຼືມີບັນຫາທາງດ້ານ ທຸລະກິດ ການເງິນ: ຢູ່ໃນເກນໝັ້ນຄົງ ບໍ່ມີຄວວາມກັງວົນໃຈເລື່ອງເງິນ ຄວາມຮັກ: ຈະພົບກັບຄົນລັກສະນະໃຈດີ ແລະ ມີສະເໜ່ທີ່ສຸດ ດວງສຳລັບຄົນເກີດວັນຈັນ ວຽກງານ: ມີຂໍ້ຕົກລົງທີ່ດີຮ່ວມກັນໃນການເຮັດທຸລະກິດ ການເງິນ: ບໍ່ທັນມີຄວາມເດືອດຮ້ອນ, ເງິນທີ່ທ້ອນສະສົມມາມີພຽງພໍສຳລັບການໃຊ້ຈ່າຍ ຄວາມຮັກ: ເກີດມີບັນຫາດ້ານຄວາມສຳພັນລະຫວ່າວທ່ານກັບລາວ ເນື່ອງຈາກຄວາມໃຈຮ້ອນ, ງຸດຫງິດງ່າຍ ດວງສຳລັບຄົນເກີດວັນອັງຄານ ວຽກງານ: ອາດເກີດການປ່ຽນແປງທາງດ້ານວຽກງານເຊັ່ນ: ການຍ້າຍໜ້າທີ່ຕຳແໜ່ງ ຫຼືໜ້າທີ່ວຽກງານ ການເງິນ: ຕ້ອງລະວັງເພາະອາດຈະມີເລື່ອງທີ່ເຮັດໃຫ້ທ່ານເສຍເງິນແບບບໍ່ຄາດຄິດ ຄວາມຮັກ: ຫາກມີການເດີນທາງໄກ ມີໂອກາດທີ່ທ່ານຈະໄດ້ພົບກັບຄົນຮັກໃໝ່ ດວງສຳລັບຄົນເກີດວັນພຸດ ວຽກງານ: ການເຮັດທຸລະກິດຈະປະສົບຜົນສົມເລັດ ແລະ ໄດ້ກຳໄລດີ ບໍ່ວ່າຈະດ້ານໃດ ການເງິນ: ຈະໄດ້ເງິນເຂົ້າມາຈຳນວນຫຼາຍດ້ວຍຄວາມສາມາດຂອງຕົນເອງ ຄວາມຮັກ: ໃຫ້ລະວັງການໃຊ້ຄຳເວົ້າທີ່ຮຸນແຮງ ຫຼືຄຳເວົ້າສຽດສີ ເພາະອາດຈະເຮັດໃຫ້ຄວາມສຳພັນຂອງທ່ານມີບັນຫາ. ດວງສຳລັບຄົນເກີດວັນພະຫັດ ວຽກງານ: ການເຮັດທຸລະກິດ ດ້ານການຄ້າຈະໄດ້ຮັບຜົນກຳໄລດີ ການເງິນ: ຄອບຄົວຈະອຸປະຖໍາດ້ານການເງິນ …
Read More »