Breaking News

ຂ່າວບັນເທີງນອກປະເທດ

ສຸດເສົ້າ!! ແຕ້ວ ນັດຖະພອນ “ເຈົ້າແມ່ນາຄີ” ໂພສອໍາລາ ພໍ່ ເປັນຄັ້ງສຸດທ້າຍຫຼັງສູນເສຍພໍ່ໄປ…

ເປັນເລື່ອງທີ່ທໍາໃຈຍາກຫຼາຍສໍາລັບການສູນເສຍຄັ້ງຍິ່ງໃຫຍ່ຂອງນາງເອກສາວ ແຕ້ວ ນັດຖະພອນ ນາງເອກຊື່ດັງຈາກປະເທດໄທ ຫຼືທີ່ຄົນລາວຮູ້ຈັກກັນດີໃນນາມ ເຈົ້າແມ່ນາຄີ ຫຼັງພໍ່ ພົນອາກາດຕີ ນະຣົງ ເຕມີຣັກ ໄດ້ຈາກໄປໃນເວລາ 15:00 ຂອງມື້ວານວັນທີ 1 ກໍລະກົດ 2020. ເຊິ່ງກ່ອນໜ້ານີ້ພໍ່ຂອງ ສາວແຕ້ວ ແມ່ນເກີດອຸບັດຕິເຫດທາງລົດໃນຊ່ວງເດືອນມີຖຸນາທີ່ຜ່ານມາ ຈົນຕ້ອງໄດ້ເຂົ້າຜ່າຕັດຫຼາຍຄັ້ງ ຈົນມາຮອດມື້ວານນີ້ ແຕ້ວ ໄດ້ປະກາດຂໍຮັບບໍລິຈາກເລືອດເພື່ອຊ່ວຍຊີວິດພໍ່ ແຕ່ກໍບໍ່ສາມາດດຶງໄວ້ໄດ້… ແລະຫຼ້າສຸດໃນຄໍ່າຄືນທີ່ຜ່ານມາ ສາວແຕ້ວ ໄດ້ໂພສຮູບພ້ອມຂໍ້ຄວາມສຸດຊຶ້ງ ໃນຂະນະຈັບມືພໍ່ໄວ້ພ້ອມຂໍ້ຄວາມບອກລາວວ່າ “🤍Good Night” ໂດຍມີໝູ່ເພື່ອນໃນວົງການບັນເທີງມາຮ່ວມສະແດງຄວາມເສຍໃຈນໍາເປັນຈໍານວນຫຼວງຫຼາຍ ລວມເຖິງອະດີດຄົນຮັກຄື ຕົ້ນ ກໍໄດ້ສົ່ງຮູບຫົວໃຈສີດໍາຮ່ວມໄວ້ອາໄລນໍາ!!! ແນວໃດແຟນຄຣັບຊາວລາວກໍຂໍສະແດງຄວາມເສຍໃຈກັບການຈາກໄປຂອງບຸກຄົນອັນເປັນທີ່ຮັກຂອງສາວແຕ້ວນໍາ ແລະ ຂໍເປັນກໍາລັງໃຫ້ສາວແຕ້ວສູ້ໆເດີ້!!! ຮູບພາບຈາກ: Taewaew Natapohn

Read More »

ງາມ-ເກັ່ງ-ສະຫຼາດ!!! ເອມມ່າ ວັດສັນ ນັກສະແດງຊື່ດັງຈາກ Harry Poter ຜູ້ສະໜັບສະໜູນພະລັງແມ່ຍິງ ຂຶ້ນເປັນຜູ້ບໍລິຫານແບຣນລະດັບໂລກ…

ສົມກັບເຄີຍຮັບບົດ “ເຮີໄມໂອນີ ເກຣນເຈິ່” ແທ້ໆ ສໍາລັບ ເອມມ່າ ວັດສັນ ນັກສະແດງຊື່ດັງຈາກຮູບເງົາເລື່ອງ Harry Poter ທີ່ຕອນນີ້ກາຍເປັນຜູ້ໃຫຍ່ເຕັມຕົວດ້ວຍໄວ 30 ປີ ແລະ ຫາກໍກ້າວຂຶ້ນມາເປັນຜູ້ບໍລິຫານຂອງບໍລິສັດລະດັບໂລກຄື Kering… ເອມມ່າ ວັດສັນ ນັກສະແດງສາວໄວ 30 ປີ ທີ່ຫຼາຍຄົນຄົງຈະຄຸ້ນໜ້າຄຸ້ນຕາກັນດີໃນໂລກ Fashions ແລະ ເຂົ້າສູ່ວົງການຂອງນັກເຄື່ອນໄຫວ ທີ່ຮຽກຮ້ອງຄວາມເປັນທໍາໃຫ້ກັບສັງຄົມ ລວມໄປເຖິງກຸ່ມທີ່ສະໜັບສະໜູນພະລັງແມ່ຍິງ ຈາກຄວາມສາມາດ ແລະ ໜ້າທີ່ຕ່າງໆຂອນາງ ສົ່ງຜົນໃຫ້ບໍລິສັດຊື່ດັງຈາກ ຝຣັ່ງ ຄື Kering ທີ່ເປັນເຈົ້າຂອງ Brand name ລະດັບໂລກຫຼາກຫຼາຍທັງ Gucci, Saint, Laurent, Balencuaga ແລະ Alexander McQueen ດຶງຕົວມາເຮັດວຽກນໍາ. ເອມມ່າ ວັດສັນ ຖືວ່າເປັນຄົນດັງຄົນໜຶ່ງທີ່ສະໜັບສະໜູນ Fashion …

Read More »

ສຸດຍອດຫຼາຍ!!! “H’hen niê” Top5 Miss Universe 2018 ສາຍານາງງາມສູ້ຊີວິດຈາກ ຫວຽດນາມ ສ້າງເຮືອນຫຼັງໃຫຍ່ໃຫ້ແມ່ສໍາເລັດແລ້ວ… (ມີຄຣິບ)

ມີໃຜຍັງຈື່ສາວຄົນນີ້ໄດ້ບໍ່?? “H’hen niê” Miss Universe Vietnam 2018 ນາງງາມທີ່ເຄີຍຖືກຜູ້ເຂົ້າປະກວດຫຼາຍຄົນດູໝິ່ນເລື່ອງການໃຊ້ພາສາອັງກິດ ຈົນກາຍເປັນກະແສດຣາມ່າດັງພໍສົມຄວນໃນໄລຍະນັ້ນ!! ແຕ່ໃນກະແສດຣາມ່ານັ້ນ ກໍເຮັດໃຫ້ນາງໄດ້ມີໂອກາດເປີດເຜີຍຕົວຕົນເຖິງຖານະທາງບ້ານ ການສູ້ຊີວິດຂອງນາງ ຈົນມາຢືນຢູ່ເວທີລະດັບໂລກ ຄືເວທີ Miss Universe ໄດ້ ແລະ ໃນທີ່ສຸດນາງກໍໄດ້ພິສູດໃຫ້ທຸກຄົນເຫັນວ່າ ອຸປະສັກດ້ານພາສາບໍ່ແມ່ນສິ່ງທີ່ກີດກັ້ນຄວາມສາມາດຂອງນາງ ຈົນເຮັດໃຫ້ “H’hen niê” ຕິດອັນດັບ Top5 Miss Universe 2018 ໃນການປະກວດ… ຫຼັງຈາກການປະກວດສິ້ນສຸດລົງ ນາງກໍໄດ້ໃຈແຟນຄຣັບນາງງາມໄປເຕັມໆ ທັງແຟນຄຣັບຈາກ ຫວຽດນາມ ທີ່ຮັກ ແລະ ເຊຍຢູ່ແລ້ວ ນາງຍັງໄດ້ໃຈແຟນນາງຈາກທົ່ວໂລກໄປຫຼາຍຄົນ ເພາະຕ່າງກໍຫຼົງຮັກໃນຄວາມສູ້ຊີວິດ ແລະ ການໃຊ້ຊີວິດທີ່ລຽບງ່າຍ ບໍ່ຫຼູຫຼາ ເພາະຄອບຄົວບໍ່ແມ່ນຄົນມີຖານະ ເຮືອນທີ່ຢູ່ກໍເປັນເຮືອນໄມ້ທໍາມະດາ ແຕ່ຄອບຄົວກໍຮັກກັນ ແລະ ມີຄວາມສຸກດີ… ຈາກມື້ນັ້ນຈົນຮອດມື້ນີ້ເປັນເວລາປີປາຍ ນາງກໍຍັງໄດ້ຮັບຄວາມນິຍົມຕະຫຼອດມາ ຈົນຫຼ້າສຸດ ໄດ້ມີ VDO ເປີດເຮືອນຫຼັງໃຫຍ່ ທີ່ສ້າງຈາກເຫື່ອແຮງຂອງຕົນເອງ …

Read More »

ເພາະຊີວິດບໍ່ມີຫຍັງແນ່ນອນ!!! ບົດຮຽນຈາກການເສຍຊີວິດຂອງ ແຊມ ສຸກພະຫວັດ ສີລະປິນຫຼາກຫຼາຍຄວາມສາມາດ ກັບຊີວິດຄູ່ທີ່ຍັງບໍ່ທັນເລີ່ມຕົ້ນ ແຜນແຕ່ງ 2021…

ເປັນ​ເລື່ອງ​ເສົ້າ​ອີກ​ເລື່ອງ​ໜຶ່ງ​ຂອງວົງ​ການ​ບັນ​ເທີ​ງ​ໄທ ກັບ​ການ​ຈາກ​ໄປ​ຂອງ ແຊມ ສຸກ​ພະ​ຫວັດ ນັກ​ຮ້ອງ​ເຈົ້າ​ຂອງ​ເພງ ນອນ​ນ້ອຍ ທີ່​ຫາ​ກໍ​ຂໍ​ແຟນ​ແຕ່ງດອງວາງ​ແຜນ​ໄວ້​ປີ 2021 ຈັດງານມຸງຄຸນ ສ້າງຊີວິດຄູ່ຮ່ວມກັນ. ທີ່​ເສົ້າ​ໄປ​ກວ່າ​ນັ້ນ​ຄື​ຕົນ​ເອງ​ກຳ​ລັງ​ຈະ​ໄດ້​ສ້າງ​ຄອບ​ຄົວ ເພາະ​ຫາ​ກໍ​ຂໍ​ແຟນ​ສາວ​ແຕ່ງດອງ ແຕ່​ຕົນ​ຕ້ອງ​ມາ​ຈາກ​ໄປ​ກ່ອນ ແບບ​ກະ​ທັນ​ຫັນ ດ້ວຍ​ໄວ 40 ປີ ດ້ວຍອາການຫົວໃຈວາຍ ສຳລັບແຊມ ສຸກສະຫວັດ ເປັນນັກຮ້ອງທີ່ຄົນລຸ້ນໃໝ່ຮູ້ຈັກກັນດີເພາະເປັນຜູ້ທີ່ມີນ້ຳສຽງເປັນເອກະລັກໃນສະຕາຍອາແອນບີ ແຊມໄດ້ກາຍເປັນທີ່ຮູ້ຈັກຂອງສັງຄົມຜ່ານບົດເພງ ທີ່ຂ້ອຍຮູ້ (That’s All know)  ໃນຊຸດ Rhythm and Boyd E1EVEN1H ປີ 2005 ນັ້ນເປັນຜົນງານເພງຊຸດທຳອິດຂອງເພິ່ນໃສ່ຊື່ວ່າ  Perceptions ໃນນັ້ນເພງທີ່ດັງສຸດກໍ່ຄື ເພງ ນອນນ້ອຍ. ຈາກນັ້ນໂຕໜຸ່ມແຊມເອງຍັງຜັນຕົວເອງຈາກສິນລະປິນໄປນັບຕຳແໜ່ງຜູ້ບໍລິຫານລະດັບສູງຂອງ Head of Music IES Global ຂອງບໍລິສັດ  Bytedance ບໍລິສັດ Tech ທີ່ພັດທະນາ Platform …

Read More »

ເປີດຊີວິດອີກມຸມ!!! ເບີດ ທົງໄຊ ນັກຮ້ອງຊື່ດັງ (ປະເທດໄທ) ຫັນມາໃຊ້ຊີວິດພໍພຽງ ແລະພຽງພໍຕາມຄໍາສອນຂອງພໍ່ຫຼວງ…

“ຊີວັນມັນກະສໍ່ານີ້ແຫຼະ ຊິເອົາຫຍັງຫຼາຍ” ສຸດທ້າຍແລ້ວຄົນເຮົາກໍບໍ່ຕ້ອງການຫຍັງຫຼາຍນອກຈາກຄວາມສຸກ ຕ່າງແຕ່ວ່າຄວາມສຸກຂອງແຕ່ລະຄົນນັ້ນແມ່ນຫຍັງ? ຫຼືບາງຄົນອາດຈະບໍ່ຮູ້ດ້ວຍຊໍ້າຄວາມຄວາມຈິງແລ້ວຄວາມສຸກຂອງຕົວເອງແມ່ນຫຍັງ? ບາງຄົນມ່ວນ ແລະ ມີຄວາມສຸກກັບຊື່ສຽງເງິນຄໍາ ມ່ວນກັບການໄດ້ໃຊ້ຊີວິດທີ່ຫຼູຫຼາ ຢູ່ທ່າມກາງແສງສີສຽງ ແຕ່ບາງຄົນຄວາມສຸກຄືການໄດ້ຢູ່ແບບສະຫງົບ ພໍພຽງກັບສິ່ງທີ່ມີ ແລະມັກເທົ່ານັ້ນ… ຄືດັ່ງກັບ ນັກຮ້ອງຊື່ດັງລະດັບຕໍານານ ອ້າຍເບີດ ທົງໄຊ ແມັກອິນໄຕ ສີລະປິນທີ່ມີຄວາມເປັນເອກະລັກ ແລະ ມີຊື່ສຽງຕັ້ງແຕ່ອະດີດຈົນມາຮອດປັດຈຸບັນ ກັບຊີວິດອີກມຸມໜຶ່ງທີ່ບໍ່ແມ່ນການຈັບໄມຮ້ອງເພງເທິງເວທີ ທີ່ມີແຕ່ແສງສີສຽງອ້ອມຮອບ ແຕ່ເປັນການຈັບຊວ້ານ ສຽມ ຫັນມາປູກຝັງ ລ້ຽງສັດກິນເອງ ພ້ອມທັງເປີດຕະຫຼາດຂາຍເອງ ດ້ວຍແນວຄິດຢາກເດີນຕາມຄໍາສອນຂອງພໍ່ຫຼວງ (ປະມຸກແຫ່ງ ຣາຊະອານາຈັກໄທ) ໂດຍອ້າຍເບີດ ໄດ້ບອກວ່າ ເນື້ອທີ່ 100 ໄລ່ ທີ່ເຮັດການກະສິກໍານັ້ນ ໄດ້ແບ່ງອອກເປັນສ່ວນເພື່ອປູກຜັກ ແລະ ມີບຶງນໍ້າກວ້າງ ມີນໍ້າຜົ່ນອອກມາເພື່ອປັບອາກາດ ບັນຍາກາດດີຈະເຮັດໃຫ້ມີອົກຊີເຈນໃນນໍ້າ; ບຶງນໍ້າເອົາໄວ້ລ້ຽງປາ ພ້ອມທັງສູບເອົານໍ້າມາໃຊ້ ແລະ ເຮັດນາ… ທຸກສິ່ງທີ່ລົງມືເຮັດ ເບີດ ມີຄວາມຕັ້ງໃຈສ້າງມັນຂຶ້ນມາດ້ວຍຄວາມຮັກ!! ແນວໃດກໍຕາມ …

Read More »