Breaking News

ຂ່າວບັນເທີງນອກປະເທດ

ເຂື່ອນ ເຄໂອຕິກ ເປີດໃຈເລື່ອງເພດ ບາງມື້ຢາກແມນ ບາງມື້ຢາກເປັນສາວ

ເຂື່ອນ ອະດີດນັກຮ້ອງໝຸ່ມວົງບອຍແບນຂອງໄທ ທີ່ຄອງໃຈໄວລຸ້ນຜ່ານມາ ເຊິ່ງເຂື່ອນເປັນໜຶ່ງໃນ 5 ຄົນ ຂອງສະມາຊິກ ວົງເຄໂອຕິກ, ກ່ອນໜ້ານີ້ ເຂື່ອນ ໄດ້ເປີດເຜີຍວ່າຕົນເອງບໍ່ມີໄດ້ເປັນຜູ້ຊາຍ 100% ແລະ ເປີດເຜີຍຄົນຮັກເພດດຽວກັນ ພ້ອມທັງເຜີຍຄວາມຫວານອອກມາໃຫ້ເຫັນໃນສື່ຢູ່ຕະຫຼອດຈົນສາວໆອິດສາ. ໜຸ່ມ ເຂື່ອນ ອອກມາສະໜັບສະໜູນຄວາມຫຼາກຫຼາຍທາງເພດ ​LGBTQ ຢ່າງເປີດເຜີຍ ແລະ ເປີດໃຈເລື່ອງເພດທີ່ບາງມື້ຢາກໃສ່ກະໂປງ ແລະ ບາງມື້ຢາກໃສ່ໂສ້ງ ພູມໃຈໃນຄວາມເປັນໂຕເອງ ເຊິ່ງໄດ້ໃຫ້ສຳພາດກັບສື່ວ່າ:​ “ສຳຫຼັບຂ້ອຍ ຄຳວ່າ ແມນ ຫຼື ສາວ ມັນຄືກັບເສັ້ນສະແດງທີ່ບໍ່ຕາຍຕົວ ມື້ນີ້ຢາກໃສ່ກະໂປ່ງແຕ່ງຍິງ ບາງມື້ຢາກໃສ່ສູດໃສ່ໂສ້ງແບບແມນໆ ແຕ່ຖ້າມັນເປັນສິ່ງທີ່ເຮັດໃຫ້ເຮົາມີຄວາມສຸກກໍເຮັດເລີຍ ເຮົາແຕ່ງເພື່ອໂຕເອງ ບໍ່ແມ່ນເພື່ອຄົນອື່ນ ຖ້າຫາກຄົນອື່ນບໍ່ເຂົ້າໃຈໃນສິ່ງທີ່ເຮົາເປັນ ມາດ່າວ່າເຮົາແອັບ ແລະ ອື່ນໆນັ້ນ ມັນບໍ່ແມ່ນບັນຫາຂອງເຮົາ ມັນຄືບັນກາຂອງຄົນໆນັ້ນ ເພາະຢ່າງນ້ອຍເຮົາກໍມີຈຸດຢືນໃນສິ່ງທີ່ເຮົາເປັນ ແລະ ເຮົາກໍພູມໃຈໃນສິ່ງໆນັ້ນ”. ຖືໄດ້ວ່າຄຳເວົ້າຂອງເຂື່ອນເຮັດໃຫ້ຊາວເນັດກົດໄລ້ ແລະ ສະແດງຄວາມຄິດເຫັນລົ້ນເຫຼືອ ເຊິ່ງເປັນການໃຫ້ກຳລັງໃຈທຸກເພດ …

Read More »

ຕັກ ບົງກົດ ບໍລິຈາກຮ່າງກາຍເພື່ອການສຶກສາ

ທັງງາມທັງໃຈບຸນ ສຳຫຼັບ ຕັກ ບົງກົດ ດາລາ-ນັກສະແດງຂອງໄທ ທີ່ໄດ້ຊ່ວຍເຫຼືອຜູ້ຄົນທີ່ເດືອດຮ້ອນສະເໝີ ແລະ ຊ່ວຍບໍລິຈາກໃນໂຄງການຕ່າງໆອີກດ້ວຍ. ຫຼ້າສຸດ ຕັກ ບົງກົດ ໄດ້ເປີດເຜີຍພາບເອກະສານໃບບໍລິຈາກຮ່າງກາຍ ທີ່ນຳມາອັບເດດອີກຄັ້ງ ຫຼັງຈາກເຄີຍໄປເຮັດໄວ້ ສົ່ງຕໍ່ໃຫ້ລູກຊ່ວຍເບິ່ງ ແລະ ບອກລູກວ່າຈະບໍ່ປ່ຽນເຈດຕະນາ ໂດຍການບໍລິຈາກຮ່າງກາຍຂອງຕັກ ມີຈຸດປະສົງເພື່ອການສຶກສາ ໃຫ້ກັບພາກວິຊາກາຍວິພາກສາດ ຄະນະວິທະຍາສາດ ມະຫາວິທະຍາໄລມະຫິດົນ. ພາຍຫຼັງທີ່ຕັກ ໄດ້ໂພສພາບດັ່ງກ່າວ ກໍມີໝູ່ເພື່ອນດາລາ-ນັກສະແດງ ແລະ ແຟນຄຣັບໃນວົງການບັນເທີງເຂົ້າມາສະແດງຄວາມຄິດເຫັນ ຍ້ອງຍໍ ເປັນຈຳນວນຫຼາຍ. ຖືໄດ້ວ່າເປັນດາລາທີ່ທັງງາມທັງໃຈບຸນອີຫຼີ ເພາະນີ້ເປັນການເສຍສະຫຼະ ແລະ ບຸນກຸສົນຄັ້ງຍິ່ງໃຫຍ່ຂອງຕັກ. ຂໍ້ມູນຈາກ:​ https://www.posttoday.com/ent/news/633827 ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:+856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »

ສຸກສັນວັນເກີດປີນີ້ ມິວ ນິດຖາ ມາພ້ອມຮູບສຸດໂຣແມນຕິກ ກັບໄຮໂຊເຊນ

ມິວ ນິດຖາ ດາລາ-ນັກສະແດງໄທ ທີ່ມີຜົນງານຫຼາກຫຼາຍໃນວົງການບັນເທີງ ເຊິ່ງວັນທີ 21 ກັນຍາ ຜ່ານມາ ໂດຍປີນີ້ ມິວ ນິດຖາໄດ້ຮ່ວມສະຫຼອງວັນເກີດກັບສາມີກໍຄື ໄຮໂຊເຊນ ທີ່ຮ້ານມາຫານແຫ່ງໜຶ່ງ ທັງສອງໄດ້ປ່ອຍພາບຄວາມຫວານລົ້ນຈໍ. ທາງດ້້ານສາວມິວ ກໍໄດ້ໂພສພາບຫວານ ພ້ອມຊໍ່່ດອກກຸຫຼາບໃຫຍ່ ທີ່ຝ່າຍສາມີເປັນຄົນມອບໃຫ້ ເຮັດໃຫ້ແຟນຄຣັບພາກັນມາຄອມເມັ້ນສະຫຼອງວັນເກີດຢ່າງຫຼວງຫຼາຍ. ແອັດມິນ ຂໍອວຍພອນໃຫ້ ສາວ ມິວ ຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສຳເລັດທຸກຢ່າງ ແລະ ຄອງຮັກກັບຄົນຮັກຕະຫຼອດໄປ, ອັບຮູບຫວານໆແບບນີ້ໃຫ້ແອັດໄປສ່ອງຕະຫຼອດແນ່ເດີ ອິອິ ຮູບພາບຈາກ: https://www.posttoday.com/ent/news/633590 ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:+856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »

Pre-wedding ສຸດຫວານ ຂອງເຈົ້າບ່າວ-ເຈົ້າສາວ ປ້າຍແດງ ປັ໊ບ ແລະ ເຕີຍ

ເປັນອີກຄູ່ດາລາທີ່ກຳລັງຈະເຂົ້າພິທີແຕ່ງງານ ເຊິ່ງກ່ອນໜ້ານີ້ ປັ໊ບ ນັກຮ້ອງນຳວົງ ໂປເຕໂຕ້ ໄດ້ຂໍສາວໃບເຕີຍແຕ່ງງານ ຫຼັງຈາກທີ່ຄົບຫາກັນມາເຖິງ 4 ປີ, ຫຼ້າສຸດທັງຄູ່ ໄດ້ປ່ອຍພາບ Pre-wedding ສຸດຫວານ ແລະ ໜ້າຮັກ ໃຫ້ແຟນຄຣັບໄດ້ອິດສາຕາຮ້ອນ. ຫວານ, ໜ້າຮັກ-ສົດໃສ ແລະ ອົບອຸ່ນ ອີຫຼີ ກຽມນັບຖອຍຫຼັງກຽມເປັນເຈົ້າບ່າວ-ເຈົ້າສາວ ແລ້ວ ໃນວັນທີ 15 ພະຈິກນີ້ ດີໃຈນຳທັງສອງຄົນ ສຸດທ້າຍນີ້, ແອັດຂໍໃຫ້ຄວາມຮັກຂອງທັງສອງຢືນຍາວ ແລະ ມີຊີວິດຄອບຄົວທີ່ສົມບູນແບບເດີ!! ຮູບພາບຈາກ: https://www.posttoday.com/ent/news/633499 ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:+856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »

ຍິນດີນຳ ແນັດ ນັດຊາ ເປັນແມ່ຄົນແລ້ວ!!!

ແນັດ ນັດຊາ ອາຊີບ ດາລາ-ນັກສະແດງ ຂອງໄທ ເຊິ່ງເປັນທີ່ຮູ້ຈັກກັນດີຂອງຄົນສ່ວນຫຼາຍ ແນັດເຄີຍມີຜົນງານຮູບເງົາດັງເຊັ່ນ: “Sukseed ຫ່ວຍຂັ້ນເທບ” ທີ່ຮັບບົດເປັນນາງເອກຊື່: “ເອີນ” ເຊິ່ງໄດ້ຮັບກະແສຕອບຮັບດີຫຼາຍໃນຕອນນັ້ນ ຈົນເຮັດໃຫ້ແນັດມີແຟນຄຣັບຫຼາຍຂຶ້ນ. ນອກຈາກນັ້ນ, ແນັດຍັງມີຜົນງານຫຼາກຫຼາຍໃນວົງການບັນເທີງທັງລະຄອນ ແລະ ຮູບເງົາ, ຕໍ່ມາສາວແນັດ ກໍໄດ້ແຕ່ງງານກັບໜຸ່ມເປ໊ກ. ຫຼ້າສຸດ ແອັດຕ້ອງຂໍສະແດງຄວາມຍິນດີກັບ ເປ໊ກ ຣັດທະພູມ ໄຂ່ນາດ ແລະ ແນັດ ນັດຊາ ນວນແຈ່ມ ທີ່ເປັນພໍ່-ແມ່ຄົນແລ້ວ ເນື່ອງຈາກສາວແນັດ ໄດ້ໃຫ້ກຳເນີດລູກ ໃນວັນທີ 16 ກັນຍາ 2020 (ດ້ວຍວິທີການຜ່າຕັດ) ຢູ່ທີ່ໂຮງໝໍບີເອັນເອັສ ເຊິ່ງໄດ້ລູກຊາຍຊື້ວ່າ: ນ້ອງ ເຣມາ, ມີນໍ້າໜັກ 2,218 ກຣາມ ເຊິ່ງໜຸ່ມເປ໊ກຜູ້ເປັນສາມີໃຫ້ກຳລັງໃຈຢູ່ບໍ່ຫ່າງ. ເຣມາ ມີຊື້ແທ້ວ່າ ທ້າວ ຣັດຊາ ນວນແຈ່ມ ໂດຍ …

Read More »