Breaking News

ຂ່າວບັນເທີງໃນປະເທດ

ຄວາມໃນໃຈ ຂອງ ອາລີຍາ ສີຣິໂສພາ ຫຼັງຈາກປະກວດ Miss international Queen 2020 …

ຈົບລົງໄປເປັນທີ່ຮຽບຮ້ອຍແລ້ວສໍາລັບການປະກວດ Miss international Queen 2020  ທີ່ຈັດຂຶ້ນຢູ່ ບາງກອກ ປະະເທດໄທ ໃນວັນທີ 7 ມີນາ 2020 ທີ່ຜ່ານທີ່ມາ   ແລະ ສາວງາມທີ່ຄວ້າມົງໄປຄອງແມ່ນ ສາວງາມ Valentina Fluchaire ຕົວແທນຈາກປະເທດ Mexico ,  ຮອງອັນດັບ 1 ແມ່ນ Ruethaipreeya Nuanglee ຕົວແທນຈາກປະເທດ  Thailand  , ຮອງອັນດັບ 2 ແມ່ນ Ariella Moura  ຕົວແທນຈາກປະເທດ Brazil… ສ່ວນປະເທດລາວເຮົາ ອາລິຍາ ສິຣິໂສພາ Miss international Queen Laos 2020 ຕົວແທນສາວງາມຈາກປະເທດລາວ  ເຖິງວ່າຈະບໍ່ສາມາດຄວ້າລາງວັນ ແຕ່ ຕຸບີ່ ກໍຕິດທ໋ອບ 12 ສາວງາມ ໃນການເຜີຍແຜ່ຄວາມງາມ, ວັດທະນະທໍາຂອງປະເທດລາວໃຫ້ສາກົນໄດ້ຮັບຮູ້!!! …

Read More »

ຮ່ວມສົ່ງໃຈເຊຍ!! ຕຸບີ່ ອາລິຍາ ສິລິໂສພາ Miss Queen LAOS 2020 ຈະຂຶ້ນເວທີປະກວດໃນມື້ອື່ນ ທີ່ປະເທດໄທ…

ເຮົາມາເອົາໃຈຊ່ວຍ ເອົາໃຈເຊຍ ຕຸບີ່ ອາລິຍາ ສິລິໂສພາ Miss Queen LAOS 2020 ກັນເທາະ! ເພາະວ່າ ມື້ອື່ນ ວັນທີ 7  ມີນາ ສາວ ຕຸບີ່ ຂອງເຮົາກໍຈະໄດ້ຂຶ້ນສູ່ເວທີການປະກວດ Miss International Queen 2020 ຢູ່ທີ່ ປະເທດໄທ ແລ້ວ ແນວໃດຄົນລາວເຮົາກໍຢ່າລືມສົ່ງກໍາລັງໃຈໄປເຊຍ ສາວ ຕຸບີ່ ນໍາກັນຫຼາຍໆເດີ້! ເພາະວ່າ ທຸກໆການປະກວດແມ່ນໄປໃນນາມຕາງໜ້າປະເທດຊາດ, ທຸກໆການແຂ່ງຂັນແມ່ນເພື່ອໃບໜ້າໃບໜ້າຂອງປະເທດຊາດ ແລະ ທຸກໆສາຍສະພາຍແມ່ນຂອງຄົນລາວເຮົາທຸກຄົນ… ສ່ວນແອັດມິນເອງແມ່ນເອົາໃຈຊ່ວຍ ແລະ ເອົາໃຈເຊຍເຕັມທີ່!  ເຖິງວ່າຈະໄດ້ລາງວັນ ຫຼືບໍ່ໄດ້ກັບມານັ້ນ ຂໍໃຫ້ ຕຸບີ່ ເຮັດໜ້າທີ່ຂອງຕົວເອງຢ່າງເຕັມທີ່, ສະແດງສັກກາຍາພາບຄວາມສາມາດ ແລະ ຄວາມເປັນລາວອອກສູ່ສາຍຕາຕ່າງຊາດໃຫ້ໄດ້ຫຼາຍທີ່ສຸດກໍພໍແລ້ວ… #ສູ້ໆເດີ້!!! ຂອບໃຈຮູບພາບຈາກ: aliya sirisopha

Read More »

ຍິນດີນໍາ! ອາລີຢາ ສີລິໂສພາ ຕິດ Top 13 ຄົນໃນ Talent Show…ເທິງເວທີ Miss International Queen 2020

ເວທີ Miss International Queen 2020  ເປັນອີກໜື່ງເວທີທີ່ເປີດໂອກາດໃຫ້ນາງງາມສາວປະເພດສອງທົ່ວໂລກໄດ້ສະແດງສັກກະຍະພາບ ຄວາມສາມາດ ຂອງຕົນເອງໃຫ້ທຸກຄົນໄດ້ຮັບຮູ້…. ເຊິ່ງ ອາລີຍາ ສີລິໂສພາ (ຕຸບີ່) ກໍເປັນຕົວແທນ Miss  Queen  Laos 2020 ຂອງ ສປປ ລາວ ທີ່ໄດ້ເດີນທາງໄປປະກວດ ເວທີ Miss International Queen 2020 ທີ່ບາງກອກ ປະເທດໄທ  ເຊິ່ງຫຼ້າສຸດ ໃນຄໍ່າຄືນຂອງວັນທີ 26 ກຸມພາ 2020 ອາລີຍາ ສີລິໂສພາ  ກໍໄດ້ສະແດງຄວາມສາມາດຂອງຕົນເອງ ເທິງເວທີ Miss International Queen 2020 ຜ່ານບົດຟ້ອນ ທີ່ສະແດງໃຫ້ເຫັນເຖິງເອກະລັກຂອງຄວາມເປັນລາວໃຫ້ທຸກຄົນໄດ້ຮັບຊົມເທິງເວທີສາກົນ  ແລະ ໃນການສະແດງຂອງ ຕຸບີ່  ຄັ້ງນີ້ເຮັດໃຫ້ ສາມາດຜ່ານ Top13 ຄົນໃນ …

Read More »

ສິນລະປິນລາວ ຮ່ວມເຮັດເພງ ເພື່ອສົ່ງກຳລັງໃຈໃຫ້ຊາວຈີນຕໍ່ສູ້ກັບພະຍາດ ໂຄວິດ -19…

ປັດຈຸບັນນີ້ພະຍາດລະບາດ ໂຄວິດ – 19 ກໍຍັງແຜ່ລະບາດຍ່າງໜັກ ໂດຍສົ່ງຜົນໃຫ້ຄົນຕິດເຊື້ອ ແລະ ເສຍຊີວິດເປັນຈໍານວນບໍ່ໜ້ອຍມາແລ້ວຕັ້ງເດືອນທັນວາມາຈົນຮອດຕອນນີ້    ໂດຍສະເພາະແມ່ນທາງ ສປ ຈີນ … ເຊິ່ງຫຼ້າສຸດ ສິລະປິນຄົນດັງວົງການບັນເທິງລາວກໍໄດ້ຮວມຕົວກັນ ສ້າງໂປເຈັກໜື່ງຂຶ້ນມາ ໂປເຈັກນີ້ແມ່ນເປັນໂປເຈັກເພື່ອການກຸສົນຂອງວິທະຍຸສາກົນແຫ່ງປະເທດຈີນ CRI ໂດຍຮວບຮວມເອົາບັນດານັກຮ້ອງລາວທີ່ມີຄຸນນະພາບຫຼາຍຄົນມາຮ່ວມຮ້ອງ ນໍາໂດຍ ຕ່າຍ ອາກາດ, ສັກ ວົງເຊວ,  ແຊມ ອິນທິລາພິສັກ,ອາລູນ້າ, ໄກ່ Over dance, ຕ້າ ເອແພັກ, ອາເລັກຊັນດຣາ, ໂຕໂຕ້-ພອນສິນ ບຸດກາສກາ ແລະ ຜູ້ອື່ນໆ ເຊິ່ງເພງທີ່ມີຊື່ວ່າ “ຄວາມຮັກເອົາຊະນະທຸກຢ່າງ” ໂປເຈັກນີ້ສ້າງຂຶ້ນ ເພື່ອເປັນກຳລັງໃຈໃຫ້ປະຊາຊົນ ສປ ຈີນ ທີ່ກຳລັງຕໍ່ສູ້ກັບພະຍາດ ໂຄວິດ -19 ຕອນນີ້  ຜ່ານບົດເພງທີ່ແປ-ຮຽບຮຽງຕົ້ນສະບັບຈາກ Version ພາສາຈີນມາເປັນ ພາສາລາວ …

Read More »

ຊົມເຊີຍ! “ມະລາວັນ ແມັດຕີ້ໂດ” ຜູ້ກໍາກັບຍິງຄົນທໍາອິດຂອງລາວ ຄວ້າລາງວັນຜູ້ກຳກັບດີເດັ່ນ ຈາກເວທີລະດັບໂລກ…

ມະລາວັນ ແມັດຕີ້ໂດ ຜູ້ກໍາກັບຍິງ ຜູ້ພາຮູບເງົາລາວສູ່ເວທີລະດັບໂລກ ຈາກຮູບເງົາເລື່ອງ “ຈັນທະລີ” ແມ່ຍິງຄົນນີ້ທີ່ບອກເຮົາວ່າ ໃຜກໍເປັນຜູ້ກໍາກັບໄດ້ ຂໍພຽງກ້າລົງມືເຮັດ, ບໍ່ຮຽນສ້າງຮູບເງົາແຕ່ເປັນຜູ້ກໍາກັບໄດ້ ເພາະຄວາມຮູ້ບໍ່ໄດ້ຢູ່ໃນໂຮງຮຽນ ແລະ ແມ່ຍິງຄົນນີ້ກໍຄືຄົນທີ່ບໍ່ຮູ້ຈັກຄໍາວ່າ “ຍາກ” ໃນການເຮັດວຽກ  ຍ້ອນແນວນີ້ ຈຶ່ງເຮັດໃຫ້ແມັດຕີ້ໂດປະສົບຄວາມສໍາເລັດໄດ້ຄືທຸກມື້ນີ້ ກັັບຜົນງານທີ່ຜ່ານມາ ຢ່າງຮູບເງົາເລື່ອງ “ນ້ອງຮັກ” (Dearest Sister)  ທີ່ອອກສາຍໃນເວທີລະດັບໂລກ ແລະ ຍັງຄວ້າລາງວັນມາແລ້ວຫຼາຍເວທີ ເຊິ່ງເປັນສິ່ງທີ່ຢັ້ງຢືນໄດ້ວ່າຜົນງານຂອງແມ່ຍິງຄົນນີ້ບໍ່ທໍາມະດາອີຫຼີ… ພ້ອມກັນນັ້ນຍັງໄດ້ເຜີຍແຜ່ຮູບເງົາລາວສູ່ສາຍຕາເວທີລະດັບໂລກນໍາອີກ ເຊິ່ງສະແດງໃຫ້ເຫັນວ່າ ຮູບເງົາລາວກໍສາມາດກ້າວສູ່ເວທີລະດັບໂລກໄດ້ !    ແລະຫຼ້າສຸດ ຜູ້ກໍາກັບຍິງເກັ່ງຄົນນີ້ກໍໄດ້ສ້າງຜົນງານຮູບເງົາເລື່ອງໃຫມ່ນັ້ນກໍຄື “ບໍ່ມີວັນຈາກ The Long Walk “ ຮູບເງົາເລື່ອງນີ້ກໍເປັນອີກໜື່ງຮູບເງົາລາວທີ່ມີຄຸນະພາບ ແລະ ໄດ້ສາຍສູ່ເວທີລະດັບໂລກ ເຊັ່ນດຽວກັນ. ເມື່ອບໍ່ດົນມານີ້  ແມັດຕີ້ໂດ ກໍໄດ້ມີຊື່ເຂົ້າຊີງລາງວັນ ຜູ້ກຳກັບດີເດັ່ນ ຈາກເວທີ ລະດັບໂລກນັ້ນກໍຄື  The Boston SciFi  Festival Awards  ພ້ອມທັງມີນັກສ້າງຮູບເງົາຊື່ດັງຫຼາຍປະເທດທົ່ວໂລກເຂົ້າຊີງເຊັ່ນດຽວກັນ  …

Read More »