Breaking News

ຂ່າວບັນເທີງໃນປະເທດ

ນາທີນີ້!!ຕ້ອງຍົກໃຫ້ ໝຸ່ມ ບິກໃຫຍ່ ທີ່ມອບຂອງຂວັນສຸດພິເສດໃຫ້ພັນລະຍາ.

ຫວານແຕ່ຕົ້ນເດືອນກັນເລີຍທີ່ດຽວ ກັບໝຸ່ມ ບິກໃຫຍ່ ຫຼືທີ່ຫຼາຍຄົນຮູ້ຈັກໃນນາມແບກຶ ເຈົ້າຂອງຜົນງານເພລງ 100 ລ້ານວິວ ທີ່ໂດ່ດັງໄປທົ່ວໂລກ ແລະ ຍັງມີອີກຫຼາຍຜົນງານເພລງທີ່ສ້າງສັນອອກມາໃຫ້ທຸກຄົນໄດ້ຕິດຕາມກັນ… ລ່າສຸດມື້ວານ ໝຸ່ມແບກຶ ໄດ້ໂພສຮູບພາບໃນເຟສບຸກສ່ວນຕົວ ໂດຍໃສ່ແຄັບຊັ່ນວ່າ: ເດືອນແຮງຄວາມຮັກ ຂອງຂວັນລາວງໜ້າ 10 ລ້ານ. ເປັນໂມເມັ້ນທີ່ໃຜໆກໍອິດສາ… ຂອບໃຈຮູບພາບ: Syhalath sitthisarn

Read More »

ຍິນດີນໍາ!!! ໝຸ່ມບູຣາຕິໂນ້ ເຂົ້າປະຕູວິວາເປັນທີ່ຮຽບຮ້ອຍແລ້ວ…

ຖືວ່າເປັນຂ່າວດີ!!! ໃນວົງການບັນເທີງ ໝຸ່ມ ບູຣາຕິໂນ້ທີ່ໄດ້ເຂົ້າປະຕູວິວາແລ້ວ ຄົງຈະບໍ່ມີໃຜທີ່ບໍ່ຮູ້ຈັກໝຸ່ມຄົນນີ້ທີ່ສ້າງສັນຜົນງານເພລງຫຼາກຫຼາຍຜົນງານ ບໍ່ວ່າຈະເປັນ ເພລງ ເຊົາຫຼາຍໃຈໄດ້ບໍ່, ຂໍເວລາພິສູດຕົວເອງໄດ້ບໍ່ ແລະ ອີກຫຼາຍໆຜົນງານເພລງ ມາຮອດປັດຈຸບັນນີ້ຫຼາຍຄົນອາດຈະສົງໄສວ່າເປັນຫຍັງໝຸ່ມຄົນນີ້ຫາງຫາຍຈາກວົງການບັນເທີງໄປດົນ ນັ້ນກໍຍ້ອນວ່າໝຸ່ມ ບູຣາຕິໂນ້ໄດ້ຫັນປ່ຽນໄປເປັນນັກທຸລະກິດ. ມື້ນີ້ແອັດຈະພາແຟນໆໄປເບິ່ງພາບບັນຍາກາດງານແຕ່ງຂອງໝຸ່ມຄົນນີ້ກັນເລີຍ… ເຫຼົ່າດາລາຄົນດັງ ມີແຕ່ຄົນໜ້າຕາດີທັງນັ້ນເລີຍ… ສຸດທ້າຍນີ້ ຂວັນໃຈຂໍອວຍພອນໃຫ້ທັງສອງຄົນຈົ່ງຮັກກັນຍືນຍາວໝັ້ນບໍ່ຜັນປ່ຽນ…

Read More »

ໜຸ່ມ Sack Cell ກັບມາຄັ້ງນີ້ບໍ່ທໍາມະດາອີຫຼີ?​ ກັບຜົນງານເພງໃໜ່ຂອງ ” ຄົນຮັກແພງ”​

ໜຸ່ມ ສັກ ວົງ Cell ເວົ້າໄດ້ວ່າບໍ່ມີໃຜບໍ່ຮູ້ຈັກໜຸ່ມຄົນນີ້ ເຈົ້າພໍ່ແຫ່ງວົງການເພງລາວທີ່ໂດ່ງດັງຕະຫຼອດມາ ແລະ ທີ່ສໍາຄັນຍັງສ້າງຜົນງານສຽງເພງທີ່ຫຼາກຫຼາຍໃຫ້ທຸກຄົນໄດ້ຕິດຕາມກັນມາຕະຫຼອດບໍ່ວ່າຈະເປັນຜົນງານສຽງເພງ ຫວານ, ຄົນມືສອງ, ຍັງດີບໍ່ພໍ… ແລະ ອີກຫຼາກຫຼາຍເພລງ, ດ້ວຍສຽງຮ້ອງທີ່ເປັນເອກະລັກ ແລະ ມີສະເຫນ່ ຈຶ່ງເຮັດໃຫ້ມີຖານແຟນຄລັບຕິດຕາມເປັນຈໍານວນຫຼາຍບໍ່ວ່າຈະເປັນພາຍໃນ ແລະ ຕ່າງປະເທດໂດຍສະເພາະແມ່ນປະເທດເພື່ອນບ້ານຂອງພວກເຮົານັ້ນເອງ… ຫຼັງຈາກທີ່ໄດ້ຫ່າງຫາຍໄປຈາກວົງການເພງໄລຍະໜຶ່ງ ຈົນແຟນຕ່າງກໍພາກັນລໍຖ້າຜົນງານສຽງເພງຂອງນັກຮ້ອງໜຸ່ມຄົນນີ້, ຫຼ້າສຸດນັກຮ້ອງໜຸ່ມຄົນນີ້ກໍໄດ້ກັບມາອີກຄັ້ງ ກັບມາພ້ອມກັບຜົນງານເພງ ທີ່ມີຊື່ວ່າ “ຄົນຮັກແພງ”​ ແລະແນ່ນອນວ່າຂວັນໃຈເອງກໍບໍ່ພາດທີ່ຈະນໍາມາອັບເດດໃຫ້ແຟນໆໄດ້ຫາຍຄິດຮອດນໍາກັນ!!! ເພລງຈະມ່ວນ, ຊຶ້ງກິນໃຈຊໍ້າໃດນັ້ນສາມາດຮັບຊົມຢູ່ວີດີໂອນີ້ໄດ້ເລີຍ:…

Read More »

ພາສ່ອງ!!!ຜູ້ກໍາກັບໝຸ່ມໜ້າຕາດີຄົນນີ້…

ວິນາທີນີ້!!! ບໍ່ມີໃຜບໍ່ຮູ້ຈັກກັບ ໝຸ່ມຄົນນີ້ແລ້ວ ຊານົນ ມະນິພົນ ໝຸ່ມມາດເຂັ້ມທີ່ຫຼາກຫຼາຍຄວາມສາມາດ ທີ່ມີຜົນງານການສະແດງເລື່ອງ ສຽງສຸດທ້າຍ ຮັບບົດເປັນພະເອກ ເຊິ່ງໝຸ່ມຄົນນີ້ກໍຢູ່ໃນວົງການບັນເທີງບໍ່ວ່າຈະເປັນນັກສະແດງ, ນາຍແບບ, ນັກຮ້ອງ… ຫຼ້າສຸດກໍ່ຈະກາຍມາເປັນຜູ້ກໍາກັບໝຸ່ມໜ້າຕາດີ ທີ່ມີຄົນຈັບຕາເບິ່ງຢູ່ຕອນນີ້….ມື້ນີ້ຂວັນໃຈຈະພາທຸກຄົນໄປສ່ອງຜົົນງານຂອງໝຸ່ມຄົນນີ້ ວ່າຈະເປັນແນວໃດ!!! ເຮົາໄປເບິ່ງນໍາກັນເລີຍ… ຂະໜາດຕອນຮ້າຍຍັງຫຼໍ່ ຄົນສິຫຼໍ່ເຮັດຫຍັງກະຫຼໍ່… ຝາກຕິດຕາມຜົນງານ ຂອງໝຸ່ມຄົນນີ້ແນ່ເດີ ວ່າຈະມີຜົນງານຫຍັງອອກມາ ຖ້າຕິດຕາມເບິ່ງນໍາກັນເດີ… ໂອຍ….ຫຼໍ່ຈົນໃຈແອັດລະລາຍໝົດເແລ້ວ!!! ຂອບໃຈຮູບພາບ: Nonh sanonh Maniphonh

Read More »

ຫຼາຍໆຄົນພາກັນອົກຫັກ!!! ຫຼັງຈາກມີຄໍາສັ່ງສາຍຟ້າແມບ 48 ຊົ່ວໂມງກ່ອນເລີ່ມງານ…

ເປັນອີກງານທີ່ຫຼາຍໆຄົນໃຫ້ຄວາມສົນໃຈ ແລະ ຕັ້ງໜ້າຕັ້ງຕາລໍຄອຍ ສໍາລັບງານ VangVieng Fest 2020 ແລະ ບັນດາແມ່ຄ້າຊາວຂາຍ, ເຈົ້າຂອງໂຮງແຮມ-ຣີສອດແຕ່ນ້ອຍຫາໃຫຍ່ ກໍໄດ້ພາກັນ ກະກຽມວາງແຜນຊື້ວັດຖຸດິບຕ່າງໆ ແລະ ລົງທຶນກະກຽມສະຖານທີ່ເພື່ອຕ້ອນຮັບແຂກທີ່ຈະມາຮ່ວມງານ, ແຕ່ສິ່ງທີ່ບໍ່ຄາດຄິດກໍເກີດຂຶ້ນເພາະມີຄໍາສັ່ງສາຍຟ້າແມບ 48 ຊົ່ວໂມງກ່ອນເລີ່ມງານ ໂດຍມີແຈ້ງການເລື່ອນງານ VangVieng Fest 2020 ອອກໄປແບບບໍ່ມີກຳນົດ ອີງຕາມ: ໃບແຈ້ງການຂອງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ສະບັບເລກທີ 452/ຖວທ ວັນທີ 16 ທັນວາໃບແຈ້ງການຂອງຫ້ອງການແຂວງວຽງຈັນ ເລກທີ 650/ຫວຂ.ວຈ ໄດ້ມີຄຳສັ່ງໃຫ້ເລື່ອນການຈັດງານ Vangvieng Fest 6 ທີ່ຈະຈັດຂຶ້ນໃນວັນທີ 18-19 ທັນວານີ້.ທາງຜູ້ຈັດງານ ຮ່ວມກັບຜູ້ໃຫ້ການອຸປະຖຳຫລັກຄື ບໍລິສັດເບຍລາວ ຈຳກັດ ແລະ ຜູ້ອຸປະຖຳຮ່ວມອື່ນໆທັງຫມົດ ຈະປະຕິບັດຕາມໃບແຈ້ງການຢ່າງເຂັ້ມງວດ. ເລື່ອນງານ “ສ່ວນວັນເວລາຈັດງານແມ່ນຈະແຈ້ງໃຫ້ໄວທີ່ສຸດ“ຜູ້ຈັດຍິນດີສົ່ງເງິນຄ່າບັດຄືນ 100% ສຳລັບຜູ້ທີ່ບໍ່ສະດວກມາຮ່ວມງານໃນວັນເວລາໃຫມ່ໄດ້ …

Read More »