Breaking News

ຂ່າວບັນເທີງໃນປະເທດ

ງາມ ເໝາະສົມຕຳແໜ່ງ! ສາວງາມຈາກ ສະຫວັນນະເຂດ ຄວ້າມົງກຸດ MISS LAOS 2018 (ຂໍສະແດງຄວາມຍິນດີ)

ທັກທາຍ “ສະບາຍດີ” ແຟນໆກັບວັນຈັນຕົ້ນອາທິດ ທ້າຍປີ 2018!!! ມື້ນີ້ ຊະນີIndy ມາແບບງາມໆ ໜ້າຮັກ ສົດໃສສຸດໆ ເພາະມີຂ່າວເລື່ອງວົງການນາງງາມຂອງປະເທດລາວຂອງເຮົາມາຝາກແຟນໆກັນອີກແລ້ວເດີ້… ແນະໆ!! ເວົ້າແບບນີ້ໃຈຈົດໃຈຈໍ່ຢາກຮູ້ເລີຍແມ່ນບໍ່ວ່າເປັນເວທີໃດ?? ຫຼ້າສຸດ ປະກວດກັນໄປແບບສົດໆຮ້ອນໆ ໃນທ້າຍອາທິດທີ່ຜ່ານມາ ຂໍບອກວ່າງານຍິ່ງໃຫ່ຍອະລັງການ ຊະນີIndy ເອງກໍມີໂອກາດໄປໄດ້ນັ່ງລຸ້ນ ນັ່ງເຊຍສາວງາມໃນເວທີ ນາງສາວລາວ 2018  (MISS LAOS) ເອີ້ນໄດ້ວ່າຕິດຂອບເວທີກັນເລີຍ… ແລະ ແຟນໆທົ່ວປະເທດກໍໄດ້ຮູ້ກັນແລ້ວວ່າສາວງາມທີ່ມີຄວາມເໝາະສົມທີ່ສາມາດຄວ້າຕຳແໜ່ງ ນາງສາວລາວ 2018 ໄປໄດ້ໃນປີນີ້ກໍຄື ML35 ນາງ ສຸດທິດາ ອະນຸສິນ ຕົວແທນສາວງາມຈາກແຂວງສະຫວັນນະເຂດ ຂໍບອກເລີຍວ່ານາງມີຄວາມງາມ ພິບໄຫວດີ ເອີ້ນໄດ້ວ່າມີຄວາມເໝາະສົມກັບຕຳແໜ່ງຫຼາຍໆ (ວ້າວວວ!!! ຂໍສະແດງຄວາມຍິນດີນຳຫຼາຍໆ) ສ່ວນຕຳແໜ່ງຮອງອັນດັບ ນາງສາວລາວ 2018 ມີດັ່ງນີ້: ຮອງອັນດັບ 1: ML14- ນາງ ກິ່ງຄໍາ ນິດສະຫວັນ ຮອງອັນດັບ 2: …

Read More »

ນີ້ຄືແມ່ຍິງໄວ 40 ປີ??? ອໍ້າ ພັດສະຣາພາ ຊຸບເປີ້ສະຕາດັງປະເທດເພື່ອນບ້ານ ສະຫຼອງຄົບຮອບວັນເກີດ ພ້ອມຖືກເຊີໄພ້ແບບນີ້…

ກ່າວເຖິງ ຊຸບເປີສະຕາດັງໝາຍເລກ 1 ຂອງປະເທດເພື່ອນບ້ານ ອໍ້າ ພັດສະຣາພາ ເຊື່ອວ່າແຟນໆຫຼາຍໆທ່ານຄົງຈະຮູ້ກັນດີ, ຫຼ້າສຸດໃນວັນທີ 5 ທັນວາ 2018 ທີ່ຜ່ານມາ ກໍເປັນວັນຄົບຮອບວັນເກີດຂອງເພິ່ນ ແຕ່ປີນີ້ທີ່ເປັນທີ່ຮືຮາຂອງບັນດາແຟນໆກໍຄື ເພາະເພິ່ນມີອາຍຸຄົບຮອບ 40 ປີພໍດີ ແຕ່ເບິ່ງແລ້ວກໍຍັງງາມ ເລີດ ແລະ ເປັນນັກສະແດງໃນດວງໃຈຂອງໃຜຫຼາຍໆຄົນບໍ່ມີປ່ຽນ ຈົນແຟນໆຫຼາຍໆທ່ານເຖິງກັບຫຼົງຮ້ອງວ່າ ນີ້ຄືແມ່ຍິງໄວ 40 ປີ ແທ້ຫວ໋າ??? ກ່ອນໜ້ານີ້ ອໍ້າ ພັດສະຣາພາ ໄດ້ອອກມາໃຫ້ສຳພາດວ່າຈະບໍ່ມີການຈັດງານວັນເກີດຢ່າງເປັນທາງການ ມີພຽງແຕ່ຈະເຮັດບຸນໃສ່ບາດພ້ອມຄອບຄົວ ແລະ ໝູ່ເພື່ອນທີ່ສະໜິດ!!! ແຕ່ເຖິງຢ່າງໃດກໍຕາມ ວັນເກີດຊຸບເປີສະຕາທັງທີເຫຼົ່າບັນດາໝູ່ເພື່ອນທີ່ສະໜິດກໍຈັດໃຫ້… ມີການເຊີໄພ້ວັນເກີດນາງຢ່າງໜ້າຮັກ ແລະ ອົບອຸ່ນ… View this post on Instagram งานนี้โดนหลอกค่าา? แต่เป็นหลอกที่ซึ้งและดีใจมากก ขอบคุณนะคะที่ทำให้อั้มขนาดนี้ ? รักทุกคนนะคะ❤️ #aumsurprisenight2018 A post …

Read More »

ແຕ່ລະຊຸດມີຄວາມໝາຍແນວໃດ? ມາເບິ່ງຊຸດປະຈຳຊາດລາວທີ່ໃຊ້ເຂົ້າໃນການປະກວດໃນເວທີ ນາງງາມຈັກກະວານ (Miss Universe 2017-2018)

ປະເທດລາວ ກໍໄດ້ມີການສົ່ງສາວງາມໄປປະກວດນາງງາມເວທີລະດັບໂລກ Miss Universe ຄັ້ງນີ້ກໍຖືວ່າເປັນປີທີ່ 2 ແລ້ວ, ນອກຈາກສາວງາມ ກໍຍັງມີອີກສິ່ງໜຶ່ງທີ່ເຮັດໃຫ້ພໍ່ແມ່ພີ່ນ້ອງເວົ້າເຖິງຢູ່ສະເໝີ ກໍຄືຊຸດປະຈຳຊາດ ທີ່ສາວງາມໄດ້ສວມໃສ່, ໃນມື້ນີ້ຊະນີIndy ຈະພາມາເບິ່ງຊຸດປະຈຳຊາດທີ່ບັນດາສາວງາມ ບໍ່ວ່າຈະເປັນຊຸດຂອງ ນຸ້ຍ ສຸພາພອນ ສົມວິຈິດ Miss​ Universe Laos 2017 ທີ່ໄດ້ສວມໃສ່ ແລະ ໃນປີນີ້ກໍແມ່ນ ອອນອະນົງ ຫອມສົມບັດ Miss​ Universe Laos 2018​  ເຊິ່ງແຕ່ລະຊຸດຈະມີຄວາມໝາຍ ມີທີ່ມາທີ່ໄປແນວໃດນັ້ນ ລອງມາເບິ່ງກັນເລີຍ… ຊຸດປະຈຳຊາດຂອງ ນຸ້ຍ ສຸພາພອນ ສົມວິຈິດ Miss​ Universe Laos 2017 ຊຸດປະຈຳຊາດທີ່ ນຸ້ຍ ສຸພາພອນ ສົມວິຈິດ Miss​ Universe Laos 2017 ໄດ້ນຳໄປເຜີຍແຜ່ໃນເວທີ ນາງງາມຈັກກະວານ ໃນປີທີ່ຜ່ານມາແມ່ນຊຸດ “ທິດາພັນສາເຮືອງມາລາ“ ໄດ້ແຮງບັນດານໃຈມາຈາກການໃຊ້ວັດທະນະທຳບຸນປະເພນີອອກພັນ ແລະ ຄວາມເປັນຈິງຂອງປວງຊົນລາວທຸກຄົນ ທີ່ສືບສານວັດທະນະທຳມາແຕ່ດັ້ງເດີມ …

Read More »

ສ່ອງ! ແຟຊັ່ນຕົ້ນລະດູໜາວຂອງ ຫຼິງຫຼິງ ປິຍະດາ ສາວປະເພດສອງໝາຍເລກ1  

ແວະວຽນມາສ່ອງ Fashion ຂອງ ຫຼິງຫຼິງ ປິຍະດາ ອິນທະວົງ ສາວປະເພດສອງໝາຍເລກ1 ຫຼ້າສຸດຈັດທຣິບເດີນທາງທ່ອງທ່ຽວສຳຜັດບັນຍາກາດຕົ້ນລະດູໜາວທີ່ ເກົາຫລີໃຕ້ ຂຶ້ນຊື່ວ່າເປັນເຈົ້າແມ່ແຫ່ງ Fashion ມີຫວາທີ່ນາງຈະທຳມະດາ ເພາະເອີ້ນໄດ້ວ່າເມື່ອນາງປະກົດຕົວ ກໍ່ມີຄວາມໂດດເດັ່ນ ທັງເລື່ອງເສື້ອຜ້າ ການແຕ່ງຕົວ ລວມໄປເຖິງໄອເດຍໃນການໂພສທ່າຖ່າຍຮູບ ແຖມວິທິການແຕ່ງຮູບຕ່າງໆຂອງນາງກໍບໍ່ທຳມະດາ ງາມຫຼາຍໆ, ສຳລັບແຟນໆທ່ານໃດທີ່ກຳລັງຈະໄປທ່ຽວແຕ່ຍັງບໍ່ມີໄອເດຍໃນການແຕ່ງຕົວ ຫຼື ໂພສທ່າຖ່າຍຮູບໃຫ້ງາມໆ ສາມາດເບິ່ງແບບຈາກ ສາວ ຫຼິງຫຼິງ ເພິ່ນໄດ້ເລີຍເດີ້!!! (ມີຮູບນາງມາຝາກ…) ເບິ່ງແລ້ວ ວ້າວວວ..ເລີຍ ແບບນີ້ຂໍໃຫ້ຄະແນນ ຫຼິງຫຼິງ ປິຍະດາ ອິນທະວົງ ເຕັມ 10  ໄປເລີຍ ຮູບພາບ: fb/Pitadar Lingling Inthavong

Read More »

ໃກ້ມື້ຕັດສິນແລ້ວ! ມາຮ່ວມໃຫ້ກຳລັງໃຈ 3 ສາວງາມຕົວແທນປະເທດລາວ ທີ່ກຳລັງປະຕິບັດໜ້າທີ່ໃນການແຂ່ງຂັນນາງງາມເວທີໂລກ!!!

ໄປໃສກໍໄດ້ຍິນແຟນໆຫຼາຍທ່ານເວົ້າເປັນປະເດັນກັນເລື້ອຍໆ ດຽວນີ້ວົງການນາງງາມບ້ານເຮົາຖືວ່າກຳລັງມາແຮງສຸດໆ ເອົາເປັນວ່າເຂົ້າເລື່ອງກັນເລີຍ… ໃນມື້ນີ້ຈະພາແຟນໆມາສ່ອງ 3 ສາວງາມ 3 ເວທີໂລກບໍ່ວ່າຈະເປັນເວທີ  Miss World 2018, Miss Supranational 2018 ແລະ Miss Universe 2018 ທີ່ສຳຄັນພວກນາງກໍກຳລັງເຮັດໜ້າທີ່ເປັນຕົວແທນແມ່ຍິງລາວໃນການປະກວດນາງງາມເວທີຕ່າງໆໃນລະດັບໂລກໃນເວລານີ້… ກະດຸມເພັດ ໄຊຍະວົງ (ຕິກນໍ້າ) Miss World Laos 2018 ໃນເວທີ Miss World 2018 ຢູ່ທີ່ ສປ ຈີນ, ຈະມີຮອບຕັດສິນໃນວັນທີ 8 ທັນວາ 2018. ສັນທະນີ ໃສມະນີວັນ (ຢຸ້ຍ) Miss Supranational Laos 2018 ໃນເວທີ Miss Supranational 2018  ທີ່ ປະເທດ ໂປແລນ, ການປະກວດຈະມີຮອບຕັດສິນໃນວັນທີ 7 ທັນວາ 2018 ນີ້ ອອນອະນົງ ຫອມສົມບັດ (ອອນ) Miss …

Read More »