Breaking News

ຂ່າວພາຍໃນ

ເອົາມາໃຫ້ຟີນຕໍ່! ລວມພາບຄວາມໜ້າຮັກ ຂອງ Choi Si Won ກັບການລົງພື້ນທີ່ເຮັດກິດຈະກໍາຮ່ວມເດັກນ້ອຍຢູ່ລາວ…

ຍັງຟີນກັນບໍ່ຈົບສໍາລັບແຟນຄຣັບຊາວລາວ ກັບການເດີນທາງມາຂອງ ສີລະປິນຊື່ດັງ ຈາກ ສ. ເກົາຫລີ ໜຸ່ມ Choi Si Won ທີ່ແອັດມິ້ນໄດ້ນໍາພາບບັນກາດ ແລະ ຈຸດປະສົງການເດີນທາງມາປະເທດລາວຄັ້ງນີ້ ມາໃຫ້ແຟນໆໄດ້ຟີນໄປເມື່ອ 2 ມື້ຜ່ານມານັ້ນແລ້ວ… ແຕ່ຄວາມຟີນຂອງແຟນຄຣັບຍັງບໍ່ຈົບເທົ່ານັ້ນ ມື້ນີ້ແອັດມິ້ນຈະມາເພີ່ມຄວາມຟີນໃຫ້ກັບສາວໆ ກັບພາບບັນຍາກາດ ການລົງພື້ນທີ່ເຮັດກິດຈະກໍາຮ່ວມກັບເດັກນ້ອຍຕາມໂຮງຮຽນ ແລະ ລົງພື້ນທີ່ຢ້ຽມຢາມທີມເຮັດວຽກໃນອົງການສະຫະປະຊາຊາດ (UNICEF) ປະຈໍາ ສປປ. ລາວ ເຊິ່ງຖືວ່າເປັນພາບທີ່ປະທັບໃຈ ແລະ ເຮັດໃຫ້ແຟນຄຣັບ ພ້ອມດ້ວຍປະຊາຊົນຄົນລາວຍິ້ມໄປຕາມໆກັນເລີຍແຫຼະ! ເອົາເປັນວ່າເຮົາມາເບິ່ງພາບບັນຍາກາດ ທີ່ຈະເຮັດໃຫ້ເຂົ້າສວາຍມື້ນີ້ແຊບຂຶ້ນໄປອີກ ດີກວ່າ! ໄປເບິ່ງກັນເລີຍ!!! #ເບິ່ງຫຼາຍຮອບແຮງ Posted by Saykoson Snb on Monday, November 11, 2019 #ຟີນນນນ     #ໜ້າຮັກຫຼາຍເດີ້    #ຫລໍ່ທຸກມຸມ

Read More »

ຊົມຮູບເງົາ ໂດຍບໍ່ເສຍຄ່າ!!! ເທດສະການຮູບເງົາດີເດັ່ນ ລາວ-ຈີນ ຄັ້ງທີ 3

ກົມຮູບເງົາກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ ( ຖວທ) ຮ່ວມກັບວິທະຍຸສາກົນແຫ່ງປະເທດຈີນ ຫຼື CRI ປະຈໍາລາວ ໄດ້ຈັດພິທີເປີດເທດສະການຮູບເງົາດີເດັ່ນ ລາວ-ຈີນ ຄັ້ງທີ 3 ປະຈໍາປີ 2019 ຂຶ້ນຢ່າງເປັນທາງການ, ໃນວັນທີ 30 ຕຸລາ 2019 ທີ່ຜ່ານມານີ້, ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ, ເຊິ່ງມີິມວນຊົນຫຼາຍພາກສ່ວນຫຼາຍກວ່າ 800 ຄົນ ເຂົ້າຮ່ວມພິທີເປີດ ພ້ອມທັງໄດ້ຮັບຊົມຮູບເງົາຈີນ ເລື່ອງມະຫາເສດຖີຈຳເປັນ ທີ່ພາກເປັນພາສາລາວ. ເທດສະການຮູບເງົາດີເດັ່ນ ລາວ-ຈີນປະຈໍາປີ 2019ນີ້ ຈະໄດ້ນໍາ​ເອົາຮູບ​ເງົາ​ດີເດັ່ນຈີນ 2 ​ເລື່ອງຄື: ມະຫາ​ເສດຖີ​ຈໍາ​ເປັນ, ຮອຍຍິ້ມຈາກ​ສາຍພູ ,​ທີ່ພາກ ເປັນພາສາລາວໂດຍນັກພາກມືອາຊີບ ແລະສິລະປິນ ຊື່ດັງຂອງລາວເຊັ່ນ: ທ່ານ ສະລຽງ ສ່ຽງວົງ, ອາເລັກຊັນດາ ບຸນຊ່ວຍ, ສັກ ວົງເຊວ, ຕ່າຍ ອາກາດ , …

Read More »

ໂຕໂຢຕ້າລາວ ຈັດງານສະແດງດົນຕີການກຸສົນ ມອບ 200 ລ້ານກີບ ຊ່ວຍເຫຼືອປະສົບໄພນໍ້າຖ້ວມພາກໃຕ້

ໃນຄໍ່າຄືນຂອງວັນທີ 18 ຕຸລາ 2019 ທີ່ຜ່ານມາ, ຢູ່ທີ່ຫໍວັດທະນະທຳ, ນະຄອນຫຼວງວຽງຈັນ. ໂຕໂຢຕ້າລາວ ໄດ້ຈັດງານສະແດງດົນຕີການກຸສົນ “ໂຕໂຢຕ້າ ຄລາສສິກ ຄັ້ງທີ 30” ເພື່ອເປັນການລະດົມທຶນນຳລາຍໄດ້ສືບຕໍ່ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມພາກໃຕ້. ໃຫ້ກຽດເຂົ້າຮ່ວມງາຈຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ເປັນປະທານ ແລະ ກ່າວເປີດງານໂດຍທ່ານ Masaaki Kawabata ຜູ້ອຳນວຍການ ບໍລິສັດ ໂຕໂຢຕ້າລາວ ຈຳກັດ, ມີບັນດາການນຳພັກ-ລັດ, ສະຖານທູດ, ແຂກທີ່ຖືກເຊີນ ແລະ ຜູ້ຊົມທີ່ສົນໃຈຊື້ບັດເຂົ້າຮ່ວມງານຈຳນວນຫຼວງຫຼາຍ. ລາຍໄດ້ທັງໝົດຈາກການຂາຍບັດ ພ້ອມທຶນການສະໜັບສະໜູນຂອງບໍລິສດໂຕໂຢຕ້າລາວ ຈຳກັດລວມທັງໝົົດ 200 ລ້ານກີບ ໄດ້ນຳໄປບໍລິຈາກໃຫ້ກັບອົງກອນການກຸສົນຂອງພາກລັດ ເພື່ອໃຊ້ໃນການສືບຕໍ່ຊ່ວຍເຫຼືອຟື້ນຟູຜູ້ປະສົບໄພນໍ້າຖ້ວມພາກໃຕ້.   ການສະແດງດົນຕີສົດຄັ້ງນີ້ ແມ່ນສະແດງໂດຍ ວົງລອນດອນ ແຊມເບີ ອໍເຄສຕຣ້າ ທີ່ເກົ່ແກ່ທີ່ສຸດຈາກປະເທດອັງກິດ ກໍ່ຕັ້ງໃນປີ 1921 ແລະ …

Read More »

Lao Samsung Electronics ຮ່ວມມື World Food Programme ສ້າງໂອກາດການຮຽນຮູ້ໃຫ້ກັບນ້ອງໆພິການຫູ ແລະ ປາກ

ແນ່ນອນຢູ່ແລ້ວວ່າ ການສຶກສາ ແລະ ອາຫານທີ່ມີປະໂຫຍດ ເປັນສິ່ງທີ່ສຳຄັນຂອງທຸກໆຄົນໃນສັງຄົມ ແລະ ທຸກຄົນມີສິດທີ່ຈະເຂົ້າເຖິງ ເຊັ່ນດຽວກັນກັບນັກຮຽນ 90 ກວ່າຄົນທີ່ມີບັນຫາເລື່ອງການປາກເວົ້າ ແລະ ການໄດ້ຍິນສຽງທີ່ ໂຮງຮຽນພິເສດນະຄອນຫຼວງວຽງຈັນ. ບໍລິສັດ ລາວຊໍາຊຸງອີເລັກໂທຣນິກ ຈຳກັດຜູ້ດຽວ (Lao Samsung Electronics Sole Co.,Ltd) ຮ່ວມມືກັບ ອົງການອາຫານໂລກ ປະຈຳ ສປປ ລາວ (World Food Programme) ສ້າງກິດຈະກຳອາສາສະໝັກຂອງພະນັກງານຂຶ້ນ (Employee Volunteer Program) ໃນຕອນເຊົ້າຂອງວັນທີ 17 ຕຸລາ 2019 ທີ່ຜ່ານມາ. ມີບັນດາພະນັກງານຈາກ  ບໍລິສັດ ລາວຊໍາຊຸງອີເລັກໂທຣນິກ, ອົງການອາຫານໂລກ ແລະ ພະນັກງານຈາກຕົວແທນຈຳໜ່າຍຂອງຊໍາຊຸງເຊັ່ນ: ຮ້ານ LTH, ຮ້ານ Lao AC Telecom, …

Read More »

ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ໄດ້ເປີດງານຕະຫຼາດນັດພົບແຮງງານ (Job Fair 2019) ຄັ້ງທີ 3 ຂຶ້ນເລີ່ມແຕ່ວັນ 16-20 ຕຸລາ 2019 ນີ້ ທັງໝົດ 5 ມື້ ຢູ່ທີ່ສູນການຄ້າລາວໄອເຕັກ (ຕຶກເກົ່າ). ຈຸດປະສົງ, ກໍເພື່ອສ້າງໂອກາດ ແລະ ເອື້ອອຳນວຍຄວາມສະດວກ ໃຫ້ຜູ້ຊອກວຽກເຮັດງານທຳ ແລະ ບັນດາຫົວໜ່ວຍແຮງງານໄດ້ມີເວທີພົບປະກັນແລ້ວນຳໄປສູ່ການຈ້າງງານ.  ທັງນີ້, ກໍເພື່ອຫຼຸດຜ່ອນອັດຕາການວ່າງງານ, ຫຼຸດຜ່ອນການເຄື່ອນຍ້າຍແຮງງານໄປເຮັດວຽກຢູ່ຕ່າງປະເທດແບບບໍ່ຖືກຕ້ອງ ທັງເປັນການສົ່ງເສີມການເຮັດວຽກຢູ່ພາຍໃນ. ພາຍໃນງານມີບັນດາອົງການຈັດຕັ້ງພາກລັດ ແລະ ເອກະຊົນ, ຫົວໜ່ວຍແຮງງານ,​ ໂຄງການ, ເຂດເສດຖະກິດພິເສດ, ບໍລິສດຈັດຫາງານ, ສະຖາບັນການສຶກສາ,​ສູນເຝິກວິຊາຊີບ ແລະ ມີບັນດາຊາວຄ້າຂາຍເຂົ້າຮ່ວມຕັ້ງບູດ 300 ບູດ, ນອກນີ້, ຍັງມີ ກິດຈະກຳທີ່ຫຼາກຫຼາຍຕະຫຼອດງານເປັນຕົ້ນແມ່ນ: ລົງທະບຽນຮັບສະໝັກງານ, ການໃຫ້ຂໍ້ມູນຂ່າວສານຕະຫຼາດແຮງງານ, ການເຜີຍແຜ່ເວັບໄຊບໍລິການຈັດຫາງານ ສາທາລະນະຊົນ, …

Read More »