Breaking News

ຂ່າວສັງຄົມ

ຫລ້ານ້ອຍ ພໍໃຈ ສົມທົບທຶນ 10 ລ້ານ ໃຫ້ເທິ ຢູ່ນາ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

ຫລ້ານ້ອຍ ພໍໃຈ ເນັດໄອດໍ້ ຄົນດັ່ງຂອງລາວ ທັງງາມ-ເກັ່ງ-ມີນໍ້າໃຈ ບໍ່ລືມທີ່ຈະຊ່ວຍເຫຼືອພີ່ນ້ອງຊາວລາວທີ່ປະສົບໄພນໍ້າຖ້ວມ ສົມທົບທຶນ 10 ລ້ານກີບ ສົມທົບທຶນກັບ ເທິ ຢູນາ. ເຊິ່ງວ່າ ເທິຢູນາ ກໍໄດ້ໂພສ໌ເຟສ໌ບຸກສ່ວນຕົວຂອບໃຈ ຫລ້ານ້ອຍພໍໃນວ່າ “ຄົນໃຈ ຄົນຈິງ ອີ່ນີ້ມັນບ້າຂອບໃຈແທນພີ່ນ້ອງຊາວເຊໂປນ ຂໍໃຫ້ແມ່ອີ່ວຶ່ງ Larnoy PhorJai ລ້ຳຫຼວຍປັງໆຂຶ້ນໄປເລື້ອຍ ຢູ່ດີມີແຮງ ຢ່າເຈັບ ຢ່າຈົນ ຢ່າຕາຍກ່ອນໄວອັນຄວນ ພ້ຽງ !!! ເງິນຈຳນວນນີ້ຊິຊື້ເຄື່ອງກິນຂອງໃຊ້ທີ່ຈຳເປັນແລະຊ່ວຍແຈກຈ່າຍໃຫ້ເຖິງມື” ຊົມເຊີຍ ແລະ ສຸທານໍາທັງສອງ ແລະ ອີກຫຼາຍຄົນທີ່ຊ່ວຍເຫຼືອທັງວັດຖຸປັດໃຈ ແລະ ເຫື່ອແຮງ ນໍາເດີ. ຂວັນໃຈຂໍເປັນກໍາລັງໃຈ ແລະ ຂໍໃຫ້ພີ່ນ້ອງຜູ້ປະສົບໄພຜ່ານພົ້ນເຫດການນີ້ໄປໄດ້ໄວໆເດີ!! ຂ້ມູນຈາກ: Youlike ແລະ Ther Una

Read More »

ນາຍົກເຢຍລະມັນໃຊ້ຊີວິດງ່າຍໆແບບປະຊາຊົນຄົນທົ່ວໄປ

ແອັງເຈີລາ ດໍຣາເທຍ ແມເຄີລ (Angela Dorothea Merkel) ນາຍົກລັດຖະມົນຕີເຢຍລະມັນ ແລະ ເປັນຜູ້ຍິງທີ່ມີອິດທິພົນສູງສຸດຂອງໂລກ ຫຼືທີ່ຮູ້ຈັກກັນໃນນາມ “ຜູ້ນໍາແຫ່ງໂລກເສລີ” ເປັນກະແສທີ່ໂດ່ງດັງໃນໂລກອອນລາຍ ໃນເອີຣົບ ເມື່ອມີຄົນຖ່າຍຮູບ ທ່ານນາຍົກຍິງແຫ່ງປະເທດເຢຍລະມັນ ທ່ານ ນາງ Angela Dorothea Merke ອອກໄປຊື້ອາຫານການກິນແບບປະຊາຊົນຄົນທໍາມະດາທົ່ວໄປ ໂດຍທີ່ບໍ່ມີເຈົ້າໜ້າທີ່ປ້ອງກັນຮັກສາ ແລະ ຜູ້ທີ່ພາໄປກໍເປັນພຽງຍາມຄົນທໍາມະດາເທົ່ານັ້ນເອງ. ເປັນພາບທີ່ເຫັນແລ້ວກໍໜ້າປະທັບໃຈແທ້ໆ ສົມເປັນແມ່ຍິງຂວັນໃຈຂອງຊາວໂລກອີ່ຫລີ!! ຂອບໃຈຂໍ້ມູນຈາກ: Lao Youth Radio Lao Youth Radio FM 90.0 Mhz

Read More »

ໜ້າຕາຄົນສະແດງ ແລະ ປະຫວັດ ກະຕູນ ເທເລທັບບີສ ມະນຸດຕ່າງດາວໜ້າຮັກ ຂວັນໃຈເດັກນ້ອຍຍຸກ 90

ກາຕູນເລື່ອງ: “ເທເລທັບບີສ” ຄືຊີຣີສຳຫຼັບເດັກນ້ອຍ ເປັນມະນຸດຕ່າງດາວ ມີເປົ້າໝາຍຜູ້ເບິ່ງຢູ່ທີ່ເກນອາຍຸກ່ອນເຂົ້າໂຮງຮຽນ ອອກອາກາດຕັ້ງແຕ່ວັນທີ 31 ມີນາ 1997 ເຖິງ 16 ກຸມພາ 2001. ຜະລິດລາຍການໂດຍຜູ້ອຳນວຍການຝ່າຍສ້າງສັນຂອງ ແຣ໊ກດອລ ໂປດັກຊັ່ນ ແອນ ວູດ ແລະ ແອນດຣູ ດາເວນພອດ ເຊິ່ງເປັນຄົນຂຽນບົນໃຫ້ເທເລທັບບີສທັງໝົດ 365 ຕອນ. ເທເລທັບບີສ ອອກອາກາດໃນໂທລະພາບ ຕັ້ງແຕ່ວັນທີ 6 ເມສາ 1998 ເຖິງ ວັນທີື 15 ມິຖຸນາ 2005 ແລະ ສາຍຊໍ້າອີກຈົນຮອດວັນທີ 29 ສິງຫາ 2008 ຫຼັງຈາກນັ້ນ ຖືກດຶງອອກຈາກຕາຕະລາງການອອກອາກາດ ໂດຍເທເລທັບບີມີຕົວລະຄອນທັງໝົດ 4 ໂຕ ຄື: ທິງກີ້-ວີ້ງກີ່ (ສີມ່ວງ), ດິ໊ບຊີ່ (ສີຂຽວ), …

Read More »

14 ຂໍ້ຫ້າມ ບຸນຊ່ວງເຮືອທ່າວັດຈັນ

ເປັນເລື່ອງທີ່ຫຼາຍຄົນໃຫ້ຄວາມສົນໃຈຫຼາຍໃນການຈັດງານບຸນຊ່ວງເຮືອ ເພື່ອສະເຫຼີມສະຫຼອງວັນອອກພັນສາປະວໍລະນາ ເຊິ່ງອຳນາດການປົກຄອງເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ເຊິ່ງເປັນເຈົ້າພາບໃນການຈັດງານ ບຸນຊ່ວງເຮືອ ໄດ້ອອກຂໍ້ຫ້າມ 14 ຂໍ້ໃນງານບຸນຊ່ວງເຮືອ ທີ່ທ່າວັດຈັນ ເນື່ອງໃນໂອກາດບຸນອອກພັນສາ ປະວໍລະນາ ປະຈຳປີ 2020 ຈະຈັດຂຶ້ນລະຫວ່າງວັນທີ 1-3 ຕຸລາ ນີ້. ສຳຫຼັບ 14 ຂໍ້ຫ້າມມີດັ່ງນີ້: 1 ຫ້າມບໍ່ໃຫ້ມີການໂຄສະນາທຸກຮູບແບບ ທີ່ຜິດກົດໝາຍຂອງ ສປປ ລາວ2 ຫ້າມຂາຍ ຫຼື ນໍາເອົາອາວຸດທຸກປະເພດ ລວມທັງ ພ້າ ມີດ ງ້າວ ໜ້າເກັກ ກະກູນສະໜັບມື ໂຄມໄຟລອຍ ແລະ ປະເພດມີຄົມຕ່າງໆ ເຂົ້າໄປໃນງານເດັດຂາດ3 ຫ້າມນຳເອົາຢາເສບຕິດ ທາດເບື່ອ ສານເຄມີທີ່ອອກລິດທາງປະສາດທຸກຊະນິດ ເຂົ້າມາງານເດັດຂາດ, ຫ້າມເອົາສິ່ງທີ່ພາໃຫ້ເກີດສຽງດັງເກີນຂອບເຂດ ບັ້ງກະໂພກເຂົ້າມາຈຸດ ແລະ ວາງຂາຍໃນງານເດັດຂາດ. 4 ຫ້າມນຳເອົາຜະລິດຕະພັນທີ່ລອກແບບສິ້ນລາວ ຫຼື …

Read More »

ພາກັນໄປແລ້ວບໍ? ງານເທສະການ ຕ້ອນຮັບບຸນອອກພັນສາ ທີສູນການຄ້າລາວ-ໄອເຕັກ

ເປັນແນວໃດທຸກຄົນ ໄດ້ໄປເລາະໄປຊົມແລ້ວບໍ? ສຳຫຼັບງານເທສະການ ຕ້ອນຮັບບຸນອອກພັນສາ ຈັດຂຶ້ນທີ່ສູນການຄ້າລາວ-ໄອເຕັກ ຕັ້ງແຕ່ວັນທີ 24 ກັນຍາ ເຖິງວັນທີ 4 ຕຸລາ 2020 ເຊິ່ງງານເທສະການຄັ້ງນີ້ ຄຶກຄື້ນກວ່າທຸກໆປີ ເພາະມີທັງການສະແດງດົນດີ ແລະ ສິລະປະພື້ນເມືອງລາວ,​ ການສາທິດ-ການສອນ ເຮັດເຂົ້າໜົມ, ກະທົງ ແລະ ໝາກເບັງຕ່າງໆ ພ້ອມທັງຍັງມີການປະກວດຫຼານນ້ອຍວັດທະນະທຳນຳອີກ. ບັນຍາກາດໃນງານຄຶກຄື້ນຫຼາຍ ເພາະມີທັງຂອງກິນຂອງໃຊ້ໃຫ້ເຮົາໄດ້ເລືອກຊົມເລືອກຊື້ຫຼາຍຢ່າງ ທັງເຂົ້າຕົ້ມເຂົ້າໜົມ, ອາຫານລາວ ແລະ ອາຫານນານາຊາດ ພ້ອມທັງເຄື່ອງໃຊ້ຂອງສອຍທີ່ຫຼາກຫຼາຍໃນບູດຕ່າງໆເປັນຕາຕື່ນຕາຕື່ນໃຈອີຫຼີ. ສຳຫຼັບໃຜທີ່ຍັງບໍ່ທັນໄດ້ໄປເລາະ ຕ້ອງໄດ້ຟ້າວໄປແລ້ວ ເພາະງານນີ້ພາດບໍ່ໄດ້ ທັງສາຍກິນ,​ ສາຍ Shop ແລະ ຜູ້ຮັກໃນວັດທະນະທຳເຄື່ອງໃຊ້ຫັດຖະກຳ ຕ້ອງໄປຢ້ຽມຊົມແລ້ວ! ຂໍຂອບໃຈຮູບພາບຈາກເພຈ: Jipnoii ​ພາເລາະ ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:+856 20 28042166‭+856 20 52172698‬ຫລື …

Read More »