Breaking News

ຂ່າວເສດຖະກິດ

ບົດຮຽນຈາກໂຄວິດ-19!! ຄວນຈະເອົາຈຸດໃດເປັນທີ່ຕັ້ງຈຶ່ງເໝາະສົມ ລະຫວ່າງ “ເສດຖະກິດ ແລະ ຊີວິດຄົນ”

ໃນສະຖານະການແຜ່ຂະບາດການພະຍາດໂຄວິດ-19 ໃນປັດຈຸບັນໄດ້ສົ່ງຜົນກະທົບຫຼາຍຢ່າງໆຕໍ່ໂລກເຮົາ ໂດຍສະເພາພະແມ່ນ ການດຳລົງຊີວິດຂອງຄົນຢູ່ໃນສັງຄົມຫຍຸ້ງຍາກເພາະຫຼາຍປະເທດກໍໄດ້ມີມາດຕະການຫຼາຍຢ່າງໂດຍສະເພາະແມ່ນການ Lockdown  ລວມໄປເຖິງບັນຫາເສດຖະກິດຫຼາຍປະເທດທົ່ວທີ່ໄດ້ຮັບຜົນກະທົບ ແຕ່ມື້ນີ້ຂວັນໃຈຈະນໍາເອົາບົດຄວາມຂອງຜູ້ໃຊ້ເຟສບຸກທ່ານໜື່ງມາໃຫ້ທຸກຄົນໄດ້ອ່ານວ່າລະຫວ່າງ ເສດຖະກິດ ແລະ ຊີວິດຄົນ ໃນລະຫວ່າງໂຄວິດນີ້ເປັນແນວໃດ… ເຮົາໄປອ່ານນໍາກັນເລີຍ #ເສດຖະກິດvsຊີວິດຄົນ ຊ່ວງວິກິດໂຄວິດ-19 ນີ້ ພວກເຮົາສາມາດຮຽນຮູ້ບົດຮຽນ ແລະ ປະສົບການຫຼາຍຢ່າງທັງພາຍໃນປະເທດ ແລະ ຕ່າງປະເທດ. ໜຶ່ງໃນບົດຮຽນນັ້ນ ແມ່ນບົດຮຽນການຊັ່ງຊາລະຫວ່າງ ຈະເອົາເສດຖະກິດ ຫຼື ຈະເອົາຊີວິດຄົນ… ຂ້າພະເຈົ້າສົນໃຈເລື່ອງເສດຖະກິດເປັນພິເສດ ແລະໄດ້ອ່ານຫຼາຍບົດຄວາມ ແລະ ຟັງມາຈາກຫຼາຍອາຈານຂໍສະຫຼຸບໃຫ້ບັນດາເພື່ອນມິດທີ່ຮັກແພງດັ່ງນີ້: #ບົດຮຽນຂອງສປຈີນ: ສປ.ຈີນ ເປັນປະເທດທີ່ປະສົບວິກິດການລະບາດຂອງໂຄວິດ-19 ກ່ອນໝູ່ ແລະ ໄດ້ມີການໃຊ້ມາດຕະການຫຼາຍຢ່າງເພື່ອຈຳກັດ ແລະ ສະກັດກັ້ນພະຍາດນີ້ ໃຫ້ໄວເທົ່າທີ່ຈະໄວໄດ້; ໃນນີ້ລວມມີການຫ້າມຄົນອອກເຮືອນ, ຮ້ານດຳເນີນທຸລະກໍາການເຄື່ອນໄຫວຕ່າງໆ ໃນເຂດທີ່ມີການລະບາດໜັກ (ຄືພວກເຮົາຮູ້ແລ້ວ) ແນ່ນອນດ້ານໜຶ່ງກະທົບເຖິງເສດຖະກິດ ຢ່າງມະຫາສານ ມາຮອດດຽວນີ້ ຍັງປະເມີນຄ່າບໍ່ໄດ້; ຕະຫຼາດ ສປ ຈີນເປັນຕະຫຼາດໃຫຍ່ ແລະ …

Read More »

ຕິດຕາມຢ່າງໃກ້ຊິດ!! ຄະນະສະເພາະກິດລາຍງານ… ອາການຂອງຜູ້ຕິດເຊື້ອ Covid-19 10 ຄົນ ຢູ່ ສປປ. ລາວ

ຕໍ່ເນື່ອງກັບການລະບາດຂອງໂຄວິດ-19 ຫຼ້າສຸດໃນວັນທີ 2 ເມສາ 2020 ທ່ານຣັຕຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງວ່າ: ປັດຈຸບັນຢູ່ ສປປ ລາວ ຍັງບໍ່ທັນມີຜູ້ຕິດເຊື້ອໂຄວິດ_19 ເພິ່ມ ແລະ ກໍມີຂ່າວດີທີ່ຜູ້ຕິດເຊື້ອກ່ອນໜ້ານີ້ ແມ່ນມີອາການດີຂຶ້ນຕາມລໍາດັບ ພປົວເອົາໃຈໃສ່ຈາກແພດໝໍ ແລະ ຄາດວ່າໃນໄວໆນີ້ ຜູ້ທີ່ຕິດເຊື້ອຈະຫາຍດີ ແລະ ອອກໂຮງໝໍໄດ້ໂດຍໄວ…າຍຫຼັງໄດ້ຮັບການປິ່ນ ຢູ່ນະຄອນຫຼວງວຽງຈັນ ມີຜູ້ຕິດເຊື້ອຈໍານວນ 7 ຄົນ ແລະ ຫຼວງພະບາງ 3 ຄົນ ລວມເປັນ 10 ຄົນ… ນອກຈາກນີ້ກະຊວງສາທາລະນະຍັງໄດ້ພົວພັນການພະແນກສາທາລະນະສຸກແຂວງຫຼວງພະບາງກໍຄືໂຮງໝໍແຂວງຫຼວງພະບາງ ເພື່ອຕິດຕາມອາການຂອງຄົນເຈັບທີນອນປິ່ນປົວ 3 ຄົນ ເຊິ່ງຕອນນີ້ຍັງບໍ່ມີອາການທີ່ນ່າເປັນຫ່ວງ ແລະ ອາການເບົາບາງລົງ ລວມທັງຈໍານວນຜູ້ຕິດເຊື້ອ 7 ຄົນທີ່ຢູ່ນະຄອນຫຼວງວຽງຈັນກໍເຊັ່ນດຽວກັນ. ຕອນນີ້ຈໍານວນໜື່ງກໍໃກ້ຈະໄດ້ອອກໂຮງໝໍ ແຕ່ເຖິງຢ່າງໃດກໍຕາມ, ກ່ອນທີ່ຈະໄດ້ອອກຈາກໂຮງໝໍຕ້ອງໄດ້ມີການກວດ 2 ຄັ້ງກ່ອນ …

Read More »

ດ່ວນ! ອັບເດດຈໍານວນຜູ້ຕິດເຊື້ອ COVID-19 ໃນວັນທີ 31 ມີນາ 2020…

ອັບເດດ! ຈໍານວນຜູ້ຕິດເຊື້ອ ຢູ່ໃນ ສ ປປ ລາວ ຫຼ້າສຸດວັນທີ 31 ມີນາ 2020  ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ​ອັກ​ເສບ​ປອດ​ທີ່​ເກີດ​ຈາກ​ເຊື້ອຈຸລະ​ໂລກ​ສາຍ​ພັນໃໝ່ COVID-19 ໂດຍ: ທ່ານ ຮສ ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ,ຜູ້ປະຈໍາການຄະນະສະເພາະກິດຖະແຫຼງວ່າ ບໍ່ມີຜູ້ຕິດເຊື້ອເພີ່ມຂຶ້ນໃນວັນທີ 31 ມີນາ 2020 ສະພາບການ COVID-19 ໃນທົ່ວໂລກ ມາຮອດເວລາ 24:00 ໂມງເຊົ້າ ຂອງວັນທີ 30 ມີນາ 2020, ທົ່ວໂລກມີລາຍງານກໍລະນີ ທັງໝົດ 201 ປະເທດ. ກໍລະນີຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ແລ້ວ 720,692 ກໍລະນີ (ເພີ່ມຂື້ນ 57,565 ກໍລະນີ, …

Read More »

ມາຮູ້ຈັກກັບ…ສູນບໍລິການຫລັງການຂາຍມາດຕະຖານຂອງ ນິສສັນ ຕັນຈົງ ມໍເຕີ້ລາວ

ສະບາຍດີ! ມື້ນີ້ຈະພາທຸກທ່ານມາຮູ້ຈັກກັບສູນບໍລິການຫລັງການຂາຍມາດຕະຖານຂອງນິສສັນທີ່ຫລາຍຄົນອາດຫຍັງບໍ່ຮູ້ຈັກ ແຕ່ມື້ນີ້ເຮົາຍາກໃຫ້ທຸກຄົນໜັ້ນໃຈວ່າສູນບໍລິການຫລັງການຂາຍຂອງນິສສັນມີຮອງຮັບລູກຄ້າບໍ່ວ່າຈະເປັນນະຄອນຫລວງຫລື ຕ່າງແຂວງ  ເຊີ່ງມີສຳນັກງານໃຫ່ຍ ຕັ້ງຢູ່ ບ້ານ ຈອມແຈ້ງ ເມືອງສີສັດຕະນາກ ຖະໜົນທ່າເດືອ ນະຄອນຫລວງວຽງຈັນ ແລະມີ ສາຂານະຄອນຫລວງອີກຫນື່ງແຫ່ງ ຕັ້ງຢູ່ ບ້ານ ດອນແດງ ເມືອງຈັນທະບູລີ ຕ່າງແຂວງກໍ່ມີສາຂາ ຢູ່ສະຫວັນນະເຂດເຊິ່ງ ສະຖານທີ່ ຕັ້ງຢູ່ ບ້ານ ນາເລົ່າ ນະຄອນໄກສອນ ແຂວງສະຫວັນນະເຂດ ການບໍລິການຫລັງການຂາຍຂອງສູນນິສສັນແມ່ນດໍຳເນີນມາແຕ່ປີ 2010 ຕັ້ງແຕ່ເປີດໂຕ ສູນນິສສັນຕັນຈອງ ຢ່າງເປັນທາງການໃນປະເທດລາວນັບວ່າຫລາຍປີມາແລ້ວ ການບໍລິການແມ່ນໄດ້ຮັບຄວາມນິຍົມຫລາຍມີຜູ້ຄົນມາໃຊ້ບໍລິການກັນ ຫຼາກຫລາຍ ບໍ່ສະເພາະແຕ່ລົດນິສສັນ ຍັງຮັບສ້ອມແປງລົດໃຫຍ່ທຸກລຸ້ນ ມີຊ່າງສ້ອມແປງທີ່ຊ່ຽວຊານ ມີການດໍາເນີນງານແບບເປັນລະບົບ ສະຖານທີ່ການສ້ອມແປງກໍໄດ້ມາດຖານ ມີອຸປະກອນ ສ້ອມແປງທີ່ ທັນສະໄຫນ ມີການບໍລິການແບບເປັນກັນເອງ ໃຫ້ບໍລິການດ້ວຍໃຈ ມອບຮອຍຍິ້ມ ແລະ ໃຫ້ຄຳປຶກສາທີ່ດີໃຫ້ແກ່ລູກຄ້າ           …

Read More »

ຊື້ງໃຈ! ສສ ​ຫວຽດນາມ ຈະຊ່ວຍອຸປະກອນ​ການ​ແພດ​​ ສປປ ລາວ ​ ແລະ ສົ່ງຜູ້ຊ່ຽວຊານທາງສາທາລະນະສຸກ ເຂົ້າຊ່ວຍສະກັດກັ້ນການແຜ່ລະບາດໂຄວິດ-19…

ປັດຈຸບັນການແຜ່ລະບາດຂອງພະຍາດ COVID-19 ນັບມື້ນັບຮຸນແຮງຂຶ້ນທຸກມື້ ເຮັດໃຫ້ຈໍານວນຜູ້ຕິດເຊື້ອ ແລະ ເສຍຊີວິດເພີ່ມຂຶ້ນທຸກມື້ ເຊິ່ງເກືອບທຸກປະເທດທົ່ວທຸກມຸມໂລກໄດ້ຮັບຜົນກະທົບຢ່າງຫຼວງຫຼາຍ ໜື່ງໃນນັ້ນກໍຄືປະເທດລາວເຮົາ ໃນ ວັນທີ 26 ມີນາ 2020 ສປປລາວ ເຮົາພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນເປັນຈຳນວນທັງໝົດ  6  ຄົນແລ້ວ ຂະນະນີ້ລັດຖະບານກໍໄດ້ອອກຫຼາຍມາດຕະການເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດລະບາດໃນຄັ້ງນີ້. ຫຼ້າສຸດອີງຕາມການລາຍງານຂອງ VOV5 ຂອງຫວຽດນາມໃຫ້ຮູ້ວ່າ: ຕອນບ່າຍວັນທີ 26 ມີນາຢູ່ຫ້ອງວ່າການລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານທອງລຸນ ສີສຸລິດນາຍົກລັດຖະມົນຕີແຫ່ງສປປລາວ ແລະ ທ່ານນາຍົກລັດຖະມົນຕີກໍາປູເຈຍ ສົມເດັດ ຮຸນເຊັນ ກ່ຽວກັບການສົມທົບລະຫວ່າງຫວຽດນາມ ກັບ ລາວ ແລະ ກໍາປູເຈຍ ໃນການຮັບມືກັບໂລກລະບາດ ໂຄວິດ – 19. ໃນການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກເຖິງການສົມທົບ ແລະ ໜູນຊ່ວຍເຊິ່ງກັນແລະກັນ ລະຫວ່າງບັນດາປະເທດໃນສະພາບເກີດພະຍາດລະບາດໂຄວິດ – …

Read More »