Breaking News

ຂ່າວເສດຖະກິດ

ສປຈີນ ກຳລັງເດີນທາງເຂົ້າມາຊ່ວຍເຫຼືອ ສປປ ລາວ ຕ້ານ COVID-19…

ໃນປັດຈຸບັນສະຖານະການ ການລະບາດພະຍາດ Covid-19 ຖືໄດ້ວ່າ ນັບມື້ນັບເພີ່ມຂຶ້ນຢ່າງຮຸນແຮງຂຶ້ນຢ່າງຕໍ່ເນື່ອງໄປທົ່ງທຸກພື້ນທີ່ໃນໂລກ ແລະ ລາວເຮົາປັດຈຸບັນກໍມີກໍລະນີ ຕິດເຊື້ອໄວຣັສນີ້ 3 ຄົນແລ້ວ ເຊິ່ງມີ ເພດຊາຍ 2 ຄົນ ແລະ ເພດຍິງອີກ 1 ຄົນ… ເຊິ່ງສະຖານະການທີ່ວິກິດແບບນີ້ກໍຍັງມີບ້ານອ້າຍເມືອງນ້ອງຂອງເຮົາກໍໄດ້ຢື່ນມືເຂົ້າມາຊ່ວຍເຫຼືອໜື່ງໃນນັ້ນ ກໍຄື ສປ ຈີນ ເຊິ່ງຫຼ້າສຸດ ໃນວັນທີ 25 ມີນາ 2020 ທີ່ຜ່ານມາ ທ່ານ ເກີງສວງ ໂຄສົກກະຊວງການຕ່າງປະເທດ ສປ ຈີນປະກາດວ່າ ສປ ຈີນ​ ຈະຊ່ວຍເຫຼືອ ສປ​ປ​ ລາວ​ ແລະ ທຸກປະເທດທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19… ຂະນະນີ້ ຫນ່ວຍງານຊ່ຽວຊານແພດທີ່ມີປະສົບການສູງໃນການຕ້ານພະຍາດໂຄວິດກຳລັງຈະເດີນທາງເຂົ້າ ສປປ ລາວ ພ້ອມອຸປະກອນການແພດ ແລະ ຢາປິ່ນປົວຈໍານວນຫນຶ່ງໃນເວລາໃກ້ໆນີ້. ຂວັນໃຈ ຂໍຂອບໃຈແທນຄົນລາວເຮົາທຸກຄົນ ທີ່ ທາງ …

Read More »

ບໍລິສັດເບຍລາວ ມອບເງິນ 2 ຕື້ກີບ ເພື່ອຊ່ວຍຄວບຄຸມ ແລະ ຕ້ານພະຍາດໂຄວິດ-19…

ໃນວັນທີ 26 ມີນາ 2020 ທີ່ ນະຄອນຫຼວງວຽງຈັນ- ບໍລິສັດ ເບຍລາວ ຈໍາກັດ (ບໍລິສັດເບຍລາວ) ໄດ້ມອບເງິນ 2 ​ຕື້ກີບ ເພື່ອປະກອບສ່ວນສະໜັບສະໜູນລັດຖະບານລາວ ກໍຄື ກະຊວງສາທາລະນະສຸກ ແລະ ເຈົ້າໜ້າທີ່ແພດໝໍ ທີ່ກໍາລັງຮັບມື ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ໃນລາວ.   ທ່ານ ເຮັນລິກ ເອັນເດີເຊັນ ຜູ້ອໍານວຍການໃຫຍ່ ບໍລິສັດ ເບຍລາວ ໄດ້ກ່າວວ່າ  “ພວກເຮົາຮັບຮູ້ເຖິງການແຜ່ລະບາດຢ່າງຮ້າຍແຮງຂອງເຊື້ອພະຍາດນີ້ທີ່ເກີດຂຶ້ນທົ່ວໂລກ, ດັ່ງນັ້ນ, ພວກເຮົາຈິ່ງຕ້ອງການເປັນສ່ວນໜຶ່ງໃນການສະໜັບສະໜູນລັດຖະບານລາວທີ່ກໍາລັງຮັບມືກັບການແຜ່ລະບາດຂອງເຊື້ອພະຍາດພາຍໃນປະເທດ. ປະຊາຊົນລາວໄດ້ໃຫ້ການສະໜັບສະໜູນບໍລິສັດເບຍລາວດ້ວຍດີຕະຫຼອດມາໃນຊ່ວງເວລາທີ່ດີ, ເຊິ່ງເວລານີ້ ພວກຮົາກໍຍິນດີປະກອບສ່ວນໃຫ້ແກ່ລັດຖະບານລາວ ແລະ ປະຊາຊົນລາວໃນການຜ່ານຜ່າສິ່ງທ້າທາຍ ໂດຍຜ່ານການມອບປັດໃຈດັ່ງກ່າວນີ້.”   ໃນມື້ນີ້, ເປັນການກ່າວມອບຮັບລະຫວ່າງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດຈາກເຊື້ອຈຸລະໂລກ COVID …

Read More »

ສູ້ໆເດີ້!! ຂໍເປັນກຳລັງໃຈໃຫ້ “ທີມແພດໝໍ ແລະ ໜ່ວຍງານກູ້ໄພ” ທີ່ເຮັດວຽກເກືອບຕະຫຼອດ 24 ຊົ່ວໂມງ ໃນຊ່ວງວິກິດ COVID-19…

ຕໍ່ເນື່ອງກັບສະພາບການແຜ່ລະບາດຂອງພະຍາດລະບາດ ໂຄວິດ-19 ເຊິ່ງປັດຈຸບັນນີ້ກຳລັງແຜ່ລະບາດໄປທົ່ວທຸກພື້ນທີ່ຂອງໂລກ ໄດ້ສົ່ງຜົນໃຫ້ຄົນຕິດເຊື້ອ ແລະ ເສຍຊີວິດເພີ່ມຂຶ້ນທຸກມື້   ເຖິງແມ່ນວ່າປະເທດລາວເຮົາຍັງບໍ່ທັນມີຄົນຕິດເຊື້ອກໍຕາມ ແຕ່ພວກເຮົາກໍບໍ່ໄດ້ຖືເບົາ ເພາະປັດຈຸບັນນີ້ທາງພາກລັດກໍໄດ້ມີມາດຕະການຫຼາຍຢ່າງອອກມາເພື່ອສະກັດກັ້ນ ແລະ ຕ້ານພະຍາດດັ່ງກ່າວໂດຍມີການສັ່ງຫ້າມໂຈະຈັດງານສັງສັນ, ງານທີ່ມີຄົນຊຸມນຸມ, ງານດອງ, ພັກການຮຽນ-ການສອນຊົ່ວຄາວ…  ຕອນນີ້! ຫຼາຍຄົນຫຼາຍພາກສ່ວນກໍໄດ້ສຸມໃສ່ປ້ອງກັນພະຍາດລະຍາດຢ່າງໜັັກໜ່ວງບໍ່ວ່າຈະເປັນທັງໂຮງຫມໍ, ຫນ່ວຍທີມງານກູ້ໄພ… ທີ່ຢູ່ເກືອບທຸກແຂວງທົ່ວປະເທດລາວ ເຊິ່ງພາກສ່ວນນີ້ຖືວ່າເຮັດວຽກເກືອບຕະຫຼອດ 24 ຊົ່ວໂມງ!ເພື່ອກຽມພ້ອມກັບພະຍາດລະບາດດັ່ງກ່າວ…     ຂວັນໃຈ ເຫັນທຸກພາກສ່ວນໄດ້ຮ່ວມແຮງຮ່ວມໃຈສາມັກຄີຊ່ວຍເຫລືອກັນໃນຍາມທີ່ບ້ານເມືອງສູ້ກັບວິກິດແບບນີ້ ກໍຮູ້ສຶກດີໃຈ ແລະ ຊົມເຊີຍມາຍັງທຸກຄົນ-ທຸກພາກສ່ວນ ໂດຍສະເພາະກໍຂໍເປັນກຳລັງໃຈໃຫ້ອ້າຍນ້ອງກູ້ໄພ ແລະ ນັກຮົບຊຸດຂາວຂອງພວກເຮົານັ້ນກໍຄືທີມແພດໝໍ…ທີ່ສະຫຼະຊີວິດສ່ວນຕົວເພື່ອຊ່ວຍເຫຼືອສັງຄົມເຮົາ! ຂອບໃຈຮູບພາບຈາກ: saokai jaijaohude ໜ່ວຍກູ້ໄພ ສະຫວັນນະເຂດ Savannakhet Rescue

Read More »

ຂ່າວດີ! ອູ່ຮັ່ນ ແລະ ມົນທົນຫູເປີ່ຍ ບໍ່ພົບຄົນປ່ວຍ Covid-19 ຄົນໃຫມ່…

ຕອນເຊົ້າຂອງວັນທີ 19 ມີນາ 2020 ຄະນະກຳມະການສາທາລະນະສຸກແຫ່ງຊາດຂອງມົນທົນຫູເປີ່ຍ ລາຍງານວ່າ ບໍ່ພົບຜູ້ປ່ວຍ  Covid-19  ລາຍໃຫມ່ໃນເມືອງອູ່ຮັ່ນ ລວມເຖິງມົນທົນ ຫູເປີ່ຍ ມື້ວານ ວັນທີ 18 ມີນາ 2020 ເຊິ່ງເປັນຄັ້ງທໍາອິດທີ່ບໍ່ພົບກໍລະນີຜູ້ຕິດເຊື້ອຄົນໃຫມ່ໃນສູນກາງ ແລະ ຕົ້ນຕໍຂອງໄວຣັສ Covid-19  ໃນຈີນ ຫຼັງຈາກປະເຊີນກັບວິກິດ ແລະ ຕໍ່ສູ້ກັບໄວຣັສມາດົນກວ່າ 2 ເດືອນ – ຂໍ້ມູນຈາກທາງການຈີນລະບຸວ່າ ມື້ວານນີ້ມີຄົນຕິດເຊື້ອຍືນຍັນເພີ່ມ 34 ຄົນ ໂດຍທັງໝົດລ້ວນແຕ່ເປັນຜູ້ທີ່ເດີນທາງກັບມາຈາກຕ່າງປະເທດ ສ່ວນຈໍານວນຜູ້ເສີຍຊີວິດຫຼ້າສຸດມີເພີ່ມ 8 ຄົນ ເຊິ່ງທັງໝົດໃນມົນທົນຫູເປີ້ຍ. ເຖິງແນວໃດກໍຕາມ ທາງການຈີນຍັງບໍ່ໄດ້ເປີດເຜີຍລາຍລະອຽດເພີ່ມເຕີມເທື່ອວ່າຜູ້ຕິດເຊື້ອຄົນໃຫມ່ເດີນທາງກັບມາຈາກປະເທດໃດແດ່  ກ່ອນໜ້ານີ້ລັດຖະບານປະກາດວ່າ ຈີນໄດ້ຜ່ານພົ້ນຈຸດສູງສຸດຂອງວິກິດການລະບາດຂອງ Covid-19 ແລ້ວ ຫຼັງຈາກທີ່ປະເທດໄດ້ເຮັດສົງຄາມກັບຳວຣັສຢ່າງໜັກໜ່ວງ ທັງການປິດເມືອງ ແລະ ຈໍາກັດການເດີນທາງຂອງປະຊາຊົນເພື່ອຫຼຸດຄວາມສ່ຽງໃນການແຜ່ກະຈາຍຂອງໄວຣັສ ສໍາຫຼັບ ຍອດລວມສະສົມຂອງຜູ້ຕິດເຊື້ອໃນຈີນຂະນະນີ້ຢູ່ທີ່ປະມານ 80,928 ຄົນ ໂດຍຈໍານວນນີ້ຟື້ນຕົວ ແລະ ຮັກສາດີແລ້ວ 70,420 ຄົນ ແລະ …

Read More »

ໂພສເດືອດ!! ຍຸ້ຍ ສັນທະນີ Miss Supranational Laos 2018 ເກີນທົນ ສັ່ງຊື້ຜ້າປິດປາກ ກ່ອງ 2 ແສນກີບ ແຕ່ພົບສິ່ງນີ້…

ຊ່ວງນີ້ພະຍາດລະບາດ Covid-19 ກຳລັງແຜ່ຂະບາດແຮງ ແນ່ນອນສິ່ງທີ່ຂາດບໍ່ໄດ້ນັ້ນກໍຄືການປ້ອງກັນຕົວບໍ່ວ່າຈະເປັນ ຜ້າປິດປາກ, ເຈວລ້າງມື… ເປັນອີກໜື່ງຕົວຊ່ວຍທີ່ສໍາຄັນໃນການປ້ອງກັນພະຍາດລະບາດດັ່ງກ່າວ ແລະ ຕອນນີ້ຜ້າປິດປາກກໍເປັນອີກໜື່ງສິ່ງທີ່ຫຼາຍຄົນກຳລັງຕ້ອງການ ແລະ ກຳລັງຂາດຕະຫຼາດອີກດ້ວຍ   ເຊິ່ງຜ້າປິດປາກກໍເປັນກະແສຮືຮາໄປທົ່ວສັງຄົມ ກ່ຽວກັບເລື່ອງຂອງການຂຶ້ນລາຄາຈາກປົກກະຕິ… ແລະ ຫຼ້າສຸດ   “ຢຸ້ຍ ສັນທະນີ” Miss Supranational Laos 2018 ກໍໄດ້ອອກມາໂພສຜ່ານເຟສບຸກສ່ວນຕົວເມື່ອບໍ່ດົນມານີ້ວ່າ: “ພວກຊຸມຜີ ຈັ່ງແມ່ນຂວາງ+ຊິງຫມາເກີດແທ້ໆ ຊົ່ວທຽບເທົ່າກັບພວກປ່ອຍເຊື້ອໄວລັດກະພວກຂາຍຂອງທີ່ສວຍໂອກາດໃນຢາມນີ້ລະ 1.ພວກກັກຕຸນສິນຄ້າໃຫ້ມັນຂາດຕະຫຼາດແລ້ວໂກງລາຄາ ຈາກແຕ່ກີ້ກັບລະ15,​000ຂອງລາວຂອງຫວຽດ-40,000ຂອງໄທຂອງຕ່າງປະເທດ.​ຂື້ນຮອດ10ເທົ່າໂຕ.​ 2.ພວກສັນດານຂາຍຂອງປອມ(ເອົາຮູບຂອງແທ້ມາໂພດຂາຍ ບາດເຄື່ອງມາຂອງປອມ)​ 3.ພວກເປລດເອົາຂອງມື2ມາຂາຍຍ້ອມແມວໃຫ້ພະຍາດມັນແພ່ເພີ່ມ 4.ມາໃຫມ່ອີກພວກຊຸມຜີເດນນະລົກ ມີສອດໃສ່ອີກ ຄົນເຂົາຢ້ານຕາຍ.​ ກັບລະ 200,​000ແພງກ່ອນຊີ້ນກ່ອນເຂົ້າ ແພງປານຄຳເຂົາກະຊື້ເພາະບໍ່ຢາກຕິດໂລກ ໂອ້ຍຍຍ ເນາະ ນີ້ລະຈັ່ງ, ຈັ່ງບໍ່ຄິດສິຂາຍແຕ່ທຳອິດ ທີ່ມີແຕ່ຜູ້ສະເໝີມາ ຢ້ານຖືກຈົກຕາ ຢ້ານຖືກຕົ້ມກັນແນວນີ້ລະ.​ເຫັນເຂົາໂພດເງິນໂຊຂາຍດີ ແຕ່ບໍ່ແລ້ວສະເໝີໄປ ແລ້ວແຕ່ບຸນໃຜລາວ *ຂໍເວົ້າຄຳຫຍາບ.​ເກີນອົດ” ນີ້ກໍຖືໄດ້ວ່າເປັນອີກໜື່ງກໍລະນີໃນການຊື່ເຄື່ອງຜ່ານອອນລາຍ ທີ່ເປັນອຸທາຫອນໃຫ້ກັບສັງຄົມເຮົາບໍ່ຫຼາຍກໍໜ້ອຍໃນຊ່ວງວິກິດແບບນີ້  ນີ້ແລະທີ່ເຂົາເອີ້ນກັນວ່າ “ນໍ້າຂຶ້ນໃຫ້ຮີບຕັກ”ນີ້ອາດຈະເປັນອີກໜື່ງກົນລະຍຸດຂອງແມ່ຄ້າອອນລາຍບາງຄົນທີ່ສວຍໂອກາດໃນການຂາຍເຄື່ອງ… ຂວັນໃຈຂໍໃຫ້ທຸກຄົນມີສະຕິນໍາກັນຕື່ມອີກເດີ້ ໃນການສັ່ງຊື້ເຄື່ອງອື່ນໆຈາກອອນລາຍໂດຍສະເພາະແມ່ນ …

Read More »