Breaking News

ໄວໜຸ່ມ

ດັ່ງນາງໃນວັນນະຄະດີ  ນາງສັງຂານນະຄອນຫຼວງພະບາງ ຂຶ້ນແທ່ນຂວັນໃຈຄົນລາວ!!!

ເປັນກະແສໃຫ້ໄດ້ເວົ້າກັນທົ່ວປະເທດ… ສະບາຍດີປີໃໝ່ລາວ ເຖິງປີໃໝ່ລາວຈະໝົດໄປ ແຕ່ກະແສ “ນາງສັງຂານ” ປີນີ້ກໍຍັງມີໃຫ້ໄດ້ເວົ້າໄດ້ລົມກັນ ເນື່ອງຈາກວ່າໄດ້ມີພາບ “ນາງສັງຂານ ນະຄອນຫຼວງພະບາງ” ມາໃຫ້ແຟນໆໄດ້ເບິ່ງ ໄດ້ຊົມ ໄດ້ແຍງ ຄວາມງາມຂອງບັນດານາງສັງຂານໃນປີນີ້  ບອກເລີຍວ່າບໍ່ເຮັດໃຫ້ແຟນໆຜິດຫວັງ ເພາະສາວລາວເຮົາງົດງາມ ອ່ອນຊ້ອຍ ຈົນເປັນກະແສຮືຮາໃນໂລກອອນລາຍໃນຊ່ວງທ້າຍອາທິດທີ່ຜ່ານມາ ເຮັດໃຫ້ມີຍອດຄົນກົດໄລ້ ກົດແຊຣ ແລະ ສະແດງຄວາມຄິດເຫັນ ຊື່ນຊົມໃນຄວາມງາມຂອງ ນາງສັງຂານ ນະຄອນຫຼວງພະບາງ ກັນຢ່າງຫຼວງຫຼາຍ… (ລອງມາເບິ່ງຮູຸບພາບບັນດາ  “ນາງສັງຂານ ນະຄອນຫຼວງພະບາງ 2562”  ກັນອີກຄັ້ງ) ເຫັນແລ້ວງົດງາມ ມີຄວາມເໝາະສົມທີ່ໄດ້ເປັນ  “ນາງສັງຂານ ນະຄອນຫຼວງພະບາງ 2562”  #ແຊຣໄປໃຫ້ໂລກຮູ້ນີ້ຄຶສາວງາມຈາກປະເທດລາວ ຮູບພາບ: Diamond Studio, Wedding Studio, Laos 

Read More »

 ບໍລິສັດ ຕັນຈົງມໍເຕີລາວ ຮ່ວມສະຫຼອງປີໃຫມ່ລາວກັບສູນສາມເອັດສ໌ຂອງນີສສັນ Nissan ທີ່ເປີດໃຫມ່ ສາຂາ ດອນແດງ

ໃນເດືອນເມສາ ປີ 2019 – ຕັນຈົງມໍເຕີລາວ (Lao) Sole Co. , Ltd. (“TCML”), ເຊີ່ງເປັນບໍລິສັດຕົວແທນຈຳໜ່າຍລົດນີສສັນ Nissan ແລະ ເປັນບໍລິສັດທີ່ຢູ່ໃນເຄື່ອຂ່າຍຂອງຕັນຈົງມໍເຕີ ໂຫດດີງສ໌ ເບີຣ໌ເຫດ ຂອງປະເທດມາເລເຊຍ Tan Chong Motor Holdings Bhd (Malaysia) ໄດ້ປະສົບຜົນສຳເລັດຄັ້ງສຳຄັນໂດຍການປະກາດການຂະຫຍາຍສາຂາໃໝ່ຫຼ້າສຸດໃນນະຄອນຫຼວງວຽງຈັນ. ຝ່າຍບໍລິຫານຂອງຕັນຈົງມໍເຕີ Tan Chong Motor ພ້ອມດ້ວຍແຂກທີ່ມີກຽດ ແລະ ສື່ທ້ອງຖີ່ນໄດ້ຮ່ວມສະຫຼອງປີໃຫມ່ລາວທີ່ຫ້ອງສະແດງລົດຍົນຂອງນີສສັນ Nissan ເຊີ່ງເປັນຫ້ອງທີ່ຫາກໍ່ເປີດໃຫມ່ ແລະ ປັດຈຸບັນທາງບໍລິສັດມີຫ້ອງຂາຍ ລົດຍົນ ຫຼື ສູນຂາຍລົດ ດ້ວຍກັນສີ່ ບ່ອນໃນລາວ ທ່ານ ຊົງ ຈູນ ເບັງ ຜູ້ບໍລິຫານຂອງບໍລິສັດຕັນຈົງມໍເຕີລາວ ແລະ ກຳປູເຈຍໄດ້ກ່າວວ່າ, “ທາງບໍລິສັດໄດ້ວາງແຜນທຸລະກິດຢ່າງຕໍ່ເນື່ອງໃນສາທາລະນະລັດ ປະຊາທິປະໄຕ …

Read More »

ຫ່າງຫາຍໄປດົນ! ລູກນໍ້າ ທິດາລັດ ເຄື່ອນໄຫວຄັ້ງທຳອິດ ພ້ອມໂພສຮູບ-ແຄັບຊັ່ນທັກທາຍແຟນໆແບບນີ້…

ຫ່າງຫາຍກັນໄປເປັນເດືອນ ຫຼັງຈາກທີ່ມີຂ່າວດັງຂ້າມປະເທດກັນໄປຊ່ວງໜຶ່ງ ຫຼ້າສຸດ ລູກນໍ້າ ທິດາລັດ ວົງສິລິ ກໍເຄື່ອນໄຫວຄັ້ງທຳອິດ ໃນວັນທີ 9 ເມສາ 2019 ທີ່ຜ່ານມາ ພ້ອມທັງກັບມາທັກທາຍແຟນໆ ໂດຍການໂພສຮູບຜ່ານ ເຟສບຸກ ແລະ ອິນສະຕຣາແກຣມ ໃຫ້ແຟນໆໄດ້ອັບເດດກັນແລ້ວເດີ້… ເຊິ່ງ ສາວ ລູກນໍ້າ ທິດາລັດ ກໍມາໃນຮູບພາບ ຍິ້ມແຍ້ມແຈ່ມໃສ ພ້ອມ ແຄັບຊັ່ນໜ້າຮັກໆວ່າ: “ໃກ້ປີໃຫມ່ແລ້ວດີໃຈເດ” ໃກ້ປີໃຫມ່ແລ້ວດີໃຈເດ❤ Posted by Louknum Vongsili on Tuesday, April 9, 2019   ພໍແຕ່ໂພສຮູບນີ້ບໍ່ພໍຂ້າມຄືນກໍເຮັດໃຫ້ມີບັນດາແຟນໆເຂົ້າມາກົດໄລ້ ສະແດງຄວາມຄິດເຫັນ ແລະ ທັກທາຍຕອບ ສາວ ລູກນໍ້າ ທິດາລັດ ກັນຢ່າງຫຼວງຫຼາຍ. ເອົ້າ! ໃຜທີ່ເປັນແຟນຄລັບຂອງສາວຄົນນີ້ກໍຝາກເປັນກຳລັງໃຈໃຫ້ນາງກັນຫຼາຍໆແດ່ເດີ້ ເພາະ ລູກນໍ້າ ທິດາລັດ ກັບມາແລ້ວວວ!!! …

Read More »

ປະຫວັດຄວາມເປັນມາຂອງ “ບຸນປີໃໝ່ລາວ ແລະ ນາງສັງຂານ” #ຄົນລຸ້ນໃໝ່ຄວນຮູ້

ປີໃໝ່ລາວ ໃນທຸກໆປີໄວລຸ້ນຍຸກໃໝ່ຕາງກໍເຂົ້າໃຈພຽງແຕ່ວ່າ ເປັນບຸນປະເພນີຂອງ ປະເທດລາວ ຂອງເຮົາທີ່ມີແຕ່ບູຮານນະການທີ່ສືບທອດກັນມາຕັ້ງແຕ່ຍຸກກ່ອນໆ, ແຕ່ຮູ້ບໍ່ວ່າ ບຸນປີໃໝ່ລາວ ເພິ່ນມີເລື່ອງເລົ່າກ່ຽວກັບ ປະເພນີບຸນປີໃໝ່ລາວ ທີ່ປະຊາຊົນລາວປະຕິບັດສືບກັນມາແຕ່ສະໄໝບູຮານຈົນມາຮອດປັດຈຸບັນ ເຊິ່ງເລື່ອງທັງໝົດກໍມີຢູ່ວ່າ: ໃນສະໄໝ ພຸດທະການ ຍັງມີລູກຊາຍຂອງມະຫາເສດຖີ ຊື່ວ່າ: ທັມມະປາລະກຸມມານ ເປັນຄົນທີ່ ສະຫຼຽວສະຫຼາດ, ມີວິຊາຄວາມຮູ້ສູງ, ເປັນຜູ້ສອນທັມມະ, ມົງຄຸນແກ່ຄົນທົ່ວໄປ ແລະ ເຂົ້າໃຈໃນພາສາສັດຕ່າງໆນຳອີກ ຊື່ສຽງຂອງ ທັມມະປາລະກຸມມານ ໂດ່ງດັງໄປທົ່ວຊົມພູທະວີບຮອດຫູ ພຣະຍາກະບິນລະພົມ ຜູ້ມີຣິດເດດກ້າ ແລະ ມີຄວາມຮູ້ຄວາມສາມາດເໜືອກວ່າມະນຸດທັງຫຼາຍ ເມື່ອຮູ້ເຊັ່ນນັ້ນ ພຣະຍາກະບິນລະພົມ ຈຶ່ງສັ່ງໃຫ້ ເສນາອາມາດ ໄປເຊີນເອົາທ້າວ ທັມມະປາລະກຸມມານ ມາຖາມບັນຫາ ເພື່ອເປັນການລອງພູມປັນຍາຄວາມຮູ້ກັນ.ເປັນການລອງພູມປັນຍາຄວາມຮູ້ກັນ. ພຣະຍາກະບິນລະພົມ ຕັ້ງຄຳຖາມດັ່ງນີ້: ຕອນເຊົ້າ “ສີຣິ” ຫຼື “ຣາສີ” ຂອງຄົນເຮົາ ຢູ່ບ່ອນໃດ?, ຕອນບ່າຍ “ຣາສີ” ຂອງຄົນເຮົາ ຢູ່ບ່ອນໃດ?, …

Read More »

ເປີດເຜີຍແລ້ວ! ຊຸດ ແລະ ເລີ້ງເຄີ້ງ ທີ່ນາງສັງຂານ 2019 ຈະໄດ້ໃສ່ (ງົດງາມຫຼາຍໆ )

ຮູ້ສຶກຕື່ນເຕັ້ນ ໃກ້ເວລາເຂົ້າມາເຕັມທີ່ແລ້ວສຳລັບການປະກວດ ນາງສັງຂານ ນະຄອນຫຼວງພະບາງ ປະຈຳພສ 2562 ຄສ 2019 ກ່ອນໜ້ານີ້ທາງກອງປະກວດກໍໄດ້ເປີດເຜີຍໂສມໜ້າຂອງນ້ອງໆນາງສາວຜູ້ເຂົ້າປະກວດທັງ 30 ຄົນ ໃຫ້ແຟນໆໄດ້ເຫັນກັນແລ້ວ, ຫຼ້າສຸດກໍໄດ້ມີການເປີດເຜີຍ ຊຸດ ແລະ ເລີ້ງເຄີ້ງ (ມົງກຸດ) ທີ່ນາງສັງຂານ ປະຈຳປີ ພສ 2562 ຄສ 2019 ຈະໄດ້ສວມໃສ່. ສາຍສະພາຍ ນາງສັງຂານ ຄືສິ່ງທີ່ມີຄຸນຄ່າ ປັກດ້ວຍໄໝຄຳ ທີ່ມີຄວາມງົດງາມ ສຳລັບຜູ້ທີໄດ້ອັນດັບ 1 2 3. ອອກມາແລ້ວແບບເລີ້ງເຄີ້ງ ຫຼື ມຸງກຸດ ຂອງນາງສັງຂານ ປະຈຳປີ ພສ 2562 ຄສ 2019. ສຳລັບ “ເລີ້ງເຄີ້ງ” ຄືສຸດຍອດແຫ່ງລາງວັນກຽດຕິຍົດທີ່ແມ່ຍິງນະຄອນຫຼວງພະບາງໄຝ່ຫາ ບົ່ງບອກເຖິງຄວາມງາມ ແລະ ຄວາມສຳເລັດ.​ ຜະລິດຈາກຄຳແທ້ 100%. ສຳລັບປີນີ້ “ນາງສັງຂານ ທຸງສະເທວີ” ແມ່ນຈະໄດ້ຂີ່ ພະຍາຄຸດ …

Read More »