Breaking News

ໄວໜຸ່ມ

ເສັ້ນທາງການປະກວດກ່ອນຈະມາເປັນ Miss Shokubutsu Idol 2020 ຄົນທໍາອິດຂອງລາວ

ມຸກສະຫວັນ ຄໍາເມລີ ຫຼືປີມມີ້ Miss Shokubutsu Idol 2020 ຄົນທໍາອິດຂອງລາວ ປັດຈຸບັນກໍາລັງສຶກສາຢູ່ທີ່ມະຫາວິທະຍາໄລແຫ່ງຊາດ ປີທີ 2. ປີມມີ້ເປັນອີກໜຶ່ງສາວທີ່ມີຮູ້, ຄວາມສາມາດ ແລະ ກ້າສະແດງອອກ ເປັນຄົນທີ່ມັກຊອກສະແຫວງຫາປະສົບການໃຫມ່ໆ ໂດຍສະພາະກໍແມ່ນເລື່ອງຂອງການປະກວດ ເຊິ່ງວ່າສາວນ້ອຍຄົນນີ້ກໍໄດ້ເດີນສາຍປະກວດງານຕ່າງໆມາແລ້ວ 3 ເວທີນໍາກັນ ຄື ເວທີ Miss Teen, ງານ LTC ລາວໂທລະຄົມ ແລະ ຫຼ້າສຸດກໍແມ່ນປະກວດ Miss Shokubutsu Idol 2020 ທີ່ Shokubutsu Laos ໄດ້ຈັດຂຶ້ນ ດ້ວຍໄວອາຍຸພຽງ 19 ປີເທົ່ານັ້ນ. ເວທີ Miss Teen ແມ່ນເປັນເວທີທໍາອິດ ເຊິ່ງໄດ້ເຂົ້າຮອບ 40 ສຸດທ້າຍ ຕໍ່ມາກໍໄດ້ເຂົ້າປະກວດໃນເວທີປະກວດງານ LTC ທີ່ລາວໂທລະຄົມໄດ້ຈັດຂຶ້ນ …

Read More »

ໃຊ້ຊີວິດໂສດແນວໃດໃຫ້ມີຄວາມສຸກໃນແບບຂອງກາລະແມ

ປັດຈຸບັນນີ້ຜູ້ຍິງແມ່ນເປິດກວ້າງດ້ານທາງເລືອກໃຫ້ຕົນຂຶ້ນຫຼາຍ ຈາກແຕ່ກ່ອນທີ່ເປັນດັ່ງຊ້າງເທົ້າຫຼັງ ແຕ່ດຽວນີ້ແມ່ນສາມາດເປັນຊ້າງເທົ້າໜ້າໃຫ້ຕົວເອງໄດ້ ໂດຍການເບິ່ງເຫັນຄວາມສາມາດຕົນເອງຫຼາຍຂຶ້ນ, ສ້າງຄວາມສຸກໃຫ້ຕົນເອງໄດ້ ໂດຍບໍ່ເອົາຄວາມສຸກໄປຂຶ້ນກັບຄົນຄົນອື່ນ, ຮູ້ຮັກ ແລະ ຮູ້ຫາເງິນເພື່ອສິ່ງທີ່ຕົນເອງຢາກໄດ້ຢາກມີ ເຊິ່ງສິ່ງໃດທີ່ຫາມາໄດ້ດ້ວຍຕົນເອງແມ່ນຈະເຮັດໃຫ້ເຮົາມີຄວາມພູມໃຈ ແລະ ມີຄວາມສຸກກັບມັນ ປຽບດັ່ງກັບຄໍາວ່າ “ຢືນຢູ່ໃສກໍບໍ່ມີຄວາມສຸກເທົ່າຢືນດ້ວຍຂາຂອງຕົວເອງ” ເຊິ່ງຖ້າເອີ່ຍຄໍານີ້ຂຶ້ນມາກໍຈະອົດຄຶດເຖິງສາວຄົນນີ້ບໍ່ໄດ້ເລີຍ ນັ້ນຄື…. ກາລະແມ ພັດຊະລະສີ ເບນຈະມາດ ເປັນສາວໝັ້ນທີ່ເຕັມໄປດ້ວຍຄວາມສາມາດ ທັງເປັນພິທິກອນດັງລະດັບແຖວໜ້າຂອງເມືອງໄທ ທີ່ຕອນນີ້ກໍຍັງມີຄວາມພໍໃຈໃນຊີວິດໂສດ ຂໍມີຄວາມສຸກກັບເງິນ 100 ດີກວ່າ ເຊິ່ງສາວກາລະແມໄດ້ໃຫ້ສໍາພາດກັບລາຍການດັງ Club friday show ວ່າ ຕອນນີ້ຊີວິດໂສດແມ່ນແຮບປີ້ຫຼາຍ ບໍ່ໄດ້ໄຂວ່ຄວ້າຫາແຟນ ດ້ວຍເຫດຜົນທີ່ເປັນຄົນມັກເລືອກ ຢາກໄດ້ຄົນທີ່ແມ່ນ ແລະ ເຂົ້າໃຈ ຖ້າຊອກບໍ່ໄດ້ກໍບໍ່ຕ້ອງມີດີກວ່າ ເຊິ່ງບໍ່ໄດ້ຢ້ານທີ່ຈະຂຶ້ນຄານ ຖ້າຢູ່ຄານແລ້ວມີເງິນ 100 ລ້ານ ກໍບໍ່ຕ້ອງມີຜົວກໍໄດ້ ສາມາດຢູ່ຄົນດຽວໄດ້ຢ່າງມີຄວາມສຸກເຊັ່ນກັນ. ການທີ່ບໍ່ມີແຟນບໍ່ໄດ້ໝາຍຄວາມວ່າເຮົາບໍ່ມີກັນລະຍານິມິດ ແຕ່ເຮົາຍັງມີໝູ່ຄູ່ທີ່ດີ, ມີຄົນອ້ອມຂ້າງ ແລະ ແທ້ທີ່ສຸດແລ້ວເຮົາກໍຍັງມີຕົວເຮົາທີ່ບໍ່ຖີ້ມເຮົາໄປໃສແນ່ນອນ ດັ່ງນັ້ນ ຖ້າມີຄູ່ແລ້ວຊີວິດເຮົາບໍ່ດີຂຶ້ນ …

Read More »

ເສດຖີອາຍຸນ້ອຍທີ່ສຸດໃນໂລກ ສາວນ້ອຍຜູ້ສ້າງລາຍຮັບກວ່າ 50 ຕື້ກີບ ຈາກTikTok

ໃນຍຸກ 5 ຈີ ເປັນຍຸກແຫ່ງເຕັກໂນໂລຊີທີ່ບໍ່ມີພົມແດນທຸກໆຄົນສາມາດເຂົ້າເຖິງກັນໄດ້ ພຽງແຕ່ມີອິນເຕີເນັດທຸກຢ່າງກໍສາມາດເກີດຂຶ້ນໄດ້ ຈາກໂລກໜ່ວຍບັກໃຫຍ່ໆກໍກາຍເປັນນ້ອຍລົງ ບໍ່ວ່າເຮົາຢູ່ມຸມໃດຂອງໂລກກໍຫຼຽວເຫັນກັນໄດ້ ຈາກຄົນບໍ່ເຄີຍຮູ້ຈັກກໍກາຍເປັນຮູ້ຈັກ. ເອີ້ນໄດ້ວ່າເປັນການພັດທະນາໃຫມ່ທີ່ດີ ລວມໄປເຖິງການສັ່ງເຄື່ອງທາງໂລກອອນລາຍ ພຽງແຕ່ໃຊ້ປາຍນີ້ວຈີ້ມທີ່ຈໍກໍໄດ້ໃນສິ່ງທີ່ຕ້ອງການແລ້ວ ເຮັດໃຫ້ແມ່ຄ້າ-ພໍ່ຄ້າທັງຫຼາຍພາກັນຫັນມາສ້າງການຄ້າທາງອອນລາຍຫຼາຍຂຶ້ນທຸກມື້ ເຊິ່ງມັນສາມາດສ້າງລາຍໄດ້ ແລະ ຫຼາຍຄົນກໍກາຍເປັນເສດຖີໄປແລ້ວ!! ມື້ນີ້ຂວັນໃຈຈະພາມາຮູ້ຈັກສາວນ້ອຍຄົນໜຶ່ງທີ່ຫລີ້ນTikTok ຈົນລວຍ! ແມ່ນແລ້ວອ່ານບໍ່ຜິດ TikTok ຈົນລວຍ ເຊິ່ງລາວເຮັດແນວໃດນັ້ນ ໄປອ່ານນໍາກັນເລີຍ!! Addison Rae Easterling ເປັນຄົນ American ເກີດປີ 2000 ປັດຈຸບັນອາຍຸ 20 ປີ ເປັນເຊເລບທີ່ມີຜູ້ຕິດຕາມເຖິງ 63 ລ້ານຄົນ ໃນຄະນະທີ່ເປັນນັກສຶກສາຢູ່ປີ 1 ທີ່ມະຫາວິທະຍາໄລຫຼຸຍເຊຍນ່າ. Rae ເປັນສາວນ້ອຍທີ່ເຕີບໃຫຍ່ມາກັບການເຕັ້ນ ແລະ ເປັນອີກຄົນໜຶ່ງທີ່ມັກຫຼີ້ນແອັບ TikTok ເປັນຊີວິດຈິດໃຈ ແລະ ມີຄົນຕິດຕາມຫຼາຍເປັນອັນດັບຕົ້ນໆຂອງໂລກ ປັດຈຸບັນນີ້ Rae ມີລາຍໄດ້ຈາກຊ່ອງທາງຕ່າງສູງເຖິງປີລະກວ່າ 5 …

Read More »

7 ອາຫານບໍາລຸງສະໝອງ ຮັກສາອາການຫຼົງໆລືມໆ

ປັດຈຸບັນນີ້ໄພຮ້າຍຕໍ່ຮ່າງກາຍຄົນເຮົາກໍມີມາໃນຫຼາກຫຼາຍຮູບແບບ ໂດຍສະເພາະແມ່ນໄວໝຸ່ມທີ່ຮຽນໜັກ ຫຼືເຮັດວຽກຫຼາຍທີ່ພັກຜ່ອນບໍ່ພຽງພໍ ເຮັດໃຫ້ຮ່າງການຊຸດໂຊມ, ສະໝອງອ່ອນເພຍ ເຊິ່ງເປັນສາເຫດຂອງອາການຄວາມຈໍາສັ້ນຂີ້ຫຼົງຂີ້ລືມ, ປໍ້າໆເປີະໆ, ເຮັດອັນນັ້ນເສຍຊອກອັນນີ້ບໍ່ເຫັນ, ວາງເຄື່ງໄວບ່ອນໜຶ່ງພັດໄປຊອກຢູ່ບ່ອນໜຶ່ງ, ບາງເທື່ອລືມຮອດກະແຈເຂົ້າຫ້ອງເດືອດຮ້ອນໄດ້ທັບແລ້ວຊື້ໃຫມ່ ໃຜທີ່ກໍາລັງເມື່ອຍເບື່ອໜ່າຍກັບບັນຫາຫຼົງໆລືມໆເຫຼົ່ານີ້ ຂວັນໃຈມີວິທີງ່າຍໆມາແນະນໍາ ນັ້ນຄື ການກິນ 7 ພືດອາຫານ ທີ່ມີສ່ວນຊ່ວຍໃນເລື່ອງຄວາມຈໍາ,ບໍາລຸງສະໝອງໃຫ້ເຮັດວຽກໄດ້ເຕັມທີ່ ບໍ່ຫຼົງບໍ່ລືມອີກຕໍ່ໄປ ໄປອ່ານນໍາກັນເລີຍ!! ໝາກເລັ່ນ ເປັນໜຶ່ງໃນໝາກໄມ້ທີ່ໄດ້ຮັບຄວາມນິຍົມ ທີ່ມີຄົນກິນຫຼາຍທີ່ສຸດໃນໂລກ ນອກຈາກລົດຊາດດີແລ້ວຍັງອຸດົມໄປດ້ວຍປະໂຫຍດຫຼາກຫຼາຍຢ່າງ ບໍ່ວ່າຈະເປັນ ວິຕາມິນຊີ, ວິຕາມິນເອ, ວິຕາມິນເຄ, ທາດແຄວຊຽມ, ທາດຟອສຟໍຣັສ, ທາດເຫຼັກ ແລະ ອື່ນໆ….ເຊິ່ງໝາກເລັ່ນຍັງອັດແໜ້ນດ້ວຍສານໄລໂຄປີນເຊິງມີສ່ວນຊ່ວຍປັບອະນຸມູນອິດສະຫຼະໃນລອດເລືອດ ຊ່ວຍໃຫ້ເລືອດສະອາດ ເມື່ອສະໝອງໄດ້ຮັບອາຫານທີ່ມີຄຸນນະພາບດີ ສະໝອງກໍສາມາດເຮັດວຽກໄດ້ຢ່າງເຕັມທີ່ຫຼາຍຂຶ້ນ. ແກ່ນໝາກອຶ ການກິນແກ່ນໝາກອຶມື້ລະ 1 ກໍາມື ແມ່ນຈະຊ່ວຍໃຫ້ຄວາມຈຳດີຂຶ້ນ ຍ້ອນວ່າແກ່ນໝາກອຶອຸດົມໄປດ້ວຍທາດສັງກະສີທີ່ຊ່ວຍເລື່ອງຄວາມຈໍາຂອງມະນຸດ, ຊ່ວຍບໍາລຸງສະໝອງໃຫ້ເຮັດວຽກໄດ້ດີຂຶ້ນ ນອກຈາກນີ້ແກ່ນໝາກອຶຍັງມີສານອາຫານທີ່ຈໍາເປັນຕໍ່ຮ່າງກາຍຫຼາຍຢ່າງ ເຊັ່ນວ່າ ຟອສຟໍຣັສ, ແມງການີສ, ທາດທອງແດງ, ທາດສັງກະສີ, ທາດແມກນີຊຽມ, ທາດເຫຼັກ, …

Read More »

ແນະ 5 ກົນລະຍຸດທາງລັດລົງ “ຄານ” ໃຜຢາກຖີ້ມຄວາມໂສດ ລອງໄດ້!!

ໂສດມາດົນຢາກມີຄວາມຮັກເຮັດແນວໃດດີ? ຫຼາຍໆຄົນອາດມີສາເຫດຂອງການບໍ່ຍ້ອມມີແຟນທີ່ແຕກຕ່າງກັນໄປ ເຊິງມັນອາດຈະມາຈາກຫຼາກຫຼາຍປັດໃຈ ເຊັ່ນວ່າ ຍັງບໍ່ພ້ອມມີຄວາມຮັກ, ຍັງເຂັດຫຼາບຈາກຄວາມຮັກເກົ່າໃນອາດິດ, ຍັງບໍ່ທັນມີໃຜທີ່ເຂົ້າຕາ ຫຼືມີແລ້ວແຕ່ເຂົາຄົນນັ້ນພັດວ່າມີແຟນປະແລ້ວ ລວມໄປເຖິງບາງຄົນກໍຢາກມີຄວາມຮັກແຕ່ບໍ່ກ້າ….ເລີຍເປັນເຫດເຮັດໃຫ້ຫຼາຍຄົນບໍ່ມີໂອກາດແກວ່ງຄວາມໂສດຖີ້ມຈັກເທື່ອ!! ບັນດາໜຸ່ມໆສາວໆທີ່ຍັງບໍ່ທັນມີແຟນທັງຫຼາຍຢ່າຟ້າວນ້ອຍໃຈເດີ!! ມື້ນີ້ ຂວັນໃຈຂໍເອົາໃຈໄວໂສດໂດຍການມາເວົ້າເຖິງເລື່ອງແນວທາງໄອເດຍດີໆທີ່ຈະເຮັດໃຫ້ຄົນໂສດທັງຫຼາຍນັ້ນສົມຫວັງໃນເລື່ອງຄວາມຮັກ ລວມມີ 5 ຂໍ້ ກົນລະຍຸດນໍາກັນ ເຊິ່ງຈະມີຫຍັງແດ່ນັ້ນໄປອ່ານນໍາກັນເລີຍ!! ເບິ່ງແຍງຕົນເອງກ່ອນເປັນອັນດັບທໍາອິດ ກົດແຮງດືງດູດມັກດືງດູດຄົນທີ່ຄືກັນເຂົ້າມາຫາກັນ ສະນັ້ນ ຖ້າເຮົາຕັ້ງເປົ້າໝາຍວ່າຢາກໄດ້ຄົນແນວໃດ ເຮົາກໍຕ້ອງສ້າງຕົນເອງໃຫ້ເປັນແບບນັ້ນຄືກັນ ແລະ ທີ່ສໍາຄັນແຫ່ງເຮົາຮູ້ຮັກຮູ້ເບິ່ງແຍງດູແລຕົນເອງໄດ້ດີເທົ່າໃດ ກໍແຫ່ງມີແນວໂນ້ມຈະພົບຄົນຮັກທີ່ຄ້າຍຄືກັບເຮົາຫຼາຍຂຶ້ນ. ຕັດຄວາມຜູກພັນຈາກຄົນໃນອາດິດ ພະຍາຍາມຈິນຕະນາການຄວາມສໍາພັນໃນແບບທີ່ເຮົາຕ້ອງການ ຈາກນັ້ນກໍໃຫ້ຄືດເຖິງຄົນທີ່ມີຄວາມຜູກພັນໃນອາດິດວ່າ ພວກເຂົາສາມາດໃຫ້ຄວາມສໍາພັນແບບທີ່ເຮົາຕ້ອງການໄດ້ ຫຼືບໍ່ໄດ້ ຖ້າຄໍາຕອບຄື “ບໍ່ໄດ້” ກໍຢ່າໄປຢ້ານທີ່ຈະຕັດຄວາມສໍາພັນ ເພາະເຂົາເຈົ້າຈະເຮັດໃນສິ່ງທີ່ເຮົາຕ້ອງການບໍ່ໄດ້ ເຊິງມັນເປັນການເຮັດໃຫ້ເຮົາເສຍເວລາໃນການເປິດໂອກາດໃຫ້ຄົນໃຫມ່ເຂົ້າມາຫາເຮົານັ້ນເອງ. ເປິດໃຈເວົ້າວ່າ “ແມ່ນ” ໃຫ້ຫຼາຍຂຶ້ນ ໝາຍເຖິງການເປິດໃຈບໍ່ປະຕິເສດຄົນທີ່ເຂົ້າມາລົມ ຫຼືການໄດ້ຮູ້ຈັກກັບຄົນໃຫມ່ໆ ເພາະມັນເປັນການຊ່ວຍເປິດໂອກາດໃຫ້ໄດ້ຮູ້ຈັກກັນຫຼາຍຂຶ້ນ ຍ້ອນວ່າເຮົາຈະບໍ່ມີທາງຮູ້ໄດ້ທັນທີວ່າໃຜຄືຄົນທີ່ແມ່ນ, ຈະຊອກໄດ້ຢູ່ໃສ ແລະ ຕອນໃດ ຖ້າເຮົາບໍ່ລອງເປິດໃຈເຮົາກໍຈະບໍ່ຮູ້ແບບນີ້ໄປເລື້ອຍໆ. ພະຍາຍາມອອກໄປເຮັດກິດຈະກໍາໃຫມ່ໆ ພົບຄົນໃຫມ່ໆ ຈາກທີ່ເມົາມົວຢູ່ກັບສິ່ງເກົ່າໆເດີມໆ ຫຼືອາດຈະປ່ຽນຈາກການຢູ່ເຮືອນໄປທ່ຽວນໍາຫມູ່, …

Read More »