Breaking News

ໄວໜຸ່ມ

ສະແດງຄວາມຍິນດີ! ນັກສະແດງ ແລະ ພິທີກອນຊື່ດັງຈາກລາວ ໄດ້ຮັບລາງວັນທີ່ປະເທດເພື່ອນບ້ານ!!!

ເປັນອີກໜຶ່ງຂ່າວ ເປັນຂ່າວດີສົ່ງທ້າຍເດືອນ ມັງກອນ 2019 ທີ່ຢາກນຳມາບອກເລົ່າແກ່ແຟນໆ ຂວັນໃຈ ທຸກໆຄົນ ຫຼ້າສຸດ ລູກນໍ້າ ທິດາລັດ ວົງສິລິ (ນັກສະແດງ) ແລະ ຕຸ້ຍ ບໍລິຫານ ຫຼື ຕຸ້ຍ ອະດີດສະມາຊິກແຫ່ງວົງ Overdance (ພິທິກອນ) ໄດ້ຮັບລາງວັນ “ທູດວັດທະນາທຳອາຊ້ຽນ” ທີ່ປະເທດເພື່ອນບ້ານ. (ຂໍສະແດງຄວາມຍິນດີ) ເຊິ່ງຄົນບັນເທີງທັງສອງໄດ້ໄປຮ່ວມຮັບລາງວັນທີ່ ມະຫາວິທະຍາໄລ ລາດຊະພັດການຈະນະບູລີ (ປະເທດໄທ) ແລະ ຍັງໄດ້ຮ່ວມຈະບວນແຫ່ ແລະ ແຕ່ງໂຕຮ່ວມປະກອບໃນຂະບວນອີກດ້ວຍ. ຢ່າງໃດ! ກໍຂໍສະແດງຄວາມຍິນດີກັບຄົນບັນເທີງລາວທັງສອງຄົນຫຼາຍໆ ແລະ ຂໍຊົມເຊີຍທີ່ເປັນແບບຢ່າງທີ່ດີໃຫ້ແກ່ນ້ອງໆໄວໜຸ່ມລາວ!!! ຮູບພາບ: FB/Louknum Vongsili, Touy Overdance  

Read More »

ກຽມລຸ້ນ ກຽມເຊຍ! ນາງງາມລາວໃນເວທີລະດັບສາກົນ Miss Global 2019  ທີ່ປະເທດຟິລິບປິນ!!!

ຮູ້ສຶກຕື່ນເຕັ້ນ ດີໃຈ ທຸກໆເທື່ອ ເມື່ອໄດ້ຍິນວ່າຈະມີສາວງາມຕົວແທນປະເທດລາວໄປປະກວດໃນລະດັບສາກົນ ຫຼ້າສຸດ ພູຄຳ ທິບພົມວົງ (ໝີພູ) Miss Global Laos 2019  ຈະເດີນທາງໄປເປັນຕົວແທນສາວງາມ ຈາກປະເທດລາວ ເພື່ອເຂົ້າປະກວດເວທີລະດັບສາກົນ Miss Global 2019 ທີ່ປະເທດ ຟີລິບປິນ. ແລະ ໃນວັນທີ 31 ມັງກອນ 2019 ພູຄຳ ທິບພົມວົງ (ໝີພູ) Miss Global Laos 2019   ກໍຈະເດີນທາງໄປເຮັດໜ້າທີ່ແມ່ຍິງລາວໃນເວທີໂລກ ຝາກເປັນກຳລັງໃຈໃຫ້ສາວລາວເຮົາຫຼາຍໆເລີຍເດີ້ແຟນໆ…  ສຳລັບການປະກວດ Miss Global 2019  ຮອບຕັດສິນຈະຈັດຂຶ້ນໃນວັນທີ 11 ກຸມພານີ້, ຢ່າລືມ ຮ່ວມເຊຍຮ່ວມໃຫ້ກຳລັງໃຈ ໃນການປະຕິບັດໜ້າທີ່ການເປັນທູດວັດທະນະທຳນຳສະເໜີ ປະເທດລາວ ສູ່ເວທີລະດັບສາກົນ. #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? #ຮັກລາວເຊຍລາວ ?????? ຮູບພາບ: FB/MeePooh Thppv

Read More »

ມາເບິ່ງ! ວິທີເພີ່ມຄວາມໝັ້້ນໃຈໃຫ້ໂຕເອງ ເພື່ອພາຊີວິດກ້າວໜ້າໄປໃນທາງທີ່ດີກວ່າ!!!

ວິທີເພີ່ມຄວາມໝັ້້ນໃຈໃຫ້ໂຕເອງ!!! Shawn Achor ຜູ້ຊ່ຽວຊານດ້ານຈິດວິທະຍາ ແລະ ນັກຂຽນຍອດນິຍົມໃຫ້ຄຳນິຍາມ ການເບິ່ງໂລກໃນແງ່ບວກວ່າເປັນຄວາມສຸກທີ່ໄດ້ປຽບ ແລະ ຄວາມສຳເລັດກໍມັກຈະມາຈາກຄວາມສຸກເຫຼົ່ານັ້ນ ໃນຂະນະທີ່ເຮົາເບິ່ງໂລກໃນແງ່ບວກ ສະໝອງເຮົາກໍຈະເກີດຄວາມຄິດສ້າງສັນຫຼາຍຂຶ້ນ ຄິດລິເລີ່ມໂຄງການໃໝ່ໆ ຮູ້ສຶກໝັ້ນໃຈໃນຕົວເອງ ແລະ ມີຄວາມຄາດຫວັງໃນແງ່ບວກ… ລອງມາເບິ່ງວິທີເພີ່ມຄວາມໝັ້້ນໃຈໃຫ້ໂຕເອງ ເພື່ອພາຊີວິດກ້າວໜ້າໄປໃນທາງທີ່ດີກວ່າ… ເປັນຄົນຄິດບວກ ການທີ່ເຮົາຈະເກີດຄວາມຄິດດີໆໄດ້ນັ້ນ ອັບດັບທຳອິດຕ້ອງເບິ່ງໂລກໃນແງ່ບວກໃຫ້ໄດ້ກ່ອນ ໃຫ້ທຸກໆເລື່ອງ ບໍ່ວ່າຈະເປັນບັນກາ ຫຼື ຫຍັງກໍຕາມ ພຽງແຕ່ເບິ່ງໃນແງ່ບວກເຂົ້າໄວ້ 2. ຕັ້ງເປົ້າໝາຍ ເມື່ອເກີດເລື່ອງເຮັດໃຫ້ເຮົາຍ່າງອອກຈາກເສັ້ນທາງທີ່ເຄີຍຍ່າງ ຫາກຕ້ອງການເປັນຄົນທີ່ມີຄວາມໝັ້ນໃຈ ພຽງແຕ່ຖາມຕົວເອງວ່າ: ລອງມີຄວາມໝັ້ນໃຈເບິ່ງແດ່ບໍ່ ແລະ ລອງເຮັດວ່າມັນຈະເປັນແນວໃດ ແລລອງຄິດເບິ່ງວ່າຄວາມສຳເລັດທີ່ຝັນນັ້ນຖ້າມັນເກີດຂຶ້ນແລ້ວຈະຮູ້ສຶກແນວໃດ ຄ່ອຍໆໃຊ້ເວລາກັບຄວາມຮູ້ສຶກທີ່ຕ້ອງການ ໝັ້ນໃຈກັບຄວາມຕ້ອງການຂອງຕົວເອງ ຮູ້ສຶກພູມໃຈໃນຕົວເອງ ເພາະຄວາມຕື່ນເຕັ້ນທີ່ເກີດຂຶ້ນນັ້ນຈະຊ່ວຍເຮັດໃຫ້ຄວາມຝັນເປັນຈິງໄດ້ 3. ເປັນໂຕຂອງໂຕເອງ ຕົວເຮົາເອງແລະຄວາມຮູ້ສຶກຂອງເຮົາເອງ ຄືສອງສິ່ງທຳອິດທີ່ຄວນຈັດລຳດັບ ແລະ ໃຫ້ຄວາມສຳຄັນຫຼາຍທີ່ສຸດ ເພາະຄວນຈະໄດ້ຮັບສິ່ງທີ່ເຮົາຕ້ອງການຫຼາຍທີ່ສຸດໃນຊີວິດ ດັ່ງນັ້ນ!! ພ້ອມຫຼືຍັງທີ່ຈະຄວ້າເອົາສິ່ງທີ່ຕົວເອງຕ້ອງການໃນຊີວິດມາຄອບຄອງ ພຽງແຕ່ມີຄວາມເຊື່ອໝັ້ນໃນຄວາມສຸກ ແລະ ເປົ້າໝາຍຂອງຕົນເອງ ເພາະຄວາມເຊື່ອໝັ້ນນັ້ນສາມາດເປັນສິ່ງທີ່ວັດແທກວ່າສາມາດປະສົບຜົນສຳເລັດໄດ້ຫຼຶບໍ່ ເພາະຄວາມໝັ້ນໃຈ …

Read More »

ເຊກອງ ຈັດພິທີແຫ່ຮູບປັ້ນ ທ່ານ ອົງແກ້ວ ເພື່ອໄປປະດິດສະຖານໄວ້ຢູ່ສວນອະນຸສາວະລີ

ແຂວງ ເຊກອງ ໄດ້ຈັດພິທີແຫ່ຮູບປັ້ນ ທ່ານ ອົງແກ້ວ ເພື່ອໄປປະດິດສະຖານໄວ້ຢູ່ສວນອະນຸສາວະລີຂອງເພິ່ນໃນວັນທີ 23 ມັງກອນ ທີ່ຜ່ານມາ ໂດຍເລີ່ມແຫ່ເວລາ 14.00 ເລີ່ມຈາກຫົວຂົວເຊກອງຜ່ານບ້ານໂພນຄໍາ ໄປຕາມສາຍທາງໜ້າທະນາຄານສົ່ງເສີມກະສິກໍາ ລົງມາຫາທ່າບັກ ອອກໄປຫາເສັ້ນທາງຫຼວງໜ້າໂຮງຮຽນຊົນເຜົ່າ ແລ້ວອອກໄປສູ່ສວນອະນຸສາວະລີ ອົງແກ້ວ. ທີ່ມາ: ປະເທດລາວ Pathedlao ຮູບພາບ: Sourioudong Sundara

Read More »

ຢາດຟ້າ ອອກມາໂພສແລ້ວຫຼັງຈາກບໍ່ສາມາດນຳລາງວັນ “ຊຸດປະຈຳຊາດດີເດັ່ນ” ໃນເວທີ  Miss Intercontinental ມາຝາກຄົນລາວ!!

ຫຼັງຈາກທີ່ໄດ້ມີການແຂ່ງຂັນໃນຮອບຊຸດປະຈຳຊາດ ( National Costume Competition) ໃນເວທີ Miss Intercontinental 2018 ທີ່ປະເທດ ຟິລິປິນ ເຊິ່ງປະເທດລາວເຮົາກໍໄດ້ມີການສົ່ງ “ຊຸດເຜົ່າມົ້ງມ່ວນຊື່ນ” ເພື່ອເຂົ້າຊິງລາງວັນຊຸດປະຈຳຊາດດີເດັ່ນໃນເວທີດັງກ່າວ, ຫຼ້າສຸດ ຢາດຟ້າ ພົມມະວົງໄຊ Miss Intercontinental Laos 2018 ກໍໄດ້ອອກມາໂພສເປີດໃຈຜ່ານເຟສບຸກ ຫຼັງຈາກທີ່ບໍ່ສາມາດນຳລາງວັນ “ຊຸດປະຈຳຊາດດີເດັ່ນ” ໃນເວທີ  Miss Intercontinental ມາຝາກຄົນລາວໄດ້ ແລະ ຍັງຂອບໃຈທຸກໆຄົນດັ່ງນີ້: ພໍແຕ່ໂພສດັ່ງກ່າວເຜີຍແຜ່ອອກໄປເຮັດໃຫ້ມີຜູ້ຄົນເຂົ້າມາໃຫ້ກຳລັງໃຈ ພ້ອມກັບຊື່ນຊົມທີ່ສາວງາມຕົວແທນປະເທດລາວ ຢາດຟ້າ ພົມມະວົງໄຊ Miss Intercontinental Laos 2018 ໃນໄວອາຍຸ 18 ປີ ມີຄວາມສາມາດເຖິງພຽງນີ້… ແຕ່ເຖິງຢ່າງໃດກໍຕາມ ກໍຖືວ່າສາວງາມຈາກປະເທດລາວເຮົາເຮັດໄດ້ດີ ແລະ ເປັນທີ່ພູມໃຈຂອງຄົນລາວເປັນທີ່ສຸດທີ່ເຫັນແມ່ຍິງລາວມີຄວາມສາມາດ ມີຄວາມກ້າສະແດງອອກໃນເວທີລະດັບໂລກ. #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? ເຖິງແມ່ນວ່າຈະບໍ່ສາມາດຄວ້າລາງວັນ  “ຊຸດປະຈຳຊາດດີເດັ່ນ” ມາຝາກຄົນລາວ ແຕ່ກໍບໍ່ເປັນຫຍັງເນາະ ເພາະການແຂ່ງຂັນ Miss Intercontinental 2018  ຍັງບໍ່ສິ້ນສຸດ, ເອົາເປັນວ່າຢ່າງໃດແຟນໆກໍຢ່າລືມເປັນກຳລັງໃຈໃຫ້ສາວງາມຕົວແທນປະເທດລາວເຮົາຄົນນີ້ກັນຫຼາຍໆເດີ້ ແລະ ການປະກວດ …

Read More »