Breaking News

ຂ່າວບັນເທີງນອກປະເທດ

ເກີດແລ້ວ!!! ທາຍາດຄົນທໍາອິດຂອງໝຸ່ມກັນພິທີກອນຄິວທອງຊື່ດັງຂອງປະເທດໄທ

ຍິນດີນໍາ!!!​ ຖືໄດ້ວ່າເປັນຂ່າວດີສໍາລັບ ໝຸ່ມກັນ ແລະ ສາວພອຍ ທີ່ຄອງຄອຍມາເປັນເວາ 9​ ເດືອນ ໃນທີ່ສຸດກໍໄດ້ເຫັນໜ້າລູກແລ້ວ!!!​ ຫຼາຍຄົນຄົງຈະຮູ້ກັນດີກັບໝຸ່ມກັນໃນນາມ ນັກສະແດງຊື່ດັງຂອງປະເທດໄທ ໝຸ່ມຫຼໍ່ໄຟແຮງທີ່ຫຼາກຫຼາຍຄວາມສາມາດບໍ່ວ່າຈະເປັນການຖ່າຍແບບ,​ຊີຮີ, ນັກສະແດງຮູບເງົາເລື່ອງ:​ ຮັກບໍ່ມີວັນຕາຍ, ແຮງຊັງ, ຮັກຂອງເຮົາ the moment ແລະ ອີກຫຼາຍໆເລື່ອງ...ມາໃນປັດຈຸບັນໝຸ່ມກັນກໍໄດ້ຫັນມາເປັນພິທີກອນລາຍການ The mask singer, The wall song.... ຖືໄດ້ວ່າເປັນພິທີກອນຄິວທອງເລີຍກໍວ່າໄດ້ ແລະ ກໍຍັງມີຊ່ອງຢູທູບເປັນຂອງຕົວເອງອີກດ້ວຍ. ມາແລ້ວ!!! ນ້ອງພ້ອມ ເກີດວັນທີ 07 ເມສາ ທີ່ຜ່ານມາ, ນໍ້າໜັກ 3,160 ກິໂລ

Read More »

ອອກມາແລ້ວ!!!​ ທາຍາດໝື່ນລ້ານຂອງ ພໍ່ຟຸກ ແລະ ແມ່ນາຕາລີ ເປັນຕາຮັກເປັນຕາແພງ!!!

ອອກມາເບິ່ງໂລກແລ້ວ!!! Baby ຂອງ ພໍ່ຟຸກ ແລະ ແມ່ນາຕາລີ ຊຸບຕາດັງຂອງປະທດໄທ ທີ່ມີຜົນງານຫຼາກຫຼາຍໃຫ້ເຮົາໄດ້ຕິດຕາມກັນບໍ່ວ່າຈະເປັນຮູບເງົາເລື່ອງ ໄຟສຶ້ນເຊື້ອ, ແລະ ຊີຮີ…. ສໍາລັບສາວນາຕາລີກໍຖືໄດ້ວ່າເປັນຊຸບຕາດັງຂອງປະເທດໄທເຊັ່ນກັນ ດີກີນາງແບບສາວສຸດເຊັກຊີ້!! ມື້ນີ້ແອັດຈະພາທຸກຄົນໄປເບິ່ງລູກຂອງພໍ່ຟຸກ ແລະ ແມ່ນາຕາລີ ວ່າຈະໜ້າຮັກຊໍາໃດໄປເບິ່ງນໍາກັນເລີຍ!!! ເປັນຮູບທີ່ລ້ານຄວາມໝາຍສໍາລັບພໍ່ ແລະ ແມ່

Read More »

ອັບເດດເທຣນ!!! ແຕ່ງໜ້າລຸກ Fake Tear Makeup ໃນປິ 2021.

ເມື່ອບໍ່ດົນມານີ້ ເທຣນແຕ່ງໜ້າ ຮ້ອງໄຫ້ ທີ່ມີເຄືອບນໍ້າຕາໃສໆ ຕິດຢູ່ເທິງແກ້ມທັງສອງຂ້າງ ກາຍເປັນເທຣນແຕ່ງໜ້າສຸດຮ໋ອດ ແລະ ໂດ່ງດັງໃນໂລກອອນລາຍ ຊຶ່ງໄດ້ແຮງບັນດານໃຈມາຈາກສາວຈີນທີ່ພາກັນແຕ່ງໜ້າລຸກ ຮ້ອງໄຫ້ ຫຼື Fake Tear Makeup ແລ້ວໂພສລົງໃນທາງໂຊຊຽວຂອງຕົວເອງ ທັງໃນ TikTok, Instagram, Twitter ແລະ YouTube ຈົນເຮັດໃຫ້ສາວໆທົ່ວໂລກແຕ່ງຕາມກັນເປັນຕໍານວນຫຼວງຫຼາຍ… ລ່າສຸດເທຣນແຕ່ງໜ້າລຸກຮ້ອງໄຫ້ ໄດ້ເຜີຍແຜ່ໄປສູ່ທົ່ວໂລກ ບິວຕີ້ ບ໋ອກເກີ້ ລວມເຖິງ ຢູທຸບເບີ້ ທີ່ມັກໃນການແຕ່ງໜ້າພາກັນອວດຝີມືໃນການແຕ່ງລຸກຮ້ອງໄຫ້ ເຊິ່ງເທັກນິກຫຼັກໆໃນການແຕ່ງໜ້າກໍຄືການໃຊ້ ອາຍແຊໂດປະສົມຊິມເມີໂທນສີຂາວມຸກ ແລ້ວກໍ່ອອກມາເປັນຍົດນໍ້າຕາອັນສວຍງາມ…ແຕ່ວ່າເທຣນແຕ່ງໜ້າລຸກນີ້ກໍ່ບໍ່ແມ່ນເລື່ອງແປກໃໝ່!! ເພາະການແຕ່ງໜ້າສະຕາຍນີ້ກໍມີມາແຕ່ດົນແລ້ວ ທີ່ມັກພົບເຫັນໃນແຟຊັ່ນເຊັດ, ມິວສິກວິດີໂອຂອງຄົນດັງ ລວມໄປເຖິງເທດສະການວັນຮາລາວີນ…

Read More »

ຍິນດີນໍາ ໝຸ່ມ ໂອລ້າ BLACKEYE ທີ່ໄດ້ທາຍາດຄົນທໍາອິດ…

ຍິນດີນໍາ ໝຸ່ມ ໂອລ້າ ( BLACKEYE) ສິນລະປິນດັງອັນດັບຕົ້ນໆຂອງປະເທດລາວ ທີ່ມີຫຼາກຫຼາຍຜົນງານເພງໃໝ່ອອກມາໃຫ້ຟັງກັນຕະຫຼອດ…ແລະ ທີ່ສໍາຄັນ ໝຸ່ມ ໂອລ້າ ຍັງມີສຽງອັນຊົງພະລັງ ແລະ ເປັນເອກະລັກ ທີ່ໃຜໆກໍ່ຮູ້ຈັກ!!! ແລະ ພັນລະຍາກໍ່ແມ່ນ ສາວ ກະຕ່າຍ ນັກທຸລະກິດຍິງທີ່ສ້າງກະເປົາແບຣນດັງສູ່ລະດັບສາກົນ. ຕື່ນເຕັ້ນແທນ ໝຸ່ມ ໂອລ້າ ທີ່ໄດ້ທາຍາດຄົນທໍາອິດ ແລະ ກໍເປັນຂອງຂວັນສຸດພິເສດໃນປີນີ້!!! ກໍຖືໄດ້ວ່າເປັນພໍ່,​ແມ່ ມືໃໜ່ກັນເລີຍທີ່ດຽວ. ມື້ນີ້ຂວັນໃຈຈະພາແຟນໆໄປເບິ່ງລູກຊາຍຂອງ ພໍ່ໂອລ້າ ແລະ ແມ່ກະຕ່າຍ ວ່າຈະໜ້າຮັກ ແລະ ເປັນຕາແພງຊໍ່າໃດ ໄປເບິ່ງນໍາກັນເລີຍ… ເກີດແລ້ວນ້ອງ ເຣໂດ້ ( REDO ) ວັນທີ 12/12/2020 ເວລາ 6:55, ນ້ຳໜັກ 3270 g ຂອບໃຈຮູບພາບຈາກ: Ola khampasong

Read More »

ຍິນດີນໍາ!!! ປັ໊ບ ໂປເຕໂຕ ຈູງມືແຟນສາວເຂົ້າປະຕູວິວາໄປທີ່ຮຽບຮ້ອຍແລ້ວ

ປັ໊ບ ໂປເຕໂຕ ສິນລະປິນ-ນັກຮ້ອງນໍາວົງດັງຂອງປະເທດໄທນັ້ນກໍຄືວົງ Potato ເຊິ່ງທີ່ມີຜົນງານເພລງຫຼາກຫຼາຍທີ່ໂດ່ງດັງ ບໍ່ວ່າຈະເປັນເພລງ “ทิ้งไว้กลางทาง” (ຖິ້ມໄວ້ກາງທາງ), “ขอบคุณที่รักกัน” (ຂອບໃຈທີ່ຮັກກັນ) ແລະ ເພລງດັງອີກຫຼາຍໆເພລງ… ແອັດເອງກໍເປັນອີກຄົນທີ່ເປັນແຟນຄລັບ ແລະ ຕິດຕາມຜົນງານຂອງວົງນີ້ມາຕະຫຼອດ ແລະ ເຊື່ອວ່າຍັງມີອີກຫຼາຍຄົນທີ່ເປັນແຟນເພລງຂອງວົງນີ້ເຊັ່ນກັນ. ຫຼ້າສຸດເມື່ອບໍ່ດົນມານີ້ໜຸ່ມ ປັ໊ບ ໂປເຕໂຕ ກໍໄດ້ຈູງມືແຟນສາວ ເຂົ້າປະຕູວິວາໄປນໍາກັນໄປທີ່ຮຽບຮ້ອຍໃນວັນທີ 15 ຕຸລາ 2020 ຜ່ານມາ ເຊິ່ງມື້ນີ້ຂວັນໃຈກໍອົດບໍ່ໄດ້ຈະພາທຸກຄົນໄປເບິ່ງພາບບັນຍາກາດງານແຕ່ງຂອງ ໜຸ່ມ ປັ໊ບ ໂປເຕໂຕ ແລະ ແຟນສາວ ໃບເຕີຍ ສຸວະພິດຊະຍາ ຈະຫວານຊໍ້າໃດນັ້ນເຮົາໄປເບິ່ງນໍາກັນເລີຍ!!! ຖືໄດ້ວ່າເປັນພາບບັນຍາກາດງານແຕ່ງທີ່ເຕັມໄປດ້ວຍຄວາມຮັກ ແລະ ຄວາມຍິນດີຈາກພີ່ນ້ອງ-ໝູ່ເພື່ອນ, ມີທັງຮອຍຍິ້ມ ແລະ ນໍ້າຕາແຫ່ງຄວາມສຸກ!! ຈັງໃດຂວັນໃຈກໍຂໍສະແດງຄວາມຍິນດີນໍາໜຸ່ມ ປັ໊ບ ໂປເຕໂຕ ແລະ ແຟນສາວ ນໍາເດີ້!!! ຂໍໃຫ້ຮັກກັນຕະຫຼອດໄປເດີ້!!!!!!

Read More »