Breaking News

ຂ່າວບັນເທີງນອກປະເທດ

ມົງລົງແລ້ວ! ງົດງາມ ເໝາະສົມຕໍາແໜ່ງ Miss Universe Philippines 2019 (ຂໍສະແດງຄວາມຍິນດີ)

ຄຶກຄຶ້ນ ຄືກຄັກຕັ້ງແຕ່ກາງປີ 2019 ສຳລັບການປະກວດນາງງາມ ຫຼ້າສຸດກໍປະກາດຜົນແບບສົດໆຮ້ອນໆສຳລັບ Miss Universe Philippines 2019 ເຊິ່ງສາວງາມທີ່ມີຄວາມເໝາະສົມ ຄວ້າມົງກຸດໄປຄອງໄດ້ແກ່  Gazini Ganados ເປັນສາວງາມທີ່ມີຄວາມງາມ ພ້ອມຄວາມສາມາດ ເໝາະສົມກັບຕຳແໜ່ງສຸດໆ (ຂໍສະແດງຄວາມຍິນດີ) ສຳລັບ Gazini Ganados ອາຍຸ 23 ປີ ມີລວງສູງ 173 ຊັງຕີແມັດ ເວົ້າໄດ້ເລີຍວ່ານາງເປັນຄົນໜຶ່ງທີ່ມີຊື່ສຽງໃນ ປະເທດ ຟິລິປິນ ເພາະແຟນໆຄຸ້ນໜ້າຄຸ້ນຕານາງດີໃນຖານະນາງແບບແຖວໜ້າຂອງ ປະເທດ ຟິລິປິນ, ກ່ອນໜ້ານີ້ນາງກໍເຄີຍຜ່ານເວທີປະກວດມາຫຼາຍເວທີແລ້ວເຊັ່ນ Miss World Philippines 2014 semifinalist , Miss Cesafi 2016 , Miss Prisaa 2017 ແລະ ຫຼ້າສຸດສາວງາມຄົນນີ້ກໍສາມາດຄວ້າມົງກຸດ Miss Universe Philippines 2019 ແບບສົດໆຮ້ອນໆ (ລອງມາເບິ່ງແຕ່ລະຊ໋ອດຂອງ Gazini Ganados ໃນເວທີ Miss Universe Philippines …

Read More »

ສາວປະເພດສອງລາວ ຮ່ວມເດີນແບບເທິງຣັນເວໃນງານ Fashion Show ທີ່ປະເທດໄທ

Hello! ທ້າຍໆອາທິດແບບນີ້ ບໍ່ມີຫຍັງດີໄປກວ່າ ການໄດ້ອັບເດດຂໍ້ມູນຂ່າວສານວ່າບໍ່ແຟນໆ? ເອົາລະ! ບໍ່ເປີດເລື່ອງໃຫ້ມັນຍາວ ຈະພາໄປສອ່ງ ໄປອັບເດດຄວາມເຄື່ອນໄຫວຂອງ ຫລິງຫລິງ ປິຍະດາ ອິນທະວົງ ນັກສະແດງ/ນາງແບບສາວປະເພດສອງຊື່ດັງ ທີ່ຫຼ້າສຸດນາງໄດ້ໄປຮ່ວມງານເດີນແບບຂອງຝັ່ງປະເທດໄທ ໃນງານ “EMPORIUM & EMQUARTIER FIERCE FASHION EP.3”  ແລະ ສາວ ຫລິງຫລິງ ປິຍະດາ ກໍບໍ່ພາດທີ່ຈະນຳຮູບງາມໆທີ່ນາງໄດ້ໄປຮ່ວມ ເພື່ອມາອັບເດດໃຫ້ແຟນໆໄດ້ຕິດຕາມ… ເຊິ່ງງານນີ້ເປັນງານທີ່ຍິ່ງໃຫ່ຍອີກງານໜື່ງເລີຍກໍວ່າໄດ້ ເປັນງານທີ່ລວມເຫຼົ່າຄົນດັງທົ່ວວົງການບັນເທີງໄທ ແລະ ຍັງມີສີລະປີນ ດາຣາ ນັກຮ້ອງ ນັກສະແດງ ນາງແບບ ນາຍແບບ ຈາກລາວຮ່ວມເດີນແບບໃນງານນີ້ນຳອີກດ້ວຍ. ຮູບພາບ: Pitadar Lingling Inthavong

Read More »

ປ່ອຍແລ້ວ! ເພງປະກອບຮູບເງົາ “ຮັກມະຍ່ອມມະແຍ່ມ” ຄົບອາລົມ ມ່ວນ ຮາ ຊຶ້ງ ແນ່ນອນ!!!

ຫຼັງຈາກທີ່ ພູມຊະນະ ສິຣິວົງສາ ຫຼື ເຈ້ຍ ປາຊີຟິກ ຜູ້ກຳກັບຊື່ດັງຂອງລາວ ໄດ້ອອກມາເປີດເຜີຍເຖິງບົດຮູບເງົາເລື່ອງ “ຮັກມະຍ່ອມມະແຍ່ມ” ໄດ້ສຳເລັດເຖິງ 100% ແລ້ວ ແລະ ຫຼັງຈາກນັ້ນອີກບໍ່ດົນກໍໄດ້ມີການເປີດໂຕນັກສະແດງນຳໃນຮູບເງົາເລື່ອງນີ້ ເຊິ່ງຖືວ່າເປັນຮູບເງົາທີ່ລວມເອົາບັນດານັກສະແດງ ສິລະປິນລາວມາໄວ້ໃນຮູບເງົາເລື່ອງນີ້ເລີຍກໍວ່າໄດ້ ແລະ ທີ່ເຮັດເອົາເຊີໄພ້ແຟນໆຊາວລາວຫຼາຍທີ່ສຸດກໍຄື ໝໍ່າ ຈົກໝົກ ຕະຫຼົກຊຸບເປີສະຕາປະເທດໄທ ກໍຈະຮ່ວມສະແດງນຳໃນຮູບເງົາລາວເລື່ອງ “ຮັກມະຍ່ອມມະແຍ່ມ” ນີ້ອີກດ້ວຍ ແຕ່ຫຼ້າສຸດໃນວັນທີ 5 ມິຖຸນາ 2019 ກໍໄດ້ມີການປ່ອຍເພງປະກອບຮູບເງົາ “ຮັກມະຍ່ອມມະແຍ່ມ” ມາໃຫ້ແຟນໆໄດ້ຟັງກັນໄປກ່ອນ ແລະ ຄາດວ່າຈະມີ MV ເພງໃຫ້ແຟນໆໄດ້ເບິ່ງໄວໆນີ້… ຫັ້ນແນ່! ໄດ້ຟັງແຕ່ເພງ ກໍຍັງຮູ້ສຶກມ່ວນ ຕະຫຼົກ ແລ້ວແມ່ນບໍ່? ເອົາເປັນວ່າອົດໃຈລໍຖ້າຮູບເງົາເລື່ອງ “ຮັກມະຍ່ອມມະແຍ່ມ” ໄປກ່ອນເນາະ ສັນຍາຈະມາອັບເດດໃຫ້ແຟນໆໄດ້ຮູ້ແນ່ນອນ. ຄລິບ: Jear Keoheang (ຂ່າວທີ່ກ່ຽວຂ້ອງກ່ອນໜ້າ) ຄັ້ງທຳອິດ! ໝໍ່າ ຈົກໝົກ ຕະຫຼົກຊຸບເປີສະຕາປະເທດໄທ ຈະຮ່ວມສະແດງຮູບເງົາລາວ (ກຽມໂຕຮາ…ໄວ້ເລີຍ!!!)

Read More »

ຊົມເຊີຍ! ຕົວແທນເຍົາວະຊົນຈາກລາວ ຊະນະການແຂ່ງຂັນບານເຕະໄດ້ຮັບຂັນລາງວັນໃນງານ “BSS” ທີ່ພັດທະຍາ ປະເທດໄທ

ໃນວັນທີ 1 ມິຖຸນາ 2019 ທີ່ຜ່ານມາ ໄດ້ມີການແຂ່ງຂັນບານເຕະລະດັບໂຮງຮຽນນານາຊາດໃນງານ Bangkok Soccer Schools International Tournament (BSS) ຢູ່ທີ່ພັດທະຍາ ປະເທດໄທ ເຊິ່ງປະເທດລາວເຮົາກໍໄດ້ມີການສົ່ງທີມ ນັກກິລາບານເຕະຊາຍ ລຸ້ນອາຍຸ 11ປີ (U11) ແລະ 10ປີ (U10) ລົງແຂ່ງຂັນໃນງານນີ້ອີກດ້ວຍ. ການເດີນທາງໄປຮ່ວມແຂ່ງຂັນໃນເທື່ອນີ້ນຳພາໂດຍຄູເຝິກຊາວຕ່າງຊາດກໍຄື ຄູເຝິກ Diogo ແລະ ຄູເຝິກ Hakan ໄດ້ນຳພາທີມນັກເຕະເຍົາວະຊົນຈາກລາວທີ່ສຶກສາຢູ່ໃນກຸ່ມໂຮງຮຽນນານາຊາດໄປຮ່ວມແຂ່ງຂັນ, ໃນການແຂ່ງຂັນມີທັງໝົດ 30 ທີມ ຫຼາຍກວ່າ 200 ຊີວິດ ມີຕັ້ງແຕ່ລຸ້ນອາຍຸ 7 ປີ ໄປຈົນຮອດ 12 ປີ ການແຂ່ງຂັນຖືວ່າມີຄວາມດຸເດືອດ ແລະ ທ້າທາຍຫຼາຍສຳລັບທີມນັກເຕະບານຈາກປະເທດລາວເຮົາ ແຕ່ເຖິງຢ່າງໃດກໍຕາມທີມຕົວແທນຈາກລາວເຮົາກໍຄືລຸ້ນອາຍຸ 11 ປີ ແລະ 10 …

Read More »

ສາຍບຸນ Come back! ນັກສະແດງຊື່ດັງລະດົມທຶນເພື່ອຊ່ວຍເຫຼືອຊື້ອຸປະກອນການແພດໃຫ້ກັບໂຮງຫມໍ 108 ທີ່ເມືອງ ວັງວຽງ!!!

ເມື່ອເວົ້າເຖິງຊື່ ລູກນໍ້າ ທິດາລັດ ວົງສິລິ ນອກຈາກແຟນໆຈະຮູ້ໃນຖານະທີ່ນາງເປັນນາງງາມ ເປັນນັກສະແດງທີ່ມີຊື່ສຽງມີໂອກາດໄປຮ່ວມງານ-ສະແດງລະຄອນເປັນນາງເອກເຖິງປະເທດໄທ ແຕ່ອີກສາຍາໜຶ່ງຂອງນາງກໍຄື “ນາງງາມສາຍບຸນ” ຫຼ້າສຸດ ລູກນໍ້າ ທິດາລັດ ກໍໄດ້ລະດົມທຶນເພື່ອຊ່ວຍເຫຼືອຊື້ອຸປະກອນການແພດໃຫ້ກັບ ໂຮງຫມໍ 108 ທີ່ເມືອງ ວັງວຽງ ແຂວງ ວຽງຈັນ ປະເທດລາວ ເຊິ່ງການລະດົມທຶນຂອງນາງໃນເທື່ອນີ້ແມ່ນໄດ້ຊື້: ຊື້ຕຽງເກີດລູກ ແລະ ໂຄມໄຟ ບາຫລອດແທກໄຂ້ ເຄື່ອງແທກຕັ່ງຊົ່ງ ໃຫ້ກັບໂຮງໝໍດັ່ງກ່າວ… ແລະ ນາງກໍຍັງໄດ້ໂພສຮູບພາບ ພ້ອມກັບແຄັບຊັ່ນອະທິບາຍວ່າ: “ປີນີ້ ເປັນອີກໂຄງການຫນຶ່ງ ໃນການ ຊ່ວຍໂຮງຫມໍ ທີ່ນ້ຳເຮັດສຳເລັດ ໃນການລວບລວມເງິນນຳຫມູ່ເພື່ອນມາຊື້ຕຽງເກີດລູກ ແລະ ໂຄມໄຟ ບາຫລອດແທກໄຂ້ ເຄື່ອງແທກຕັ່ງຊົ່ງ ໃຫ້ກັບໂຮງຫມໍ 108 ຢູ່ ເມືອງ ວັງວຽງ….. ຕຽງເກີດລູກໂຕເກົ່າແມ່ນໃຊ້ມາ 30ກວ່າປີແລ້ວ.. ຂອບໃຈຫມູ່ເພື່ອນທຸກໆຄົນທີ່ຊ່ວຍກັນ 1ແຮງຕໍ່ 1ຄົນຊ່ວຍກັນ ກາສິເປັນແຮງໃຫຍ່ ໃນການຊ່ວຍເຫລືອສັງຄົມ ຂອບໃຈຫລາຍໆເດີ້ …

Read More »