Breaking News

ຂ່າວບັນເທີງໃນປະເທດ

ສຸດພາກພູມໃຈ ແຮນນ້າ ສາວລາວ ໄດ້ເປັນ 4EVE Girl Group ໃຫມ່ໃນໄທ

ແຮນນ້າ ໂຣຊັ້ນບູ້ມ ສາວນ້ອຍຜູ້ສົດໃສ ທັງງາມທັງເກັ່ງ ແລະ ປັງທີ່ສຸດໃນຕອນນີ້ເລີຍກໍວ່າໄດ້ ຄວາມສາມາດຂອງນ້ອງບໍ່ທໍາມະດາເລີຍເດີ!! ຝັນທີ່ເປັນຈິງ ນ້ອງຜ່ານເຂົ້າຮອບ ແລະ ໄດ້ DEBUT ເປັນສິນລະປິນ 4EVE Girl Group (ກຸ່ມໄວໜຸ່ມຍິງໃນວົງການບັນເທີງ) ກຸ່ມໃຫມ່ຂອງໄທ ເຊິ່ງສັງກັດຢູ່ XOXO Entertainment ຫຼັງຈາກທີ່ເຂົ້າແຂ່ງຂັນ ແລະ ຜ່ານເຂົ້າຮອບຊະນະເລີດໃນຮອບສຸດທ້າຍ. ເອົາໃຈໄປເລີຍກັບສາວນ້ອຍຄົນນີ້! ຕັ້ງແຕ່ມື້ທຳອິດຈົນຮອດມື້ນີ້ ນ້ອງບໍ່ເຄີຍເຮັດໃຫ້ແຟນໆຊາວລາວຜິດຫວັງໃນໂຕນ້ອງເລີຍ. ຂໍ້ມູນຈາກ: Hannah Rosenbloom

Read More »

ດອກຫຍ້າ ຖິ່ນລຳພອນ ສາວນ້ອຍຜູ້ຫຼາກຫຼາຍຄວາມສາມາດ

ດອກຫຍ້າ ຖິ່ນລໍາພອນ ສາວນ້ອຍຜູ້ມີພອນສະແຫວງ+ພອນສະຫວັນ ແລະ ຄວາມສາມາດ ເຈົ້າຂອງຜົນງານເພງ “ນ້ອງຕາຍຊິໄຫ້ນໍາບໍ່” ແລະ ອີກຫຼາຍໆຜົນງານເພງ ດອກຫຍ້າເປັນຄົນຕ່າງແຂວງທີ່ຍ້າຍມາຢູ່ນະຄອນຫຼວງວຽງຈັນ ປັດຈຸບັນ ອາຍຸ 23 ປີ ກໍາລັງສຶກສາຢູ່ທີ່ ສປ. ຈີນ ເຊິ່ງຈຸດເລີ່ມຕົ້ນໃນການເຂົ້າວົງການຂອງສາວຄົນນີ້ແມ່ນ ດອກຫຍ້າໄດ້ໄປຮຽນ ຮ້ອງເພງ, ຂັບ-ລໍາ ແລະ ຟ້ອນ ຢູ່ທີ່ໂຮງຮຽນສິນລະປະແຫ່ງຊາດ ແລະ ເລີ່ມເຝິກຝົນມາເລື້ອຍໆຈົນມີຜົນງານອອກມາໃຫ້ແຟນໆໄດ້ເບິ່ງໄດ້ຟັງຫຼາຍໆຜົນງານເພລງ. ສາວດອກຫຍ້າເປັນອິກໜຶ່ງຄົນທີ່ມີຄວາມຮູ້ຄວາມສາມດທີ່ຫຼາກຫຼາຍ ແລະ ໄດ້ເດີນສາຍປະກວດ ຜ່ານມາແລ້ວຫຼາຍເວທີ ບໍ່ວ່າຈະເປັນທັງພາຍໃນ ແລະ ຕ່າງປະເທດ ເຊິ່ງ ໄດ້ຮັບກະແສຕອບຮັບທີ່ດີຈາກຜູ້ຊົມ ແລະ ຄະນະກໍາມະການຕະຫຼອດມາ ກາລັນຕີດ້ວຍລາງວັນທີ 1 ການປະກວດຮ້ອງເພລງຈາກເວທີ ສ້າງສາຍສໍາພັນ-ລາວຈີນ ,ລາງວັນທີ 2 ຈາກການປະກວດຮ້ອງເພລງ International Music Festival HALOMUS 2020 Vietnam …

Read More »

ຊົມເຊີຍ!!! ນ້ອງ ມິນ​ລີ້ ໜຸ່ມນ້ອຍສຽງດີ​ຄວ້າ​ລາງວັນ​ຊະ​ນະ​ເລີດ Mic Idol Kids 2020

ປັດຈຸບັນຄົນເຮົາບໍ່ວ່າຈະເປັນເດັກນ້ອຍ ຫຼືຜູ້ໃຫຍ່ກໍລ້ວນແລ້ວແຕ່ມີຄວາມຮູ້, ຄວາມສາມາດ, ຄວາມຝັນ ແລະ ເປົ້າໝາຍ ທີ່ແຕກຕ່າງກັນໄປ… ເຊິ່ງຕອນນີ້ມີເດັກນ້ອຍຊາຍຄົນໜຶ່ງກຳລັງເປັນກະແສຮືຮາໄປທົ່ວສັງຄົມອອນລາຍນັ້ນກໍຄືນ້ອງ ມິນ​ລີ້ ອາຍຸໄວ 7 ປີ ກຳລັງຮຽນຢູ່ຫ້ອງປໍ 3 ບ້ານ​ໂຄ​ກສະຫວ່າງ​, ເມືອງຍົມມະ​ລາດ​, ແຂວງ​ຄຳ​ມ່ວນ​. ໂດຍມີສາວຄູຄົນໜຶ່ງໄດ້ໂພສຄລິບວີດີໂອທີ່ນ້ອງກໍາລັງຕັ້ງໃຈຮ້ອງເພລງຜ່ານເຟສບຸກສ່ວນຕົວ ແລະ ຄລິບດັ່ງກ່າວກໍໄດ້ຖືກແຊຣ໌ ແລະ ໄດ້ຮັບຄວາມສົນໃຈຈາກສັງຄົມອອນລາຍບໍ່ໜ້ອຍເລີຍທີດຽວ! ເຊິ່ງບອກໄດ້ເລີຍວ່າ ນໍ້າສຽງຂອງໜຸ່ມນ້ອຍຄົນນີ້ບໍ່ທໍາມະດາອີຫຼີ!!! ຄູ​ຂອງ​ນ້ອງ ມິນ​ລີ້ ໄດ້​ບອກວ່າ ປົກ​ກະ​ຕິ​ຢູ່​ບ້ານ ຫຼືຢູ່ໂຮງ​ຮຽນ ນ້ອງກໍ​ມັກຮ້ອງ​ເພງ​ເປັນ​ປະ​ຈຳ ​ເພາະ​ມັກ​ຮັກ ແລະ ຝັນ​ໄວ້​ຢາກ​ເປັນ​ນັກ​ຮ້ອງ!!! ເຊິ່ງຫຼ້າສຸດໜຸ່ມນ້ອຍຄົນນີ້ກໍໄດ້ມີໂອກາດມາຕາມຫາຄວາມຝັນຂອງຕົນເອງໃນເວທີການປະກວດຮ້ອງເພລງ ເດັກນ້ອຍ Mic Idol Kids 2020 ທີ່ຈັດຂຶ້ນຢູ່ສູນການຄ້າທົ່ງຂັນຄໍາ ຊັ້ນ 2 ໃນວັນທີ 04 ຕຸ​ລາ 2020 ທີ່ຜ່ານມາ. ດ້ວຍຄວາມສາມາດ-ກ້າສະແດງອອກ ແລະ ນໍ້າສຽງອັນເປັນກະລັກທີ່ໂດດເດັ່ນພ້ອມທັງໃສ່ອາລົມ-ລີ​ລາຢ່າງເຕັມທີ່ …

Read More »

ຂຶ້ນເຮືອນໃໝ່ຂອງ ເຈ້ຍ ປາຊິຟິກ ເຮັງໆເດີ

ເປັນປີທີ່ເຮັງອີຫຼີ ສຳຫຼັບ ເຈ້ຍ ປາຊິຟິກ ເນື່ອງຈາກຜ່ານມາຊື້ລົດຄັນທີ່ລາຄາບໍ່ທຳມະດາແລ້ວ ຫຼ້າສຸດຍັງສ້າງເຮືອນຫຼັງທີ່ບໍ່ທຳມະດາເຊັ່ນກັນ. ເຈ້ຍ ປາຊິຟິກ ເປັນນັກສະແດງ, ຜູ້ກຳກັບຮູບເງົາລາວ,​ ເຈົ້າຂອງບໍລິສັດ ແຂ້ວແຫ້ງໂປດັກຊັ່ນ ທີ່ຜົນງານຫຼາກຫຼາຍໃນວົງການບັນເທີງລາວ. ປັດຈຸບັນ, ອ້າຍເຈ້ຍ ໄດ້ແຕ່ງການກັບ ເອື່ອຍໄຊ ແລະ ມີລູກຄົນໜຶ່ງ ຊື່ ເວຫາ ຫຼ້າສຸດກຳລັງຈະໄດ້ລູກຄົນທີ່ 2 ແລ້ວເດີ. ໃນວັນທີ 28 ກັນຍາ ຜ່ານມາ ອ້າຍເຈ້ຍກໍໄດ້ໂພສພາບເຮືອນຫຼັງໃໝ່ ທີ່ສ້າງສຳເລັດ ແລະ ກຳລັງເຮັດພິທີຂື້ນເຮືອນໃໝ່ ພ້ອມພາບກັບພັນລະຍາແສນອົບອຸ່ນ ເປັນປີທີ່ເຮັງອີຫຼີ ຂໍສະແດງຄວາມດີໃຈກັບ ອ້າຍເຈ້ຍ ແລະ ເອື່ອຍໄຊ ຂໍໃຫ້ປັນປີທີ່ດີມີໂຊກແບບນີ້ຕະຫຼອດໄປ ເຮັງໆ ຄໍ້ຄູນໆເດີ. ຮູບພາບຈາກ:​ Phoumsana Sirivongsa ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:+856 20 28042166‭+856 …

Read More »

ແຮ່ນນ້າ ໂຣເຊັ້ນບູ້ມ ໄພວັນ

ນ້ອງແຮ່ນນ້າ ໂຣເຊັນບູມ Miss Teen Laos2019 2Nd Runner Up ເປັນຜູ້ຍິງລາວຄົນດຽວທີ່ເຂົ້າຮອບການແຂ່ງຂັນ Girl group rap star ໝາຍເລກ G15 ຈັດຢູ່ຊ່ອງ Workpoint ທີ່ຄັດເລືອກໄວໜຸ່ມຢາກເປັນນັກຮ້ອງກຸ່ມ ຈາກ 6,000 ຄົນ ທົ່ວປະເທດໄທ ໂດຍ ເຊິ່ງຜ່ານມາ ແຮ່ນນ້າກໍສະແດງໄດ້ດີຕະຫຼອດ ແລະ ຕັ້ງໃຈຫຼາຍ ຈົນໝູ່ເພື່ອນໃນທີມມອບໝວກ VIP ໃຫ້. ໃນ EP ຫຼ້າສຸດ ແຮ່ນນ້າ ໄດ້ຜ່ານເຂົ້າຮອບສຸດທ້າຍແລ້ວ ເຊິ່ງເປັນວິນາທີທີ່ນ້ອງ ແລະ ແຟນຄຣັບທຸກຄົນລຸ້ນຈົນຈະເປັນລົມ ໃນທີ່ສຸດນ້ອງກໍເຮັດໄດ້. ແອັດຂໍເປັນກຳລັງໃຈ ແລະ ຝາກແຮງໃຈ ແຮງເຊຍໃຫ້ສາວນ້ອຍຄົນເກັ່ງມາກຄວາມສາມາດ Hannah Rosenbloom ແດ່ເດີ້ທຸກຄົນ. ຂໍ້ມູນ: https://youtu.be/Stsmshp4Kwo ຮູບພາບຈາກ: Hannah …

Read More »