Breaking News

ຂ່າວບັນເທີງໃນປະເທດ

ລະວັງ!!! ຢ່າຫລົງເຊື່ອຂ່າວປອມ ຄົນຕິດໂຄວິດ-19 ສາມຄົນວັນນີ້.

ກໍລະນີມີຄລິບສຽງທາງສື່ອອນລາຍ ແລະ ສົ່ງໄປຕາມກຸ່ມວ໋ອດແອັບວ່າມີຄົນຕິດເຊື້ອໂຄວິດ-19 ວັນນີ້ 3 ຄົນຢູ່ນະຄອນຫລວງວຽງຈັນ ນັ້ນ ບໍ່ມີຄວາມຈິງ, ຂໍໃຫ້ສັງຄົມໃຊ້ດຸນພິນິດໃນການຮັບຂໍ້ມູນຂ່າວສານ ໂດຍບໍ່ແຕກຕື່ນ, ໃຫ້ຕິດຕາມຂໍ້ມູນຂ່າວສານທາງການ ເປັນສໍາຄັນ. ກອງເລຂາຄະນະສະເພາະກິດ ເຕືອນສັງຄົມ ຢ່າເຊື່ອກໍລະນີນີ້ທີ່ມີການປ່ອຍຄລິບສຽງຜູ້ຊາຍຄົນໜຶ່ງທາງສື່ສັງຄົມອອນລາຍວັນນີ້ວ່າມີຄົນຕິດເຊື້ອໂຄວິດ-19 ຢູ່ນະຄອນຫລວງວຽງຈັນ ສາມຄົນ ຊຶ່ງພວມຕິດຕາມເອົານັ້ນ ບໍ່ແມ່ນຄວາມຈິງ. ເປັນການປ່ອຍຂ່າວຂອງຄົນບໍ່ຫວັງດີ, ຂໍຢ່າແຕກຕື່ນຕໍ່ກໍລະນີຄລິບສຽງດັ່ງກ່າວ, ໃຫ້ຕິດຕາມຂ່າວທາງການ ໂດຍສະເພາະການຖະແຫລງຂ່າວຂອງຄະນະສະເພາະກິດ ເທົ່ານັ້ນ. ສະພາບການແພ່ລະບາດຂອງພະຍາດໂຄວິດ-19 ຢູ່ລາວເຮົາ ໄລ່ມາຮອດວັນທີ 17/4/2021 ຕົວເລກການຕິດເຊື້ອສະສົມແມ່ນ 58 ຄົນ, ປິ່ນປົວດີແລ້ວ 49ຄົນ, ພວມປິ່ນປົວ 9 ຄົນ. ແຫຼ່ງຂ່າວ: ຂປລ

Read More »

ລາວຍັງມີຄວາມສ່ຽງສູງທີ່ຈະມີການແຜ່ລະບາດຂອງພະຍາດໂຄວິດ-19 ຍ້ອນຍັງມີການລັກລອບເຂົ້າປະເທດແບບຜິດກົດໝາຍ

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວນຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກໃຫ້ຮູ້ວ່າ: ສປປ ລາວ ຍັງມີຄວາມສ່ຽງສູງທີ່ຈະມີການແຜ່ລະບາດຂອງພະຍາດໂຄວິດ-19 ພາຍໃນປະເທດຍ້ອນວ່າຢູ່ບັນດາປະເທດອ້ອມຂ້າງຍັງມີການແຜ່ລະບາດຂອງພະຍາດນີ້ຮອບໃໝ່ໂດຍມີຜູ້ຕິດເຊື້ອເພີ່ມຂຶ້ນເປັນຈຳນວນຫຼາຍໃນແຕ່ລະວັນ ແລະ ຍັງມີການລັກລອບເຂົ້າປະເທດແບບຜິດກົດໝາຍຂອງປະຊາຊົນລາວທີ່ໄປເຮັດວຽກຢູ່ປະເທດເພື່ອນບ້ານທີ່ຍັງມີການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຍັງມີການລັກລອບເຂົ້າມາຂອງຄົນຕ່າງປະເທດດັ່ງກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19 ຄົນທີ່ 50 ທີ່ກວດພົບເຊື້ອເມື່ອວັນທີ 9 ເມສາ 2021 ທີ່ຜ່ານມາ ເປັນຄົນສັນຊາດໄທນັ້ນ ແມ່ນຜູ້ກ່ຽວໄດ້ໄປພົບກັບຄົນໄທທີ່ລັກລອບເຂົ້າມາ ສປປ ລາວ. ທ່ານ ດຣ ຣັດຕະນະໄຊໃຫ້ຮູ້ຕື່ມວ່າ: ໃນໄລຍະບຸນປີໃໝ່ລາວ ພສ 2554 ນີ້ ຮຽກຮ້ອງໃຫ້ທຸກຊັ້ນຄົນເພີ່ມຄວາມມີສະຕິລະວັງຕົວໃນການປ້ອງກັນພະຍາດໂຄວິດ-19 ໂດຍໃຫ້ປະຕິບັດຕາມການແຈ້ງການຂອງຄະນະສະເພາະກິດຢ່າງເຂັ້ມງວດ, ໃຫ້ຫຼີກລ່ຽງການໄປທ່ຽວຢູ່ສະຖານທີ່ບັນເທິງໂດຍສະເພາະໃນໄລຍະທີ່ມີເທດສະການຍ້ອນວ່າຢູ່ສະຖານທີ່ບັນເທິງບໍ່ຮູ້ປະຫວັດຜູ້ທີ່ມາທ່ຽວ ແລະ ໃນສະຖານທີ່ບັນເທິງຍັງມີເນື້ອທີ່ຄັບແຄບ, ຫຼີກລ່ຽງການຕັ້ງວົງຊຸມແຊວໂດຍບໍ່ສາມາດປະຕິບັດໄລຍະຫ່າງໄດ້ ນອກນັ້ນການດື່ມສິ່ງມືນເມົາຍັງເຮັດໃຫ້ຂາດສະຕິໃນການປ້ອງກັນພະຍາດນີ້ອີກດ້ວຍ. ຮຽກຮ້ອງໃຫ້ນາຍບ້ານທີ່ມີບ້ານຕິດກັບປະເທດເພື່ອນບ້ານເພີ່ມມາດຕະການເວນຍາມຕາມຊາຍແດນ ແລະ ກວດກາສະມາຊິກໃນບ້ານຜູ້ທີ່ມີປະຫວັດເດີນທາງໄປເຮັດວຽກຢູ່ປະເທດເພື່ອນບ້ານຖ້າພົບເຫັນມີການລັກລອບເຂົ້າມາຂໍໃຫ້ແຈ້ງເຈົ້າໜ້າທີ່ຢ່າງຮີບດ່ວນເພື່ອຈະນຳຜູ້ກ່ຽວໄປກວດຫາເຊື້ອ ແລະ ຈຳກັດບໍລິເວນ. ຂ່າວ: ວຽງຈັນທາມ

Read More »

ມົງລົງແລ້ວ!!! ສາວ ພອນວິໄລ ຫຼວງ​ລາດ Miss world 2021 ຄົນປັດຈຸບັນ

ມາຮູ້ຈັກ “ພອນວິໄລ ຫຼວງລາດ” ຫຼື ສາວຕຸ້ຍ W11 ຕົວແທນນະຄອນຫຼວງວຽງຈັນ ທັງງາມ ທັງເກັ່ງ ສາວໜ້າຄົມຄົນນີ້ ຜູ້ມີຮອຍຍິ້ມອັນເປັນສະເໜ່ ທີ່ໄດ້ຮັບຕໍາແໜ່ງ Miss World Laos ຕໍ່ ຈາກສາວ ສຸພາວະດີ ແລະ ສາວພອນວິໄລກໍຍັງໄດ້ຮັບລາງວັນພິເສດນາງສາວຜິວໃສໄປຄອງອີກດ້ວຍ!!! ພອນວິໄລ ຍັງເປັນສາວງາມສາຍປະກວດ ເພາະກ່ອນໜ້ານີ້ເຄີຍປະກວດ 2 ເວທີມາກ່ອນ: ນາງສາວນະຄອນຫລວງວຽງຈັນ ປີ 2016 ໄດ້ຕຳແໜ່ງຮອງອັນດັບ 3 ນາງສາວນະຄອນຫຼວງວຽງຈັນ ແລະ ອີກເວທີ 1 ແມ່ນ ນາງສາວລາວປີ 2016 ໄດ້ຮັບຕຳແໜ່ງຮອງອັນດັບ 2 ນາງສາວລາວ ແລະ ລາງວັນພິເສດ ນາງສາວໜ້າໃສສຸຂະພາບດີ. ການປະກວດໃນຄັ້ງນີ້ ສາວ ຕຸ້ຍ ກຽມຄວາມພ້ອມມາເຕັມ ແລະ ພ້ອມສະສົມທຸກປະສົບການຈາກການປະກວດໃນເວທີ ທີ່ຜ່ານມາເພື່ອມາປັບໃຊ້ໃຫ້ເກີດຜົນທີ່ສຸດໃນເວທີນີ້ …

Read More »

ຍິນດີນໍາ!!! “ຄຣິສຕິນາ ລາສະສິມມາ” ຄວ້າມຸງກຸດ Miss Universe Laos 2020 ໄປຄອງ…

ເປັນມື້ທີ່ຫຼາຍຄົນຄອງຄອຍ ແລະ ລຸ້ນໄປຕາມໆກັນເລີຍກໍໄດ້ ວ່າໃຜຈະເປັນຄົນທີ່ຄວ້າຕໍາແໜ່ງເທິງເວທີ Miss Universe Laos 2020!!! ແຟນໆນາງງາມບໍ່ຕ້ອງລຸ້ນອີກຕໍ່ໄປ… ໃນທີ່ສຸດ!!!ກໍໄດ້ຖະແຫຼ່ງຂ່າວຢ່າງເປັນທາງການໄປແລ້ວ ໃນຄໍ່າຄືນຂອງວັນທີ 18 ມີນາ ທີ່ຜ່ານມາ ເຊິ່ງມົງກໍລົງໄປທີ່ສາວຄົນນີ້ “ຄຣິສຕິນາ ລາສະສິມມາ” ເປັນຄົນທີ່ຄວ້າມຸງກຸດ Miss Universe Laos 2020 ໄປຄອງ ແລະ ໄດ້ເປັນຕົວແທນນາງງາມລາວ ຄົນຫຼ້າສຸດທີ່ຈະໄດ້ໄປປະກວດເວທີລະດັບໂລກ Miss Universe Laos 2020 ທີ່ ສະຫະລັດອາເມລິກາ ໃນເດືອນ ພຶດສະພາ 2021 ນີ້…​ ຫຼາຍຄົນຄົງຈະຮູ້ຈັກກັນດີ ກັບສາວຄົນນີ້ ນາງສາວລາວ ປີ 2012 ເປັນນາງງາມ ສູ່ນາງແບບທີ່ມີຄວາມສາມາດ ແລະ ຢູ່ວົງການບັນເທິງມາແບບຍາວນານອີກຄົນໜຶ່ງ ສໍາລັບ ຄຣິສຕີນ່າ ລາດສະສິມມາ ເລີ່ມກ້າວເຂົ້າສູ່ວົງການໂດຍການເປັນ Miss Laos …

Read More »

ຍິນດີນໍາ!!! ໝຸ່ມ ນັດ ເທບຫັດດິນ ແລະ ສາວ ນານ່າ ລັນຍາ ອອກມາແລ້ວທາຍາດຄົນທໍາອິດຂອງຕະກຸນ….

ຄົງຈະບໍ່ມີໃຜທີ່ຈະບໍ່ຮູ້ຈັກໝຸ່ມ ນັດ ເທບຫັດດິນ ນັກສະແດງໝຸ່ມຫຼໍ່ລະດັບແຖວໜ້າຂອງປະເທດໄທທີ່ເຕັມໄປດ້ວຍຄວາມສາມາດທີ່ຫຼາກຫຼາຍ ແລະ ມີຜົນງານໃນວົງການບັນເທີງຫຼາຍຢ່າງບໍ່ວ່າຈະເປັນການສະແດງເອັມວີເພລງ, ຊີລີ ແລະ ຮູບເງົາ… ເລື່ອງ ເຣຍາ, ພູສລັດຕິການ, ຮັກແລກພົບ… ມື້ນີ້ແອັດຈະພາທຸກຄົນໄປເບິ່ງລູກສາວຂອງ ພໍ່ ນັດ ແລະ ແມ່ ນານ່າ ວ່າຈະໜ້າຮັກ ແລະ ເປັນຕາແພງຊໍ່າໃດ!!! ໄປເບິ່ງນໍາກັນເລີຍ… ອອກມາແລ້ວ!!! ນ້ອງ Nayla ຂອງພໍ່ ນັດ ແລະ ແມ່ ນານ່າ ໜ້າຮັກຫຼາຍ….

Read More »