Breaking News

ຂ່າວບັນເທີງໃນປະເທດ

ເປີດວາຟ! ຈັນມະລີ ທໍ່ Miss Hmong Laos 2019 ບໍ່ທຳມະດາ ອະດີດເຄີຍເປັນ…???

ເປັນກະແສຮືຮາກັນໄປພໍສົມຄວນ ສຳລັບ ຈັນມະລີ ທໍ່ Miss Hmong Laos 2019 ຫຼື ນາງສາວເຜົ່າມົ້ງ ປະຈຳປີ 2019 ເຊິ່ງມີແຟນໆຫຼາຍໆທ່ານທີ່ໃຫ້ຄວາມສົນໃຈ ແລະ ຢາກຮູ້ວ່າສາວງາມຄົນນີ້ ເປັນໃຜມາຈາກໃສ? ເອົາລະ!!! ບໍ່ເວົ້າກັນໃຫ້ຍືດຍາວ ໃນເມື່ອແຟນໆຢາກຮູ້ ກໍບໍລໍຊ້າ ລອງມາຮູ້ຈັກກັນສາວຄົນນີ້ກັນເບິ່ງເນາະ ຮັບຮອງຈະຕົກຂຸມຮັກນາງແນ່ນອນ!!! ນາງຈັນມະລີ ທໍ່ Miss Hmong Laos 2019 ມາຈາກບ້ານ ຫ້ວຍຊຳອໍ້ ເມືອງໄຊຍະບູລີ ແຂວງໄຊຍະບູລີ ບໍ່ທຳມະດາເດີ້ ເພາະອະດີດເຄີຍເປັນນັກຮຽນດີ-ນັກຮຽນເກັ່ງປະຈຳໂຮງຮຽນ (ມສ ນາລວມ)  ແຖມສະໄຫມຮຽນປະຖົມ, ມັດທະຍົມຕົ້ນ-ປາຍ ນາງຍັງໄດ້ເປັນຫົວຫນ້າຫນ່ວຍສິລະປະ ວັນນະຄະດີ ປະຈຳໂຮງຮຽນພຸ້ນເດີ້… ປັດຈຸບັນນີ້ ຈັນມະລີ ທໍ່ Miss Hmong Laos 2019 ກຳລັງສຶກສາທີ່ ມະຫາວິທະຍາໄລ ສຸພານຸວົງ ຄະນະ ເສດຖະສາດ ແລະ …

Read More »

ປະເທດລາວສົ່ງ “ຊຸດເຜົ່າມົ້ງມ່ວນຊື່ນ” ເພື່ອຊິງຊຸດປະຈຳຊາດດີເດັ່ນໃນເວທີ Miss Intercontinental  ທີ່ປະເທດຟິລິປິນ!!!

ເປັນປີທຳອິດທີ່ປະເທດລາວເຮົາໄດ້ສົ່ງຕົວແທນສາວງາມເຂົ້າປະກວດໃນເວທີລະດັບໂລກອີກໜຶ່ງເວທີນັ້ນກໍຄື Miss Intercontinental ປີນີ້ຈັດຂຶ້ນທີ່ ປະເທດ ຟິລິປິນ, ເຊິ່ງກ່ອນໜ້ານີ້ແຟນໆກໍໄດ້ຮູ້ກັນໄປແລ້ວວ່າ ຢາດຟ້າ ພົມມະວົງໄຊ Miss Intercontinental Laos 2018 ໄດ້ຖືກແຕ່ງຕັ້ງໃຫ້ເປັນສາວງາມເພື່ອໄປປະກວດໃນເວທີໂລກໃນຄັ້ງນີ້ ແລະ ນາງກໍໄດ້ມີການກຽມຄວາມພ້ອມຢ່າງເຕັມທີ່ ເພື່ອເດີນໜ້າກຽມໄປສ້າງຊື່ສຽງໃຫ້ປະເທດລາວໃນຖານະສາວງາມຕົວແທນປະເທດລາວໃນເວທີ Miss Intercontinental ທີ່ປະເທດ ຟິລິປິນ. ແລະ ສິ່ງທີ່ແຟນໆຊາວລາວເຮົາລໍຖ້າ ແລະ ກຽມລຸ້ນ ກຽມເຊຍ ແລະ ມັກເວົ້າເຖິງກັນຫຼາຍທີ່ສຸດກໍຄືຊຸດປະຈຳຊາດ ທີ່ຫຼ້າສຸດກໍໄດ້ມີການເປີດເຜີຍໃຫ້ໄດ້ເຫັນກັນແລ້ວເດີ້ ສຳລັບຊຸດປະຈຳຊາດລາວທີ່ ນ້ອງ ຢາດຟ້າ ຈະໄດ້ສວມໃສ່ເພື່ອສົ່ງເອກະລັກລາວກ້າວສູ່ສາຍຕາຊາວໂລກໃນເວທີ Miss Intercontinental  ຂໍບອກເດີ້ວ່າເທື່ອນີ້ມາແປກໄປຈາກເວທີອື່ນໆກ່ອນໜ້າ ເອີ້ນໄດ້ວ່າເປັນຊຸດທີ່ງົດງາມອີກໜຶ່ງຊຸດ ມີເອກະລັກ ບົ່ງບອກເຖີງຮີດຄອງປະເພນີລາວໄດ້ດີ ມາໃນຊື່ “ຊຸດເຜົ່າມົ້ງມ່ວນຊື່ນ” (ລອງມາເບິ່ງ!!!) ເປັນແນວໃດໄດ້ເຫັນ “ຊຸດເຜົ່າມົ້ງມ່ວນຊື່ນ” ທີ່ ນ້ອງ ຢາດຟ້າ ພົມມະວົງໄຊ Miss Intercontinental Laos 2018 ຈະສວມໃສ່ໃນເວທີ່ໂລກແລ້ວ ແຟນໆວ່າແນວໃດ ປະເທດລາວເຮົາພໍສູຸ້ໄດ້ບໍ່? #ເຊຍລາວສຸດໃຈ ??  ??  ??   ເອົາເປັນວ່າຢ່າງໃດແຟນໆກໍຢ່າລືມເປັນກຳລັງໃຈໃຫ້ສາວງາມຕົວແທນປະເທດລາວເຮົາຄົນນີ້ກັນຫຼາຍໆເດີ້ ແລະ ກຽມອັບເດດຄວາມຄືບໜ້າການປະກວດຂອງສາວລາວໃນເວທີໂລກໃນເທື່ອນີ້ໄດ້ເລີຍ ການປະກວດ …

Read More »

ຮືຮາ! ສາວງາມຈາກ ແຂວງໄຊຍະບູລີ ຄວ້າມົງກຸດ Miss Hmong Laos 2019  (ຂໍສະແດງຄວາມຍິນດີນຳຫຼາຍໆ)

ເປີດຕົ້ນປີ 2019 ກັບເວທີນາງງາມໃນລາວເຮົາອີກໜຶ່ງເວທີ Miss Hmong Laos 2019 ເຊິ່ງຫຼ້າສຸດໃນວັນທີ 4 ມັງກອນ 2019 ທີ່ຜ່ານມາກໍໄດ້ປະກວດຮອບຕັດສິນ ແລະ ປະກາດຜົນໃຫ້ໄດ້ຮູ້ກັນໄປເປັນທີ່ຮຽບຮ້ອຍວ່າ ສາວງາມທີ່ມີຄວາມເໝາະສົມ ສາມາດຄວ້າມົງກຸດໄປແບບສະຫງ່າງາມກໍຄື ນາງ ຈັນມະລີ ທໍ່ ໄດ້ຮັບຕຳແໜ່ງ Miss Hmong Laos 2019 ໄປຄອງໃນປີນີ້ (ຂໍສະແດງຄວາມຍິນດີ) ສຳລັບສາວງາມທີ່ໄດ້ຕຳແໜ່ງ Miss Hmong Laos 2019 ທັງໝົດມີດັ່ງນີ້: -ໝາຍເລກ M19 Chanhmaly Thor ສາວງາມຈາກ ແຂວງ ໄຊຍະບູລີ ໄດ້ຕຳແໜ່ງ ເປັນນາງສາວມົ້ງລາວປະຈຳປີ2019 (Miss Hmong Laos 2019 ) -ໝາຍເລກ M09 Pajnyiag LIS ສາວງາມຈາກ ແຂວງ ຫົວພັນ​ ຮອງອັນດັບໜື່ງ …

Read More »

ກຳລັງໃຈດີ! ວູດດີ້ ອອກມາຂອບໃຈແຟນໆ ຫຼັງຈາກລົດຖີບລົ້ມທີ່ນະຄອນຫຼວງພະບາງ ປະເທດລາວ

ມາອັບເດດ ອາການບາດເຈັບຂອງ ວູດດີ້ ມິລິນຈິນດາ ພິທີກອນຊື່ດັງປະເທດເພື່ອນບ້ານ ທີ່ເດີນທາງມາພັກຜ່ອນ ແລະ ເຮັດບຸນໃສ່ບາດທີ່ ນະຄອນຫຼວງພະບາງ ປະເທດລາວ ແຕ່ໄດ້ເກີດເຫດບໍ່ຄາດຄິດ  ເກີດອຸບັດເຫດລົດຖີບລົ້ມ ເນື່ອງຈາກມີແມວຕັດໜ້າ ເຮັດໃຫ້ມີບາດແຜທີ່ບໍລິເວນຫົວເຂົ່າທັງສອງເບື້ອງ ເຮັດໃຫ້ມີອາການບວມ ບໍ່ສາມາດພັບຂາ ແລະ ຍ່າງໄດ້ ຈົນໄດ້ມີທີມແພດ ແລະ ກູ້ໄພຈາກປະເທດລາວ ເຂົ້າຊ່ວຍເຫຼືອໃນເບື້ອງຕົ້ນໃນຊ່ວງວັນທີ 2 ມັງກອນ 2019 ທີ່ຜ່ານມາ… ຫຼ້າສຸດ ວູດດີ້ ໄດ້ເດີນທາງກັບສູ່ປະເທດໄທ ເພື່ອຮັກສາຕົວເປັນທີ່ຮຽບຮ້ອຍແລ້ວ, ເນື່ອງຈາກມີກຳລັງໃຈຈາກຄອບຄົວ ໝູ່ເພື່ອນ ແລະ ບັນດາແຟນໆ ເຮັດໃຫ້ອາການດີຂຶ້ນ ແລະ ປອດໄພ. (ອອກມາຂອບໃຈແຟນໆແບບນີ້…) View this post on Instagram ถึงมือคุณหมอแล้วน๊า ไม่ต้องเป็นห่วง ขอบคุณทุกๆกำลังใจ ทุกๆข้อความที่ส่งมาให้นะครับ มันคือพลังคือกำลังใจที่ดีมากจริงๆ ถ้าตอบได้ไม่หมดต้องขอโทษด้วยน๊า ??❤️ A …

Read More »

ເກີດເຫດບໍ່ຄາດຄິດ! ວູດດີ້ ພິທີກອນດັງປະເທດເພື່ອນບ້ານ ເກີດອຸບັດເຫດລົດຖີບລົ້ມອາການສາຫັດ ທີ່ນະຄອນຫຼວງພະບາງ!!!

ເກີດເຫດບໍ່ຄາດຄິດໃນຊ່ວງສະຫຼອງປີໃໝ່ 2019 ທີ່ຜ່ານມາ ວູດດີ້ ມິລິນຈິນດາ ພິທີກອນຊື່ດັງຂອງປະເທດເພື່ອນບ້ານ ໄດ້ເດີນທາງມາພັກຜ່ອນ ເຮັດບຸນໃສ່ບາດຕ້ອນຮັບປີໃໝ່ ທີ່ ນະຄອນຫຼວງພະບາງ ປະເທດລາວ ແຕ່ໄດ້ເກີດເຫດບໍ່ຄາດຄິດ ເມື່ອພິທີກອນຊື່ດັງໄດ້ໂພສຮູບພາບບາດແຜຜ່ານອິນສະຕາແກຣມ ເຊິ່ງບາດແຜດັ່ງກ່າວມີຢູ່ທີ່ຫົວເຂົ່າ ບໍລິເວນຂາທັງສອງເບື້ອງ ສາເຫດມາຈາກຂີ່ລົດຖີບລົ້ມ ເນື່ອງຈາກມີແມວຕັດໜ້າ… View this post on Instagram จากที่แค่จักรยานล้มเมื่อเช้าแต่พอตอนเที่ยงแผลบวมมากจนไม่สามารถนั่งหรือพับขาได้ สรุปเลือดไหลภายในที่เข่าจนบวมใหญ่มาก มันเจ็บมากเหมือนเอามีดมาแทงแล้วค้างไว้ จนต้องโทรเรียกรถกู้ภัยที่หลวงพระบางมารับ เข้าใจแล้วว่าเจ็บจนจะเป็นลมคืออะไร สรุปตอนนี้ขาพับไม่ได้ เดินก็ไม่ได้ มันจะจี๊ดๆ เลยเข้าเฝือกพิเศษ และกำลังตัดสินใจว่าจะไปต่อยังไง แต่จะขอขอบคุณทุกๆคนที่หลวงพระบาง ทีมกู้ภัย ทีมแพทย์พยาบาลที่ดูแลอย่างดี ไม่น่าเชื่อว่าแมวตัดหน้าจักรยานเมื่อเช้าจะนำพาไปสู่สิ่งนี้ที่ดูชักจะใหญ่ขึ้นเรื่อยๆ ยังคงถามตัวเองต่อไปว่าเรื่องนี้สอนอะไร อะไรดีๆกำลังรออยู่ข้างหน้า #ทุกอย่างดีเสมอ #แต่ช่วยจัดเรื่องดีมาไวกว่านี้หน่อย #เปิดปีใหม่ได้อย่างจัดเต็ม #ขยับขาไม่ได้แต่นิ้วพิมพ์ได้ #อารมณ์ดีไว้ก่อนจะได้ลืมความเจ็บ A post shared by WOODY (@woodytalk) on …

Read More »