ດັ່ງທີ່ແຟນໆນັ້ນຮູ້ກັນດີວ່າ ນ້ອງ ແຮນນ້າ ໂຣຊັ້ນບູ້ມ ໄດ້ເດີນທາງໄປແຂ່ງຂັນລາຍການໜຶ່ງທີ່ປະເທດໄທ ເພື່ອເປັນ Girl Group Star (ກຸ່ມໄວໜຸ່ມຍິງໃນວົງການບັນເທີງປະເທດໄທ) ຈົນປັດຈຸບັນນີ້ກໍສານຝັນໄດ້ເປັນຈິງແລ້ວ ໂດຍນ້ອງ ແຮນນ້າ ໄດ້ເປັນໜຶ່ງສິນລະປິນ 4EVE Girl Group ເຕັມຕົວແລ້ວ ເຊິ່ງວ່າຫຼັງຈາກທີ່ສໍາເລັດພາລະກິດເປັນຮຽບຮ້ອຍແລ້ວ ນ້ອງ ແຮນນ້າ ກໍໄດ້ເດີນທາງກັບມາປະເທດລາວ. ແລະເນື່ອງຈາກວ່າ ໄລຍະນີ້ເປັນໄລຍະຂອງການແຜ່ລະບາດຂອງພະຍາດໄວຣັສ Covid-19 ທົ່ວໂລກ ຖ້າຫາກວ່າຈະມີການເດີນທາງເຂົ້າ-ອອກປະເທດຊ່ວງນີ້ ຈຶ່ງຈໍາເປັນຕ້ອງໄດ້ມີການກັກໂຕຕາມກໍານົດຂອງລັດຖະບານວາງອອກ. ເຊິ່ງຕາມກົດລະບຽບຂອງບ້ານເຮົານັ້ນ ແມ່ນຖ້າໃຜຈະເດີນທາງເຂົ້າມາໃນປະເທດ ກໍແມ່ນຕ້ອງໄດ້ກັກໂຕເປັນເວລາ 14 ມື້ ເພື່ອເປັນການຕິດຕາມອາການ, ກວດເຊື້ອພະຍາດ ແລະ ປ້ອງກັນການແຜ່ລະບາດຂອງເຊື້ອໄວຣັສ Covid-19 ນັ້ນເອງ. ເຊິ່ງແນ່ນອນເມື່ອ ນ້ອງແຮນນ້າກັບມາຈາກປະເທດໄທ ນ້ອງກໍໄດ້ປະຕິບັດຕາມມາດຕະການຕ່າງໆທີ່ລັດຖະບານວາງອອກ ໂດຍສະເພາະການກັກໂຕກໍານົດ 14 ມື້ ແມ່ນຄົບກໍານົດເປັນທີ່ຮຽບຮ້ອຍແລ້ວ ແລະ ໂຊກດີທີ່ນ້ອງບໍ່ໄດ້ມີອາການ ຫຼືພົບເຊື້ອພະຍາດໃດໆ ແລະ …
Read More »ຂ່າວພາຍໃນ
ມາເບິ່ງ! ເຄັດລັບ ແລະ ເປົ້າໝາຍໃນການສຶກສາ ຂອງນັກສຶກສາກຽດນິຍົມລະດັບຊາດ…
ສໍາຫລັບນ້ອງໆທີ່ກຽມໂຕຈະຮຽນຕໍ່ລະດັບວິຊາອາຊີບ ຫຼືນ້ອງໆທີ່ກໍາລັງສຶກສາຢູ່ ບໍ່ວ່າຈະເປັນ ມະຫາວິທະຍາໄລ ຫຼືວິທະຍາໄລທັງຫຼາຍ ແມ່ນພາກັນມີເປົ້າໝາຍໃນການສຶກສາແລ້ວບໍ່!! ເຊັ່ນວ່າ ເປົ້າໝາຍຂອງໃບປະກາດ ຢາກໄດ້ໃບປະກາດສະນີຍະບັດ ຫຼືໃບປະກາດສະນີຍະບັດກຽດນິຍົມ. ເຊິ່ງການຮຽນຈົບໄດ້ຮັບໃບປະກາດກໍຖືກວ່າເປັນເລື່ອງທີ່ດີຢູ່ແລ້ວ ແຕ່ຈົບແລ້ວໄດ້ໃບປະກາດກຽດນິຍົມເດ!! ນ້ອງໆລອງຈິນຕະນາການເບິ່ງວ່າ ຖ້າໄດ້ໃບປະກາດແດງ….? ເຮົາຈະມີຄວາມພູມໃຈ-ຕື່ນເຕັ້ນພຽງໃດ? ໂດຍສະເພາະໃບປະກາດແດງຈາກມະຫາວິທະຍາໄລລະດັບປະເທດ ເຮັດແນວໃດຈະໄດ້…. ? ແນ່ນອນ ມື້ນີ້ຂວັນໃຈຈະພາມາຮູ້ຈັກກັບແບບຢ່າງ, ທັດສະນະ ແລະ ເປົ້າໝາຍໃນການຮຽນແບບກຽດນິຍົມ ຂອງທັງ 2 ນ້ອງ ທີ່ຫາກໍຮຽນຈົບໃນປີນີ້ ( ປີ 2020) ນັ້ນຄື: ນ້ອງ “ສຸລິນຍາ ອຸດົມລິດ” ນ້ອງນັກສຶກສາກຽດນິຍົມ ສາຂາພາສາຟຣັ່ງ, ພາກວິຊາພາສາຟຣັ່ງ, ຄະນະອັກສອນສາດ, ມະຫາວິທະຍາໄລແຫ່ງຊາດ ແລະ ນ້ອງ “ກິ່ງຄໍາ ນິດສະຫວັນ” ນັກສຶກສາກຽດນິຍົມ ສາຂາການເງິນ ແລະ ທະນາຄານ, ຄະນະເສດຖະສາດ ແລະ ການທ່ອງທ່ຽວ …
Read More »ບຸນທາດຫຼວງປີນີ້ຈັດພຽງ 3 ມື້ ແຕ່ລະມື້ມີພິທີ…..
ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເລື່ອງ: ທິດຊີ້ນໍາກ່ຽວກັບການຈັດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2020 ສະບັບເລກທີ 1132/ຫສນຍ ລົງວັນທີ 15 ຕຸລາ 2020 ບຸນທາດຫຼວງປີນີ້ຈັດພຽງ 3 ມື້ເທົ່ານັ້ນ! ເຊິ່ງເພີ່ນຖືເອົາບຸນປະເພນີເປັນຫຼັກສຳຄັນ ໂດຍເລີ່ມແຕ່ ວັນທີ 29-31 ຕຸລາ 2020. ເນື່ອງຈາກວ່າເປັນການຄວບຄຸ່ມ-ປ້ອງການ ການແຜ່ລະບາດຂອງພະຍາດໂຄວິດ-19 ນັ້ນເອງ. ເຊິ່ງປີນີ້ໃນມື້ງານ ແມ່ນຈະກໍານົດໃຫ້ບັນດາແມ່ຄ້າຊາວຂາຍຂາຍໄດ້ສະເພາະອາຫານ ແລະ ເຄື່ອງດື່ມ ທີ່ບໍ່ມີທາດເຫຼົ້າ ,ດອກໄມ້ ແລະ ທູບ-ທຽນ ເພື່ອບູຊາເທົ່ານັ້ນ. ສ່ວນວ່າຕະຫຼາດນັດວາງສະແດງສິນຄ້າ- ການຂາຍເຄື່ອງດື່ມທີ່ມີທາດເຫຼົ້າ- ງານບັນເທີງຕ່າງໆແມ່ນຈະບໍ່ໃຫ້ມີ. ກຳນົດຈັດງານ ມື້ທໍາອິດ ວັນທີ 29 ຕຸລາ 2020 ເຮັດພິທີຄອບໄຫວ່ ແລະ ແຫ່ປະສາດເຜິ້ງ, ມື້ທີ 2 ແມ່ນ 30 ຕຸລາ 2020 …
Read More »ດ່ວນ!! ພົບຜູ້ຕິດເຊື້ອໂຄວິດ-19 ໃຫມ່ໃນລາວ 1 ກໍລະນີ ເປັນນັກສຶກສາລາວ ເດີນທາງມາຈາກປະເທດລັດເຊຍ
ຕາມການລາຍງານຂອງ ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໃນວັນທີ 21 ຕຸລາ 2020 ໃຫ້ຮູ້ວ່າ: ສປປ ລາວ ພົບຜູ້ຕິດເຊື້ອພະຍາໂຄວິດ-19 ເພີ່ມອີກ 1 ຄົນ, ເປັນຄົນລັດເຊຍ ເດີນທາງມາໃນຖ້ຽວບິນ Inson ມາ ສປປ ລາວ ໃນວັນທີ 18 ຕຸລາ 2020 ຜູ້ກ່ຽວກວດພົບເຊື້ອຢູ່ລັດດເຊຍ ແລະ ໄດ້ປິ່ນປົວແລ້ວກວດເຊື້ອ COVID-19 ຢູ່ລັດດເຊຍ ຜົນເປັນລົບໃນວັນທີ 5 ຕຸລາ 2020 ຜູ້ກ່ຽວເດີນທາງອອກຈາກຣັດເຊຍໃນວັນທີ 15 ຕຸລາ 2020 ຮອດລາວວັນທີ່18, ໄດ້ແຍກປ່ຽວຢູ່ ຫຼັກ 27 ແລະ ເກັບຕົວຢ່າງມາກວດເຊື້ອCOVID ພົບເຊື້ອ(+) ໄດ້ຮັບມາປິ່ນປົວຢູ່ມິດຕະພາບໃນວັນທີ່ 20 ຕຸລາ 2020, …
Read More »ມາຮູ້ຈັກກັບ ມິນຕາ ກັບບົດບາດການສະແດງSeriesເລື່ອງທໍາອິດໃນຊີວິດ
ປັດຈຸບັນວົງການບັນເທິງຂອງລາວກໍາລັງໄດ້ຮັບຄວາມນິຍົມ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ບໍ່ວ່າຈະເປັນວົງການຕ່າງ ເຊັ່ນວ່າ ວົງການ ນາງງາມ-ນາງແບບ, ຮູບເງົາລາວ ຫຼືລະຄອນ(Series) ເຊິ່ງວ່າຫຼາຍໆເລື່ອງກໍໄດ້ອອກອາກາດໄປແລ້ວ, ບາງເລື່ອງກໍກໍາລັງຖ່າຍທໍາ ຫຼືບາງເລື່ອງຖ່າຍທໍາແລ້ວ ແລະ ຢູ່ໃນຂັ້ນຕອນລໍຖ້າການເປີດໂຕຢ່າງເປັນທາງການເທົ່ານັ້ນ ເຊັ່ນ ເລື່ອງ ສະບາຍດີຊໍາເໜືອ ທີ່ເພີ່ນໄດ້ຄັດເລືອກເອົານັກສະແດງນໍາ (ນາງເອກ) ເປັນນັກສະແດງໜ້າໃໝ່ ແລະ ເປັນຄົນເໜືອໂດຍແທ້ເພື່ອຄວາມສົມຈິງ ແລະ ແນ່ນອນຂວັນໃຈຈະພາມາຮູ້ຈັກກັບນາງເອກຄົນນີ້ກ່ອນທີ່ຮູບເງົາຈະອອກອາກາດ ເຊິ່ງບອກໄດ້ເລີຍວ່ານາງເອກຄົນນີ້ບໍ່ແມ່ນທໍາມະດາມີດີກຣີເປັນທ່ານຫມໍການຢາທີ່ຈົບຈາກຕ່າງປະເທດພຸ້ນເດີແຟນໆ!! ເຊິ່ງ ຈະແມ່ນໃຜນັ້ນ ມາອ່ານນໍາກັນເລີຍ….. ນ້ອງ ມິນຕາ ພຸດສະຫວັນ ໃນ Series ເລື່ອງ “ສະບາຍດີຊໍາເໜືອ” ເປັນ Series ຈາກໄຕ໋ບ້ານ ເຊິ່ງຕອນນີ້ຢູ່ໃນຂັ້ນຕອນລໍຖ້າການເປິດໂຕ ທີ່ນ້ອງມິນຕາໄດ້ຮັບບົດເປັນນາງເອກ ແລະ ພະເອກຄູ່ກໍແມ່ນ ໝຸ່ມ ເທເລີ້ ສີສົມບັດ ນັ້ນເອງ. ປັດຈຸບັນມິນຕາ ອາຍຸ 22 ປີ …
Read More »