Breaking News

ຂ່າວພາຍໃນ

ລັດຖະບານ! ກຽມອະນຸມັດງົບປະມານສຸກເສີນຈໍານວນ 23 ຕື້ກວ່າກີບ ເພື່ອຕ້ານໂຄວິດ-19…

ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ, ຫົວໜ້າໜ່ວຍງານງົບປະມານ ແລະ ພາລາທິການ ກ່າວໃນພິທີຖະແຫຼງຂ່າວຄະນະສະເພາະກິດຄວບຄຸມໂຄວິດ-19 ວັນທີ 6 ພຶດສະພາ 2020 ຜ່ານມາວ່າ: ລັດຖະບານໄດ້ອະນຸມັດງົບສຸກເສີນແລ້ວ 2 ຄັ້ງ ຈຳນວນ 30 ຕື້ກີບ ແລະ ກຽມອະນຸມັດ ຄັ້ງທີ 3 ອີກ ຈຳນວນ 23 ຕື້ກວ່າກີບ ເພື່ອນຳໃຊ້ເຂົ້າໃນວຽກງານຕ້ານພະຍາດໂຄວິດ-19. ສ່ວນການຊ່ວຍເຫຼືອຈາກປະເທດຕ່າງໆ, ອົງການຈັດຕັ້ງສາກົນ, ຫົວໜ່ວຍທຸລະກິດ ແລະ ບຸກຄົນ ນັບແຕ່ວັນທີ 19 ກຸມພາ ເຖິງ 6 ພຶດສະພາ 2020 ເປັນເງິນສົດ 11 ຕື້ກວ່າກີບ, 487.892 ໂດລາ ແລະ 2,5 ລ້ານກວ່າບາດ. ສ່ວນການຊ່ວຍເຫຼືອທີ່ເປັນອຸປະກອນ ມີທັງໝົດ 73 …

Read More »

ປະຕິບັດແທ້! ເຈົ້າໜ້າທີ່ລົງສຶກສາອົບຮົມ ບັນດາຮ້ານທີ່ເປີດໃຫ້ບໍລິການເກີນ 10 ຄົນ ແລະ ບໍ່ຮັກສາໄລຍະຫ່າງ…

ຫຼັງຈາກທີ່ປະເທດເຮົາໄດ້ມີມາດຕະການຜ່ອນການ Lock down  ໃນຄືນວັນທີ 06 ພຶດສະພາ 2020, ກອງພັນປ້ອງກັນເຄື່ອນທີ່ ນະຄອນຫຼວງວຽງຈັນ ໄດ້ອອກກວດກາລາດຕະເວນຕາມເສັ້ນທາງ ຢູ່ນະຄອນຫຼວງວຽງຈັນ ພົບເຫັນບັນດາຮ້ານບັນເທີງ, ຮ້ານເຫຼົ້າ-ເບຍ ຈໍານວນໜື່ງໄດ້ເປີດໃຫ້ປະຊາຊົນເຂົ້າມາໃຊ້ບໍລິການເປັນຈໍານວນຫຼາຍ ເກີນ 10 ຄົນຂຶ້ນໄປ ແລະ ບໍ່ມີການຮັກສາໄລຍະຫ່າງ 1 ແມັດ ເຊິ່ງເປັນການລະເມີດຕໍ່ຄໍາສັ່ງເລກທີ 06/ນຍ ແລະ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກ່ຽວກັບການສືບຕໍ່ປະຕິບັດມາດຕະການໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະຂອງພະຍາດໂຄວິດ-19 ເລີ່ມແຕ່ວັນທີ 04 -17 ພຶດສະພາ 2020. ຕໍ່ກັບບັນດາຮ້ານບັນເທີງ, ຮ້ານເຫຼົ້າ-ເບຍ ດັ່ງກ່າວທາງເຈົ້າໜ້າທີ່ກໍ່ໄດ້ ສຶກສາອົບກ່າວເຕືອນ ແລະ ເຮັດບົດບັນທຶກ ພ້ອມທັງອະທິບາຍໃຫ້ບັນດາເຈົ້າຂອງຮ້ານເຂົ້າໃຈກ່ຽວກັບການເປີດຮ້ານບັນເທີງ, ຮ້ານເຫຼົ້າ-ເບຍ ທີມີປະຊາຊົນເຕົ້າໂຮມກັນເປັນຈໍານວນຫຼາຍ ເຊິ່ງມີຄວາມສ່ຽງສູງທີ່ຈະເກີດການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່.  

Read More »

ນັກຮຽນຈົບຊັ້ນສາມັນສຶກສາຫຼາຍກວ່າ 3 ແສນຄົນ ກຽມເຂົ້າໂຮງຮຽນຫຼັງພັກຍາວຍ້ອນໂຄວິດ-19

ຫຼັງຈາກທີ່ສະຖານະການໂຄວິດ -19 ໄດ້ແຜ່ລະບາດຢ່າງໜັກ ເຊິ່ງໄດ້ສ້າງຜົນກະທົບໃນຫຼາຍດ້ານຕໍ່ການດຳລົງຊີວິດຂອງຄົນເຮົານສັງຄົມ ເກືອບທຸກປະເທດໄດ້ມີມາດຕະການ Lock down ເພື່ອສະກັັດກັ້ນການແຜ່ລະບາດຂອງພະຍາດດັ່ງກ່າວໂດຍ ຫົວໜ່ວຍທຸລະກິດເກືອບທຸກຂະແໜງໄດ້ປິດຊົ່ວຄາວບໍ່ວ່າຈະເປັນ ບໍລິສັດເອກະຊົນ ໂຮງຈັກໂຮງງານ ຮ້ານຄ້າ… ລວມໄປເຖິງສະຖາບັນການສຶກສາໃນຂອບເຂດທົ່ວປະເທດກໍໄດ້ປິດການຮຽນການສອນຊົ່ວຄາວເຊັ່ນກັນ… ໃນວັນທີ 5 ພຶກສະພາ 2020 ທີ່ຜ່ານມາ ທ່ານກອງສີ ແສງມະນີ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນວ່າ: ໃນວັນທີ 19 ພຶດສະພາ 2020 ໃກ້ຈະຮອດນີ້ ທາງກະຊວງສຶກສາທິການ ແລະ ກິລາ ໄດ້ອະນຸຍາດໃຫ້ນັກຮຽນສາມັນສຶກສາປີສຸດທ້າຍຄື ປ 5, ມ4 ແລະ ມ7  ໃນຂອບເຂດທົ່ວປະເທດໄດ້ເປີດການຮຽນການສອນເປັນປົກກະຕິ  ຫຼັງຈາກທີ່ໄດ້ປິດການຮຽນການສອນເປັນໄລຍະໜື່ງແລ້ວ ຍ້ອນການລະບາດຂອງພະຍາດໂຄວິດ-19, ເຊິ່ງຄາດວ່າຈະມີນັກຮຽນຫຼາຍກວ່າ 3 ແສນຄົນ ຈະກັບເຂົ້າມາຮຽນ ເພື່ອເລັ່ງທວນຄືນບົດຮຽນ ແລະ ກະກຽມສອບເສັງຈົບຊັ້ນ ສ່ວນຊັ້ນຮຽນອື່ນແມ່ນຈະການພິຈາລະນາຕາມຄວາມເໝາະສົມ ຖ້າການລະບາດຂອງພະຍາດດັ່ງກ່າວສາມາດຄວບຄຸມໄດ້ປົກກະຕິ ປັດຈຸບັນແມ່ນໄດ້ …

Read More »

ຜູ້ທີ່ເຄີຍຕິດເຊື້ອໂຄວິດ-19ປີ່ນປົວຫາຍດີ ແຕ່ກັບມາກວດສຸຂະພາບຄືນແລ້ວພົບວ່າຍັງມີເຊື້ອ…

ຈາກກໍລະນີຜູ້ຕິດເຊື້ອທີ 14 ປິ່ນປົວຫາຍດີແລ້ວຜ່ານມາ ແຕ່ໃນວັນທີ 2 ພຶດສະພາ 2020 ຜູ້ກ່ຽວໄດ້ກັບມາກວດເຊື້ອຄືນຢູ່ທີ່ໂຮງໝໍແຕ່ຜົນອອກມາຍັງມີເຊື້ອຄົງຄ້າງຢູ່ ຈື່ງເຮັດໃຫ້ຫຼາຍຄົນຕົກໃຈ ແລະ ເກີດຂໍ້ສົງໃສຫຼາຍຢ່າງຕາມມາວ່າຈະແຜ່ລາມເຊື້ອໄປຫາຄົນອື່ນ ຫຼືບໍ່… ດັ່ງນັ້ນ ຊ່ຽວຊານດ້ານພະຍາດໂຄວິດ-19 ຈື່ງໄດ້ອອກມາຢືນຢັນວ່າ ຜູ້ເຄີຍຕິດເຊື້ອທີ່ປີ່ນປົວຫາຍດີ ແລະ ໄດ້ອອກຈາກໂຮງໝໍແລ້ວກັບມາກວດສຸຂະພາບຄືນແລ້ວພົບວ່າຕິດເຊື້ອນັ້ນ ບໍ່ມີຄວາມສ່ຽງໃນການແຜ່ເຊື້ອຕໍ່ຄົນອອ້ມຂ້າງ ແລະ ສັງຄົມ !!! ໃນກໍລະນີນີ້ແມ່ນບໍ່ຮຸນແຮງເມື່ອທຽບໃສ່ ຜູ້ຕິດເຊື້ອໃໝ່, ເພາະກໍລະນີນີ້ ເມື່ອກິນຢາຕາມຄໍາແນະນໍາ-ຫຼັກການຂອງການປີ່ນປົວ ແລ້ວກັບບ້ານເພາະມັນບໍ່ແມ່ນເຊື້ອໂຄວິດ-19 ແຕ່ເປັນພຽງຊິ້ນສ່ວນຂອງໄວຣັສທີ່ຕິດຄ້າງຢູ່ໃນໂຕຂອງຄົນຜູ້ເຄີຍຕິດເຊື້ອເທົ່ານັ້ນ, ເຊິ່ງຊິ້ນສ່ວນດັ່ງກ່າວແມ່ນຕາຍແລ້ວບໍ່ສາມາດເຕີບໂຕ ແລະ ແຜ່ເຊື້ອໄດ້. ດຣ. ສະຫນອງ ທອງຊະນະ ຜູ້ອຳນວຍການໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມວຽງຈັນທາຍ ຜ່ານທາງໂທລະສັບໃນວັນທີ 2 ພຶດສະພາ 2020 ນີ້ວ່າ ສປປ ລາວ ເຮົາບໍ່ແມ່ນປະເທດທຳອິດທີ່ພົບກໍລະນີດັ່ງກ່າວ, ເຊິ່ງຫຼາຍປະເທດໃນໂລກກໍ່ເຄີຍພົບມີກໍລະນີແບບນີ້ເຊັ່ນກັນ. ປະເທດເຫຼົ່ານີ້ໄດ້ເຄີຍເອົາຜູ້ສໍາຜັດ ໃກ້ຊິດກັບຜູ້ຕິດເຊື້ືອໂຄວິດ-19 ທີ່ໄດ້ປິ່ນປົວດີ ແລະ …

Read More »

ຂ່າວດີ! ຜູ້ປິ່ນປົວພະຍາດໂຄວິດ-19 ກໍລະນີທີ 3 ຢູ່ໂຮງໝໍແຂວງຫຼວງພະບາງກັບບ້ານແລ້ວ…

ຖືໄດ້ວ່າເປັນອີກໜື່ງຂ່າວດີກັນເລີຍກໍວ່າໄດ້ ຫຼ້າສຸດວັນທີ 30 ເມສາ 2020 ຜູ້ປິ່ນປົວພະຍາດໂຄວິດ-19 ທີ່ຍັງເຫຼືອ 1 ຄົນ ເປັນເພດຊາຍ ຢູ່ໂຮງໝໍແຂວງຫຼວງພະບາງ ໄດ້ອອກໂຮງໝໍແລ້ວ ພາຍຫຼັງໄດ້ກວດຫາເຊື້ອ 2 ຄັ້ງຕິດຕໍ່ກັນໃນ 24 ຊົ່ວໂມງ ບໍ່ພົບເຊື້ອ ແລະ ຜູ້ກ່ຽວຈະໄດ້ເມືອຕິດຕາມອາການຢູ່ເຮືອນ. ມາຮອດປະຈຸບັນ ຢູ່ ສປປ ລາວ ສາມາດປີ່ນປົວຜູ້ຕິດເຊື້ອພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ຫາຍດີແລ້ວ 8 ຄົນ, ຢູ່ໂຮງໝໍແຂວງຫຼວງພະບາງ 3 ຄົນ ແລະ ໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ 5 ຄົນ, ໝາຍຄວາມວ່າຍັງເຫຼືອແຕ່ຢູ່ໂຮງໝໍມິດຕະພາບ 11 ຄົນ ທີ່ກໍາລັງສືບຕໍ່ປີ່ວປົວ ທັງໝົດເຫັນວ່າມີອາການເບົາບາງ ແລະ ຍັງຕິດຕາມເພື່ອກວດວິເຄາະຢັ້ງຢືນການບໍ່ພົບເຊື້ອຈຶ່ງໃຫ້ ອອກໂຮງໝໍ.   ໃນໂອກາດນີ້ຄະນະສະເພາະກິດ ໄດ້ຮຽກຮ້ອງທຸກຄົນ ໃຫ້ມີຄວາມອົດທົນ …

Read More »