Breaking News

ຂ່າວພາຍໃນ

ລັດຖະບານ ເລັ່ງຄົ້ນຄວ້ານະໂຍບາຍຫຼຸດຜ່ອນຜົນກະທົບດ້ານເສດຖະກິດໃນຊ່ວງວິກິດໂຄວິດ-19…

ລັດຖະບານ ແຫ່ງ ສປປ ລາວ ໄດ້ເລັ່ງຄົ້ນຄວ້າ ແລະ ກຳນົດ ບັນດານະໂຍບາຍ ທາງດ້ານເສດຖະກິດ ທີ່ໄດ້ວາງອອກກ່ອນໜ້ານີ້ ໃຫ້ມີຄວາມແທດເໝາະ ກັບສະພາບຕົວ ເພື່ອຫລຸດຜ່ອນຜົນກະ ທົບຕໍ່ເສດຖະກິດຂອງລາວ ຈາກການລະບາດຂອງພະຍາດ ໂຄວິດ-19 ຊຶ່ງປັດຈຸບັນນະໂຍບາຍນີ້ ສ່ວນຫລາຍ ແມ່ນກໍາລັງຈັດຕັ້ງປະຕິບັດ ແລະ ມີຈຳນວນໜຶ່ງ ຢູ່ໃນຂັ້ນຕອນການຄົ້ນຄວ້າ ພິຈາລະນາ. ຫລ້າສຸດໄດ້ນຳສະເໜີ ໃນກອງປະຊຸມຂອງຄະນະສະເພາະກິດ ດ້ານເສດຖະກິດເພື່ອແກ້ໄຂ ຜົນກະທົບການລະບາດ ພະຍາດ ໂຄວິດ-19 ໃນວັນທີ 20 ເມສາ 2020 ທີ່ນະຄອນຫລວງວຽງຈັນ. ເພື່ອພ້ອມກັນຄົ້ນຄວ້າ ແລະ ປັບປຸງຄືນໃໝ່ອີກຮອບ ແນໃສ່ໃຫ້ມີຄວາມເໝາະສົມກວ່າເກົ່າ ແລະ ຈັດຕັ້ງປະຕິບັດ ຢ່າງມີປະສິດທິພາບ. ບັນດານະໂຍບາຍດັ່ງກ່າວປະກອບມີ: -ຍົກເວັ້ນການເກັບອາກອນລາຍໄດ້ ຈາກເງິນເດືອນ ຂອງຜູ້ອອກແຮງງານ ທັງໝົດທັງພາກລັດ ແລະ ເອກະຊົນທີ່ມີລາຍຮັບ 5 ລ້ານກີບລົງມາ …

Read More »

ຕິດຕາມຢ່າງໃກ້ຊິດ!! ຄະນະສະເພາະກິດລາຍງານ… ອາການຂອງຜູ້ຕິດເຊື້ອ Covid-19 10 ຄົນ ຢູ່ ສປປ. ລາວ

ຕໍ່ເນື່ອງກັບການລະບາດຂອງໂຄວິດ-19 ຫຼ້າສຸດໃນວັນທີ 2 ເມສາ 2020 ທ່ານຣັຕຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງວ່າ: ປັດຈຸບັນຢູ່ ສປປ ລາວ ຍັງບໍ່ທັນມີຜູ້ຕິດເຊື້ອໂຄວິດ_19 ເພິ່ມ ແລະ ກໍມີຂ່າວດີທີ່ຜູ້ຕິດເຊື້ອກ່ອນໜ້ານີ້ ແມ່ນມີອາການດີຂຶ້ນຕາມລໍາດັບ ພປົວເອົາໃຈໃສ່ຈາກແພດໝໍ ແລະ ຄາດວ່າໃນໄວໆນີ້ ຜູ້ທີ່ຕິດເຊື້ອຈະຫາຍດີ ແລະ ອອກໂຮງໝໍໄດ້ໂດຍໄວ…າຍຫຼັງໄດ້ຮັບການປິ່ນ ຢູ່ນະຄອນຫຼວງວຽງຈັນ ມີຜູ້ຕິດເຊື້ອຈໍານວນ 7 ຄົນ ແລະ ຫຼວງພະບາງ 3 ຄົນ ລວມເປັນ 10 ຄົນ… ນອກຈາກນີ້ກະຊວງສາທາລະນະຍັງໄດ້ພົວພັນການພະແນກສາທາລະນະສຸກແຂວງຫຼວງພະບາງກໍຄືໂຮງໝໍແຂວງຫຼວງພະບາງ ເພື່ອຕິດຕາມອາການຂອງຄົນເຈັບທີນອນປິ່ນປົວ 3 ຄົນ ເຊິ່ງຕອນນີ້ຍັງບໍ່ມີອາການທີ່ນ່າເປັນຫ່ວງ ແລະ ອາການເບົາບາງລົງ ລວມທັງຈໍານວນຜູ້ຕິດເຊື້ອ 7 ຄົນທີ່ຢູ່ນະຄອນຫຼວງວຽງຈັນກໍເຊັ່ນດຽວກັນ. ຕອນນີ້ຈໍານວນໜື່ງກໍໃກ້ຈະໄດ້ອອກໂຮງໝໍ ແຕ່ເຖິງຢ່າງໃດກໍຕາມ, ກ່ອນທີ່ຈະໄດ້ອອກຈາກໂຮງໝໍຕ້ອງໄດ້ມີການກວດ 2 ຄັ້ງກ່ອນ …

Read More »

ຂໍໃຫ້ສໍາເລັດໂດຍໄວ!! ໜ່ວຍງານນິວເຄຣຍຂອງ UN ກໍາລັງເລັ່ງຜະລິດອຸປະກອນກວດເຊື້ອໄວຣັສແບບເຫັນຜົນໄວເພື່ອສົ່ງໃຫ້ 40 ປະເທດ ລວມທັງປະເທດລາວ… “ຖ້າບໍ່ຮີບແກ້ໄຂໂດຍໄວ ຈະມີຜູ້ຕິດເຊື້ຶອເພີ່ມຂຶ້ນເປັນທະວີຄູນ”

COVID_19 ຄຸກຄາມຄົນທົ່ວໂລກ… ຫຼ້າສຸດ ອົງການອະນາໄມໂລກໄດ້ລະບຸວ່າ ເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ຍັງສືບຕໍ່ແຜ່ລະບາດໄປທົ່ວໂລກຢ່າງວ່ອງໄວ ໂດຍຜູ້ປ່ວຍສະສົມຈະກາຍ 1 ລ້ານຄົນ ແລະ ເສຍຊີວິດທົ່ວໂລກຫຼາຍກວ່າ 50.000 ຄົນ ເຊິ່ງອີກບໍ່ດົນ ດ້ານໜ່ວຍງານນິວເຄຣຍຂອງຢູເອັນຊ່ວຍເລັ່ງຜະລິດອຸປະກອນກວດເຊື້ອໄວຣັສແບບເຫັນຜົນໄວເພື່ອສົ່ງໃຫ້ຫຼາຍປະເທດລວມທັງປະເທດລາວ… ຫຼ້າສຸດວັນທີ 2 ເມສາ 2020 ສຳນັກຂ່າວຕ່າງປະເທດລາຍງານຈາກເຈນີວາ ປະເທດສະວິດເຊີແລນວ່າ: ທ່ານ ດຣ. ເທດຣອສ ແອດນາຮອມ ເກເບຣເຍຊຸສ ຜູ້ອຳນວຍການອົງການອະນາໄມໂລກ (WHO) ຖະແຫຼງເມື່ອວັນທີ 1 ເມສາ 2020 ທີ່ຜ່ານມາ ກ່ຽວກັບສະຖານະການແຜ່ລະບາດຂອງໄວຣັສໂຄໂຣນາສາຍພັນໃໝ່ ຫຼື ໂຄວິດ-19 ວ່າມີການແຜ່ລະບາດໃນ 203 ປະເທດ ແລະ ເຂດແດນ ນັບຕັ້ງແຕ່ມີການຢືນຢັນຜູ້ປ່ວຍຄົນທຳອິດໃນປະເທດຈີນ ເມື່ອເດືອນທັນວາ ປີ 2019. ປັດຈຸບັນມີຜູ້ເສຍຊີວິດສະສົມຫຼາຍປະເທດທົ່ວໂລກເກືອບ 47.000 ຄົນ ແລະ ຜູ້ປ່ວຍສະສົມຫຼາຍກວ່າ …

Read More »

ອັບເດດຕົວເລກຫຼ້າສຸດ! ສປປ ລາວ ມີຜູ້ຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງ… (ມື້ນີ້ ວັນທີ 26 ມີນາ ເພີ່ມຂຶ້ນອີກ 3 ຄົນ)

ຈາກສະຖານະການລະບາດຂອງພະຍາດ Covid-19 ທີ່ຜ່ານມາ ປະເທດລາວເຮົາຍັງຄົງມີຍອດຜູ້ຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງ ຫຼ້າສຸດໃນຕອນບ່າຍຂອງວັນທີ 26 ມີນາ 2020 ຖະແຫຼງການຈາກ ກະຊວງສາທາລະນະສຸກ  ສ ປປ ລາວເຮົາມີຜູ້ຕິດເຊື້ອເພີ່ມຂຶ້ນ ອີກ 3 ກໍລະນີ ປັດຈຸບັນລວມມີ 6 ຄົນທີ່ຕິດເຊື້ອພະຍາດດັ່ງກ່າວ… ຈາກການກວດວິເຄາະ ຫາເຊື້ອ 33 ກໍລະນີ ແລະ ພົບວ່າຕິດເຊື້ອ 3 ກໍລະນີ : 2 ກໍລະນີ ແມ່ນມາຈາກ ແຂວງຫຼວງພະບາງ ແລະ ສໍາພັດໃຫກ້ຊິດ ກັບ ກໍລະນີຜູ້ນໍາທ່ຽວ ກໍລະນີທີ 1 ເພດຊາຍ ອາຍຸ 42 ປີ ຢູ່ບ້ານ ປ່ອງຄໍາ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ເປັນຄົນຂັບລົດໃຫ້ແກ່ ກຸ່ມທົວ ກໍລະນີທີ  2 …

Read More »

ອ່ານໄວ້ເຕືອນສະຕິ!! ເຂົ້າໃຈວ່າຕອນນີ້ໃຜກໍຢ້ານ Covid-19 ແຕ່ຢາກໃຫ້ມີສະຕິຫລາຍໆແດ່…

ສະພາບການຂອງ Covid-19 ທີ່ນັບມື້ນັບຮຸນແຮງຂຶ້ນເລື້ອຍໆ ເຮັດໃຫ້ຈໍານວນຄົນຕິດເຊື້ອ ແລະ ເສຍຊີວິດ ເພີ່ມຂຶ້ນທຸກມື້… ເຊິ່ງເຮົາບໍ່ຮູ້ວ່າມື້ໃດພະຍາດລະບາດດັ່ງກ່າວຈື່ງຈະຫລຸດລົງ ແລະ ສາມາດຄວບຄຸມໄດ້    ການລະບາດຂອງ Covid-19  ໄດ້ສົ່ງຜົນກະທົບຢ່າງໜັກຕໍ່ເສດຖະກິດເກືອບທຸກປະເທດທົ່ວໂລກບໍ່ວ່າຈະເປັນ ບໍລິສັດຫ້າງຮ້ານຂາດທຶນ, ການຄ້າຂາຍບໍ່ອໍານວຍ, ທຸລະກິດທ່ອງທ່ຽວ, ການບິນ, ການເຮັດວຽກຂອງບາງສາຂາອາຊີບ ກໍຕ້ອງໄດ້ຍົກເລິກ, ການໃຊ້ຊີວິດກໍຫຍຸ້ງຍາກ, ເຄື່ອງອຸປະໂພກ-ບໍລິໂພກສ່ວນໃຫຍ່ເລີ່ມຂາດຕະຫຼາດ… ແລະ ນອກຈາກນີ້ທຸກຄົນຍັງກັງວົນວ່າຕົນເອງຈະຕິດເຊື້ອ ຫຼືບໍ່? ຖ້າຕິດເຊື້ອແລ້ວຈະໄປປິ່ນປົວຢູ່ໃສ? ຖ້າເສດຖະກິດຕົກຕໍ່າແບບນີ້ຈະເອົາຫຍັງມາກິນ ນີ້ເປັນສາເຫດຫຼັກທີ່ເຮັດໃຫ້ທຸກຄົນແຕກຕື່ນ ຢ້ານ ກັງວົນໄປໝົດ!!! ມື້ນີ້ຂວັນໃຈເລີຍເອົາບົດຄວາມຂອງຜູ້ໃຊ້ເຟສບຸກທ່ານໜື່ງ ມາໃຫ້ທຸກຄົນຕ້ອງອ່ານ ເພື່ອເຕືອນສະຕິ ຫວັງວ່າຈະເປັນປະໂຫຍດບໍ່ຫຼາຍກໍໜ້ອຍໃຫ້ແກ່ທຸກຄົນ… ••••• ສະຕິໂຕໃຫຍ່ໆເດີ້ •••••• ເຂົ້າໃຈວ່າໃຜກະຢ້ານ Covid … ແຕ່ຢາກໃຫ້ມີສະຕິຫລາຍໆ 1. ວ່າດ້ວຍເລື່ອງສະພາບຈິດໃຈ ຂ້ອຍຜ່ານຈຸດນັ້ນມາແລ້ວ ແລະ ຫລາຍຈຸດອີກ – ຈຸດທີ່ກີນເຂົ້າບໍ່ໄດ້ ນອນບໍ່ຫລັບ – …

Read More »