Breaking News

ຂ່າວສັງຄົມ

ຊາຍທີ່ສົກກະປົກທີ່ສຸດໃນໂລກ ເສຍຊີວິດແລ້ວ ຫຼັງອາບນ້ຳຄັ້ງທຳອິດໃນຊີວິດ

ຊາຍອີຫລາ່ນ ເຈົ້າຂອງຊາຍາ ຄົນທີ່ສົກກະປົກທີ່ສຸດໃນໂລກ ຈາກການບໍ່ໄດ້ອາບນ້ຳເປັນເວລາຍາວນານເຖິງ 60 ປີ ໄດ້ເສຍຊີວິດແລ້ວ ໃນໄວອາຍຸ 94 ປີ ຫຼັງຈາກໄດ້ອາບນ້ຳຄັ້ງທຳອິດໃນຊີວິດສຳນັກຂ່າວ IRNA ຂອງອີຫລ່ານລາຍງານວ່າ ທ້າວ ນາຍອາມູ ຮາຈິ ໄດ້ເສຍຊີວິດທີ່ຫມູ່ບ້ານ Dejgah ໃນ ແຂວງ ຟາສ ໃນວັນທີ 23 ຕຸລາ 2022ນາຍຮາຈິ ບໍ່ໄດ້ອາບນ້ຳມາຍາວນານເຖິງ 60 ປີ ໂດຍຊາວບ້ານໄດ້ບອກວ່າລາວມີຄວາມຫຼັງຝັ່ງໃຈແຕ່ສະໄຫມຍັງນ້ອຍ ເຮັດໃຫ້ບໍ່ຍອມອາບນ້ຳໃນຊ່ວງເວລາປີ 2014 ແລ້ວມັກກິນສັດທີ່ຕາຍແລ້ວໃນຫົນທາງເປັນອາຫານ  ແລະ ເຊື່ອວ່າຄວາມສະອາດຈະເຮັດລາວປ່ວຍ

Read More »

ເມື່ອບັດ ATM ຖືກຕູ້ກືນທ່ານຈະມີວິທີແກ້ໄຂບັນຫາໃນເບື້ອງຕົ້ນແນວໃດ?

ເມື່ອບັດ ATM ຖືກຕູ້ກືນທ່ານຈະມີວິທີແກ້ໄຂບັນຫາໃນເບື້ອງຕົ້ນແນວໃດ? 💳 ໃນກໍລະນີທີ່ບັດ ATM ຂອງທ່ານ ຖືກຕູ້ກືນ ທ່ານຄວນປະຕິບັດ ຕາມຂັ້ນຕອນລຸ່ມນີ້: 1️⃣ ໂທຫາພະນັກງານ ຕາມເບີສາຍດ່ວນທີ່ຕິດໜ້າຕູ້ ATM: ແຈ້ງຊື່-ນາມສະກຸນ ແລະ ເບີໂທລະສັບ ຂອງເຈົ້າຂອງບັດ;ເລກລະຫັດຕູ້ ATM;ວັນທີ ທີ່ໃຊ້ຕູ້ ATM. 2️⃣ ລໍຖ້າພະນັກງານ ຕິດຕໍ່ຫາທ່ານ: ເພື່ອນັດໝາຍວັນເວລາ ໃຫ້ລູກຄ້າມາຮັບເອົາບັດ ATM ຄືນ. 3️⃣ ຫຼັງຈາກທ່ານໄດ້ຮັບແຈ້ງຈາກ ທພລ ທ່ານສາມາດໄປຮັບບັດ ATM ທີ່ຈຸດບໍລິການທີ່ທ່ານໄດ້ໂທແຈ້ງໄປເບື້ອງຕົ້ນ: ພ້ອມດ້ວຍເອກະສານຢັ້ງຢືນຕົວຕົນ ເຊັ່ນ: ບັດປະຈຳຕົວ ຫຼື ພາສປອດ ຫຼື ສຳມະໂນຄົວ.

Read More »

#ເຕືອນໄພ‼️ ມິດສາຊີບໄດ້ນຳໃຊ້ຫຼາຍຮູບແບບ ໃນການຫຼອກເອົາຊັບສິນເງິນຄຳມາເປັນຂອງຕົນເອງ ດ້ວຍການໃຊ້ຊ່ອງທາງ Social Media

#ເຕືອນໄພໃນປັດຈຸບັນ ມິດສາຊີບໄດ້ນຳໃຊ້ຫຼາຍຮູບແບບ ໃນການຫຼອກເອົາຊັບສິນເງິນຄຳມາເປັນຂອງຕົນເອງ ດ້ວຍການໃຊ້ຊ່ອງທາງ Social Media ມາເປັນເຄື່ອງມື ໃນການຫຼອກລວງປະຊາຊົນ ດັ່ງນັ້ນ, ເພື່ອ ມີສະຕິ ແລະ ຮູ້ທັນກົນລະຍຸດ ຂອງມິດສາຊີບ ທ່ານສາມາດ ສຶກສາຂໍ້ມູນ ຢູ່ໃນໂພສດ້ານລຸ່ມນີ້ໄດ້ ເພື່ອກຽມພ້ອມຮັບມືໄດ້ທັນເຫດການ

Read More »

ທະນາຄານ ລາວ-ຝຣັ່ງ ຈໍາກັດ (ທລຝ) ມອບເງິນອຸປະຖໍາຈໍານວນ 50.000 ໂດລາສະຫາລັດ ເພື່ອປະກອບສ່ວນສະໜັບສະໜູນໜ່ວຍກູ້ໄພມູນນິທິ1623

ທະນາຄານ ລາວ-ຝຣັັ່ງ ຈໍາກັດ (ທລຝ) ໄດ້ໃຫ້ການສະໜັບສະໜູນແກ່ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ໂດຍການມອບເງິນອຸປະຖໍາຈໍານວນ 50.000 ໂດລາສະຫາລັດ ເພື່ອປະກອບສ່ວນສະໜັບສະໜູນໜ່ວຍກູ້ໄພມູນນິທິ1623 ໂດຍມີເປົ້າໝາຍເພື່ອເປັນການ ຊ່ວຍເຫຼືອສັງຄົມລາວຂອງພວກເຮົາ. ໃນຊ່ວງໄລຍະວິກິດການນີີ້, ໜ່ວຍກູ້ໄພມູນນິທິ1623 ແລະ ທີມງານອາສາສະໝັກຂອງພວກເຂົາ ໄດ້ເຮັດວຽກຢ່າງໜັກໜ່ວງເພື່ອໃຫ້ການບໍລິການສຸກເສີນຕະຫຼອດ 24 ຊົ່ວໂມງ ເພື່ອຊ່ວຍເຫຼືອຜູ້ປະສົບອຸປະຕິເຫດທາງທ້ອງຖະໜົນ, ໄຟໄໝ້, ນໍ້າຖ້ວມ ແລະ ອື່ນໆ ອີກຢ່າງຫຼວງຫຼາຍຢູ່ໃນຊຸມຊົນຂອງພວກເຮົາ. ສໍາລັບເງິນອຸປະທໍາດັັ່ງກ່າວ ແມ່ນຈະນໍາໄປຊື້ພາຫະນະ ເພື່ອໃຊ້ໃນການນໍາສົ່ງຄົນເຈັບໄປໂຮງໝໍຕະຫຼອດ 24 ຊົ່ວໂມງ. ພິທີດັັ່ງກ່າວ ໄດ້ໃຫ້ກຽດເປັນປະທານໂດຍທ່ານ ສະເຕຟານ ອຽກແບັງ, ຜູ້ອໍານວຍການທະນາຄານ ລາວ-ຝຣັັ່ງ ແລະ ທ່ານ ນາງ ສີສະຫຼຽວ ທໍາມະເທວາ ແລະ ທ່ານ ນາງ ພູທອນ ພູມສະຫວັນ ປະທານມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ. …

Read More »

ຄະນະຊ່ຽວຊານແພດຈີນ ພ້ອມອຸປະກອນປ້ອງກັນໂຄວິດ-19 ເດີນທາງມາເຖິງນະຄອນຫຼວງວຽງຈັນແລ້ວ

ຄະນະຜູ້ຊ່ຽວຊານການແພດຈີນພ້ອມອຸປະກອນການແພດໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນແລ້ວ ໃນຕອນບ່າຍວັນທີ 4 ພຶດສະພານີ້ ເພື່ອຊ່ວຍເຫຼືອຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ຢູ່ ສປປ ລາວ. ໃນໂອກາດກ່າວຕ້ອນຮັບຄະນະຜູ້ຊ່ຽວຊານການແພດຈີນ, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຊ່ວຍເຫຼືອທີ່ທັນການ ໃນການສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຂອງ ສປ ຈີນ ໃຫ້ແກ່ ສປປ ລາວ ໃນຄັ້ງນີ້ ແລະ ຄັ້ງທີ່ຜ່ານມາ ເຊິ່ງເປັນການສະແດງເຖິງຄວາມເປັນຫ່ວງເປັນໄຍ ແລະ ຄວາມເອົາໃຈໃສ່ຂອງພັກ, ລັດຖະບານ ແລະ ປະຊາຊົນຈີນ ຢ່າງສະເຫມີຕົ້ນສະເຫມີປາຍ ທີ່ມີຕໍ່ພັກ-ລັດ ແລະ ປະຊາຊົນລາວ ຕະຫຼອດມາ. ພ້ອມນີ້, ລັດຖະບານລາວ ຍັງໃຫ້ຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ການເດີນທາງມາຊ່ວຍເຫຼືອໃນຄັ້ງນີ້ ຈະສາມາດເອົາຊະນະໃນການເເຜ່ລະບາດຂອງພະຍາດໂຄວິດ-19 ຄືຄັ້ງທີ່ຜ່ານມາ ໄດ້ຢ່າງແນ່ນອນ. ທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດຈີນປະຈຳລາວ ກ່າວວ່າ: …

Read More »