Breaking News

ຂ່າວສັງຄົມ

ອ່ານໄວ້ເປັນຄວາມຮູ້!!! ນັກວິທະຍາສາດເຕືອນ Covid-19 ມີຄວາມເຊື່ອມໂຍງເຮັດໃຫ້ສະໝອງເສຍຫາຍ…

ຫຼ້າສຸດນັກວິທະຍາສາດໄດ້ເຕືອນເຖິງຄວາມເປັນໄປໄດ້ ທີ່ສະໝອງຄົນເຮົາເກີດຄວາມເສຍຫາຍມີຄວາມເຊື່ອມໂຍງກັບ Corona Virus ຫຼື Covid-19 ເນື່ອງຈາກມີຫຼັກຖານໃໝ່ທີ່ຊີ້ໃຫ້ເຫັນວ່າ ໂຄວິດ-19 ສາມາດນໍາໄປສູ່ພາວະແຊກຊ້ອນທາງລະບົບປະສາດອັກເສບ ມີຄວາມຜິດປົກກະຕິທາງຈິດ ແລະ ສະໝອງມືນງົງ ການສຶກສາໂດຍນັກວິໄຈຈາກ University College London (UCL) ອະທິບາຍຜູ້ຕິດເຊື້ອ Covid-19 43 ຄົນທີ່ໄດ້ຮັບຄວາມຜິດປົກກະຕິຂອງສະໝອງຊົ່ວຄາວ ຈາກຄວາມເສຍຫາຍຂອງເສັ້ນປະສາດ ຫຼືຜົນກະທົບທາງສະໝອງທີ່ຮຸນແຮງອື່ນໆ Covid-19 ເປັນພະຍາດທີ່ເກີດຈາກ Corona Virus ໃໝ່ ສ່ວນໃຫຍ່ເປັນພະຍາດທາງເດີນຫາຍໃຈທີ່ສົ່ງຜົນກະທົບຕໍ່ປອດ ແຕ່ນັກວິທະຍາສາດ ແລະ ແພດຜູ້ຊ່ຽວຊານດ້ານສະໝອງບອກວ່າ ມີຫຼັກຖານທີ່ກ່ຽວຂ້ອງກັບຜົນກະທົບຕໍ່ສະໝອງ Adrian Owen ນັກປະສາດວິທະຍາຈາກຕາເວັນຕົກ ມະຫາວິທະຍາໄລໃນ Cnnada ຍັງກ່າວອີກວ່າ “ຄວາມກັງວົນຂອງຂ້ອຍຄືຕອນນີ້ມີຜູ້ຄົນນັບລ້ານຕິດເຊື້ອ Covid-19 ແລະ ຖ້າໃນເວລາ 1 ປີ ເຮົາມີຄົນປິ່ນປົວເຊົາ 10 ລ້ານຄົນ ແລະ ຄົນເຫຼົ່ານັ້ນມີຄວາມບົກຜ່ອງທາງສະຕິປັນຍາ …

Read More »

ສ.ອາເມຣິກາ ເລັງແບນແອັບດັງຂອງຈີນ TikTok ອ້າງວ່າເປັນເຄື່ອງມືສອດແນມ-ລ້ວງຂໍ້ມູນຜູ້ໃຊ້ງານ…

ອ້າງໄມ້ ປອມເປໂອ ຣມວ.ຕ່າງປະເທດ ເຜີຍກັບສໍານັກຂ່າວ Fox News ວ່າ ລັດຖະບານ ສ.ອາເມຣິກາ ກໍາລັງພິຈາລະນາ ແບນ Application Social Media ສັນຊາດຈີນຫຼາຍລາຍການ ລວມເຖິງແອັບ TikTok ນໍາ. ໂດຍໃຫ້ເຫດຜົນວ່າ ເປັນເຄື່ອງມືສອດແນມລ້ວງຂໍ້ມູນຜູ້ໃຊ້ງານຂອງລັດຖະບານຈີນ ເຊິ່ງເລື່ອງນີ້ກໍາລັງຢູ່ໃນການຕັດສິນໃຈຂອງ ປະທານາທິບໍດີ ໂດນັລ ທຣັ້ມ ບົນພື້ນຖານຂອງການເຄົາລົບໃນສິດເສລີພາບຂອງປະຊາຊົນຜູ້ໃຊ້ງານ… ສ່ວນທາງດ້ານ TikTok ໄດ້ຕັດສິນໃຈຍຸຕິການໃຫ້ບໍລິການໃນ ຮ່ອງກົງ ຫຼັງຈາກຈີນອະນຸມັດໃຊ້ກົດໝາຍຄວາມໝັ້ນຄົງສະບັບໃໝ່ ໃນເຂດປົກຄົງພິເສດ…

Read More »

ຢາກໃຫ້ສັງຄົມຊ່ວຍອອກຄໍາຄິດເຫັນ!! ແມ່ສຸດທົນອັດຄຣິບເລົ່າເຫດການ ລູກຊາຍຖືກໄລ່ອອກຈາກຫ້ອງສອບເສັງກາງຊົ່ວໂມງ ຍ້ອນຊົງຜົມບໍ່ຖືກລະບຽບ…

ຢາກໃຫ້ສັງຄົມຊ່ວຍອອກຄໍາຄິດເຫັນ!! ແມ່ສຸດທົນອັດຄຣິບເລົ່າເຫດການ ລູກຊາຍຖືກໄລ່ອອກຈາກຫ້ອງສອບເສັງກາງຊົ່ວໂມງ ຍ້ອນຊົງຜົມບໍ່ຖືກລະບຽບ… ກາຍເປັນກະແສດຣາມ່າ ແລະ ສະແດງຄວາມຄິດເຫັນຢ່າງວົງກວ້າງເທິງໂລກ Online ສໍາລັບເຫດການທີ່ເດັກນ້ອຍຖືກໄລ່ອອກຈາກຫ້ອງສອບເສັງກາງຊົ່ວໂມງ ຍ້ອນຊົງຜົມບໍ່ຖືກລະບຽບ… ເຊິ່ງເຫດການດັ່ງກ່າວແມ່ນຖືກເຜີຍແຜ່ອອກມາຜ່ານທາງ Facebook: Hang Pany ຜູ້ປົກຄອງຂອງນັກຮຽນຄົນດັ່ງກ່າວ ທີ່ຢາກໃຫ້ສັງຄົມຊ່ວຍອອກຄວາມຄິດເຫັນ ພ້ອມທັງໂຊຊົງຜົມຂອງລູກຊາຍທີ່ຫາກໍພາໄປຕັດແລ້ວ ພ້ອມທັງບອກຢາກຮູ້ມາດຕະຖານຂອງໂຮງຮຽນແມ່ນຕ້ອງສັ້ນສໍ່າໃດ??? ເຊິ່ງລາຍລະອຽດຈະເປັນແນວໃດນັ້ນ ເຮົາໄປເບິ່ງນໍາກັນເລີຍ… Posted by Hang Pany on Monday, July 6, 2020 ຊົງຜົມຂອງເດັກນັກຮຽນຄົນດັ່ງກ່າວ…. ນັກຮຽນຊັ້ນ ມ.1 ໂພສດັ່ງກ່າວ… ທີ່ມີຄົນເຂົ້າມາສະແດງຄວາມຄິດເຫັນເປັນຈໍານວນຫຼວງຫຼາຍ…

Read More »

ຈີນປະກາດເຕືອນໄພ!! ເຝົ້າລະວັງກາລະໂລກ ພະຍາດດໍາ ທີ່ເຄີຍຂ້າຊີວິດມະນຸດມາແລ້ວ 25 ລ້ານຄົນໃນອະດີດ…

ສໍານັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫຼວງປັກກິ່ງ ຂອງຈີນ ໃນວັນທີ 06/07/2020 ນີ້ວ່າ ຄະນະກໍາມາທິການ ປະຈໍາເມືອງ ບາຍັນ ໃນເຂດປົກຄອງ Inner Mongolia ຂອງ ສປ ຈີນ ປະກາດເຕືອນໄພດ້ານສາທາລະນະສຸກ ຂຶ້ນເປັນລະດັບ 3 ກ່ຽວກັບເຊື້ອໂລກ ກາລະໂລກ (ພະຍາດດໍາ) Bubonic Plague ຊຶ່ງເກີດຈາກ ສັດຊະນິດມີແຂ້ວ ໂດຍແນະນໍາ ໃຫ້ປະຊາຊົນຜູ້ມີອາການໄຂ້ ແບບບໍ່ຮູ້ສາເຫດ ໃຫ້ຟ້າວແຈ້ງຕໍ່ສາທາລະນະສຸກ ປະຈໍາຊຸມຊົນ ໂດຍດ່ວນ. ນັບຕັ້ງແຕ່ເດືອນພະຈິກ 2019 ຈົນເຖິງປະຈຸບັນ ມີຜູ້ປ່ວຍຈາກໂລກນີ້ ຢູ່ເຂດນີ້ ທັງໝົດ 4 ຄົນແລ້ວ. ພະຍາດດໍາ ເປັນໂລກຕິດເຊື້ອແບັກທີເຣຍ ທີ່ແຜ່ຈາກສັດສູ່ຄົນ ຜ່ານລະອອງຝອຍ ຂະໜາດນ້ອຍ ເຊັ່ນ: ໄອ ຈາມ ແລະ ການສໍາຜັດ. ສາມາດເກີດຂຶ້ນໄດ້ກັບ …

Read More »

ງາມຫຼາຍ!! “ຕະຫຼາດນັດງາມລາວ” ງານສົ່ງເສີມຄວາມເປັນລາວ ແລະ ຜະລິດຕະພັນຂອງຄົນລາວ…

ຈົບໄປແລ້ວສໍາລັບງານ ຕະຫຼາດນັດງາມລາວ ງານຕະຫຼາດນັດສົ່ງເສີມຄວາມເປັນລາວ ແລະ ຜະລິດຕະພັນລາວ ທີ່ຈັດຂຶ້ນໃນວັນທີ 4-5 ກໍລະກົດທີ່ຜ່ານມາ!! ມີໃຜໄດ້ໄປເລາະມາແດ່??? (ໂຊຮູບກັນແດ່) ສ່ວນໃຜທີ່ບໍ່ໄດ້ໄປ ແອັດມິ້ນມີຮູບພາບມາໃຫ້ເບິ່ງກ່ອນເພື່ອງານໜ້າຈະໄດ້ບໍ່ຕ້ອງພາດ… ແຕ່ກ່ອນທີ່ຈະໄດ້ຊົມພາບບັນຍາກາດນັ້ນ ຂໍນໍາສະເໜີ Concept ຂອງງານຈັກເລັກໜ້ອຍ!! ງານຕະຫຼາດນັດງາມລາວ ແມ່ນຈັດຂຶ້ນເປັນຄັ້ງທີ 2 ໂດຍຮ້ານອາຫານ ເລີປາແດກ ຈຸດປະສົງແມ່ນເພື່ອເນັ້ນໃຫ້ຄົນລາວຍຸກໃໝ່ຫັນມາໃຫ້ຄວາມສົນໃຈອະນຸຮັກວັດທະນະທໍາແບບດັ້ງເດີມ ເຊິ່ງພາຍໃນງານຈະມີການວາງສະແດງ ແລະຂາຍຜະລິດຕະພັນທີ່ເປັນ Handmade ທີ່ມີລວດລາຍພື້ນບ້ານຂອງລາວ ລວມໄປເຖິງບັນດາຂະໜົມພື້ນບ້ານທີ່ປູ່ຍ່າຕານາຍເຄີຍເຮັດກິນກັນ ນອກຈາກນັ້ນ ຍັງເນັ້ນສົ່ງເສີມການອະນຸຮັກທໍາມະຊາດ ແລະ ສິ່ງແວດລ້ອມຫຼຸດຜ່ອນ ພຼາສຕິກ ເພາະທຸກຢາງທີ່ນໍາມາໃຊ້ຈະເຮັດຈາກໄມ້ແບບທໍາມະຊາດ… ຖືວ່າເປັນແນວຄວາມຄິດທີ່ດີຫຼາຍໄປແລ້ວໃຫ້ຄວາມຮູ້ສຶກຄືໄດ້ຍ້ອນຍຸກໄປສະໄໝກ່ອນແນວໃດແນວນັ້ນເລີຍ!! ໃຜທີ່ພາດເທື່ອນີ້ ເທື່ອໜ້າຫ້າພມພາດເດັດຂາດເດີ້ ໄປຮ່ວມສະໜັບສະໜູນຄວາມເປັນລາວນໍາກັນ!!! ຮູບພາບຈາກ: Le Padaek

Read More »