Breaking News

ຂ່າວສັງຄົມ

ຂ່າວດີຂອງໂລກ!! ວັກຊີນຕ້ານ Covid-19 ທົດສອບກັບຄົນໃຊ້ໄດ້ຜົນແລ້ວ… ຄາດວ່າຈະຜະລິດສໍາເລັດໃນທ້າຍປີນີ້!!

ຂ່າວດີຂອງຊາວໂລກ… ເມື່ອບໍລິສັດ Moderna Inc ເຊິ່ງເປັນບໍລິສັດໃນທຸລະກິດ Biotech ຂອງ ສ.ອາເມຣິກາ ໄດ້ຈັດຖະແຫຼງການໃນມື້ວານນີ້ວ່າ ຜົນການທົດລອງທາງ Clinic ໃນການສີດວັກຊີນຕ້ານ Covid-19 ໄດ້ເຮັດໃຫ້ຮ່າງກາຍຂອງອາສາສະໝັກ ສາມາດຜະລິດ Antibody ເຊິ່ງສາມາດຂ້າເຊື້ອໄວຣັສໃນຜູ້ປ່ວຍ Covid-19 ໄດ້… ໃນການທົດສອບແມ່ນໄດ້ແບ່ງກຸ່ມອອກເປັນ 3 ກຸ່ມ ກຸ່ມລະ 15 ຄົນຄື: 25 ໄມໂຄຼກຣັມ ສໍາລັບ ຜູູ້ທີ່ເຄີຍເປັນແລ້ວເຊົາ 100 ໄມໂຄຼກຣັມ ສໍາລັບ ຜູ້ທີ່ເປັນແລ້ວກັບມາເປັນອີກ 250 ໄມໂຄຼກຣັມ ສໍາລັບ ຜູ້ທີ່ມີຜົນຂ້າງຄຽງເລັກນ້ອຍ Dose ຫຼາຍໄປ! ບໍ່ຈໍາເປັນ ຜົນການສຶກສາທີ່ດໍາເນີນການໂດຍສະຖາບັນສຸຂະພາບແຫ່ງຊາດ (NIH) ພົບວ່າ ລະດັບຂອງ Antibody ດັ່ງກ່າວເທົ່າກັບໃນຕົວຢ່າງເລືອດຂອງຄົນເຈັບທີ່ຝື້ນຕົວຈາກ Covid-19; Moderna ຍັງລະບຸອີກວ່າ ວັກຊີນດັ່ງກ່າວ …

Read More »

ປະເທດຊາດຈາລຶກບຸນຄຸນ “ສະຫາຍພົນເອກ ສີສະຫວາດ ແກ້ວບຸນພັນ” ທີ່ໄດ້ອຸທິດແກ່ປະເທດຊາດ ແລະ ການປະຕິວັດ

ຄະນະບໍລິຫານງານສູນກາງພັກສູງພັກ, ສະພາແຫ່ງຊາດ, ລັດຖະບານ, ສູນກາງແນວລາວສ້າງຊາດ, ຄອບຄົວແກ້ວບຸນພັນ ພ້ອມປວງຊົນລາວ ຈຳນວນຫລວງຫລາຍ ໄດ້ພ້ອມກັນເຂົ້າຮ່ວມພິທີຊາປະນະກິດສົບ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ເຊິ່ງເປັນຜູ້ໜຶ່ງທີ່ອົງອາດກ້າແກ່ນໃນບັນດາການນໍາຮຸ່ນທໍາອິດທີ່ກໍ່ຕັ້ງພັກ ແລະ ກອງທັບປະຊາຊົນລາວ. ພິທີຊາປະນະກິດສົບ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 16 ພຶດສະພາ 2020 ທີ່ຜ່ານມາ ຢູ່ທີ່ເດີ່ນພະທາດຫລວງ ຢ່າງເປັນທາງການ ແລະ ຢ່າງສົມກຽດ ໃນທ່າມກາງບັນຍາກາດແຫ່ງຄວາມໂສກເສົ້າ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການຈາກໄປໂດຍບໍ່ມີວັນກັບຄືນມາ. ເຂົ້າຮ່ວມພິທີຊາປະນະກິດສົບ ມີ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ສະຫາຍ ທອງລຸນ …

Read More »

ຊົມເຊີຍ! ກຸ່ມບໍລິສັດ K&C ມອບອຸປະກອນຕ້ານໂຄວິດ-19 ໃຫ້ແກ່ໂຮງຮຽນ ມສ ວຽງຈັນ…

ຕອນບ່າຍ ວັນທີ 15 ພຶດສະພາ 2020, ທີ່ໂຮງຮຽນ ມັດທະຍົມສຶກສາສົມບູນວຽງຈັນ,  ບໍລິສັດ ເຄແອນຊີ ກຣຸບ ໄດ້ເຂົ້າມອບອຸປະກອນ ປ້ອງກັນ ຄວບຄຸມໂຄວິດ-19  ໃຫ້ກັບໂຮງຮຽນ ມສ ວຽງຈັນ ລວມມູນຄ່າທັງໝົດ 10 ລ້ານກວ່າກີບ. ຕ່າງໜ້າບໍລິສັດ ເຄແອນຊີກຣຸບມອບໂດຍ  ທ່ານ ວັດທະນາ ແສງສຸລິຍາ  ຮອງປະທານບໍລິຫານການເງິນ ກຸ່ມບໍລິສັດ ເຄແອນຊີກຣຸບ  ແລະ ທ່ານ ສີວຽງໄຊ ຈັນທະວົງ ຜູ້ຈັດການຝ່າຍພັດທະນາບໍລິສັດປັນຍາທິບແພລບີ ມີເດຍລາວ ພ້ອມດ້ວຍຄະນະບໍລິຫານ , ເຊິ່ງກ່າວຮັບໂດຍ ທ່ານນາງ ວຽງສຸວັນ ພະໄຊສົມບັດ ຜູ້ອຳນວຍການ ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ.  ໂດຍເຄື່ອງທີ່ນຳໄປມອບໃນຄັ້ງນີ້ ປະກອບມີ: ເຈວລ້າງມື ແອວກໍຮໍ 10 ແກັດ ແລະ ຖົງຂີ້ເຫຍື້ອ ຜ້າໄວນິວ …

Read More »

“ການບິນລາວ” ຈະເປີດໃຫ້ບໍລິການພາຍໃນປະເທດ ເລີ່ມວັນທີ 22 ພຶດສະພາ 2020 ນີ້…

ຍ້ອນສະພາບການແຜ່ລະບາດຂອງໂຄວິດ-19 ຈື່ງເຮັດໃຫ້ປະເທດມີການ Lock down  ເພື່ອປ້ອງກັນການແຜ່ລະບາດຂອງພະຍາດດັ່ງກ່າວໄລຍະໜື່ງຜ່ານມາ…  ຫຼັງຈາກສະພາບການເລີ່ມດີຂຶ້ນເລື້ອຍໆທາງລັດຖະບານລາວຈື່ງມີມາດຕະການໄລຍະທີ 1 ເຊິ່ງຫຼ້າສຸດວັນທີ 15 ພຶດສະພາ 2020   ການບິນລາວ Lao Airlines  ໄດ້ປະກາດຜ່ານເພສວ່າທາງລັດວິສາຫະກິດ ການບິນລາວ ຈະໄດ້ເລີ່ມ ເປີດບໍລິການ ຕັ້ງແຕ່ ວັນທີ 22​ ພຶດສະພາ 2020 ເປັນຕົ້ນໄປ, ສະເພາະສາຍບິນພາຍໃນປະເທດເທົ່ານັ້ນ. ທ່ານສາມາດຈອງປີ້ຍົນໄດ້ແລ້ວ… ຕາມເວັບໄຊ, ແອັບ ແລະ ຕົວແທນຈໍາໜ່ວຍ!

Read More »

ຊົມເຊີຍ! ທ້າວ ວົງຍະສອນ ຫຼືມິນນີ່ ຮີໂຣ໋ນັກສຶກສາລາວ ທີ່ໄດ້ັຮັບໃບຍ້ອງຍໍ ຈາກລັດຖະມົນຕີກະຊວງສຶກສາ ແລະ ກໍ່ສ້າງຫວຽດນາມ…

ວັນທີ 1 ພຶດສະພາ 2020 ທີ່ຜ່ານມາ  ທ້າວ ມີນີ ວົງຍະສອນ ໄດ້ຊ່ວຍຊີວິດຊາຍຄົນໜື່ງທີ່ຫວັງຄິດຂ້າຕົນເອງ ດ້ວຍການກະໂດດຈາກຂົວສູງລົງໄປໃນແມ່ນໍ້າ ທີ່ນະຄອນ ຮ່າຕິງ ຄຣິບ VDO ຜ່ານທາງໂລກອອນລາຍທີ່ປະເທດຫວຽດນາມ ໃນ VDO ດັ່ງກ່າວແມ່ນຈະເຫັນວ່າ ມີຊາຍໄວກາງຄົນ 1 ຄົນກະໂດດນໍ້າຫວັງຈະຂ້າຕົວຕາຍ ແຕ່ໂຊກດີທີ່ນັກສຶກສາລາວຂັບຄົນມາເຫັນພໍດີເລີຍຕັດສິນໃຈໂດດລົງໄປຊ່ວຍໂດຍການດຶງຄໍເສື້ອເຂົ້າມາຫາຝັ່ງ ແຕ່ກໍຄ້ອນຂ້າງຈະຫຍຸ້ງຍາກແດ່ ແລະໂຊກດີທີ່ມີເຮືອປະມົງຜ່ານມາຈຶ່ງຊ່ວຍກັນເອົາຊາຍຄົນດັ່ງກ່າວຂຶ້ນຝັ່ງໄດ້ສໍາເລັດ… ຫຼັງຈາກເຫດການດັ່ງກ່າວຖືກເຜີຍແຜ່ອອກໄປບໍ່ດົນກໍເກີດເປັນກະແສຮືຮາ ຫຼາຍຄົນກໍໄປຊອກຄົ້ນຫາປະຫວັດຂອງນັກສຶກສາລາວຜູ້ມີຈິດໃຂກ້າຫານ ຈົນໄດ້ຮູ້ວ່າ  ຮີໂຣ່ຄົນນັ້ນມີຊື່ວ່າ ທ້າວ ວົງຍະສອນ ຫຼືມິນນີ່ ອາຍຸ 22 ປີ ປັດຈຸບັນກໍາລັງສຶກສາຢູ່ທີ່ ມະຫາວິທະຍາໄລແຫ່ງຊາດ ຫວຽດນາມ ຄະນະວິທະຍາສາດ ສິ່ງແວດລ້ອມ ປີ 2. ແລະ  ມາຮອດ ວັນທີ 13 ພຶດສະພາ 2020  ທ່ານ ປອ. ດວານ ຮວາຍເຊີນ …

Read More »