Breaking News

ຂ່າວສັງຄົມ

ຢາກໃຫ້ນ້ອງໆໄດ້ອ່ານ!! ຈາກເດັກນັກຮຽນທີ່ມີຄະແນນ 5-4 ເປັນທີ່ສຸດທ້າຍໃນຫ້ອງ ສູ່ນັກສຶກສາກຽດນິຍົມອັນດັບ 1 “ຄະແນນບໍ່ໄດ້ບົ່ງບອກຄວາມສາມາດ ຂໍໃຫ້ເອົາຕົວລອດຫຼັງຮຽນຈົບກໍພໍ”

ໃນຊ່ວງເວລາຂອງການເປັນນັກຮຽນ ເຊື່ອວ່າທຸກຄົນຕ້ອງເຄີຍສໍາພັດກັບຄວາມກົດດັນ ເລື່ອງການສອບເສັງເຮັດແນວໃດໃຫ້ໄດ້ຄະແນນຫຼາຍໆ ເພື່ອຈະຍາດເອົາທີ 1-2-3 ໃຫ້ພໍ່ແມ່ພູມໃຈ ແລະ ໄດ້ລາງວັນຕາມທີ່ພໍ່ແມ່ຕັ້ງໃຫ້; ຕັ້ງແຕ່ນ້ອຍຈົນໃຫຍ່ ຕັ້ງແຕ່ຮຽນອະນຸບານ-ປະຖົມ-ມັກທະຍົມ-ວິທະຍາໄລ-ມະຫາວິທະຍາໄລ ເຮົາກໍຈະຍິນພໍ່ແມ່ຖາມຕະຫຼອດວ່າ ໄດ້ທີ່ເທົ່າໃດລູກ ແຕ່ບໍ່ມີໃຜເຄີຍຄິດເຖິງຄວາມສາມາດຂອງເດັກນ້ອຍເລີຍວ່າ ເຂົາມີຄວາມຮູ້ຄວາມສາມາດສໍ່າໃດ? ແລ້ວຮູ້ໄດ້ແນວໃດວ່າຄະແນນສູງຈະມີຄວາມຮູ້ສູງ? ມື້ນີ້ ຂວັນໃຈຈຶ່ງໄດ້ນໍາເອົາບົດຄວາມດີໆ ຈາກອາຈານທ່ານໜຶ່ງມາໃຫ້ນ້ອງ ລວມໄປເຖິງຜູ້ປົກຄອງໄດ້ອ່ານເພື່ອເປັນຂໍ້ຄິດ… ເຕືອນສະຕິຕົວເອງ ແລະ ນ້ອງໆ ຫຼາຍໆຄົນເລື່ອງຄະແນນ ຈາກເດັກນັກຮຽນທີ່ມີ 5-4 ມາແລ້ວ ສໍາພັດທີ່ໂຫຼ່ຂອງຫ້ອງມາແລ້ວ ດັ່ງນັ້ນ ກໍຈະເຂົ້າໃຈຄວາມຮູ້ສຶກທັງຄົນທີ່ຄະແນນຕໍ່າ ແລະ ສູງ + ສາເຫດເລື່ອງຄະແນນຕໍ່າ-ສູງ – ໄອຄິວ-ຄວາມສະຫຼາດ – ຄວາມມັກ-ຄວາມຖະນັດ – ຄວາມດຸໝັ້ນ-ເອົາໃຈໃສ່ – ພອນສະຫວັນຄືສິ່ງສໍາຄັນ ຫຼາຍຄົນບອກວ່າພອນສະແຫວງສຳຄັນກວ່າ ແຕ່ຄົນທີ່ມີພອນສະຫວັນຄືຄົນທີ່ມີປິກມາຕັ້ງແຕ່ເກີດດັ່ງນັ້ນການທີ່ຈະບິນກະບໍ່ແມ່ນເລື່ອງງ່າຍພຽງແຕ່ສະແຫວງຫາໜ້ອຍດຽວກະເຂົ້າໃຈ ແຕ່ຖ້າອາໄສແຕ່ພອນສະແຫວງເຈົ້າຕ້ອງຝຶກໜັກເປັນຮ້ອຍເປັນພັນ ເພື່ອຈະໄດ້ເທົ່າກັບເຂົາ – ການສະໜັບສະໜູນ ແລະ ໂອກາດ ແລະອື່ນໆອີກຫຼາຍປັດໃຈ …

Read More »

ຕະລຶງ!!! ບໍ່ຢາກຈະເຊື່ອສາຍຕາວ່າ ຈາກໜຸ່ມຮູບຮ່າງອວບອ້ວນໃນມື້ນັ້ນ ຈະກາຍເປັນໜຸ່ມສຸດຮ໋ອດຂວັນໃຈສາວໆໃນມື້ນີ້… ເຫັນແລ້ວຢາກຫາແຟນອວບໄວ້ຈັກຄົນເດ!

ລີດົງກຶນ  (Lee Dongkeun)  ມືກອງວົງ South Club ຈາກເກົາຫຼີໃຕ້ ໄດ້ໂພສພາບສະໄໝທີ່ຕົວເອງເຄີຍເປັນຜູ້ຊາຍຮ່າງອ້ວນ ລົງໃນໄອຈີສ່ວນຕົວ ພ້ອມກັບຂໍ້ຄວາມໃຫ້ກຳລັງໃຈຄົນທີ່ກຳລັງຫຼຸດນໍ້າໜັກໃນຕອນນີ້ຈົນກາຍເປັນກະແສຮືຮາໃນໂລກ Social  ເພາະຈາກເມື່ອກ່ອນທີ່ເຄີຍເປັນໜຸ່ມຮ່າງອວບອ້ວນຈົນຮອດປັດຈຸບັນນີ້ ຜົນຂອງການຫຼຸດນໍ້າໜັກ ເຮັດໃຫ້ໜຸ່ມ   ລີດົງກຶນ ດູດີຂື້ນຫລາຍກວ່າເກົ່າ  ຈົນຕະລຶງ ເພາະຕອນນີ້ມີຊິກແພກບຶກແນ່ນໄປແລ້ວ!!! ຈະບຶກຈະແນ່ນພຽງໃດເຮົາໄປເບິ່ງພາບນໍາກັນເລີຍ! ນີ້ຄືທີ່ມາຂອງຄໍາເວົ້າທີ່ວ່າ ຢ່າເບິ່ງຂ້າມເດັກອ້ອນຂ້າງບ້ານ ທີ່ແທ້ຈິງ!! ຂອບໃຈຮູບພາບຈາກໄອຈີ: @ddung_dd

Read More »

ຣັສເຊຍ ຕິດໂຄວິດ-19 ກະໂດດຂຶ້ນສູງ 5ມື້ຕິດຕໍ່ກັນ ຫຼັງກວດຫາເຊື້ອໄປແລ້ວກວ່າ 4,8 ລ້ານຄົນ

ວັນທີ 8 ພຶດສະພາ 2020 ການແຜ່ລະບາດຂອງໂຄວິດ-19 ຜ່ານມາແລ້ວຫຼາຍກວ່າ 4 ເດືອນ ຍອດຜູ້ປ່ວຍໂຄວິດ-19 ທົ່ວໂລກຍັງເພີ່ມຂຶ້ນສູງຢ່າງຕໍ່ເນື່ອງເຖິງ 3.85 ລ້ານຄົນແລ້ວ ປົວດີແລ້ວ 1.3  ລ້ານຄົນ ຫຼື 1 ສ່ວນ 3 ຂອງຜູ້ຕິດເຊື້ອທັ້ງໝົດເສຍຊີວິດແລ້ວ 2.6 ແສນຄົນ ອັດຕາການເສຍຊີວິດຢູ່ທີ່ 6.9% ຫຼ້າສຸດ ພົບຜູ້ຕິດເຊື້ອໄວຣັສສາຍພັນໃໝ່ນີ້ຫຼາຍກວ່າ 180 ປະເທດແລ້ວ ໂດຍປະເທດທີ່ພົບຜູ້ຕິດເຊື້ອຫຼາຍທີ່ສຸດ 5 ອັນດັບທໍາອິດຄື ສະຫະລັດອາເມລິກາ (1,266,442 ຄົນ) ສະເປນ  (256,855 ຄົນ) ອີຕາລີ (214,457 ຄົນ) ອັງກິດ (201,101 ຄົນ) ແລະ ຣັສເຊຍ (177,160 ຄົນ) ເຊິ່ງພົບຜູ້ຕິດເຊື້ອໃນຈີນຄິດເປັນພຽງ  2.15% ຂອງຜູ້ຕິດເຊື້ອສະສົມທັງໝົດທົ່ວໂລກ ຣັສເຊຍພົບຜູ້ຕິດເຊື້ອໂຄວິດ-19 ຄົນໃໝ່ເພີ່ມກວ່າ 10 ພັນຄົນ 5 ວັນຕິດຕໍ່ກັນ ຫຼັງສາທາລະນະສຸກໄດ້ກວດເຊື້ອໄປແລ້ວ   4.8 …

Read More »

ຄວາມຫວັງຂອງຄົນທັງໂລກ!! ທີມນັກວິໄຈຈາກ ເນເທີແລນ ແລະ ອິດສະລາເອວອ້າງວ່າ ຄົ້ນພົບສານພູມຕ້ານທານປ້ອງກັນໂຄວິດ-19 ສໍາເລັດ…

ທີມນັກວິໄຈ 2 ກຸ່ມ ຄືປະເທດເນເທີແລນ ແລະ ປະເທດ ອິດສະລາເອວ ອ້າງພວກເຂົາຄົ້ນພົບສານພູມຕ້ານທານ ທີ່ປ້ອງກັນການຕິດເຊື້ອໄວຣັດໂຄວິດ-19 ສຳເລັດ ເຊິ່ງເປັນບາດກ້າວສຳຄັນໃນການພັດທະນາວິທີຮັກສາພະຍາດເຊື້ອໄວຣັດໂຄວິດ-19 ສຳນັກຂ່າວ  the guardian  ລາຍງານວ່າ ທີມນັກວິທະຍາສາດເນເທີແລນ ລະບຸວ່າ ພວກເຂົາຄົ້ນພົບສານພູມຕ້ານທານ ຫຼື ແອນຕິ້ບໍດີ້ (antibody) ທີ່ສາມາດຢຸດຢັ້ງບໍ່ໃຫ້ໄວຣັດໂຄວິດ-19  ຕິດຕໍ່ກັບເຊວໄດ້ໃນການທົດລອງໃນຫ້ອງແລັບ.  ສ່ວນ ກະຊວງປ້ອງກັນຊາດຂອງປະເທດອິດສະລະເອວ ປະກາດວ່າ : ສູນວິໄຈຂອງລັດ ແມ່ນໄດ້ສານພູມຕ້ານທານທີ່ສາມາດຕໍ່ຕ້ານໄວຣັດໂຄວິດໃນຮ່າງກາຍໄດ້. ຜົນການວິໄຈຂອງເນເທີແລນ ຖືກເຜີຍແຜ່ໃນວາລະສານ ‘Nature Communications’ ໃນວັນຈັນ ທີ 4 ພຶດສະພາ ທີ່ຜ່ານມາວ່າ ທີມນັກວິໄຈຈາກມະຫາວິທະຍາໄລ ອູເທຣຕ໌ ແລະ ສູນການແພດ ເອຮາສມັນ ໃນເມືອງຮອຕເທີດາມ ສີດແທ່ງໂປຣຕີນ ທີ່ຍື່ນອອກມາຈາກເຍື່ອຫຸ້ມຂອງໄວຣັດໂຄວິ-19 ສາຍພັນຕ່າງໆ ລວມທັງຕົວທີ່ກໍໃຫ້ເກີດພະຍາດ  SARS ແລະ MERS ເພື່ອຍືດເກາະກັບເຊວ ເຂົ້າໄປໃນໂຕໜູທົດລອງເພື່ອໃຫ້ຕິດຕໍ່ກັບເຊວ ຂະບວນການດັ່ງກ່າວເປັນການສ້າງພູມຕ້ານທານ ເຮັດໃຫ້ເຊວສາມາດຜະລິດສານພູມຕ້ານທານອອກມາຕໍຕ້ານໄວຣັດ ເຊິ່ງນັກວິໄຈໄດ້ນຳເອົາມາເຮັດໃຫ້ບໍລິສຸດແລ້ວນຳໄປໃຊ້ຕ້ານໄວຣັດໂຄວິດ-19 ແລະ ໄວຣັດພະຍາດ …

Read More »

ສຸດເສົ້າ! ອະດີດນັກປະພັນຊື່ດັງຂອງລາວ ສ. ພວງດອກຊ້ອນ ​ຕັດ​ສິນ​ໃຈ​ຈົບຊີ​ວິດຕົນເອງ​… ພ້ອມຈົດໝາຍລາ “ຂ້າພະເຈົ້າຈົບຊີວິດເພາະພະຍາດຕົນເອງເທົ່ານັ້ນ ຂໍຈົ່ງໃຫ້ອາໄພດ້ວຍ”

ຖືໄດ້ວ່າເປັນອີກໜື່ງຂ່າວ​ທີ່ເສົ້າສະຫຼົດໃຈ​​ ທີ່ວົງການນັກຂຽນ-ນັກປະພັນລາວ ສູນເສຍ​ບຸກ​ຄົນ​ສໍາຄັນໄປ  ເມື່ອ ທ່ານ ສົມໃຈ ຈັນທະວົງ ນາມປາກກາ ສ. ພວງດອກຊ້ອນ ນັກປະພັນ ຜູ້ທີ່ມີຊື່ສຽງຂອງລາວທັງເປັນເຈົ້າຂອງລາງວັນຊີໄຣ ໄດ້ຕັດສິນໃຈ ຈົບຊີວິດດ້ວຍການໂດດຕຶກ ເພື່ອຕັດບັນຫາທຸກຢ່າງໃນຊີວິດ ພ້ອມຖິ້ມຈົດໝາຍລາໄວ້ໃຫ້ຄອບຄົວແທນກາຍ… ຈາກການລາຍງານຂອງຜູ້ເຫັນເຫດການ ໃຫ້ຮູ້ວ່າ: ວັນທີ 7 ພຶດສະພາ 2020 ມີຄົນກະໂດດຕຶກ ຈາກຊັ້ນ 8 ໂຮງໝໍ 103 ຕຶກໃໝ່ (ຕຶກກວດເສັ້ນປະສາດ) ເປັນເພດຊາຍ ພ້ອມກວດສອບມີຂຽນໃບສັ່ງລາຕາຍ  ສາເຫດຄາດວ່າ ນ້ອຍໃຈຍ້ອນຕົນເອງຈະຕ້ອງເປັນອຳມະພາດຕະຫຼອດຊີວິດ (ອຳມະພາດບາງສ່ວນ) ດ້ານລາຍລະອຽດຕົວຈິງຍັງຢູ່ໃນຂັ້ນຕອນສືບສວນ-ສອບສວນຢູ່ ທັງນີ້, ຜູ້ກ່ຽວຍັງໄດ້ຂຽນຈົດໝາຍໄວ້ ໂດຍມີເນື້ອໃນວ່າ: ການນໍາທຸກຂັ້ນ, ການຈັດຕັ້ງທຸກພາກສ່ວນ ກ່ອນອື່ນຂ້າພະເຈົາຕ້ອງຂໍໂທດທີ່ເລືອກຈົບຊີວິດແບບນີ້ ແຕ່ກໍ່ຈຊາເປັນເພາະພະຍາດຮ້າຍແຮງ, ຂ້າພະເຈົ້າຮູ້ວ່າຈະຕ້ອງເປັນອໍາມະພາດ ທໍລະມານໄປຕະຫຼອດຊີວິດ ສະນັ້ໜຈຶ່ງບໍ່ມີທາງເລືອກ ເພື່ອຈະບໍ່ເປັນພາລະແກ່ຄົນອື່ນ. ຂ້າພະເຈົ້າບໍ່ມີຫຍັງຕໍ່ການຈັດຕັ້ງ, ແພດໝໍ, ລູກເມຍ, ຍາດຕິພີ່ນ້ອງ ແລະ …

Read More »