Breaking News

ຂ່າວສັງຄົມ

Amanda Gorman ແມ່ຍິງ!!!ທີ່ມີຄວາມຝັນຢາກເປັນປະທານນາທິບໍດີ ໃນປີ 2036…

ມາຮູ້ຈັກ ອະແມນດ້າ ກໍແມນ ກະວີສາວ ຜູ້ທີ່ຢູ່ເທິງເວທີອັນຊົງກຽດລະດັບປະເທດ ຫຼັງຈາກພິທີການກ່າວປະຕິຫານຕົນເພື່ອເຂົ້າຮັບຕໍາແໜ່ງ ປະທານນາທິບໍດີສະຫະລັດຄົນທີ່ 46 ຢ່າງເປັນທາງການຂອງ Jo Baiden. ແລ້ວແມ່ນຫຍັງ? ທີ່ເຮັດໃຫ້ສາວຄົນນີ້ກ້າວຂຶ້ນມາຢູ່ເທິງເວທີອັນຊົງກຽດ ມື້ນີ້ຂວັນໃຈຈະພາທຸກຄົນໄປຮູ້ຈັກກັບສາວຄົນນີ້ກັນເລີຍ… ອາແມນດ້າ ກໍແມນ ເກີດເມື່ອວັນທີ 7 ມີນາ 1998 ປັດຈຸບັນອາຍຸພຽງ 22 ປີ ເຕິບໂຕໃນຄອບຄົວ ທີ່ມີແມ່ເປັນແມ່ລ້ຽງດ່ຽວ ເຊິ່ງແມ່ເຮັດວຽກເປັນຄູສອນ ຊ່ວງຍັງນ້ອຍ ອາແມນດ້າ ເປັນເດັກທີ່ເວົ້າຕິດອ່າງ ເຮັດໃຫ້ມີປັນຫາດ້ານການສື່ສານເຊິ່ງເລື່ອງນີ້ເຮັດໃຫ້ເປັນບົມຂອງສາວອາແມນດ້າ ແຕ່ກໍບໍ່ແມ່ນເລື່ອງທີ່ເຮັດໃຫ້ລາວທໍ້ ລາວກັບໃຊ້ເລື່ອງນີ້ເປັນແຮງພັກດັນ ແລະ ເຮັດໃຫ້ຕົນເອງກ້າວເຂົ້າສູ່ໂລກແຫ່ງບົດກະວີ ດ້ວຍນິໄສສ່ວນຕົວເປັນຄົນມັກອ່ານ ແລະ ຫຼົງໄຫຼໃນການຂຽນ ໂດຍແມ່ກໍໄດ້ສັງເກດເຫັນທັກສະໃນດ້ານນີ້ ຈຶ່ງຄອຍສະໜັບສະໜູນມາໂດຍຕະຫຼອດ ແລະ ອີກໜຶ່ງບຸກຄົນທີ່ເປັນຕົ້ນແບບຜູ້ເປັນແຮງບັນດານໃຈໃຫ້ສາວ ອະແມນດ້າ ເດີນຕາມເສັ້ນທາງສາຍກະວີ ກໍຄື ມະລາລະ ຢູຊາບໄຊ ເປັນແມ່ຍິງທີ່ຮຽກຮ້ອງສິດທິຄວາມເທົ່າທຽມ ຈົນໄດ້ຮັບລາງວັນ ໂນໂບລ ສັນຕິພາບ. …

Read More »

ດ່ວນ!!! ບໍ່ແກ້ວສັ່ງປິດເມືອງຕົ້ນເຜິ້ງ ແລະ ເຂດເສດຖະກິດສາມຫຼ່ຽມຄໍາ ຊົ່ວຄາວ

ອີງຕາມ ການປຶກສາຫາລື ແລະ ເຫັນດີເປັນເອກະພາບ ຂອງຄະນະສະເພາະກິດຂັ້ນແຂວງ ໃນຕອນເຊົ້າ ຂອງວັນທີ 12 ມັງກອນ 2021.ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ຂໍຖືເປັນກຽດຢ່າງສູງ ແຈ້ງມາຍັງບັນດາທ່ານ ຊາບດັ່ງນີ້:ເຫັນດີປີດເທດສະບານເມືອງຕົ້ນເຜິ້ງ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄຳ (ເປັນເວລາ14ວັນ)ເລີ່ມແຕ່ວັນທີ່ 12 ມັງກອນ ເຖິງ ວັນທີ 25 ມັງກອນ 2021 ມອບໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຕັ້ງຈຸດກວດກາຢູ່ປ້ອມກວດກາໃກ້ກັບ 3 ແຍກປະຕູໂຂງທາງເຂົ້າເມືອງຕົ້ນເຜິ້ງ ແລະ 4 ແຍກບ້ານໂພນໂຮມ. ໃຫ້ເມືອງຕົ້ນເຜິ້ງ ນຳໃຊ້ກຳລັງທະຫານ, ປກສ ແລະ ແພດໝໍ ປະຈໍາຈຸດກວດກາດັ່ງກ່າວ ເພື່ອປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານຊາບ ແລະ ຈັດຕັ້ງປະຕິບັດ …

Read More »

ສະຫະພັນມວຍແຫ່ງຊາດ ແລະ ບັນດາບໍລິສັດ ມອບທຶນການສຶກສາໃຫ້ສາວເກັ່ງໃຈກ້າ “ລີນາ”

ແຟນໆຍັງຈື່ກັນໄດ້ບໍ່ ຈາກກໍລະນີຄຣີບວີດີໂອສາວນັກສຶກສາໃຈເດັດ ຂັບລົດຕໍາໂຈນທີ່ດືງກະເປົາຕົນເອງ ໃນວັນທີ 22 ຕຸລາ 2020 ທີ່ຜ່ານມາ ເຊິ່ງຕອນນີ້ສາວ ລີນາ ກໍກາຍເປັນຂວັນໃຈຂອງຊາວເນັດໄປແລ້ວ ຍ້ອນຄວາມກ້າຫານ ແລະ ນອກຈາກຈະກ້າສູ້ກັບໂຈນທີ່ເປັນມານສັງຄົມລາວແລ້ວ ອີກໜຶ່ງເລື່ອງທີ່ໜ້າປະທັບໃຈຈາກສາວຄົນນີ້ກໍຄື ນ້ອງໄດ້ແບ່ງປັນເງິນທີ່ຊາວເນັດໃຈດີໄດ້ໂອນຊ່ວຍເປັນທຶນການສຶກສາ ໄປບໍລິຈາກໃຫ້ຜູ້ປະສົບໄພນໍ້າຖວມນໍາອີກ ໂດຍການໂອນສົມທົບທຶນກັບ ເທິ ຢູ່ນາ ນັ້ນເອງ. ເອີ້ນໄດ້ວ່າເປັນແບບຢ່າງທີ່ດີໃຫ້ກັບສັງຄົມລາວຕອນນີ້ໄດ້ເລີຍເດີ! ເຊິ່ງຫລ້າສຸດມື້ນີ້ ວັນທີ 27 ຕຸລາ 2020 ສະຫະພັນມວຍແຫ່ງຊາດລາວພ້ອມດ້ວຍບັນດາບໍລິສັດ ໄດ້ມອບເສືອສາມາດ ຂອງມວຍລາວ ແລະ ນໍ້າໃຈຊຸກຍູ້ ການປົວແປງຈິດໃຈ ພ້ອມດ້ວຍທຶນການສຶກສາ ຈໍານວນໜຶ່ງໃຫ້ຍອດນັດສູ້ ສາວບ້ານເມືອງຮັງ, ເມືອງສົບເບົາ, ແຂວງຫົວພັນ ຄົນນີ້ເປັນທີ່ຮຽບຮ້ອຍແລ້ວ. ຂໍ້ມູນຈາກ: suelao.com

Read More »

ງານມະຫາກຳບ້ານທີ່ໃຫຍ່ທີ່ສຸດໃນປະຫວັດສາດລາວກັບມາອີກຄັ້ງແລ້ວ!!! ໃນວັນທີ 4 – 5 – 6 ທັນວາ 2020 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ

ງານມະຫາກຳດ້ານອະສັງຫາ, ລົດ ແລະ ໄລຟສະໄຕລທີ່ດີທີ່ສຸດໃນລາວກັບມາອີກຄັ້ງແລ້ວ! ກຽມພົບກັບງານມະຫະກຳບ້ານ, ສິນເຊື່ອ ແລະ ໄລຟສະໄຕລ 2020 ທີ່ຈະຈັດຂຶ້ນໃນວັນທີ 4, 5, 6 ທັນວາ 2020 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ.   ຖ້າວ່າທ່ານກຳລັງຊອກຫາບ້ານໃໝ່, ດິນ ຫຼື ຕ້ອງການສິນເຊື່ອ, ກຳລັງພິຈາລະນາໃນການລົງທຶນດ້ານອະສັງຫາລິມະຊັບ ຫຼື ສິນເຊື່ອບ້ານເປັນຄັ້ງທຳອິດ ຫຼື ຕ້ອງການນາຍໜ້າອະສັງຫາ, ການຈັດການດ້ານອະສັງຫາ,ປະກັນໄພ, ການປະເມີນຊັບສິນ ຫຼື ຜູ້ແນະນຳທາງດ້ານກົດ ໝາຍ. ຕ້ອງການລົງທຶນກັບຕ່າງປະເທດລວມທັງໂອກາດໃນການອາໄສຢູ່ທີ່ນັ້ນ. ຢາກຮູ້ທາງເລືອກສຳລັບຄົນຕ່າງປະເທດໃນການມີກຳມະ ສິດເປັນເຈົ້າຂອງ ຫຼື ເຊົ່າອະສັງຫາໃນນະຄອນຫຼວງ? ຕ້ອງການຕິດຕາມຜະລິດຕະພັນລົດໃຫຍ່, ລົດຈັກ, ອຸປະກອນເຄື່ອງໃຊ້ໄຟຟ້າ, ເຟີນິເຈີ້, ເຄື່ອງອອກກຳລັງກາຍ, ເຄື່ອງປະດັບ ແລະ ເຄື່ອງໃຊ້ພາຍໃນບ້ານໃນບ່ອນດຽວ, ຕ້ອງການພາຄອບຄົວອອກມາທ່ຽວຫຼິ້ນ. ພ້ອມທີ່ຈະພົບກັບງານອະສັງຫາລິມະຊັບທີ່ໃຫຍ່ທີ່ສຸດໃນປະເທດລາວທີ່ຈະຈັດຂຶ້ນ ພຽງແຕ່ 3 ມື້ແລ້ວຫຼືຍັງ? ຢ່າພາດ, …

Read More »

ບຸນທາດຫຼວງປີນີ້ຈັດພຽງ 3 ມື້ ແຕ່ລະມື້ມີພິທີ…..

ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເລື່ອງ: ທິດຊີ້ນໍາກ່ຽວກັບການຈັດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2020 ສະບັບເລກທີ 1132/ຫສນຍ ລົງວັນທີ 15 ຕຸລາ 2020 ບຸນທາດຫຼວງປີນີ້ຈັດພຽງ 3 ມື້ເທົ່ານັ້ນ! ເຊິ່ງເພີ່ນຖືເອົາບຸນປະເພນີເປັນຫຼັກສຳຄັນ ໂດຍເລີ່ມແຕ່ ວັນທີ 29-31 ຕຸລາ 2020. ເນື່ອງຈາກວ່າເປັນການຄວບຄຸ່ມ-ປ້ອງການ ການແຜ່ລະບາດຂອງພະຍາດໂຄວິດ-19 ນັ້ນເອງ. ເຊິ່ງປີນີ້ໃນມື້ງານ ແມ່ນຈະກໍານົດໃຫ້ບັນດາແມ່ຄ້າຊາວຂາຍຂາຍໄດ້ສະເພາະອາຫານ ແລະ ເຄື່ອງດື່ມ ທີ່ບໍ່ມີທາດເຫຼົ້າ ,ດອກໄມ້ ແລະ ທູບ-ທຽນ ເພື່ອບູຊາເທົ່ານັ້ນ. ສ່ວນວ່າຕະຫຼາດນັດວາງສະແດງສິນຄ້າ- ການຂາຍເຄື່ອງດື່ມທີ່ມີທາດເຫຼົ້າ- ງານບັນເທີງຕ່າງໆແມ່ນຈະບໍ່ໃຫ້ມີ. ກຳນົດຈັດງານ ມື້ທໍາອິດ ວັນທີ 29 ຕຸລາ 2020 ເຮັດພິທີຄອບໄຫວ່ ແລະ ແຫ່ປະສາດເຜິ້ງ, ມື້ທີ 2 ແມ່ນ 30 ຕຸລາ 2020 …

Read More »