Breaking News

ໄວໜຸ່ມ

ໜຸ່ມແມັກພະເອກຊີ້ຣີ້ຊື່ດັງໃນລາວ

ໜ້າຕາດີທັງຄອບຄົວ ກັບໜຸ່ມແມັກພະເອກຊີ້ຣີ້ຊື່ດັງໃນລາວ ມາໃນຄອນເຊັບຊຸດສະໄໝກ່ອນທັງຄອບຄົວ ເຫັນແລ້ວ ອົດຊົມວ່າໜ້າຮັກບໍ່ໄດ້ ຂອບໃຈທີມາຮູບ Max Phengsavanh #k#kuanjai

Read More »

ທຶນການສຶກສາສໍາລັບຄົນມີຝັນຢາກສຶກສາຢູ້ Hungary

ມື້ນີ້ຂວັນໃຈ ມາແບ່ງປັນຂໍ້ມູນ ຄວາມຮູ້ສໍາລັບໄວໜຸ່ມຍຸກໃຫມ່ຜູ້ມີຄວາມຝັນຢາກໄປສຶກສາຕ່າງປະເທດ ກັບການຂໍທຶນປະເທດລາວ ສູ່ການຮຽນປະເທດ Hungary ເຊິ່ງເປັນອີກ 1 ປະເທດ ຍອດນິຍົມຂອງນັກສຶກສາລາວ ມີໃຫ້ເລືອກຫຼາຍສາຂາການຮຽນຮູ້ ແອັດມິນມາອັບເດດເພຈ ທີ່ຄວນກົດຕິດຕາມໄວ້ ມີທຸກການອັບເດດທັນເຫດການ ມີການແຊປະສົບການ ຂອງຄົນທີ່ປະສົບຄວາມສໍາເລັດ 1 The Laos-Hungary Alumni Clubເປັນເພຈທີ່ຈະຊ່ວຍໃຫ້ຜູ້ສົນໃຈຢາກສະໝັກທຶນຮຽນຕໍ່ Hungary ໄດ້ຮັບຮູ້ຂໍ້ມູນຕ່າງໆກ່ຽວກັບທຶນຫຼາຍຂຶ້ນ, ມີການອັບເດດເວລາການເປີດຮັບສະໝັກ, ວິທີການກະກຽມກ່ອນສະໝັກທຶນ ແລະ ຍັງມີການແຊປະສົບການການໃຊ້ຊີວິດທີ່ Hungary ຈາກບັນດາອະດີດນັກສຶກສາທີ່ຮວມໂຕກັນ ໂດຍຕັ້ງເປັນ Club house ເພື່ອສົນທະນາແລກປ່ຽນ ພ້ອມທັງເປີດໂອກາດໃຫ້ຜູ້ສົນໃຈໄດ້ຕິດຕໍ່ກັບລູ້ນເອື້ອຍອ້າຍໄດ້ງ່າຍຂຶ້ນ ມີການແບ່ງປັນຄວາມຮູ້ໃນ Clubhouse ຢູ່ເລື້ອຍໆ https://www.facebook.com/LaoHunAlumni 2 Lao Students Association in Hungaryອີກເພຈໜຶ່ງທີ່ຈະໃຫ້ຄວາມຮູ້ກ່ຽວກັບທຶນຮຽນຕໍ່ປະເທດ Hungary ໂດຍສະເພາະແມ່ນທຶນ Stipendium Hungaricum ຈະບອກທັງເຄັດລັບ ແລະ …

Read More »

ມາເບິ່ງ 5 ກົນລະຍຸດທາງລັດລົງ “ຄານ” ໃຜຢາກຖີ້ມຄວາມໂສດ ລອງໄດ້!!

ໂສດມາດົນຢາກມີຄວາມຮັກເຮັດແນວໃດດີ? ຫຼາຍໆຄົນອາດມີສາເຫດຂອງການບໍ່ຍ້ອມມີແຟນທີ່ແຕກຕ່າງກັນໄປ ເຊິງມັນອາດຈະມາຈາກຫຼາກຫຼາຍປັດໃຈ ເຊັ່ນວ່າ ຍັງບໍ່ພ້ອມມີຄວາມຮັກ, ຍັງເຂັດຫຼາບຈາກຄວາມຮັກເກົ່າໃນອາດິດ, ຍັງບໍ່ທັນມີໃຜທີ່ເຂົ້າຕາ ຫຼືມີແລ້ວແຕ່ເຂົາຄົນນັ້ນພັດວ່າມີແຟນປະແລ້ວ ລວມໄປເຖິງບາງຄົນກໍຢາກມີຄວາມຮັກແຕ່ບໍ່ກ້າ….ເລີຍເປັນເຫດເຮັດໃຫ້ຫຼາຍຄົນບໍ່ມີໂອກາດແກວ່ງຄວາມໂສດຖີ້ມຈັກເທື່ອ!! ບັນດາໜຸ່ມໆສາວໆທີ່ຍັງບໍ່ທັນມີແຟນທັງຫຼາຍຢ່າຟ້າວນ້ອຍໃຈເດີ!! ມື້ນີ້ ຂວັນໃຈຂໍເອົາໃຈໄວໂສດໂດຍການມາເວົ້າເຖິງເລື່ອງແນວທາງໄອເດຍດີໆທີ່ຈະເຮັດໃຫ້ຄົນໂສດທັງຫຼາຍນັ້ນສົມຫວັງໃນເລື່ອງຄວາມຮັກ ລວມມີ 5 ຂໍ້ ກົນລະຍຸດນໍາກັນ ເຊິ່ງຈະມີຫຍັງແດ່ນັ້ນໄປອ່ານນໍາກັນເລີຍ!! ເບິ່ງແຍງຕົນເອງກ່ອນເປັນອັນດັບທໍາອິດ ກົດແຮງດືງດູດມັກດືງດູດຄົນທີ່ຄືກັນເຂົ້າມາຫາກັນ ສະນັ້ນ ຖ້າເຮົາຕັ້ງເປົ້າໝາຍວ່າຢາກໄດ້ຄົນແນວໃດ ເຮົາກໍຕ້ອງສ້າງຕົນເອງໃຫ້ເປັນແບບນັ້ນຄືກັນ ແລະ ທີ່ສໍາຄັນແຫ່ງເຮົາຮູ້ຮັກຮູ້ເບິ່ງແຍງດູແລຕົນເອງໄດ້ດີເທົ່າໃດ ກໍແຫ່ງມີແນວໂນ້ມຈະພົບຄົນຮັກທີ່ຄ້າຍຄືກັບເຮົາຫຼາຍຂຶ້ນ. ຕັດຄວາມຜູກພັນຈາກຄົນໃນອາດິດ ພະຍາຍາມຈິນຕະນາການຄວາມສໍາພັນໃນແບບທີ່ເຮົາຕ້ອງການ ຈາກນັ້ນກໍໃຫ້ຄືດເຖິງຄົນທີ່ມີຄວາມຜູກພັນໃນອາດິດວ່າ ພວກເຂົາສາມາດໃຫ້ຄວາມສໍາພັນແບບທີ່ເຮົາຕ້ອງການໄດ້ ຫຼືບໍ່ໄດ້ ຖ້າຄໍາຕອບຄື “ບໍ່ໄດ້” ກໍຢ່າໄປຢ້ານທີ່ຈະຕັດຄວາມສໍາພັນ ເພາະເຂົາເຈົ້າຈະເຮັດໃນສິ່ງທີ່ເຮົາຕ້ອງການບໍ່ໄດ້ ເຊິ່ງມັນເປັນການເຮັດໃຫ້ເຮົາເສຍເວລາໃນການເປິດໂອກາດໃຫ້ຄົນໃຫມ່ເຂົ້າມາຫາເຮົານັ້ນເອງ. ເປິດໃຈເວົ້າວ່າ “ແມ່ນ” ໃຫ້ຫຼາຍຂຶ້ນ ໝາຍເຖິງການເປິດໃຈບໍ່ປະຕິເສດຄົນທີ່ເຂົ້າມາລົມ ຫຼືການໄດ້ຮູ້ຈັກກັບຄົນໃຫມ່ໆ ເພາະມັນເປັນການຊ່ວຍເປິດໂອກາດໃຫ້ໄດ້ຮູ້ຈັກກັນຫຼາຍຂຶ້ນ ຍ້ອນວ່າເຮົາຈະບໍ່ມີທາງຮູ້ໄດ້ທັນທີວ່າໃຜຄືຄົນທີ່ແມ່ນ, ຈະຊອກໄດ້ຢູ່ໃສ ແລະ ຕອນໃດ ຖ້າເຮົາບໍ່ລອງເປິດໃຈເຮົາກໍຈະບໍ່ຮູ້ແບບນີ້ໄປເລື້ອຍໆ. ພະຍາຍາມອອກໄປເຮັດກິດຈະກໍາໃຫມ່ໆ ພົບຄົນໃຫມ່ໆ ຈາກທີ່ເມົາມົວຢູ່ກັບສິ່ງເກົ່າໆເດີມໆ ຫຼືອາດຈະປ່ຽນຈາກການຢູ່ເຮືອນໄປທ່ຽວນໍາຫມູ່, ຊອກບ່ອນຮຽນພາສາທີ່ຕົນສົນໃຈ, ໄປອອກກໍາລັງກາຍ ຫຼືຮ່ວມກິດຈະກໍາຕ່າງທາງສັງຄົມໃຫ້ຫຼາຍຂຶ້ນ ເພາະສິ່ງເລັກໆນ້ອຍໆໃນຊີວິດປະຈໍາວັນເຫຼົ່ານີ້ອາດຊ່ວຍໃຫ້ເຮົາພົບກັບຄົນໃຫມ່ໆໄດ້ໄວຂຶ້ນ. …

Read More »

ພາສ່ອງ!!!ຜູ້ກໍາກັບໝຸ່ມໜ້າຕາດີຄົນນີ້…

ວິນາທີນີ້!!! ບໍ່ມີໃຜບໍ່ຮູ້ຈັກກັບ ໝຸ່ມຄົນນີ້ແລ້ວ ຊານົນ ມະນິພົນ ໝຸ່ມມາດເຂັ້ມທີ່ຫຼາກຫຼາຍຄວາມສາມາດ ທີ່ມີຜົນງານການສະແດງເລື່ອງ ສຽງສຸດທ້າຍ ຮັບບົດເປັນພະເອກ ເຊິ່ງໝຸ່ມຄົນນີ້ກໍຢູ່ໃນວົງການບັນເທີງບໍ່ວ່າຈະເປັນນັກສະແດງ, ນາຍແບບ, ນັກຮ້ອງ… ຫຼ້າສຸດກໍ່ຈະກາຍມາເປັນຜູ້ກໍາກັບໝຸ່ມໜ້າຕາດີ ທີ່ມີຄົນຈັບຕາເບິ່ງຢູ່ຕອນນີ້….ມື້ນີ້ຂວັນໃຈຈະພາທຸກຄົນໄປສ່ອງຜົົນງານຂອງໝຸ່ມຄົນນີ້ ວ່າຈະເປັນແນວໃດ!!! ເຮົາໄປເບິ່ງນໍາກັນເລີຍ… ຂະໜາດຕອນຮ້າຍຍັງຫຼໍ່ ຄົນສິຫຼໍ່ເຮັດຫຍັງກະຫຼໍ່… ຝາກຕິດຕາມຜົນງານ ຂອງໝຸ່ມຄົນນີ້ແນ່ເດີ ວ່າຈະມີຜົນງານຫຍັງອອກມາ ຖ້າຕິດຕາມເບິ່ງນໍາກັນເດີ… ໂອຍ….ຫຼໍ່ຈົນໃຈແອັດລະລາຍໝົດເແລ້ວ!!! ຂອບໃຈຮູບພາບ: Nonh sanonh Maniphonh

Read More »

ຈັດໄປ! 7 ເຫດຜົນທີ່ສາວໆຄວນກິນໂຢເກິດ (Yoghurt) ດີຕໍ່ໃຈ-ລໍາໄສບໍ່ປ່ວຍ

ໂຢເກິດ(Yoghurt) ກໍຈັດວ່າເປັນອີກໜຶ່ງອາຫານທີ່ໄດ້ຮັບຄວາມນິຍົມຈາກສາວໆທີ່ກໍາລັງຄຸມນໍ້າໜັກ ແຕ່ບາງທີກັບສາວໆບາງຄົນກໍອາດຈະຮູ້ສຶກວ່າບໍ່ຄ່ອຍຈະຖືກປາກປານໃດ ເພາະລົດຊາດກະເປັນປະແລ່ມ! ປະແລ່ມ! ແດ່ຈັກໜ້ອຍ ວ່າບໍ່? ແຕ່ວ່າ….ໂຢເກິດນັ້ນພັດເປັນໜຶ່ງໃນອາຫານທີ່ມີປະໂຫຍດທີ່ສຸດເດີສາວໆ ແລະ ແນ່ນອນ Kuanjai ຈະພາມາຮູ້ຈັກກັບ 7 ເຫດຜົນທີ່ດີຕໍ່ໃຈ-ລໍາໄສບໍ່ປ່ວຍ! ແລ້ວລອງພາກັນເປິດໃຈດວງນ້ອຍໆ…ໃຫ້ກວ້າງໆ….ມາກິນລອງເບິ່ງເດີ…. 1 ເປັນແຫຼ່ງໂປຣຕິນຊັ້ນດີ ເຊິ່ງວ່າໂຢເກິດນັ້ນມີໂປຣຕິນຫຼາຍກວ່ານົມເຖິງ 20% ເພາະໂຢເກິດ 200 ກຣາມ ແມ່ນໃຫ້ໂປຣຕິນສູງເຖິງ 12 ກຣາມ ແລະ ໂປຣຕິນຈາກໂຢເກິດບໍ່ໄດ້ເຮັດໃຫ້ທ້ອງອືດຄືໂປຣຕິນທີ່ໄດ້ຈາກນົມອື່ນໆອີກ. 2. ເພີ່ມພູມຄຸ້ມກັນໃຫ້ຮ່າງກາຍ ສໍາຫຼັບໃຜທີ່ປ່ວຍງ່າຍແນະນໍາໃຫ້ກິນໂຢເກິດທຸກໆມື້ລອງເບິ່ງ ໂພຣໄບໂອຕິກສໃນໂຢເກິດຈະຊ່ວຍປ້ອງກັນການຕິດເຊື້ອໄດ້ ແລະ ມີຜົນວິໄຈພົບວ່າ ໂພຣໄບໂອຕິກສໃນໂຢເກິດຍັງຊ່ວຍໃຫ້ອາການເປັນຫວັດດີໄວຂຶ້ນອີກ. ນອກຈາກນີ້ ໂຢເກິດຍັງອຸດົມໄປດ້ວຍແຫ່ທາດຕ່າງໆ ເຊັ່ນວ່າ: ເມັກນີຊຽມ, ຊີຣີນຽມ ແລະ ຊິງ ທີ່ມີສ່ວນຊ່ວຍກະຕຸ້ນພູມຄຸ້ມກັນໄດ້ເປັນຢ່າງດີ. 3. ດີຕໍ່ໃຈ ໂຢເກິດອຸດົມໄປດ້ວຍໄຂມັນ HDL ທີ່ຊ່ວຍຫຼຸດໄຂມັນທີ່ບໍ່ດີ, ໄຂມັນທີ່ອຸດຕັນໃນເສັ້ນເລືອດ ແລະ ຍັງຊ່ວຍຫຼຸດຄວາມສ່ຽງທີ່ຈະເກີດໂລກຫົວໃຈໄດ້ເປັນຢ່າງດີ. …

Read More »