Breaking News

ໄວໜຸ່ມ

ສຸດຍອດ!!! ໜຸ່ມລາວຍອດກະຕັນຍູໄປໂຊຄວາມສາມາດ “ກາຍຍະສິນ” ໃນລາຍການດັງ (ປະເທດໄທ) ເພື່ອຂໍຄວາມຝັນໃຫ້ແມ່… 

ສຸດຍອດ!!! ໜຸ່ມລາວຍອດກະຕັນຍູໄປໂຊຄວາມສາມາດ “ກາຍຍະສິນ” ໃນລາຍການດັງ ປະເທດໄທ ເພື່ອຂໍຄວາມຝັນໃຫ້ແມ່…  ເບິ່ງແລ້ວນໍ້າຕາໄຫຼ… ໜູ່ມລາວໃຈສູ້  ໃຈສະຫວັນ ອາຍຸ 26 ປີ ຜູ້ທີ່ມີຄວາມຝັນຢາກເຫັນແມ່ມີຄວາມສຸກ ຍ້ອນຊີວິດຜ່ານມາພົບແຕ່ຄວາມທຸກ ແລະ ຍ້ອນຄວາມມຸ່ງມານະບໍ່ຍອມແພ້ຕໍ່ໂຊກຊະຕາ ຈຶ່ງໄດ້ຫອບເອົາຄວາມສາມາດໄປແລກຄວາມຝັນເພື່ອແມ່ ໃນລາຍການດັງ (ປະເທດໄທ) ລາຍການ Super 100 ເຊິ່ງເປັນລາຍການແຂ່ງຂັນໂຊຄວາມສາມາດ ແລະ ໜຸ່ມລາວໃຈສູ້ຄົນນີ້ກໍໄດ້ໄປໂຊຄວາມສາມາດ ການສະແດງ ກາຍຍະສິນ ຈົນສາມາດເອົາຊະນະໃຈກໍາມະການ ແລ້ວໄດ້ຄວາມຝັນກັບມາໃຫ້ແມ່ຄື ພາແມ່ໄປທ່ອງທ່ຽວວັດລ່ອງຂຸນ ເຊິ່ງເປັນວັດທີ່ສວຍງາມທີ່ສຸດໃນປະເທດໄທ!!! ແອັດຂໍສະແດງຄວາມຍິນດີນໍາໜຸ່ມໃຈຫຼາຍໆ ແລະ ເປັນກໍາລັງໃຈໃຫ້ສູ້ຕໍ່ໄປເພື່ອແມ່ເດີ່… ເຮົາມາເບິ່ງ VDO ການສະແດງ ກາຍຍະສິນ ຂອງໜຸ່ມໃຈຂອງເຮົາກັນເລີຍ!!!  

Read More »

ສະແດງຄວາມຍິນດີກັບ ນ້ອງຫ່ານ! ຮີໂຣ່ນັກແລ່ນນ້ອງໃໝ່… ຄວ້າແຊ້ມງານ Buriram Duathlon ທີ່ປະເທດໄທ.

ຮູ້ຈັກກັບ! ຫ່ານ ຮີໂຣ່ນັກແລ່ນນ້ອງໃໝ່…  ວົງການກິລາກໍາລັງມາແຮງໃນກຸ່ມຄົນຮັກສຸຂະພາບ ໂດຍສະເພາະກິລາແລ່ນ ເພາະເປັນກິລາທີ່ຫຼິ້ນໄດ້ງ່າຍບໍ່ຕ້ອງມີອຸປະກອນຫຍັງຫຼາຍ ນອກຈາຊຸດອອກກໍາລັງກາຍ ແລະ ເກີບທີ່ໃຊ້ສໍາລັບແລ່ນ, ເຮັດໃຫ້ຫຼາຍຄົນຫັນມາອອກກໍາລັງກາຍດ້ວຍການແລ່ນຫຼາຍຂຶ້ນ ແລະ ໃນໄລຍະຜ່ານມາກໍມີຫຼາຍງານທີ່ຈັດຂຶ້ນເພື່ອໃຫ້ນັກແລ່ນເຂົ້າຮ່ວມສະແດງຝີຕີນ ແຂ່ງຂັນຈົນໄດ້ລາງວັນຊະນະເລີດ… ມື້ນີ້ ຂວັນໃຈ ເລີຍຢາກມາແນະນໍາໃຫ້ຮູ້ຈັກກັບຮີໂຣ່ນັກແລ່ນນ້ອງໃໝ່ ທີ່ຫາກໍ່ຄວ້າແຊັມຈາກງານ Buriran Duathlon ໃນລຸ້ນອາຍຸ 18-29 ປີ ທີ່ປະເທດໄທ. ເຊິ່ງຮີໂຣ່ຄົນນັ້ນກໍຄື ນ້ອງຫ່ານ ຫຼື ທ້າວ ວຽງນະຄອນ ຫຼວງອາໄພ ອາຍຸ 18 ປີ ປັດຈຸບັນຮຽນຢູ່ ສະຖາບັນເຕັກໂນໂລຊີການສື່ສານ-ຂໍ້ມູນຂ່າວສານ ປີ 1 ພ້ອມທັງ ເປັນນັກດົນຕຣີ ໃນຖານະມື Bass ໃຫ້ກັບ Sack Cells, Namfon Indee… ອີກດ້ວຍ. ວ້າວ… ຖືວ່າເປັນໄວໜຸ່ມທີ່ເກັ່ງຮອບດ້ານອີ່ຫຼີສໍາລັບໜຸ່ມຄົນນີ້. ສໍາລັບຜົນງານ ອັນດັບ …

Read More »

ຊົມເຊີຍ!!! ເດັກນ້ອຍລາວ ຄວ້າອັນດັບ 1 ຈາກງານປະກວດຮູບແຕ້ມທີ່ປະເທດຍີ່ປຸ່ນ…

ຊົມເຊີຍ!!! ເດັກນ້ອຍລາວ ຄວ້າອັນດັບ 1 ຈາກງານປະກວດຮູບແຕ້ມທີ່ປະເທດຍີ່ປຸ່ນ… ເປັນຄວາມພາກພູມໃຈຂອງຄົນລາວອີກຄັ້ງກັບການຄ້ວາລາງວັນອັນຊົງກຽດນີ້ມາໄດ້… ຮ່ວມສະແດງຄວາມຍິນດີກັບ ນາງ ນ່ານ່າ ບັນຊາພົງ ອາຍຸ 15 ປີ ເປັນນັກຮຽນຢູ່ ໂຮງຮຽນ ມ.ສ ເພຍວັດ ນະຄອນຫຼວງວຽງຈັນ ເປັນຕົວແທນນັກຮຽນລາວໄປແຂ່ງຂັນ ໃນງານປະກວດຮູບແຕ້ມເພື່ອຮ່ວມງານມະຫະກໍາສິລະປະ ຂອງນັກຮຽນມັດທະຍົມຕອນປາຍ ຢູ່ທີ່ປະເທດຍີ່ປຸ່ນ. ຜົນງານທີ່ນ້ອງສົ່ງເຂົ້າປະກວດແມ່ນ “ຮູບແຕ້ມທົ່ງໄຫຫີນ” ເຊິ່ງໄດ້ແຮງບັນດານໃຈມາຈາກທີີ່ “ທົ່ງໄຫຫີນຊຽງຂວາງ” ທີ່ຖືກຮອງຮັບເປັນມໍລະດົກໂລກແຫ່ງທີ່ 3 ຂອງລາວ ໃນປີ 2019 ນີ້; ຈຶ່ງຢາກຈະນໍາສະເໜີຄວາມເປັນເອກະລັກຂອງມໍລະດົກໂລກຂອງລາວ ໃຫ້ກັບຄົນຕ່າງຊາດໄດ້ຮັບຮູ້  ຈົນເຮັດໃຫ້ຜົນງານຂອງນ້ອງນ່ານ່າ ເປັນທີ່ໜ້າສົນໃຈ ແລະ ສາມາດຄວ້າລາງວັນອັນດັບ 1 ມາໃຫ້ຄົນລາວໄດ້ຊື່ນຊົມນໍາ… ໃນໂອກາດນີ້ ຂວັນໃຈ ກໍຂໍຕົບມືລົວໆ ໃຫ້ກັບຄວາມເກັ່ງຂອງນ້ອງນ່ານ່າ ແລະ ຂໍໃຫ້ນ້ອງຮັກສາຄວາມສາມາດນີ້ໄວ້ ພ້ອມກັບພັດທະນາຕົວເອງຂຶ້ນເລື້ອຍໆ ເພື່ອໄປສະແດງໃນເວທີລະດັບໂລກ ເອກອ້າງຄວາມເປັນລາວໃຫ້ຊາວໂລກຮັບຮູ້ວ່າຄົນລາວບໍ່ໄດ້ດ້ອຍໄປກວ່າຊາດໃດໃນໂລກ!!! ຂອບໃຈທີ່ມາ: …

Read More »

ລວມນາງງາມທີມອາຊີ ກຽມປະຊັນຄວາມງາມໃນເວທີ Miss Universe 2019 ໃຜມີລຸ້ນມົງກຸດແດ່ມາເບີ່ງ!!!

ຫຼາຍປະເທດທົ່ວໂລກເລີ່ມປະກາດສົ່ງຕົວນາງງາມສູ່ເວທີ ນາງງາມຈັກກະວານ (Miss Universe) ເຊິ່ງກໍມີກະແສຂອງແຟນໆໄດ້ຖາມໄຖ່ກັນມາເລື້ອຍໆວ່າປີນີ້ ສາວງາມຕົວແທນປະເທດລາວເຮົາຈະແມ່ນໃຜ? ແຕ່ກ່ອນທີ່ເຮົາຈະໄປຮູ້ວ່າ Miss Universe Laos 2019 ຈະເປັນໃຜນັ້ນ ຄົງຕ້ອງໃຊ້ເວລາກັນແດ່ຈັກໜ້ອຍ ເພາະປັດຈຸບັນທາງກອງປະກວດເພິ່ນກໍກຳລັງຂຸ້ນຂ້ຽວຄັດເລືອກສາວງາມ ເພື່ອໄປເປັນຕົວແທນເທີງເວທີ ຈັກກະວານໂລກ ຢ່າງເຂັ້ມຂົ້ນ, ດັ່ງນັ້ນ!!! ໃນມື້ນີ້ເພື່ອບໍ່ໃຫ້ເປັນການເສຍເວລາ ຊະນີIndy ຈະພາໄປສ່ອງສາວງາມປະເທດເພື່ອນບ້ານທີມອາຊີແຕ່ລະປະເທດບອກເລີຍວ່າໂດດເດັ່ນ ງົດງາມຫຼາຍໆ ລອງໄປເບິ່ງກັນວ່າປີນີ້ຝັ່ງອາຊີເຮົາໃຜມີລຸ້ນມົງກຸດແດ່… Hoàng Thị Thùy ຫຼື  Mia Hoang Miss Universe Vietnam 2019 ຫຼັງຈາກທີ່ H’Hen Niê ໄດ້ເປີດປະຕູເວທີຈັກກະວານ ສາມາດນຳຊື່ຂອງປະເທດ ຫວຽດນາມ ໄປໄກເຖິງ Top5 ເຮັດໃຫ້ປະເທດນີ້ ເປັນອີກປະເທດໜຶ່ງທີ່ໜ້າຈັບຕາເບິ່ງ ແລະ ດ້ວຍໂປຟາຍຂອງ Hoàng Thị Thùy ບວກກັບທັກສະທີ່ຊໍານານໃນວົງການນາງແບບ ກໍເຮັດໃຫ້  Miss Universe Vietnam 2019 ໂດດເດັ່ນ ແລະ …

Read More »

10/10? ສ່ອງ ແກ້ວຕາ ໃນການແຕ່ງກາຍແບບແມ່ຍິງລາວ ງົດງາມຊໍ່າໃດມາເບິ່ງ!!! (ແຟນໆວ່າແນວໃດ?)

ອາກາດດີໆ ສົ່ງທ້າຍເດຶອນ ກໍລະກົດ 2019 ສະດຸດຫູສະດຸດຕາຫຼາຍໆ ສຳລັບ ແກ້ວຕາ ພອນປະເສີດ (ເນັດໄອດໍ້) ທີ່ມີແຟນໆຕິດຕາມສາວຄົນນີ້ທາງ ເຟສບຸກ ເຖິງ 4ແສນກວ່າຄົນ ແລະ ເຊື່ອວ່າແຟນໆຫຼາຍໆທ່ານກໍຄົງຄຸ້ນໜ້າຄຸ້ນຕາຂອງນາງ ເພາະ ແກ້ວຕາ ມີຜົນງານທາງດ້ານວົງການບັນເທີງບໍ່ໜ້ອຍ ເຊິ່ງທີ່ເດັ່ນໆເລີຍກໍແມ່ນການຖ່າຍແບບ ໂດຍສະເພາະການຖ່າຍແບບລາວໆ ແຕ່ງກາຍແບບແມ່ຍິງລາວ ມີຫຼາຍແບບຫຼາຍຊຸດ ຫຼາກຫຼາຍອາລົມກໍວ່າກັນໄປ ແຕ່ເບິ່ງລວມໆແລ້ວ ຖືວ່າໃຫ້ນາງຜ່ານ…ງົດງາມຫຼາຍໆ (ມີຮູບ ນ້ອງ ແກ້ວຕາ ໃນການແຕ່ງກາຍແບບແມ່ຍິງລາວມາຝາກ…) ເປັນແນວໃດແດ່ແຟນໆ! ໄດ້ເບິ່ງແຕ່ລະລຸກຂອງ ສາວ ແກ້ວຕາ ໃນການແຕ່ງກາຍແບບແມ່ຍິງລາວ ແຟນໆວ່າແນວໃດກັນແດ່, ໂດຍສ່ວນຕົວ ຊະນີIndy ກໍຂໍໃຫ້ຄະແນນນາງ ເອົາໄປ 10/10 ຄະແນນໄປເລີຍ ແລ້ວແຟນໆເດໃຫ້ຄະແນນ ແກ້ວຕາ ກັນເທົ່າໃດ? (ຄອມເມັ້ນບອກກັນໃຫ້ຮູ້ແດ່ເດີ້ແຟນໆ) ຮູບພາບ: FB/Keota Pornprasert Storyteller: ຊະນີIndy 

Read More »