Breaking News

ໄວໜຸ່ມ

ແຟນໆລຸ້ນໜັກປີນີ້ສາວງາມຕົວແທນປະເທດລາວໃນເວທີ Miss Universe 2019 ຈະແມ່ນໃຜ?  

ຫຼາຍປະເທດທົ່ວໂລກເລີ່ມປະກາດສົ່ງຕົວນາງງາມສູ່ເວທີ ນາງງາມຈັກກະວານ (Miss Universe) ເຊິ່ງກໍມີກະແສຂອງແຟນໆໄດ້ຖາມໄຖ່ກັນມາເລື້ອຍໆວ່າປີນີ້ ສາວງາມຕົວແທນປະເທດລາວເຮົາຈະແມ່ນໃຜ? ເຊິ່ງປະເທດລາວເຮົາໄດ້ເລີ່ມສົ່ງຕົວແທນນາງງາມສູ່ເວທີ ນາງງາມຈັກກະວານ (Miss Universe) ຕັ້ງແຕ່ປີ 2017 ຄົນທຳອິດທີ່ໄດ້ໄປເວທີປະກວດນາງງາມອັນດັບໜຶ່ງຂອງໂລກກໍຄື ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017 ເດີນທາງໄປປະກວດທີ່ USA ເຊິ່ງໃນປີນັ້ນນາງກໍເຮັດໜ້າທີ່ໄດ້ດີຫຼາຍ ເປັນທີ່ຮັບຮູ້ຂອງຜູ້ຄົນທົ່ວໂລກ ແຖມນາງຍັງເປັນທີ່ຮັກຂອງຄົນໃນກອງປະກວດ ຂອງເຫຼົ່າເອື້ອຍລ້ຽງນາງງາມໃນປີນັ້ນ, ແຕ່ເຖິງຈະບໍ່ໄດ້ລາງວັນມາຝາກຄົນລາວ ແຕ່ກໍຖືວ່າແມ່ຍິງລາວເກັ່ງຫຼາຍແລ້ວທີ່ສາມາດໄປໂຊຄວາມສາມາດໃນເວທີລະດັບໂລກໄດ້ເປັນຢ່າງດີ. (ຊົມເຊີຍ! ເກັ່ງຫຼາຍໆ) ຄົນທີ 2 ຈະເປັນໃຜບໍ່ໄດ້ເລີຍ ອອນອະນົງ ຫອມສົມບັດ Miss Universe Laos 2018 ເດີນທາງໄປປະກວດທີ່ ປະເທດໄທ ເຊິ່ງກ່ອນໜ້າທີ່ນາງຈະໄດ້ເປັນຕົວແທນສາວງາມຈາກ ປະເທດລາວ ກໍບໍ່ແມ່ນເລື່ອງງ່າຍ ຕ້ອງຕໍ່ສູ້ກັບກະແສວິພາກວິຈານ ແລະ ຕ້ອງເຝິກຝົນຢ່າງໜັກ, ແຕ່ປັດຈຸບັນນີ້ນາງກໍສາມາດພິສູດແລ້ວວ່ານາງມີຄວາມຕັ້ງໃຈ ມີເປົ້າໝາຍ ແລະ ລົງມືເຮັດໄດ້ແທ້ໆ ເພາະນາງສ້າງປະຫວັດສາດໜ້າໃໝ່ໃຫ້ປະເທດລາວ ໂດຍສາມາດຄວ້າ “ລາງວັນຊຸດປະຈຳຊາດດີເດັ່ນ” …

Read More »

ຊົມເຊີຍ! ແມ່ຍິງເກັ່ງທີ່ຂໍເລືອກເສັ້ນທາງຊີວິດດ້ວຍໂຕເອງ ຈົນປະສົບຜົນສຳເລັດໄດ້ເປັນເຈົ້າໜ້າທີ່ໃຫ່ຍໃນ NASA (ສ້າງແຮງບັນດານໃຈໃຫ້ຄົນທົ່ວໂລກ)

ເລື່ອງລາວສ້າງແຮງບັນດານໃຈຍັງມີມາເລື້ອຍໆ ໃນມື້ນີ້ເຮົາຈະນຳສະເໜີເລື່ອງລາວຂອງ Josephine Santiago-Bond ເປັນແມ່ຍິງສັນຊາດຟິລິປິນ ຄືໜຶ່ງຄົນທີ່ເຄີຍຊັງການຮຽນເລກ ບໍ່ມັກທີ່ຈະຮຽນວິຊາຄະນິດສາດ ແຕ່ໃນມື້ນີ້ລາວສາມາດເອົາຊະນະຕົວເອງ ຈົນສາມາດເປັນເຖິງຫົວໜ້າພະແນກພັດທະນາວິສະວະກຳຂັ້ນສູງທີ່ Kennedy Space Center ຂອງ NASA ອີກດ້ວຍ ແມ່ນແລ້ວ!!! ເຈົ້າຟັງບໍ່ຜິດ ຫຼາຍຄົນອາດຈະງົງໆ ແລະ ຍັງບໍ່ເຊື່ອວ່າຈະເປັນເລື່ອງຈິງໄດ້ ແຕ່ຂໍບອກເລີຍວ່າສາວຟິລິປິນຄົນນີ້ສາມາດເຮັດໄດ້ແທ້ໆ ໂດຍ Josephine ໄດ້ເລົ່າວ່າ ຂ້ອຍຕ້ອງຕໍ່ສູ້ກັບວິຊາຄະນິດສາດມາເຄິ່ງຊີວິດ ທັງໃນໂຮງຮຽນ ແລະ ມະຫາວິທະຍາໄລ ຕອນຍັງນ້ອຍ ຂ້ອຍຮູ້ໂຕສະເໝີວ່າຕ້ອງໄປຮຽນໃນມະຫາວິທະຍາໄລ ຈົບແລ້ວຊອກເຮັດວຽກ ຫາເງິນເພື່ອຊື້ສິ່ງຂອງທີ່ຂ້ອຍຕ້ອງການ ແຕ່ຂ້ອຍບໍ່ໄດ້ເບິ່ງຫາເສັ້ນທາງຂອງອາຊີບພຽງແຕ່ອາຊີບດຽວ ຊຶ່ງນັ້ນຂ້ອນຂ້າງແຕກຕ່າງຈາກຄົນອື່ນ “ພໍ່ແມ່ ແລະ ເອື້ອຍສອງຄົນຂອງຂ້ອຍເປັນໝໍ ການເຕີບໃຫ່ຍມາໃນຄອບຄົວແພດ ເຮັດໃຫ້ເກີດແຮງກົດດັນວ່າ ຂ້ອຍຈະຕ້ອງເປັນໝໍຕາມຮອຍພໍ່ແມ່່ ແລະເອື້ອຍແມ່ນບໍ່ ແຕ່ຂ້ອຍຂໍເລືອກເຮັດສິ່ງທີ່ຕ້ອງການດີກວ່າ ຊຶ່ງຂ້ອຍກໍພູມໃຈ ແລະເຄົາລົບໃນສາຍອາຊີບຂອງທຸກຄົນໃນຄອບຄົວ ແຕ່ຂ້ອຍບໍ່ຢາກເຮັດແບບດຽວກັບພວກເຂົາເທົ່ານັ້ນເອງ” ໂດຍເສັ້ນທາງສູ່ຄວາມສຳເລັດຂອງ Josephine ເລີ່ມຕົ້ນຕັ້ງແຕ່ເຂົ້າຮຽນທີ່ ຄະນະວິສະວະກຳສາດ ໃນມະຫາວິທະຍາໄລຟິລິປິນ ແລະໄດ້ລົງຮຽນຫຼັກສູດວິສະວະກຳອີເລັກໂທນິກ ແລະ ການສື່ສານ …

Read More »

ວົງການຜົມສັ້ນເຂົ້າແລ້ວອອກຍາກ ສາເຫດທີ່ເຮັດໃຫ້ສາວໆມັກຕັດຜົມສັ້ນແມ່ນ…?

ຕ້ອງຍອມຮັບເລີຍວ່າຊົງຜົມທີ່ກຳລັງມາແຮງວິນາທີນີ້ກໍຄື “ຊົງຜົມສັ້ນ” ບໍ່ວ່າຈະເປັນດາລາ ເຊເລັບ ຫຼື ສາວໆທັງຫຼາຍກໍພາກັນຕັດຜົມໃຫ້ເຂົ້າກັບແຟຊັ່ນຕາມຍຸກສະໄໝ ແຖມປັດຈຸບັນຍິ່ງມີຄຳເວົ້າຄົມໆມາກວນກັນຫຼິ້ນໆອີກວ່າ “ວົງການຜົມສັ້ນເຂົ້າແລ້ວອອກຍາກ” (555) ຖືກເລີຍແມ່ນບໍ່? ແຕ່ເບິ່ງອີກມຸມໜຶ່ງກໍຍັງມີຄົນທີ່ບໍ່ເຂົ້າໃຈສາວຜົມສັ້ນແບບເຮົາໆ ດັ່ງນັ້ນ!!! ເພື່ອໃຜທີ່ບໍ່ເຂົ້າໃຈວ່າສາວໆສະໄໝນີ້ເປັນຫຍັງຈຶ່ງມັກຕັດຜົມສັ້ນ ລອງມາເບິ່ງ 5 ສາເຫດດັ່ງຕໍ່ໄປນີ້ເບິ່ງເດີ້ ແລ້ວຈະເຂົ້າໃຈທັນທີ… ອາກາດຮ້ອນ ບໍ່ເຊື່ອກໍ່ຕ້ອງເຊື່ອວ່າການຕັດຜົມສັ້ນຊ່ວຍໃຫ້ເຢັນໄດ້ແທ້ ກໍ່ເທົ່າທີ່ຮູ້ໆກັນຢູ່ອາກາດບ້ານເຮົາເນາະ ຈະໃຫ້ມາຈົ່ງຜົມຍາວກໍຄົງຈະບໍ່ໄຫວ ຜົມແຫ້ງໄວ ສັງເກດບໍ່ວ່າເວລາຕັດຜົມສັ້ນ ມັນຊ່ວຍໃຫ້ເຮົາເຢັນຂຶ້ນໄດ້ແທ້ໆ ແຖມບໍ່ຕ້ອງມານັ່ງເສຍເວລາເປົ່າດົນໆໃຫ້ເສຍສຸຂະພາບຜົມ ແລະ ໜັງຫົວອີກ ເຊັດຜົມງ່າຍ ແມ່ນແລ້ວ!!! ຜົມສັ້ນເທົ່າໃດຍິ່ງເຊັດງ່າຍ ຕໍ່ໃຫ້ຕື່ນສວາຍຕ້ອງສະຜົມໃນເຊົ້າມື້ນັ້ນ ກໍສະບາຍຫາຍຫ່ວງ ໜ້າເດັກລົງ ບໍ່ມີສາວໆຄົນໃດຍາກເບິ່ງແກ່ກວ່າອາຍຸດອກເດີ້ ເພາະສະນັ້ນນອກຈາກການແຕ່ງໜ້າແລ້ວ ສິ່ງທີ່ສາມາດຊ່ວຍສາວໆໃຫ້ໜ້າເດັກລົງໄດ້ກໍຄືການຕັດຜົມ ຊອຍຜົມໃຫ້ເຂົ້າກັບບຸກຂະລິກໃຜມັນນັ້ນເອງ ຜົມບໍ່ຫຼົ່ນ ສາວໆຜົມສັ້ນເວົ້າເປັນສຽງດຽວກັນເລີຍວ່າ ຄົນທີ່ຜົມສັ້ນເທົ່ານັ້ນຈະຮູ້ວ່າເມື່ອຕັດມາແລ້ວຜົມບໍ່ຫຼົ່ນຄືຕອນຜົມຍາວ ບໍ່ຕ້ອງມາເສຍເວລາປັດກວດພື້ນເຮືອນເມື່ອເວລາເປົ່າຜົມອີກຕໍ່ໄປ ເຫັນໄດ້ຢ່າງຈະແຈ້ງເລີຍວ່າຜົມສັ້ນກໍບໍ່ໄດ້ເສຍຫາຍ ອອກຈະສະບາຍໆ ແຕ່ກໍຂຶ້ນກັບຄວາມມັກຂອງແຕ່ລະຄົນ ແຕ່ຖ້າຢາກລຸກຂຶ້ນມາປັບບຸກຂະລິກໃໝ່ ເປັນສາວໂມເດິນ ແບບທັນສະໄໝ ແນະນຳເລີຍການຕັດຜົມໃຫ້ສັ້ນລົງກໍສາມາດຊ່ວຍສາວໆໄດ້. ທີ່ມາ: women.mthai.com ຮູບພາບ: sistacafe.com

Read More »

Street style! ສ່ອງ ເຈນນີ້ ມິສເວີລາວ ກັບແຟຊັ່ນແນວ Street ບວກກັບທ່າໂພສ…ສຸດເຜັດ!!!

Hello…ແຟນໆ!!! ເຜີແປັບດຽວຮອດເດືອນ ກໍລະກົດ 2019 ແລ້ວເດີ້ ເລີ່ມຕົ້ນອາທິດທີ່ສອງຂອງເດືອນກັບອາກາດຮ້ອນໆທີ່ ນະຄອນຫຼວງວຽງຈັນ ແຂວງອື່ນເດອາກາດເປັນແນວໃດແດ່ຄອມເມັ້ນບອກກັນລົວໆແດ່ເດີ້, ຂຶ້ນຕົ້ນມາກັບອາກາດຮ້ອນໆ ຖ້າຈະຮ້ອນຂະໜາດນີ້ຂໍຮ້ອນໃຫ້ມັນສຸດໆກໍແລ້ວກັນເນາະ ເພາະຈະພາໄປສ່ອງ ໄປອັບເດດສາວງາມ ຂາຍາວ ຂາວສູງ ຫັ້ນແນ່!!! ເວົ້າແບບນີ້ເລີ່ມຢາກຮູ້ແລ້ວແມ່ນບໍ່ວ່າສາວຄົນນີ້ແມ່ນໃຜ ແອນ ແອ່ນ ແອ່ນນນ…ສາວຄົນນີ້ກໍຄື ຕົ້ນຄຳ ພົນຈັນເຮືອງ (ເຈນນີ້) Miss World Laos 2017 ນັ້ນເອງ… ເຊື່ອວ່າແຟນໆຫຼາຍໆຄົນກໍຄົງຈະຄຸ້ນໜ້າຄຸ້ນຕາເຈນນີ້ ຕົ້ນຄຳ ເປັນຢ່າງດີໃນຖານະ ນາງງາມ/ນາງແບບ/ພິທິກອນ ທີ່ນາງສາມາດເຮັດໜ້າທີ່ທີ່ກ່າວມາໄດ້ເປັນຢ່າງດີ , ແຕ່ຍັງບໍ່ໝົດພຽງເທົ່ານັ້ນ ເພາະສະດຸດຫູສະດູດຕາກັບການແຕ່ງກາຍໃນມື້ສະບາຍໆ ອອກແນວ Street style ບວກກັບທ່າໂພສສຸດເຜັດ ສຸດແຊບ ບອກເລີຍບໍ່ທຳມະດາ…ໄປເບິ່ງກັນ!!! ໄດ້ເຫັນຂາຍາວໆ ຮູບຮ່າງດີໆ ຂອງ ເຈນນີ້ ຕົ້ນຄຳ Miss World Laos 2017  ມາໃນແນວ Street style ບວກກັບທ່າໂພສເຜັດໆແຊບໆຂອງນາງແລ້ວ …

Read More »

ປະໝາດບໍ່ໄດ້ເລີຍ! ແຟນໆນາງງາມເຊຍມ່ວນແນ່ນອນ ຫວຽດນາມ ກຽມສົ່ງສາວຄົນນີ້…ລົງປະກວດໃນເວທີ Miss Universe 2019 

ຫຼາຍປະເທດທົ່ວໂລກກໍເລີ່ມປະກວດ ແລະ ປະກາດເປັນທາງການກັນໄປຫຼາຍປະເທດ ຫຼ້າສຸດ ປະເທດ ຫວຽດນາມ ກໍສ້າງຄວາມຮຶຮາໃຫ້ແຟນໆນາງງາມທົ່ວໂລກ ເພາະໄດ້ປະກາດຢ່າງເປັນທາງການແລ້ວວ່າໃນປີນີ້ທາງກອງປະກວດຈະແຕ່ງຕັ້ງ  Hoàng Thùy  ເປັນ Miss Universe Vietnam 2019 ແລະ ຈະໄດ້ເປັນຕົວແທນສາວງາມຫວຽດນາມ ເພື່ອໄປປະຊັນຄວາມງາມ  ປະຊັນທັກສະຄວາມຮູ້ຄວາມສາມາດໃນເວທີ Miss Universe 2019 ທີ່ຈະຈັດຂຶ້ນທ້າຍປີນີ້ ສຳລັບ Hoàng Thùy Miss Universe Vietnam 2019 ແຟນໆຢາກຮູ້ແລ້ວແມ່ນບໍ່ວ່ານາງແມ່ນໃຜ ກ່ອນໜ້ານີ້ນາງເປັນຮອງອັນດັບ 1 ຂອງ Miss Universe Vietnam 2017 ເຊິ່ງສາເຫດທີ່ທາງກອງປະກວດມິສຍູນິເວີດໃນປະເທດຫວຽດນາມແຕ່ງຕັ້ງນາງນັ້ນຍ້ອນວ່າ ປະເທດ ຫວຽດນາມ ຈະມີການຈັດການປະກວດ Miss Universe Vietnam 2ປີ/1ຄັ້ງ ໂດຍຈະໃຫ້ຜູ້ທີ່ໄດ້ຮັບຕຳແໜ່ງເປັນຕົວແທນຂອງປະເທດໄປປະກວດກ່ອນ ແລະ ປີຕໍ່ໆໄປກໍຈະເປັນໜ້າທີ່ຂອງຮອງອັນດັບ ຈົນເຮັດໃຫ້   Hoàng Thùy ມີໂອກາດໄດ້ເປັນຕົວແທນ Miss Universe Vietnam 2019 ນັ້ນເອງ …

Read More »