Breaking News

ໄວໜຸ່ມ

“ນູ່ນູ່” ຕົວແທນຈາກປະເທດລາວ ເຂົ້າຮອບ 30 ຄົນສຸດທ້າຍ ໃນ Face Of Asia

ປະກາດຜົນອອກມາແລ້ວ ສໍາຫຼັບຜູ້ເຂົ້າຮອບ 30 ຄົນສຸດທ້າຍ ໃນ Face Of Asia ເວທີລະດັບເອເຊຍ (ການປະກວດອອກແບບອອນລາຍ). ຄົນລາວເຮົາມາເຮ! ເມື່ອຕົວແທນຂອງປະເທດລາວ ສາວຄອນວິໄລ ມີໄຊ ຫຼືນູ່ນູ່ ໄດ້ເຂົ້າຮອບ 30 ຄົນສຸດທ້າຍເປັນທີ່ຮຽບຮ້ອຍແລ້ວ ສົມຄວາມຕັ້ງໃຈທັງຜູ້ເຂົ້າແຂ່ງຂັນ ແລະ ທີມງານ Face of Laos ທຸກຄົນທີ່ທຸມເທກໍາລັງໃຈ ແລະ ແຮງກາຍ ຢ່າງໜັກໃຫ້ກັບການເຝິກຊ້ອນໃນເວທີນີ້. ເຊິ່ງວ່າໃນ ວັນທີ 25 ຕຸລາ ທີ່ຜ່ານມາ ທາງກອງປະກວດ Face Of Asia ໄດ້ມີການປະກາດລາຍຊື່ຜົນໂຫວດທີ່ໄດ້ມາຈາກຄະນະກໍາມະການ ແລະ ສື່ມວນຊົນ ເຊິ່ງຜົນອອກມາ ແມ່ນຄະແນນຂອງນາງແບບລາວຄົນນີ້ແມ່ນໄດ້ອັນດັບທີ່ 13 ນັ້ນເອງ. ກໍຖືວ່າປະສົບຜົນສໍາເລັດໄປອີກຂັ້ນ ກັບຄວາມຝັນຂອງນາງແບບຄົນນີ້ ເຊິ່ງຕໍ່ໄປເຮົາກໍມາລຸ້ນນໍາກັນວ່າ ຕົວແທນຈາກປະເທດລາວເຮົາ ຫຼືປະເທດໃດຈະຄວ້າ The …

Read More »

ຍິນດີຕ້ອນຮັບ ນ້ອງ”ແຮນນ້າ”ສູ່ປະເທດລາວຢ່າງເປັນທາງການ ຫຼັງຈາກກັກໂຕຄົບ 14 ມື້!

ດັ່ງທີ່ແຟນໆນັ້ນຮູ້ກັນດີວ່າ ນ້ອງ ແຮນນ້າ ໂຣຊັ້ນບູ້ມ ໄດ້ເດີນທາງໄປແຂ່ງຂັນລາຍການໜຶ່ງທີ່ປະເທດໄທ ເພື່ອເປັນ Girl Group Star (ກຸ່ມໄວໜຸ່ມຍິງໃນວົງການບັນເທີງປະເທດໄທ) ຈົນປັດຈຸບັນນີ້ກໍສານຝັນໄດ້ເປັນຈິງແລ້ວ ໂດຍນ້ອງ ແຮນນ້າ ໄດ້ເປັນໜຶ່ງສິນລະປິນ 4EVE Girl Group ເຕັມຕົວແລ້ວ ເຊິ່ງວ່າຫຼັງຈາກທີ່ສໍາເລັດພາລະກິດເປັນຮຽບຮ້ອຍແລ້ວ ນ້ອງ ແຮນນ້າ ກໍໄດ້ເດີນທາງກັບມາປະເທດລາວ. ແລະເນື່ອງຈາກວ່າ ໄລຍະນີ້ເປັນໄລຍະຂອງການແຜ່ລະບາດຂອງພະຍາດໄວຣັສ Covid-19 ທົ່ວໂລກ ຖ້າຫາກວ່າຈະມີການເດີນທາງເຂົ້າ-ອອກປະເທດຊ່ວງນີ້ ຈຶ່ງຈໍາເປັນຕ້ອງໄດ້ມີການກັກໂຕຕາມກໍານົດຂອງລັດຖະບານວາງອອກ. ເຊິ່ງຕາມກົດລະບຽບຂອງບ້ານເຮົານັ້ນ ແມ່ນຖ້າໃຜຈະເດີນທາງເຂົ້າມາໃນປະເທດ ກໍແມ່ນຕ້ອງໄດ້ກັກໂຕເປັນເວລາ 14 ມື້ ເພື່ອເປັນການຕິດຕາມອາການ, ກວດເຊື້ອພະຍາດ ແລະ ປ້ອງກັນການແຜ່ລະບາດຂອງເຊື້ອໄວຣັສ Covid-19 ນັ້ນເອງ. ເຊິ່ງແນ່ນອນເມື່ອ ນ້ອງແຮນນ້າກັບມາຈາກປະເທດໄທ ນ້ອງກໍໄດ້ປະຕິບັດຕາມມາດຕະການຕ່າງໆທີ່ລັດຖະບານວາງອອກ ໂດຍສະເພາະການກັກໂຕກໍານົດ 14 ມື້ ແມ່ນຄົບກໍານົດເປັນທີ່ຮຽບຮ້ອຍແລ້ວ ແລະ ໂຊກດີທີ່ນ້ອງບໍ່ໄດ້ມີອາການ ຫຼືພົບເຊື້ອພະຍາດໃດໆ ແລະ …

Read More »

ມາເບິ່ງ! ເຄັດລັບ ແລະ ເປົ້າໝາຍໃນການສຶກສາ ຂອງນັກສຶກສາກຽດນິຍົມລະດັບຊາດ…

ສໍາຫລັບນ້ອງໆທີ່ກຽມໂຕຈະຮຽນຕໍ່ລະດັບວິຊາອາຊີບ ຫຼືນ້ອງໆທີ່ກໍາລັງສຶກສາຢູ່ ບໍ່ວ່າຈະເປັນ ມະຫາວິທະຍາໄລ ຫຼືວິທະຍາໄລທັງຫຼາຍ ແມ່ນພາກັນມີເປົ້າໝາຍໃນການສຶກສາແລ້ວບໍ່!! ເຊັ່ນວ່າ ເປົ້າໝາຍຂອງໃບປະກາດ ຢາກໄດ້ໃບປະກາດສະນີຍະບັດ ຫຼືໃບປະກາດສະນີຍະບັດກຽດນິຍົມ. ເຊິ່ງການຮຽນຈົບໄດ້ຮັບໃບປະກາດກໍຖືກວ່າເປັນເລື່ອງທີ່ດີຢູ່ແລ້ວ ແຕ່ຈົບແລ້ວໄດ້ໃບປະກາດກຽດນິຍົມເດ!! ນ້ອງໆລອງຈິນຕະນາການເບິ່ງວ່າ ຖ້າໄດ້ໃບປະກາດແດງ….? ເຮົາຈະມີຄວາມພູມໃຈ-ຕື່ນເຕັ້ນພຽງໃດ? ໂດຍສະເພາະໃບປະກາດແດງຈາກມະຫາວິທະຍາໄລລະດັບປະເທດ ເຮັດແນວໃດຈະໄດ້…. ? ແນ່ນອນ ມື້ນີ້ຂວັນໃຈຈະພາມາຮູ້ຈັກກັບແບບຢ່າງ, ທັດສະນະ ແລະ ເປົ້າໝາຍໃນການຮຽນແບບກຽດນິຍົມ ຂອງທັງ 2 ນ້ອງ ທີ່ຫາກໍຮຽນຈົບໃນປີນີ້ ( ປີ 2020) ນັ້ນຄື: ນ້ອງ “ສຸລິນຍາ ອຸດົມລິດ” ນ້ອງນັກສຶກສາກຽດນິຍົມ ສາຂາພາສາຟຣັ່ງ, ພາກວິຊາພາສາຟຣັ່ງ, ຄະນະອັກສອນສາດ, ມະຫາວິທະຍາໄລແຫ່ງຊາດ ແລະ ນ້ອງ “ກິ່ງຄໍາ ນິດສະຫວັນ” ນັກສຶກສາກຽດນິຍົມ ສາຂາການເງິນ ແລະ ທະນາຄານ, ຄະນະເສດຖະສາດ ແລະ ການທ່ອງທ່ຽວ …

Read More »

ຟຸກ-ແອັບເປີ້ນ ປະກາດຂ່າວດີ ຈູນີ່ຈະໄດ້ເປັນເອື້ອຍແລ້ວ….

ປະກາດຂ່າວດີອີກແລ້ວ!! ຟຸກ ຈິຣະ – ແອັບເປີ້ນ ສີສະຫງຽນ ຄູ່ຮັກຜົວ-ເມຍດາຣາຄົນດັງ ໄທ-ລາວ ຫຼັງຈາກທີ່ໄດ້ລູກສາວທີ່ໜ້າຮັກຕາແພງແບບນ້ອງຈູນີ່ຍັງບໍ່ທັນຮອດປີ ພໍ່ຟຸກກໍໄດ້ໂພສປະກາດຂ່າວດີວ່າ ເມຍສຸດທີ່ຮັກຂອງຕົນກໍາລັງຖືພາລູກຄົນທີ 2 ໄດ້ 3ເດືອນ ຫຼື 14 ອາທິດແລ້ວ! ເຊິ່ງພໍ່ຟຸກກໍໄດ້ໂພສແບບຢອກໆອາລົມດີວ່າ “ແນວໃດໂຄວິດກໍເຮັດໃຫ້ເຮົາຫວ່າງວຽກແລ້ວ ມີນ້ອງໃຫ້ຈູນີ່ຊິເປັນຫຍັງໄປ ຈູນີ່ ໄດ້ເປັນເອື້ອຍຄົນແລ້ວ#flukeapplebaby2 “ ສ່ວນທາງດ້ານແມ່ແອັບເປີ້ນເອງ ກໍບໍ່ພາດທີ່ຈະມາອັບເດດເລື່ອງລາວດີໆ ແລະ ຫຼັກຖານຕ່າງໆ ບໍ່ວ່າຈະເປັນ ຜົນກວດທ້ອງ ແລະ ຮູບພາບລູກໃນທ້ອງ ພ້ອມໂພສພາບຄອບຄົວກັນຢ່າງອົບອຸ່ນກັບແຄັບຊັ້ນທີ່ວ່າ “ຄອບຄົວເຮົາໃຫຍ່ຂຶ້ນແລ້ວ, ຮັກທີ່ສຸດ ໄລຍະນີ້ແມ່ແພ້ທ້ອງຢ່າງໜັກ, ຂໍໂທດບັນດາພີ່ໆ, ນ້ອງໆ, ເພືອນໆ ທີ່ງຽບຫາຍໄປເຖິງ 3 ເດືອນ ເຖິງຕອນນີ້ກໍຍັງແພ້ທ້ອງບໍ່ເຊົາ ແຕ່ມີຄວາມສຸກທີ່ສຸດ ແມ່ສູ້ເດີ #14weekspregnant” ຕອນນີ້ສາວນ້ອຍຈູນີ່ກໍກໍາຈະໄດ້ເປັນເອື້ອຍຄົນແລ້ວ. ເຊິ່ງຫຼັງຈາກທີ່ ພໍ່ຟຸກ ແລະ ແມ່ແອັບເປີ້ນ …

Read More »

ສາວ”ຈິນນີ້”ໜຶ່ງໃນຜູ້ເຂົ້າປະກວດ Miss Laos 2020 ທີ່ຊາວເນັດຈັບຕາ ແລະ ຕິດຕາມເຊຍ!!

“ບຸນພະສອນ ບຸດດາຣາ ຫຼື ຈິນນີ້” ສາວນະຄອນຫຼວງວຽງຈັນ ປັດຈຸບັນອາຍຸ 24 ປີ ກໍາລັງສຶກສາລະດັບປະລິນຍາໂທ ໃນຄະນະການຄ້າ ພາກວິຊາທຸລະກິດສາກົນ ທີ່ນະຄອນຫຼວງປາກກິ່ງ ປະເທດຈີນ. ສາວງາມຄົນນີ້ກໍເປັນອີກຄົນໜຶ່ງທີ່ແຟນໆຊາວເນັດຕ່າງກໍພາກັນເຊຍ ແລະ ໃຫ້ກໍາລັງໃຈ ເຊິ່ງການປະກວດນາງສາວລາວ 2020 ກໍເປັນອີກໜຶ່ງຄວາມຮັກ-ຄວາມຝັນ ຂອງສາວຈິນນີ້ຄົນນີ້ເຊັ່ນກັນ ເພາະມັນເປັນເວທີທີ່ເປິດໂອກາດໃຫ້ສາວລາວທັງຫຼາຍໄດ້ມາສະແດງຄວາມສາມາດ ແລະ ສັກກາຍາພາບຂອງຕົນເອງນັ້ນເອງ. ຈິນນີ້ ເປັນສາວລາວຄົນໜຶ່ງທີ່ມີຄວາມພຽບພ້ອມທາງດ້ານຮູບຮ່າງໜ້າຕາ ແລະ ທັກສະທາງດ້ານ ພາສາຕ່າງປະເທດ ທີ່ບອກເລີຍວ່າບໍ່ທໍາມະດາ ໂດຍສາວຈິນນີ້ສາມາດເວົ້າໄດ້ 2 ພາສາຄື ອັງກິດ ແລະ ພາສາຈິນ ໄດ້ເປັນຢ່າງດີ, ບໍ່ພຽງແຕ່ເທົ່ານັ້ນ ສາວຈິນນີ້ຍັງສາມາດຫຼີ້ນເຄື່ອງດົນຕີຂອງຈິນໄດ້ອີກ ເຊັ່ນ: ການຕີຂີມ. ສໍາຫຼັບຜົນງານໃນວົງການບັນເທິງກໍຈະມີ ການຖ່າຍແບບ, ເດີນແບບ ແລະ ເຄີຍຜ່ານການແຂ່ງຂັນມາແລ້ວເວທີໜຶ່ງ ນັ້ນກໍຄື Kids and Young Model …

Read More »