Breaking News

Entertainment Lao

ຄໍ່າຄືນແຫ່ງແຟຊັ່ນ!!! ສ່ອງບັນຍາກາດ LAO FASHION WEEK 2020

ເພື່ອສົ່ງເສີມວົງການແຟຊັ່ນຂອງລາວໃຫ້ໄດ້ຮັບການພັດທະນາ ແລະ ມີບາດກ້າວສໍາຄັນສາມາດເຊື່ອມຕໍ່ກັບເວທີແຟຊັ່ນລະດັບສາກົນ ພ້ອມທັງສະເຫຼີມສະຫຼອງໂອກາດຄົບຮອບ 7 ປີ ຂອງລາວແຟຊັ່ນວີກ ໃນວັນທີ 5 ທັນວາ 2020 ໄດ້ຈັດງານ LAO FASHION WEEK 2020 ຄໍ່າຄືນແຫ່ງແຟຊັ່ນເປັນງານສະແດງອາພອນທີ່ຍິງໃຫຍ່ ແລະ ມີຄວາມສໍາຄັນຫຼາຍທີ່ສຸດຂອງລາວ ໂດຍມີການສະແດງແບບຈາກ 20 ນັກອອກແບບໃນລາວ ລວມມີ 5 ຫ້ອງເສື້ອຊື່ດັງ ແລະ 15 ນັກອອກແບບໝຸ່ມທີ່ກໍາລັງມາແຮງ ຈາກໂຄງການສົ່ງເສີມນັກອອກແບບໝຸ່ມນ້ອຍຂອງລາວ. ງານ LAO FASHION WEEK 2020 ນີ້ ຂວັນໃຈຈະພາທຸກຄົນໄປເບິ່ງພາບບັນຍາກາດຂອງງານ ພ້ອມທັງບັນດາເຫຼົ່າດາລາເຊເລບຄົນດັງລະດັບປະເທດ, ນາງແບບ-ນາຍແບບຊື່ດັງຂອງລາວຮ່ວມເດີນ Fashion Show ໃນຄັ້ງນີ້ຈະສຸດອະລັງການ ແລະ ຍິ່ງໃຫຍ່ ເຮົາໄປເບິ່ງນໍາກັນເລີຍວ່າ… ຄຽງຄູ່ກັບການສະແດງອາພອນ ຍັງມີການວາງສະແດງຮູບພາບ ຈາກຊ່າງຖ່າຍພາບຊາວຝຣັ່ງ – ຝຣັງຊົວ ເຮວີ້ …

Read More »

ພອນທິບ ພຸດທະວົງ ສາວງາມໝາຍເລກ ML 25 ຕົວແທນຈາກນະຄອນຫຼວງວຽງຈັນ

ໃກ້ເຂົ້າມາແລ້ວກັບການຕັດສິນວ່າໃຜຈະເປັນ Miss Laos 2020 ແລະ ມື້ນີ້ຂວັນໃຈຈະພາໄປຮູ້ຈັກກັບອີກໜຶ່ງສາວງາມທີ່ເປັນຕົວແທນຈາກນະຄອນຫຼວງວຽງຈັນ ນັ້ນກໍຄືສາວ ພອນທິບ ພຸດທະວົງ (ນ້ອຍ) ສາວງາມໝາຍເລກ ML 25 ອາຍຸ 23ປີ ປັດຈຸບັນຢູ່ບ້ານ ວຽງຄຳ, ເມືອງ ສີໂຄດຕະບອງ, ນະຄອນຫລວງວຽງຈັນ. ມື້ນີ້ຂວັນໃຈໄດ້ມີໂອກາດສໍາພາດສາວຄົນນີ້ ແລະ ໄດ້ໃຫ້ສໍາພາດວ່າ: ເຫດຜົນທີ່ມາປະກວດເວທີນີ້ຍ້ອນ ເວທີນາງສາວລາວເປັນເວທີອັນຊົງກຽດ ແລະ ຍິ່ງໃຫຍ່ທີ່ສຸດໃນປະເທດລາວ ແລະ ຍັງເປັນຄວາມຝັນຂອງນ້ອງຕັ້ງແຕ່ຍັງນ້ອຍກໍຄື ການໄດ້ເປັນນາງງາມ ແລະ ເປັນຕົວແທນຂອງແມ່ຍິງລາວທັງຊາດໃນການເຜີຍແຜ່ວັດທະນະທຳອັນດີງາມຂອງລາວເຮົາໃຫ້ແກ່ພາກພື້ນ ແລະ ຊາວໂລກໄດ້ຮັບຮູ້ ໃນການປະກວດຄັ້ງນີ້ ນ້ອງໄດ້ກຽມຄວາມພ້ອມກ່ອນເຂົ້າປະກວດໃນຫຼາຍໆດ້ານ ບໍ່ວ່າຈະເປັນການປັບບຸກຄະລິກກະພາບ, ໄດ້ຝຶກຊ້ອມການຍ່າງ, ຝຶກທັກສະໃນການເວົ້າ, ຝຶກມາລະຍາດໃນການເຂົ້າສັງຄົມ ແລະ ການອອກກໍາລັງກາຍໃຫ້ຫລາຍຂຶ້ນ. ເຊີ່ງນ້ອງເອງກໍຍັງໄດ້ຄົ້ນຫາຈຸດບົກຜ່ອງຂອງຕົນເອງ ເພື່ອນຳມາແກ້ໄຂໃຫ້ເປັນຜູ້ຍິງຄົນ 1 ທີ່ມີຄວາມພ້ອມ, ສະແຫວງຫາຄວາມຮູ້ເພີ່ມເຕີມໃນຫລາຍໆດ້ານເຊັ່ນ: ວັດທະນະທຳ, ເສດຖະກິດ ແລະ …

Read More »

ຕຸກຕາ ພົມດາສິດ ML26 ຕົວແທນຈາກນະຄອນຫລວງ(ໄດ້ມາຢືນຢູ່ເວທີອັນຊົງກຽດນີ້ຄັ້ງໜຶ່ງໃນຊີວິດກໍຖືໄດ້ວ່າເປັນຄວາມພາກພູມໃຈທີ່ສຸດແລ້ວ)

ເວທີການປະກວດນາງງາມບ້ານເຮົາເປັນອີກເວທີໜຶ່ງທີ່ເປີດໂອກາດໃຫ້ແມ່ຍິງລາວເຮົາໄດ້ສະແດງຄວາມຮູ້, ຄວາມສາມາດ ພ້ອມທັງບອກໃຫ້ໂລກຮູ້ວ່າ ແມ່ຍິງລາວເຮົາກໍມີດີບໍ່ແພ້ຊາດໃດໃນໂລກ. ຫຼ້າສຸດເມື່ອບໍ່ດົນມານີ້ເວທີການປະກວດນາງງາມລາວ Miss Laos 2020 ກໍໄດ້ຈັດການປະກວດຂຶ້ນອີກຄັ້ງ ແລະ ໄດ້ຄັດເລືອກສາວງາມທີ່ຜ່ານເຂົ້າຮອບທັງໝົດ 40 ຄົນ ເວົ້າໄດ້ເລີຍວ່າແຕ່ລະຄົນບໍ່ທໍາມະດາອີຫຼີ!!! ມື້ນີ້ຂວັນໃຈຈະພາມາສ່ອງອີກໜຶ່ງສາວງາມທີ່ເປັນຕົວແທນຈາກນະຄອນຫລວງນັ້ນກໍຄືສາວຕຸກຕາ ພົມດາສິດ ML26 ປັດຈຸບັນ ສາວຕຸກຕາ ເປັນ ພະນັກງານນໍາທ່ຽວ ແລະ ສາວງາມຄົນນີ້ໄດ້ໃຫ້ສໍາພາດວ່າ: ເຫດຜົນທີ່ຕົນເອງມາປະກວດເທິງເວທີນາງສາວລາວ ເພາະຢາກເຮັດຕາມຄວາມຝັນຂອງຕົນເອງ ອີກຢ່າງໜຶ່ງຖ້າໄດ້ມາຢືນຢູ່ເວທີອັນຊົງກຽດນີ້ຄັ້ງໜຶ່ງໃນຊີວິດກໍຖືໄດ້ວ່າເປັນຄວາມພາກພູມໃຈຢ່າງຍິ່ງ ແລະ ເຊື່ອວ່າເວທີນີ້ເປັນອີກໜຶ່ງເວທີທີ່ເປີດໂອກາດໃຫ້ແມ່ຍິງລາວເຮົາຮວມໄປເຖິງຕົນເອງ ໄດ້ສະແດງສັກກະຍາພາບສະແດງຄວາມຮູ້, ຄວາມສາມາດ ແລະ ໄດ້ພັດທະນາຕົນເອງນໍາອີກ. ນອກຈາກນີ້ສາວຕຸກຕາຍັງເວົ້າອີກວ່າດ້ວຍຄວາມທີ່ຕົນເອງເປັນພະນັກງານນໍາທ່ຽວ ເຊິ່ງກໍປຽບເຫມືອນດັ່ງ ທູດວັດທະນະທໍາ ສະນັ້ນ, ການເຜີຍແຜ່ວັດທະນະທໍາ-ຮີດຄອງປະເພນີ ແລະ ປະຫວັດຄວາມເປັນມາຂອງຊາດລາວເຮົາ ໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ຮັບຮູ້ນັ້ນ ແມ່ນເປັນຄວາມພູມໃຈທີ່ສຸດຂອງນ້ອງ ນ້ອງເອງແມ່ນຈະສືບສານຄວາມເປັນລາວນີ້ໄວ້ຕໍ່ໆໄປ. ຂວັນໃຈຂໍເປັນກຳລັງໃຈໃຫ້ສາວງາມຄົນນີ້ນໍາເດີ້!!! ແລະ ທຸກສາມາດສົ່ງກຳລັງໃຈໃຫ້ສາວງາມທັງໝົດ 40 ໄດ້ເດີ້…

Read More »

ພາບບັນຍາກາດຄັດເລືອກນາງແບບ-ນາຍແບບຫນ້າໃຫມ່ LAO FASHION WEEK’S

ປັດຈຸບັນວົງການເດີນແບບຂອງບ້ານເຮົາກຳລັງເປັນທີ່ນິຍົມຢູ່ໃນສັງຄົມ ເພາະເປັນເວທີທີ່ເປີດໂອກາດໃຫ້ໄວໜຸ່ມທີ່ຮັກມັກໃນການເດີນແບບໄດ້ Show ສັກກາຍະພາບ ແລະ Fashion ທີ່ບອກໄດ້ເລີຍວ່າບໍ່ແພ້ຊາດໃດໃນໂລກ. ຫຼ້າສຸດ ວັນທີ 14 ພະຈິກ 2020 ທີ່ຜ່ານມາ ຢູ່ທີ່ໂຮງແຮມ ຄຣາວ ພລາຊ້າ LAO FASHION WEEK’s One Night of Fashion official model casting to search for new faces for Lao modeling industry ໄດ້ເປີດຮັບສະຫມັກນາງແບບ-ນາຍແບບຫນ້າໃຫມ່ເພື່ອເຂົ້າວົງການເດີນແບບຊັ້ນນຳຂອງລາວ ເພື່ອເດີນໃນງານແຟຊັ່ນໂຊ One Night of Fashion ຂອງ Lao Fashion Week ເຊິ່ງໄດ້ຄະນະກຳມະການທີ່ມີຊື່ສຽງໃນວົງການເຂົ້າຮ່ວມຕັດສິນ!!! ຈະເປັນແນວໃດນັ້ນເຮົາໄປເບິ່ງພາບບັນຍາກາດນໍາກັນເລີຍ…

Read More »

“ເຮົາ HOUSE the series” ຊີຣີທີ່ກໍາລັງມາແຮງໃນຕອນນີ້

ປັດຈຸບັນວົງການ Series (ຊີຣີ) ບ້ານເຮົາ  ກຳລັງເປັນທີ່ນິຍົມໃນສັງຄົມລາວ ເຫັນໄດ້ຈາກຫຼາຍໆເລື່ອງທີ່ຜ່ານມາ ແລະ ບອກໄດ້ເລີຍວ່າຕອນນີ້ອີກໜຶ່ງເລື່ອງທີ່ກຳລັງມາແຮງນັ້ນກໍຄື “HOUSE The Series” ພຽງແຕ່ປ່ອຍອອກອາກາດໄປພຽງ 3 EP ກໍໄດ້ຮັບກະແສຕອບຮັບເປັນຢ່າງດີຈາກແຟນໆ, ເຊິ່ງ series ເລື່ອງນີ້ແມ່ນໄດ້ຜູ້ກໍາກັບໄຟແຮງນັ້ນກໍຄື ດິ້ງ-ອາທິດໄຊ ບວນດາວເຮືອງ ເຊິ່ງມີປະສົບການໃນການສ້າງ series  ມາແລ້ວນັ້ນກໍຄື ເລື່ອງ “ຮັກນີ້ສີບົວ ແລະ ຮັກນີ້ສີບົວ 2”. “HOUSE The Series” ເປັນເລື່ອງລາວທີ່ມີເນື້ອຫາກ່ຽວກັບກຸ່ມໄວໝຸ່ມ 6 ຄົນ ເຊິ່ງນໍາສະແດງໂດຍມີ ທັອບ ຮັບບົດໂດຍ ອິນດູ່ ສີຫາປັນຍາ, ນ້ຳຝົນ ທີ່ຮັບບົດໂດຍ ພິລັນຍາ ທິບພົມວົງ ຫຼື ໝີພູ, ນັດດາ ທີ່ຮັບບົດໂດຍ ແກ້ວຕາ ພອນປະເສີດ, ກັອບ …

Read More »