Breaking News

Just Happened

ຕະລຶງ!! ສາວກູ້ໄພ ຫຼືໝໍຕຳແຍ?

ສາວໜ່ວຍກູ້ໄພໃຈດີມູນນິທິຊ່ວຍເຫຼືອຄົນທຸກຍາກ 1623 ໄດ້ຮັບການແຈ້ງເຕືອນຈາກຄົນໃນຄອບຄົວວ່າ: ມີຄົນກໍາລັງຈະເກີດລູກຢູ່ບ້ານ ແສງສະຫວ່າງ ເມືອງໄຊເສດຖາ ສາວໜ່ວຍກູ້ໄພຈາກມູນນິທິ 1623 ໄດ້ຊ່ວຍເຫຼືອໃຫ້ແມ່ດັ່ງກ່າວຄອດລູກອອກມາດ້ວຍປອດໄພ. ທີ່ມາຈາກ: THOLAKHONG

Read More »

ຄົນພິການສູ້ຊີວິດ!

ຄົນພິການສູ້ຊີວິດ! ຊະນີIndy ມີໂອກາດໄດ້ໄປເລາະຫຼິ້ນສວນເຈົ້າອານຸວົງ (ແຄມຂອງ) ແຕ່ບັງເອີນເຫຼືອບຕາໄປເຫັນອ້າຍພິການຄົນໜຶ່ງລາວນັ່ງຂາຍເຄື່ອງເປັນປະເພດແຟ໋ບ ແລະ ນ້ຳຢາລ້າງຖວ້ຍລ້າງຈານຈົນຕົກໃຈ ແລະ ມານັ່ງຄິດວ່າຄົນທີ່ເຂົາພິການກໍຍັງມີກຳລັງໃຈໃນການຫາຢູ່ຫາກິນລ້ຽງຕົວເອງນໍ ແລະ ຊະນີIndy ເອງກໍຍັງໄດ້ມີໂອກາດໄດ້ເຂົ້າໄປເວົ້າໄປລົມກັບລາວຖາມລາວວ່າຂາຍດີບໍ່? (ແຕ່ຄຳຕອບທີ່ໄດ້ມາກໍຍອມຮັບວ່າຟັງບໍ່ຮູ້ເລື່ອງປານໃດ) ແຕ່ກໍຂໍຍົກຍ້ອງຊົມເຊີຍອ້າຍຄົນພິການທີ່ມີຈິດໃຈສູ້ຊີວິດຜູ້ນີ້ເດີ້ທີ່ຍັງມີຄວາມຕັ້ງໃຈທີ່ຈະຫາຢູ່ຫາກິນໂດຍທີ່ບໍ່ບຽດບຽນ ຫຼື ແບມືຂໍເງິນຄົນອື່ນໂດຍການເປັນຂໍທານ, ແລະ ຢາກຝາກເຖິງພວກບັນດາຂີ້ລັກມັກສົກທັງຫຼາຍທີ່ເຫັນໂພສນີ້ແລ້ວຄວນເບິ່ງຕົວເອງຄືນໃໝ່ ແລະ ຄວນອາຍຄົນພິການແດ່ເດີ້ ເພາະເຂົາຍັງຮູ້ຈັກທຳມາຫາກິນດ້ວຍອາຊີບທີ່ຊື່ສັດ. ຢ່າລືມກົດໄລ້-ກົດແຊຣໃຫ້ຄົນທີ່ທຳມາຫາກິນສູ້ຊີວິດແບບນີ້! (ຖ້າໃຜໄດ້ໄປຫຼິ້ນແຄມຂອງຖ້າເຫັນອ້າຍພິການຜູ້ນີ້ແລ້ວ ຊື້ຊ່ວຍລາວແດ່ ເພາະລາວໜ້າສົງສານແທ້ໆ)

Read More »

ຂ່າວລື! ວ່າສາວຜູ້ນີ້ເປັນ…

ຂ່າວລື! ວ່າສາວຜູ້ນີ້ເປັນ… ມາອີກແລ້ວ ຊະນີIndy ຂີ້ຝອຍມາແລ້ວ ມື້ນີ້ຈະມາອັບເດດສື່ສັງຄົມອອນລາຍໃຫ້ເພື່ອນໆໄດ້ຮູ້ກັນ, ຈະມາເວົ້າເລື່ອງສາວຄົນໜຶ່ງມີຊື່ວ່າ ເບລານ ທີ່ເຂົາວ່າກັນວ່າເປັນສາວທະນາຄານຊື່ດັງ ແລະ ຄົນກໍເມົ້າມອຍວ່ານາງເປັນສາວທະນາຄານທີ່ງາມທີ່ສຸດໃນຕອນນິວ່າຊັ້ນ (ໃຜເວົ້າກໍບໍ່ຮູ້ຄືກັນເດີ້) ແຕ່ຫຼັງຈາກທີ່ ຊະນີIndy ໄດ້ໃຊ້ສາຍຕາອັນແຫຼມຄົມເຂົ້າໄປສ່ອງ Profile ແລ້ວນາງກໍມີຄວາມງາມ ແລະ ໜ້າຮັກແທ້ໆ ແຕ່ຖ້າເພື່ອນໆບໍ່ເຊື່ອລອງມາເບິ່ງເລີຍວ່າຈະງາມສົມທີ່ວ່າເປັນສາວທະນາຄານທີ່ງາມທີ່ສຸດໃນຕອນນີ້ແທ້ຫຼືບໍ່? ຢ່າລືມກົດໄລ້-ກົດແຊຣ ຫຼື ຄອມເມັ້ນບອກກັນແດ່ເດີ້ວ່າງາມແທ້ບໍ່? ຂໍຂອບໃຈຮູບພາບຈາກ: Belan sounisa

Read More »

ຊີອາໄອ ມອບຄໍາໃນກິດຈະກໍາ “ຮູ້ຮອບໂລກ ຊິງໂຊກ 3ຊັ້ນ”

ຊີອາໄອ ມອບຄໍາໃນກິດຈະກໍາ “ຮູ້ຮອບໂລກ ຊິງໂຊກ 3ຊັ້ນ”      ໃນວັນທີ 20 ມັງກອນ 2017 ທີ່ສະມາຄົມນັກຂ່າວແຫ່ງ ສປປ ລາວ, ນະຄອນຫຼວງວຽງຈັນ, ວິທະຍຸສາກົນແຫ່ງປະເທດຈີນປະຈໍາລາວ ໄດ້ຈັດພິທີມອບລາງວັນໃຫຍ່ສາຍຄໍຄໍາໜັກ 2 ບາດ ໃຫ້ແກ່ຜູ້ຟັງວິທະຍຸ CRI FM 33 MHz ທີ່ໂຊກດີຈາກກິດຈະກໍາ “ຮູ້ຮອບໂລກ ຊິງໂຊກ 3ຊັ້ນ ປີ 2016” ໃຫ້ກຽດມອບໂດຍທ່ານ ນາງ ສຸດທິດາ (WU YIXING) ຫົວໜ້າວິທະຍຸແຫ່ງປະເທດຈີນ ປະຈໍາລາວ. ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມນັກຂ່າວລາວ, ມີຜູ້ສະໜັບສະໜູນຂອງລາງວັນ, ພາກສ່ວນກ່ຽວຂ້ອງ ພ້ອມດ້ວຍຜູ້ໂຊກດີ ແລະ ສື່ມວນຊົນເຂົ້າຮ່ວມ. ຊຶ່ງໃນປີນີ້ມີລາງວັນທັງໝົດ 6 ລາງວັນ ລາຍວັນໃຫຍ່ມີ 1 …

Read More »

ຕະລຶງ! ມາເບິ່ງຊັບສິນຂອງເຈົ້າພໍ່ຄ້າຢາເສບຕິດລາວທີ່ຖືກທາງການກວດພົບ!

ຕະລຶງ! ມາເບິ່ງຊັບສິນຂອງເຈົ້າພໍ່ຄ້າຢາເສບຕິດລາວທີ່ຖືກທາງການກວດພົບ! ຂ່າວຄືບໜ້າຄະດີ ທ້າວໄຊຊະນະ ແກ້ວພິມພາ (ລົບ) ອາຍຸ 41 ປີ ພໍ່ຄ້າຢາເສບຕິດຂ້າມຊາດລາຍໃຫຍ່ຖືກເຈົ້າໜ້າທີ່ຕໍາຫຼວດໄທເຂົ້າຈັບຕົວໃນວັນທີ 19 ມັງກອນ 2017 ຜ່ານມາທີ່ສະໜາມບິນສາກົນສຸວັນນະພູມປະເທດໄທ ຖືເປັນຂະບວນການຄ້າຢາເສບຕິດໃຫຍ່ກວ່າ “ເລົາຕາ ແສນລີ້” ຕໍ່ມາໃນວັນທີ 20 ມັງກອນ 2017 ທາງເຈົ້າໜ້າທີ່ໄທໄດ້ເປີດເຜີຍຫຼ້າສຸດວ່າ: ທາງເຈົ້າໜ້າທີ່ຕໍາຫຼວດກອງບັນຊາການຕໍາຫຼວດປາບປາມຢາເສບຕິດ ໄດ້ນໍາກໍາລັງເຈົ້າໜ້າທີ່ຫຼາຍກວ່າ 40ຄົນ ເຂົ້າກວດຄົ້ນ ແລະ ຍຶດຊັບສິນຂອງກຸ່ມເຄືອຂ່າຍທ້າວໄຊຊະນະ ຕາມຈຸດຕ່າງໆທົ່ວປະເທດໄດ້ມີມູນຄ່າຫຼາຍກວ່າ 100 ລ້ານບາດ.ພາຍຫຼັງທີ່ສືບຮູ້ມາວ່າ: ຜູ້ຕ້ອງຫາເຄືອຂ່າຍທ້າວ ໄຊຊະນະ ໄດ້ຍ້າຍເຂົ້າມາຢູ່ໃນເຮືອນຫຼັງດັ່ງກ່າວແຕ່ບໍ່ເຄີຍມາພັກອາໄສ, ທາງເຈົ້າໜ້າທີ່ຍັງຈະຄົ້ນຫາສິ່ງຜິດກົດໝາຍລວມທັງຂໍ້ມູນຫຼັກຖານຕ່າງໆ ທີ່ຄາດວ່າອາດຈະກ່ຽວຂ້ອງກັບກຸ່ມເຄືອຂ່າຍດັ່ງກ່າວ, ຢ່າງໃດກໍຕາມເຄືອຂ່າຍນີ້ ເຈົ້າໜ້າທີ່ອອກໝາຍຈັບທັງໝົດ 9 ຄົນ ສາມາດຈັບກຸມໄດ້ທັງໝົດ 7 ຄົນສ່ວນອີກ 2 ຍັງຢູ່ລະຫວ່າງການຫຼົບໜີ. ທີ່ມາຈາກ: target magazine

Read More »