Breaking News

News

ໂສມໜ້າ!!! 20 ນາງສາວ ເວທີ Miss World Laos 2019

ໂສມໜ້າຜູ້ເຂົ້າປະກວດ Miss World Laos 2019 ຮອບ 20 ຄົນສຸດທ້າຍ, ບອກໄດ້ເລີຍວ່າ ປີນີ້ ມີແຕ່ຜູ້ງາມໆ ທີ່ມີພ້ອມບຸກຄະລິກ ໜ້າຕາ ແລະ ຄວາມຮູ້ຄວາມສາມາດລ້ວນໆ. ປັດຈຸບັນ, ທັງ 20 ນາງສາວງາມ ແມ່ນໄດ້ເກັບຕົວ ແລະ ເຮັດກິດຈະກຳ ຢູ່ທີ່ວັງວຽງ ເພື່ອເກັບຄະແນນຕ່າງໆ ແລະ ເຝິກແອບທັກສະດ້ານການຄວາມພ້ອມຄວາມສາມາດ ເພື່ອຊິງມຸງກຸດ ອັນມີຄຸນຄ່າ ທີ່ສາວໆຫຼາຍຄົນໃນປະເທດລາວໃຝ່ຝັນຢາກເປັນເຈົ້າຂອງ, ມັກໃຜ ເຊຍໃຜ ຝາກຕິດຕາມ ແລະ ເປັນກຳລັງໃຈໃຫ້ນ້ອງໆທັງ 20 ໝາຍເລກແດ່ເດີ, ແລະ ໃນຄໍ່າຄືນຂອງ ວັນທີ 19 ກັນຍາ ນີ້ ເຮົາກໍຈະຮູ້ໄປພ້ອມໆກັນວ່າ ສາວງາມໝາຍເລກໃດຈະໄດ້ຮັບມົງກຸດອັນຊົງກຽດນີ້ໄປຄອງ ພ້ອມເປັນຕົວແທນຂອງສາວລາວໄປປະກວດຢູ່ໃນເວທີ Miss world 2019 ຢູ່ທີ ລອນດອນ …

Read More »

ມາຮຸ້ຈັກ!! ວິຈິດຕາ ພອນວິໄລ ສາວປາກຊັນ Miss Universe Laos 2019

ໃນຄໍ່າຄືນຂອງວັນທີ 24 ສິງຫາ 2019 ທີ່ຜ່ານມາ, ເປັນມື້ທີຫຼາຍຄົນຄອງຄອຍ ແລະ ຕິດຕາມເຊຍສາວງາມ 30 ຄົນທີ່ເຂົ້າຮ່ວມປະກວດໃນເວທີ Miss Universe Laos 2019 ແລະ ຜົນຂອງການຕັດສິນ ກໍຄື ໝາຍເລກ MUL 29 ນາງສາວ ວິຈິດຕາ ພອນວິໄລ (ເມ) ອາຍຸ 23 ປີ ສູງ 176 ຊັງຕີແມັດ ສາວງາມທີ່ມີຄວາມໂດດເດັ່ນທັງຮູບຮ່າງ ໜ້າຕາອິນເຕີ້ໆແນ່ ແຕ່ເປັນລາວຮ້ອຍສ່ວນຮ້ອຍຄົນນີ້ເປັນຜູ້ທີ່ມີຄຸນສົມບັດຫຼາຍທີ່ສຸດ ບໍ່ວ່າຈະເປັນຄວາມຮູ້ຄວາມສາມາດ, ພິບໄຫວໃນການຕອບຄຳຖາມ ແລະ ເວົ້າພາສາອັງກິດໄດ້ຢ່າງຄ່ອງແຄ່ວ  ໄດ້ຄອງມຸງກຸດ Miss Universe Laos ປະຈຳປີນີ້ໄປ ແລະ ເມ ຍັງເປັນໜຶ່ງໃນຜູ້ເຂົ້າປະກວດທີ່ໄດ້ຮັບແຮງເຊຍຈາກແຟນໆຫຼາຍຄົນທີ່ຕິດຕາມເປັນຈຳນວນຫຼາຍທີ່ຢາກໃຫ້ມົງລົງ ເຊິ່ງກໍເປັນໄປຕາມຄາດ. ສາວເມ ວິຈິດຕາ ພື້ນຖານພໍ່ແມ່ ແລະ ເກີດຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ …

Read More »

ຄະແນນ 10/10 ໄປເລີຍ!!! ຄວາມງາມຂອງສາວ ຄຣິສຕີນ່າ ລາດສະສິມມາ Miss Laos 2012… ເບິ່ງຈັກເທື່ອ ມົງກໍຍັງລົງ!

ຖືວ່າເປັນນາງງາມອີກຄົນໜຶ່ງທີ່ເປັນດາວປະດັບວົງການບັນເທິງລາວມາດົນນາ່ນ ແລະ ບໍ່ເຄີຍມີຂ່າວເສຍຫາຍໃດໆເລີຍ ສໍາລັບສາວງາມຄົນນີ້ ຄຣິສຕີນ່າ ລາດສະສິມມາ Miss Laos 2012 ຈາກມື້ທີ່ໄດ້ຮັບຕໍາແໜ່ງມາຮອດປັດຈຸບັນນີ້ກໍເປັນເວລາ 7 ປີແລ້ວ ແຕ່ຄວາມງາມຂອງຄຣິສຕີນ່ານັ້ນ ນັບມື້ນັບເພີ່ມຂຶ້ນຄືກັບຄວາມສາມາດຂອງນາງເລີຍ… ນອກຈາກຄວາມສາມາດໃນການເຮັດວຽກໃນວົງການບັນເທີງແລ້ວ ວຽກງານຊ່ວຍເຫຼືອສັງຄົມ ນາງກໍມີສ່ວນຮ່ວມເກືອບຈະທຸກງານເລີຍແຫຼະ! ເພາະໄລຍະນີ້ທາງວາລະສານຂວັນໃຈກໍາລັງຈັດກິດຈະກໍາລົນນນະລົງຕໍ່ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເພື່ອຕ້ອນຮັບ 16 ວັນຕໍ່ຕ້ານການໃຊ້ຄວາມຮຸນແຮງສາກົນ Run for Her ຄຣິສຕີນ່າ ກໍບໍ່ພາດທີ່ຈະເຂົ້າມາຮ່ວມເປັນສ່ວນໜຶ່ງ ແລະ້ໄດ້ມາລົງທະບຽນເປັນທີ່ຮຽບຮ້ອຍແລ້ວ ເພື່ອເປັນຕົວຢ່າງໃຫ້ກັບສັງຄົມ ແລະ ເຊີນຊວນໃຫ້ທຸກຄົນ ພ້ອມດ້ວຍແຟນຄຣັບ ມາຮ່ວມໃນງານດັ່ງກ່າວ. ເຊິ່ງງານດັ່ງກ່າວແມ່ນຈະຈັດຂຶ້ນໃນວັນທີ 27 ຕຸລາ 2019 ນີ້ ແລະ ປັດຈຸບັນກໍເປີດໃຫ້ລົງທະບຽນທຸກມື້. ຕິດຕາມໄດ້ທາງເພຈ Run for Her. #ຢ່າລືມມາຮ່ວມນໍາກັນຫຼາຍໆເດີ່!!! ໂອ່ຍ!!!​ ທັງງາມ, ທັງເກັ່ງ ແລະ ໃຈດີຂະໜາດນີ້ ຖ້າໃຫ້ຄະແນນເຕັມ …

Read More »

ສ່ອງ!!! ໜຸ່ມ ອາເລັກ ກຽງໄກ ຊວ້ານສວນດາວ Mister Global Laos ຄົນທຳອິດ

ກຽງໄກ ຊວ້ານສວນດາວ (ອາເລັກ)  ອາຍຸ 19 ປີ ນັກສຶກສາ ປີ 2 ຄະນະສະຖາປັດຕະຍະກໍາສາດ ສາຂາ ວິທະຍາການອາຄານ, ມະຫາວິທະຍາໄລແຫ່ງຊາດລາວ. ເປັນຕົວແທນຊາຍໜຸ່ມລາວ ກໍຄືປະເທດລາວ ໄປປະກວດໃນເວທີໂລກ Mister Global Laos 2019 ທີກຸງເທບ ປະເທດໄທ  ໃນລະຫວ່າງວັນທີ 13-26 ກັນຍາ 2019. ຝາກທຸກໆຄົນເປັນກຳລັງໃຈໃຫ້ໜຸ່ມລາວເຮົາຄົນນີ້ ໃນເວທີສາກົນອີກເວທີຫຶ່ງແດ່ເດີ ເພື່ອຈະໄດ້ລາງວັນໃດໜຶ່ງມາຄອງ ແລະ ເປັນການເຜີຍແພ່ຄວາມເປັນລາວເຮົາໃຫ້ສາກົນໄດ້ຮັບຮູ້ໃນອີກເວທີໜຶ່ງ. ສາວໆ ສາມາດໄປຕິດຕາມຜົນງານການເຄື່ອນໄຫວ ແລະ ໃຫ້ກຳລັງໃຈ ໜຸ່ມ ອາເລັກ ໄດ້ທີ່ເຟສບຸກສ່ວນຕົວ Kiengkai Xouansouandao ຫຼື  ເພສ Mister Global Laos ມື້ນີ້ແອັດນຳເອົາຮູບໜຸ່ມອາເລັກ ມາໃຫ້ຊົມແບບເຕັມໆ ທັງແບບໜຸ່ມນັກສຶກສາ ແລະ ໜຸ່ມນາຍແບບ. ເວທີການປະກວດ Mister Global ແມ່ນເວທີການປະກວດຄວາມງາມຂອງຜູ້ຊາຍ ທີ່ມີຫຼາຍກວ່າ …

Read More »

ສະແດງຄວາມຍິນດີກັບ ນ້ອງຫ່ານ! ຮີໂຣ່ນັກແລ່ນນ້ອງໃໝ່… ຄວ້າແຊ້ມງານ Buriram Duathlon ທີ່ປະເທດໄທ.

ຮູ້ຈັກກັບ! ຫ່ານ ຮີໂຣ່ນັກແລ່ນນ້ອງໃໝ່…  ວົງການກິລາກໍາລັງມາແຮງໃນກຸ່ມຄົນຮັກສຸຂະພາບ ໂດຍສະເພາະກິລາແລ່ນ ເພາະເປັນກິລາທີ່ຫຼິ້ນໄດ້ງ່າຍບໍ່ຕ້ອງມີອຸປະກອນຫຍັງຫຼາຍ ນອກຈາຊຸດອອກກໍາລັງກາຍ ແລະ ເກີບທີ່ໃຊ້ສໍາລັບແລ່ນ, ເຮັດໃຫ້ຫຼາຍຄົນຫັນມາອອກກໍາລັງກາຍດ້ວຍການແລ່ນຫຼາຍຂຶ້ນ ແລະ ໃນໄລຍະຜ່ານມາກໍມີຫຼາຍງານທີ່ຈັດຂຶ້ນເພື່ອໃຫ້ນັກແລ່ນເຂົ້າຮ່ວມສະແດງຝີຕີນ ແຂ່ງຂັນຈົນໄດ້ລາງວັນຊະນະເລີດ… ມື້ນີ້ ຂວັນໃຈ ເລີຍຢາກມາແນະນໍາໃຫ້ຮູ້ຈັກກັບຮີໂຣ່ນັກແລ່ນນ້ອງໃໝ່ ທີ່ຫາກໍ່ຄວ້າແຊັມຈາກງານ Buriran Duathlon ໃນລຸ້ນອາຍຸ 18-29 ປີ ທີ່ປະເທດໄທ. ເຊິ່ງຮີໂຣ່ຄົນນັ້ນກໍຄື ນ້ອງຫ່ານ ຫຼື ທ້າວ ວຽງນະຄອນ ຫຼວງອາໄພ ອາຍຸ 18 ປີ ປັດຈຸບັນຮຽນຢູ່ ສະຖາບັນເຕັກໂນໂລຊີການສື່ສານ-ຂໍ້ມູນຂ່າວສານ ປີ 1 ພ້ອມທັງ ເປັນນັກດົນຕຣີ ໃນຖານະມື Bass ໃຫ້ກັບ Sack Cells, Namfon Indee… ອີກດ້ວຍ. ວ້າວ… ຖືວ່າເປັນໄວໜຸ່ມທີ່ເກັ່ງຮອບດ້ານອີ່ຫຼີສໍາລັບໜຸ່ມຄົນນີ້. ສໍາລັບຜົນງານ ອັນດັບ …

Read More »