Breaking News

News

ເຊຍລາວສຸດໃຈ! ອອນອະນົງ Miss Universe Laos  ເດີນທາງຮ່ວມປະກວດ ນາງງາມຈັກກະວານ (Miss Universe 2018)

ອີກບໍ່ພໍເທົ່າໃດເດືອນກໍຈະໝົດປີ 2018 ກັນແລ້ວ ແຟນໆຫຼາຍໆຄົນມັກຈົ່ມວ່າ “ເວລາຊ່າງຜ່ານໄປໄວເຫຼືອເກີນ…” ແຕ່ບໍ່ເປັນຫຍັງເນາະ ເອົາເປັນວ່າທຸກຢ່າງບໍ່ສາຍທີ່ຈະເລີ່ມລົງມືເຮັດ ແລະ ເລີ່ມຕົ້ນໃໝ່ກັບສິ່ງດີໆສະເໝີ, ນອກຈາກເວລາທີ່ຜ່ານໄປໄວແລ້ວນັ້ນ ແຟນໆຮູ້ ຫຼື ບໍ່ວ່າໃນອີກບໍ່ດົນນີ້ກໍຈະມີການປະກວດນາງງາມອີກໜຶ່ງເວທີໃຫ່ຍລະດັບໂລກ Miss Universe 2018 ທີ່ປີນີ້ພິເສດສຸດໆ ເພາະຈັດຂຶ້ນທີ່ປະເທດເພື່ອນບ້ານ (ປະເທດໄທ), ແນ່ນອນວ່າ ນ້ອງ ອອນອະນົງ ຫອມສົມບັດ Miss Universe Laos 2018 ທີ່ຫຼ້າສຸດໄດ້ເດີນທາງໄປຮ່ວມເກັບຕົວກັບ Miss Universe 2018 ທີ່ປະເທດໄທ ໃນວັນທີ 29 ພະຈິກ 2018 ຕ້ອງບອກວ່າເປັນອີກໜຶ່ງສາວງາມທີ່ມີແຟນໆນາງງາມໃຫ້ການຕິດຕາມ ແລະ ສົ່ງກຳລັງໃຈໃຫ້ຢ່າງຫຼວງຫຼາຍ ສຳລັບ ນ້ອງ ອອນອະນົງ ຫອມສົມບັດ Miss Universe Laos 2018 ປັດຈຸບັນ ອອນອະນົງ ແມ່ນເດີນທາງຮອດ ປະເທດໄທ ເປັນທີ່ຮຽບຮ້ອຍແລ້ວ ພ້ອມທັງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ກຽມເກັບຕົວຮ່ວມກັບສາວງາມອີກຫຼາຍປະເທດຈາກທົ່ວໂລກ ແລະ ການປະກວດ Miss …

Read More »

ຢາກໄປໆໆ! ເຫັນແລ້ວຢາກໄປທ່ອງທ່ຽວທັນທີ 5ເມືອງດັງລະດັບໂລກ ທີ່ຊີວິດນີ້ຕ້ອງໄປໃຫ້ໄດ້

ບໍ່ວ່າຈະໄປຢ້ຽມຢາມຈາກເມືອງບູຮານໄປຈົນຮອດເມືອງທີ່ໂຣແມນຕິກທີ່ສຸດໃນໂລກ?  ຫຼື ວ່າຢາກຈະສຳຜັດມໍລະດົກໂລກ ແລະ ວັດທະນະທຳທີ່ເກົ່າແກ່ທີ່ສຸດໃນໂລກ ຫຼື ສະຖານທີ່ມີຊື່ສຽງລະດັບໂລກບໍ່? ພວກເຮົາກໍຮູ້ສຶກຄືກັນ. ເພື່ອໃຫ້ມັນງ່າຍຂຶ້ນ, ພວກເຮົາໄດ້ລວບລວມ 5 ເມືອງ ຊື່ດັງຂອງໂລກ ທີ່ເຮົາມັກສຸດໆ ແລະ ເປັນເມືອງທີ່ທ່ານຄວນໄປໃນຊີວິດນີ້!! ກວາງໂຈ ກວາງໂຈເປັນໜຶ່ງທີ່ໃຫຍ່ທີ່ສຸດຮອງຈາກ ເມືອງປັກກິ່ງ ແລະ ເມືອງຊຽງໄຮ້. ກວາງໂຈຍັງເປັນເມືອງທີ່ຂຶ້ນຊື່ວ່າເປັນເມືອງແຫ່ງດອກໄມ້ໃນປະເທດຈີນ, ທ່ານສາມາດສຳຜັດຄວາມງາມຂອງສວນອຸທະຍານດອກໄມ້ ແລະ ເບິ່ງຕາເວັນຕົກດິນທີ່ ພູ Baiyun(白云山). ແຕ່ຖ້າທ່ານມັກທ່ອງທ່ຽວໃນເມືອງຫຼາຍກວ່າ ຂໍບອກເລີຍວ່າທ່ານມາຖືກບ່ອນແລ້ວ, ເພາະກວາງໂຈຍັງເປັນເມືອງທີ່ຮູ້ກັນດີວ່າເປັນແຫຼ່ງຊອບປິ້ງອັນດັບໃຫຍ່ ແລະ ຍັງມີອາຫານລົດຊາດດີເລີດໄວ້ໃຫ້ທ່ານໄດ້ ຊ໋ອບ ແລະ ຊີມອາຫານໃນລາຄາສະບາຍໆກະເປົາ! ຂໍບອກອີກວ່າອາຫານທີ່ກວາງໂຈ ຫຼື ເມືອງແຫ່ງອາຫານ ມີຫຼາກຫຼາຍອາຫານໄວ້ໃຫ້ທ່ານໄດ້ລອງຊິມ ບໍ່ວ່າຈະເປັນ ຊາວເຂົາ (ປິ້ງຈີນ), ຕິມຊຳ, ອາຫານປະເພດເສັ້ນ ແລະ ຂອງຫວານອີກຫຼາກຫຼາຍເຊິ່ງຄົນຈີນເອງກໍບອກກັນເອງປາກ-ຕໍ່-ປາກໃນພາສາພື້ນເມືອງທີ່ວ່າ ‘ກິນຢູ່ກວາງໂຈ’ (吃在廣州)ເຊິ່ງນັ້ນກໍໝາຍຄວາມວ່າຖ້າບໍ່ລອງອາຫານທ້ອງຖິ່ນຂອງກວາງໂຈແປວ່າມາບໍ່ຮອດ. ປັກກິ່ງ (ເປີຍຈິ່ງ) …

Read More »

ພາບປະທັບໃຈ! ໂຈໂຈ້ ແລະ ຕ່າຍ ອໍລະໄທ ພ້ອມທີມງານແກຣມມີ່ ເຂົ້າຢ້ຽມຢາມ-ຄໍານັບທ່ານທູດລາວປະຈໍາປະເທດໄທ

ຈະພາແຟນໆມາເບິ່ງພາບແຫ່ງຄວາມປະທັບໃຈ ຫຼ້າສຸດ ສິລະປິນດັງສອງຝັ່ງຂອງ ໂຈໂຈ້ ມິຣາໂຄລ (ນັກຮ້ອງ/ຜູ້ກຳກັບ) ແລະ ຕ່າຍ ອໍລະໄທ (ນັກຮ້ອງລູກທຸ່ງຊື່ດັງປະເທດເພື່ອນບ້ານ) ພ້ອມດ້ວຍທີມງານຈາກຄ່າຍເພງ ແກຣມມີ່ ກໍໄດ້ເດີນທາງໄປຢ້ຽມຢາມ ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳ ຣາຊະອານາຈັກໄທ ພ້ອມເຂົ້າຄຳນັບ ທ່ານທູດລາວປະຈໍາປະເທດໄທ ໃນວັນທີ 29 ພະຈິກ 2018 ເຊິ່ງບັນຍາກາດກໍເຕັມໄປດ້ວຍຄວາມອົບອຸ່ນ ແລະ ປະທັບໃຈ. ເຊິ່ງສິລະປິນທັງສອງກໍຍັງໄດ້ໂພສຮູບພາບ ພ້ອມດ້ວຍຂໍ້ຄວາມແຫ່ງຄວາມປະທັບໃຈນີ້ລົງໃນເພສເຟສບຸກໃຫ້ແຟນໆໄດ້ອັບເດດກັນອີກດ້ວຍ… ( ໂຈໂຈ້ ມິຣາໂຄລ) (ຕ່າຍ ອໍລະໄທ) “ເຊົ້ານີ້ ມື້ນີ້ ເລິກດີ ໂຊກດີ ແລະ ເປັນກຽດຫຼາຍໆ ທີ່ໄດ້ມີໂອກາດນຳມິວສິກວິດີໂອເພງ “ນິລັນດອນ” ມາມອບໃຫ້ກັບ ສະຖານທູດລາວປະຈຳ ປະເທດໄທ ທ່ານເປັນກັນເອງຫຼາຍໆ ຊຶ່ງມິວສິກວິດີໂອເພງນີ້ ທຸກຄົນຈະໄດ້ເຫັນ ມີຄວາມເຊື່ອມສຳພັນກັນລະຫວ່າງໄທກັບລາວ ທັງນັກຮ້ອງ …

Read More »

ບໍ່ທຳມະດາ! ຊຸດປະຈຳຊາດຂອງ Miss Universe Cambodia 2018 ອະລັງການງານສ້າງ ມີແຮງບັນດານໃຈມາຈາກ…

ໃກ້ເຂົ້າມາແລ້ວກັບການປະກວດ Miss Universe  2018 ທີ່ຄົນທົ່ວໂລກລໍຖ້າຕິດຕາມ ແລະ ເຊື່ອວ່າແຟນໆນາງງາມທັງຫຼາຍກໍຄົງລໍຖ້າລຸ້ນໃນຮອບ “ຊຸດປະຈຳຊາດ” ເພາະຖືວ່າເປັນອີກໄຮໄລ້ໜຶ່ງທີ່ໂດດເດັ່ນ ແລະ ໃນຕອນນີ້ແຕ່ລະປະເທດກໍເລີ່ມເປີດໂຕຊຸດປະຈຳຊາດກັນອອກມາແລ້ວ ແລະ ໃນມື້ນີ້ ຊະນີIndy ຈະພາແຟນໆມາສ່ອງຊຸດປະຈຳຊາດ Miss Universe Cambodia 2018 ສາວງາມຈາກປະເທດເພື່ອນບ້ານຂອງເຮົາ ແຕ່ຂໍບອກກ່ອນເລີຍເດີ້ວ່າບໍ່ທຳມະດາແນ່ນອນ!!! ເຊີ່ງ Rern Sinat Miss Universe Cambodia 2018 ຈະສວມໃສ່ຊຸດປະຈຳຊາດທີ່ມີຊື່ວ່າ “The Kingdom of Wonder”  ເຊິ່ງຈະເປັນການສະເໜີປະຫວັດສາດທີ່ຍາວນານ ແລະ ວັດທະນະທຳທີ່ເປັນເອກະລັກຂອງປະເທດ ກຳປູເຈຍ ຊຸດນີ້ແມ່ນໄດ້ແຮງບັນດານໃຈມາຈາກຍຸກສະໄໝກ່ອນ ກະໂປງເຮັດມາຈາກຜ້າໄໝກຳປູເຈຍ ເຊິ່ງເປັນທີ່ນິຍົມຂອງກຸ່ມແມ່ຍິງໃນຍຸກແລກໆ ສ່ວນສາກເບື້ອງຫຼັງເປັນຮູບຊົງແຜນທີ່ຂອງປະເທດ ໂດຍມີນະຄອນວັດ ມໍລະດົກໂລກທີ່ແຕ່ງຕັ້ງໂດຍອົງກອນຍູເນສໂກຢູ່ເຄິ່ງກາງ ສ່ວນຜ້າຄຸມແຂນກໍໄດ້ຮັບແຮງບັນດານໃຈມາຈາກທຸງຊາດເຊັ່ນດຽວກັນ ນອກຈາກນີ້ຍັງມີການຫຍິບສະຖາປັດຕະຍະກຳທີ່ໂດດເດັ່ນ ແລະ ຄວາມງົດງາມຂອງດອກລຳດວນ ດອກໄມ້ປະຈຳຊາດຂອງປະເທດກຳປູເຈຍມາໃສ່ໄວ້ໃນຊຸດອີກດ້ວຍ ບອກເລີຍວ່າພຽງແຕ່ລາຍລະອຽດຂອງຊຸດກໍບໍ່ທຳມະດາເລີຍແມ່ນບໍ່? ອະລັງການງານສ້າງສົມກັບຊື່ຊຸດ “The Kingdom of Wonder”  ແທ້ໆ… …

Read More »

ສ່ອງ! ນຸ້ຍ ສຸພາພອນ ນາງເອກຮູບເງົາ “ສຽງສຸດທ້າຍ” ຈັດລຸກນີ້…ຮ່ວມພົບປະແຟນໆທີ່ນະຄອນປາກເຊ

ເປັນກະແສ Talk of the town ກັນໄປແລ້ວໃນເວລານີ້ ສຳລັບຮູບເງົາເລື່ອງ “ສຽງສຸດທ້າຍ” ຫຼ້າສຸດທີມຜູ້ສ້າງ ແລະ ນັກສະແດງກໍໄດ້ໄປຮ່ວມພົບປະກັບແຟນໆຮູບເງົາທີ່ ນະຄອນປາກເຊ ປະເທດລາວ ເຊິ່ງນອກຈາກບັນຍາກາດຈະເຕັມໄປດ້ວຍຄວາມອົບອຸ່ນແຟນໆໃຫ້ການຕ້ອນຮັບເປັນຢ່າງດີແລ້ວ ບໍ່ເວົ້າເຖິງກໍຄົງຈະບໍ່ໄດ້ສຳລັບ ນຸ້ຍ ສຸພາພອນ ສົມວິຈິດ (Miss Universe Laos 2017) ທີ່ອໍລ້າຈັບ ມາໃນລຸກທີ່ເບິ່ງແລ້ວງົດງາມ ສົດໃສ ແຖມໃນເວລານີ້ນາງຂຶ້ນແທ່ນນາງເອກຮູບເງົາຫຼາຍຮ້ອນລ້ານໄປແລ້ວວວວ… ແຟນໆວ່າແນວໃດ? ລຸກນີ້ຂອງ ນຸ້ຍ ສຸພາພອນ ໃຫ້ຄະແນນນາງເທົ່າໃດ??? ແບບນີ້ໃຫ້ຄະແນນ 10 ເຕັມ 10 ໄປເລີຍກໍແລ້ວກັນເນາະງົດງາມຫຼາຍໆ… ແລະ ຍັງມີຮູບພາບບັນຍາກາດທີ່ ອ້າຍ ໂຈ້ໂຈ້ ມິຣາໂຄຣ ແລະ ນ້ອງ ນຸ້ຍ ສຸພາພອນ ແລະ ບັນດາແຟນໆທີ່ ນະຄອນປາກເຊ ມາຝາກກັນນຳເດີ້… ຮູບພາບ: …

Read More »