Breaking News

News

Gal Gadot ຈາກເວທີນາງງາມສູ່ສາວທະຫານ ຈົນກາຍເປັນ Wonder Woman!!

ໃນປັດຈຸບັນນີ້ແມ່ຍິງເຮົາແມ່ນມີຄວາມຮູ້-ຄວາມສາມາດທີ່ຫຼາກຫຼາຍ ແລະ ຮອບດ້ານທີ່ແຕກຕ່າງກັນໄປ ເຊິ່ງເຮົາຈະສັງເກດເຫັນໄດ້ຈາກຜົນງານ ຫຼືບົດບາດຕ່າງໆທີ່ເກີດຂຶ້ນໃນສັງຄົມ ແລະ ມື້ນີ້ຂວັນໃຈຈະພາແຟນໆມາຮູ້ຈັກກັບແມ່ຍິງຄົນໜຶ່ງທີ່ບໍ່ມີດີພຽງໜ້າຕາແຕ່ເຕັມໄປດ້ວຍຄວາມສາມາດຮອບດ້ານນັ້ນກໍຄື Gal Gadot ດາລາ-ນັກສະແດງ, ນັກສະແດງສາວງາມຈາກ Israel ອາຍຸ 35 ປີ ນັກສະແດງຮູບເງົາເລື່ອງ Wonder Woman ເຊິ່ງໄດ້ຮັບກະແສຕອບຮັບເປັນຢ່າງດີ ເຊື່ອຫຼາຍຄົນອາດຈະຄຸ້ນໜ້າຄຸ້ນຕາສາວງາມຄົນນີ້ ຈາກເລື່ອງ Fast & Furious ໃນຊ່ວງອາຍຸພຽງ  18 ປີ Gal Gadot  ສາມາດຍາດຕໍາແຫນ່ງນາງງາມ Israel 2004 ໄປຄອງ ແລະ ໄດ້ເຂົ້າປະກວດເວທີລະດັບໂລກ Miss Universe ປີ 2004 ທີ່ປະເທດເອກົວດໍ  ຫລັງຈາກທີ່ຈົບມັດທະຍົມຕອນປາຍ Gal Gadot ໄດ້ຮັບໃຊ້ຊາດໂດຍເປັນທະຫານ 2 ປີ ຢູ່ທີ່ Israel Defense Forces. …

Read More »

ຮີດບໍ່ເຄີຍຫມອງ ຄອງບໍ່ເຄີຍເສົ້າ!!! ມາເບິ່ງຄົນດັງວົງການບັນເທິງລາວຮ່ວມໃຈຕັກບາດຢາດນໍ້າມື້ອອກພັນສາປະວໍລະນາ

ມື້ຂຶ້ນ 15 ຄໍ່າເດືອນ 11 ລາວ ເຊິ່ງກົງກັບວັນທີ 2 ຕຸລາ 2020 ແມ່ນມື້ໜຶ່ງທີ່ສໍາຄັນ ເປັນມື້ອອກພັນສາປະວໍລະນາຕາມຮິດສີບສອງຄອງສິບສີ່ຂອງບ້ານເຮົາຊາວພຸດ ເຊິ່ງໃນຕອນເຊົ້າມື້ນີ້ພິທີສໍາຄັນກໍແມ່ນການຕັກບາດຢາດນໍ້າຄືກັບທຸກໆປີທີ່ເຄີຍມີມາ ຈາມປະເພນີ້ອັນດີງາມການເຂົ້າວັດແມ່ນຈະແຕ່ງກາຍແບບສຸພາບຮຽບຮ້ອຍ ເຊັ່ນວ່າ ແມ່ຍິງຈະນຸ່ງສີ້ນເກົ້າຜົມບ່ຽງແພ ແລະ ຜູ້ຊາຍຈະແຕ່ງກາຍສຸພາບເຊັ່ນດຽວກັນ ເວົ້າໄດ້ວ່າການແຕ່ງກາຍຂອງຄົນລາວເຮົານັ້ນມີເອກະລັກທີ່ງົດງາມບໍ່ແພ້ຊາດອື່ນໆເຊັ່ນກັນ. ມື້ນີ້ຂວັນໃຈໄດ້ນໍາເອົາພາບບັນຍາກາດຄົນວົງການບັນເທີງລາວຕັກບາດໃນມື້ອອກພັນສາມາໃຫ້ແຟນໆໄດ້ເບິ່ງໄດ້ຊົມນໍາກັນ!!! ຈະມີໃຜແດ່ນັ້ນ ເຮົາມາເບິ່ງນໍາກັນເລີຍ!!! ລູກນໍ້າ ທິດາລັດ ນາງງາມລາວປີ 2011 2. ເທເລີ້ ສີສົມບັດ ດາລາ-ນັກຮ້ອງ ຈາກຄ້າຍກ້າວໜ້າ 3. ບາບີ້ ປີຍະມາດ Miss international Laos 2018 ນອກຈາກນີ້ກໍຍັງມີຄົນໃນວົງການບັນເທີງອີກຫຼາຍໆຄົນທີ່ໄດ້ຮ່ວມກັນເຮັດບຸນຕັກບາດຢ່າງອື່ມອົກອື່ມໃຈໃນມື້ນີ້ເຊັ່ນກັນ.

Read More »

5 ອັນດັບ ຜູ້ຍິງທີ່ງາມທີ່ສຸດໃນໂລກ 2020

ມາເບິ່ງນຳກັນວ່າ 10 ອັນດັບ ຜູ້ຍິງທີ່ງາມທີ່ສຸດໃນໂລກ 2020 ມີໃຜແດ່ 1 Son Ye Jin, SOUTH KOREA ຊົນເຍຈິນ ນາງເອກສາວແຖວໜ້າແຫ່ງແດນກິມຈິ ທີ່ຢູ່ໃນວົງການບັນເທີງຫຼາຍກວ່າ 10 ປີ ເຊິ່ງທັງຄວາມງາມສົດໃສ ແລະ ຝີມືການສະແດງແລ້ວ ເກືອບວ່າຈະບໍ່ມີໃຜມາແຊງໜ້າໄດ້ງ່າຍໆ. 2 Lalisa Manoban, THAILAND ຫຼື ລິຊ່າ BLACKPINK ໄອດອລເກົາຫຼີສັນຊາດໄທ ລິຊ່າທັງງາມທັງໜ້າຮັກ, ຫຸ່ນດີ ແລະ ມີຄວາມສາມາດລົ້ນເຫຼືອ ຈົນຕິດອັບດັບສາວໜ້າງາມຂອງຫຼາຍສຳນັກມາແລ້ວ. 3 Tzuyu, TAIWAN ຈື່ວີ ນັກຮ້ອງເພງປັອບໜ້າໃສ ນ້ອງນ້ອຍແຫ່ງວົງ TWICE ເຊິ່ງຍັງເປັນທາຍາດເສດຖີໃຕ້ຫວັນ ແລະ ເຄີຍຖືກໂຫວດຈາກໄອດອລດ້ວຍກັນວ່າເປັນແມ່ຍິງທີ່ງງາມທີ່ສຸດໃນຊີວິດຈິງອີກດ້ວຍ. 4 Urassaya Sperbund, THAILAND ຢາຢ່າ ອຸຣັດສະຢາ ຊຸບຕາສາວລູກເຄິ່ງໄທ-ນໍເວ …

Read More »

ໜ້າຕາຄົນສະແດງ ແລະ ປະຫວັດ ກະຕູນ ເທເລທັບບີສ ມະນຸດຕ່າງດາວໜ້າຮັກ ຂວັນໃຈເດັກນ້ອຍຍຸກ 90

ກາຕູນເລື່ອງ: “ເທເລທັບບີສ” ຄືຊີຣີສຳຫຼັບເດັກນ້ອຍ ເປັນມະນຸດຕ່າງດາວ ມີເປົ້າໝາຍຜູ້ເບິ່ງຢູ່ທີ່ເກນອາຍຸກ່ອນເຂົ້າໂຮງຮຽນ ອອກອາກາດຕັ້ງແຕ່ວັນທີ 31 ມີນາ 1997 ເຖິງ 16 ກຸມພາ 2001. ຜະລິດລາຍການໂດຍຜູ້ອຳນວຍການຝ່າຍສ້າງສັນຂອງ ແຣ໊ກດອລ ໂປດັກຊັ່ນ ແອນ ວູດ ແລະ ແອນດຣູ ດາເວນພອດ ເຊິ່ງເປັນຄົນຂຽນບົນໃຫ້ເທເລທັບບີສທັງໝົດ 365 ຕອນ. ເທເລທັບບີສ ອອກອາກາດໃນໂທລະພາບ ຕັ້ງແຕ່ວັນທີ 6 ເມສາ 1998 ເຖິງ ວັນທີື 15 ມິຖຸນາ 2005 ແລະ ສາຍຊໍ້າອີກຈົນຮອດວັນທີ 29 ສິງຫາ 2008 ຫຼັງຈາກນັ້ນ ຖືກດຶງອອກຈາກຕາຕະລາງການອອກອາກາດ ໂດຍເທເລທັບບີມີຕົວລະຄອນທັງໝົດ 4 ໂຕ ຄື: ທິງກີ້-ວີ້ງກີ່ (ສີມ່ວງ), ດິ໊ບຊີ່ (ສີຂຽວ), …

Read More »

ຂຶ້ນເຮືອນໃໝ່ຂອງ ເຈ້ຍ ປາຊິຟິກ ເຮັງໆເດີ

ເປັນປີທີ່ເຮັງອີຫຼີ ສຳຫຼັບ ເຈ້ຍ ປາຊິຟິກ ເນື່ອງຈາກຜ່ານມາຊື້ລົດຄັນທີ່ລາຄາບໍ່ທຳມະດາແລ້ວ ຫຼ້າສຸດຍັງສ້າງເຮືອນຫຼັງທີ່ບໍ່ທຳມະດາເຊັ່ນກັນ. ເຈ້ຍ ປາຊິຟິກ ເປັນນັກສະແດງ, ຜູ້ກຳກັບຮູບເງົາລາວ,​ ເຈົ້າຂອງບໍລິສັດ ແຂ້ວແຫ້ງໂປດັກຊັ່ນ ທີ່ຜົນງານຫຼາກຫຼາຍໃນວົງການບັນເທີງລາວ. ປັດຈຸບັນ, ອ້າຍເຈ້ຍ ໄດ້ແຕ່ງການກັບ ເອື່ອຍໄຊ ແລະ ມີລູກຄົນໜຶ່ງ ຊື່ ເວຫາ ຫຼ້າສຸດກຳລັງຈະໄດ້ລູກຄົນທີ່ 2 ແລ້ວເດີ. ໃນວັນທີ 28 ກັນຍາ ຜ່ານມາ ອ້າຍເຈ້ຍກໍໄດ້ໂພສພາບເຮືອນຫຼັງໃໝ່ ທີ່ສ້າງສຳເລັດ ແລະ ກຳລັງເຮັດພິທີຂື້ນເຮືອນໃໝ່ ພ້ອມພາບກັບພັນລະຍາແສນອົບອຸ່ນ ເປັນປີທີ່ເຮັງອີຫຼີ ຂໍສະແດງຄວາມດີໃຈກັບ ອ້າຍເຈ້ຍ ແລະ ເອື່ອຍໄຊ ຂໍໃຫ້ປັນປີທີ່ດີມີໂຊກແບບນີ້ຕະຫຼອດໄປ ເຮັງໆ ຄໍ້ຄູນໆເດີ. ຮູບພາບຈາກ:​ Phoumsana Sirivongsa ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:+856 20 28042166‭+856 …

Read More »