Breaking News

News

ງາມຊໍ່າໃດແຕ່ຖ້າເລັບບໍ່ປັງມີໂອກາດພັງໄດ້ເດີ້ສາວໆ!!

ມາສ່ອງຮ້ານເຮັດເລັບດີໆເດັດໆ ລາຄາບໍ່ແພງ ແຕ່ຄຸນນະພາບອອກມາດີ ບໍ່ວ່າຈະຕໍ່ເລັບ, ເພັ້ນເລັບ ຫຼືທາສີເລັບເຈວ… ມື້ນີ້ຂວັນໃຈໄດ້ຮວບຮວມບັນດາຮ້ານເຮັດເລັບມາໃຫ້ເປັນທີ່ຮຽບຮ້ອຍແລ້ວ ບອກເລີຍວ່າໃຜກໍາລັງຊອກຫາງານເລັບດີໆ ຕ້ອງບໍ່ພາດ ໄປເບີ່ງກັນເລີຍ!!ແອັດປັກລິ້ງເພຈຮ້ານໃຫ້ພ້ອມກ່ອງຮູບມັກຮ້ານໃດຖືກໃຈຮ້ານໃດກໍເລືອກໄດ້ຢ່າງສະບາຍເລີຍ… TM Beauty & Nailsສະຖານທີ່: ຢູ່ ໂພນສີນວນ- ເມືອງສີສັດຕະນາກ, ທາງເຂົ້າຮ່ອມpizza companyເບີຕິດຕໍ່: 02098226789ລິ້ງເພຈ: https://www.facebook.com/tm1080ຮູບພາບ: TM Beauty & Nails Pipo Nail salon, Vientiane ປີໂປ້ຕໍ່ເລັບແຕ່ງເລັບສະຖານທີ່: ບ້ານຂຸນຕາທົ່ງ ຮ່ອມຈີນດາມະນີເປີດ: ວັນຈັນ ຫາວັນອາທິດເບີຕິດຕໍ່: 856 20 22 288 030ລິ້ງເພຈ: https://www.facebook.com/PipoNailsalonຮູບພາບ: Pipo Nail salon, Vientiane ປີໂປ້ຕໍ່ເລັບແຕ່ງເລັບ Model nailສະຖານທີ່: ບ້ານທາດຫຼວງກາງຮ່ອມ4ເບີຕິດຕໍ່: 020 94 116 043ລິ້ງເພຈ: https://www.facebook.com/modelnail94116043ຮູບພາບ: …

Read More »

ສາຍຄາເຟ່ແບບເຮົາພາດບໍ່ໄດ້!! ແນວໃດກໍຕ້ອງໄດ້ລອງ ກັບຮ້ານຄາເຟ່ເປີດໃໝ່ Jaelamong café

ຮ້ານນີ້ເຂົາເດັ່ນເລື່ອງລົດຊາດກາເຟ ທີ່ມີລົດຊາດເປັນເອກະລັກ ແລ້ວສົງໃສກັນບໍ່ວ່າມັນຈະແຕກຕ່າງຈາກກາເຟຮ້ານອື່ນແນວໃດ? ຄວາມພິເສດຄືກາເຟທີ່ໃຊ້ເປັນກາເຟຈາກປາກຊ່ອງ ຄັດເລືອກເມັດກາເຟທີ່ມີຄຸນນະພາບ ພ້ອມນໍາມາຂົ້ວເອງເປັນສູດສະເພາະຂອງທາງຮ້ານ ເວົ້າໄດ້ວ່າແຊບມາຕັ້ງແຕ່ຂັ້ນຕອນການຜະລິດເລີຍ! ການຕົບແຕ່ງຮ້ານກໍເປັນເອກະລັກໂດດເດັ່ນ ສະແດງເຖິງຄວາມເປັນລາວປະສົມປະສານໃຫ້ມີຄວາມທັນສະໄໝ ໂດຍການນໍາເອົາເຄື່ອງຫັດຖະກໍາທີ່ເປັນສີມືຂອງຄົນລາວມາປະຍຸກໃຊ້ທັງງາມໂດດເດັ່ນ ແລະ ມີເອກະລັກ. ຄໍາວ່າ “Jaelamong” ມາຈາກຊື່ຂອງຊົນເຜົ່າໜຶ່ງ ຢູ່ແຂວງສະຫວັນນະເຂດ ຍ້ອນຄວາມມັກ ແລະ ຫຼົງໄຫລ ໃນຄວາມພິເສດຂອງໝູ່ບ້ານນັ້ນຈຶ່ງໄດ້ນໍາມາຕັ້ງເປັນຊື່ຮ້ານ ແລະ ໄດ້ເອົາໂຕລະມັ່ງທີ່ເປັນສັດອະນຸລັກມາເປັນໂລໂກ້ຂອງຮ້ານພ້ອມ. ເວົ້າໄດ້ວ່າເປັນແບຣນລາວແບຣນໜຶ່ງທີ່ມີເອກະລັກເປັນຂອງຕົນເອງຊັດເຈນ, ຄອນເຊັບຮ້ານຈະເປັນແບບຊົງລາວ ເມນູສິກເນເຈີ້ເລີຍແມ່ນ ແຈລະມ່ອງ ແຕະໂອ ແລະ ແຕະລ້ຽງທີ່ໄປແລ້ວຕ້ອງໄດ້ລອງ! ນອກຈາກຈະນໍາລົດຊາດກາເຟແຊບໆມາເສີບແລ້ວຍັງເປັນການສົ່ງເສີມຊາວຫັດຖະກໍາ ແລະ ຊາວກະຊິກໍາເຊິ່ງເປັນອີກຈຸດປະສົງຂອງຮ້ານ “Jaelamong” ມີຄວາມເປັນລາວທີ່ທັນສະໄໝ ກາເຟຫອມໆ ເຂັ້ມຂູ້ນ ໄດ້ລົດສໍາຜັດຂອງກາເຟແທ້ໆ ບັນຍາກາດພາຍໃນຮ້ານກໍເປັນຕານັ່ງ ເພີ່ມຄວາມເປັນລາວເຂົ້າໄປດ້ວຍເຄື່ອງຫັດຖະກໍາທີ່ເຮັດຈາກສີໄມ້ລາຍມືຂອງຄົນລາວ ແລະຕອນນີ້ແມ່ນກໍາລັງຈະເປີດເພີ່ມອີກ 4 ສາຂາ ເປີດມື້ໃດຂວັນໃຈອັບເດດໃຫ້ທັນທີ!! ສະຖານທີ່: ປ້ຳນ້ຳມັນພລັສ ໂພນພະເນົາ ຕໍ່ຫນ້າຮ້ານຂາຍໄມ້ ຈານເຊົາ ເວລາ: 06:30-19:30 …

Read More »

ມີໄມໂຄເວບເຄື່ອງດຽວ ກໍເຮັດອາຫານຄີນກິນເອງໄດ້ ສຸຂະພາດີແຖມປະຢັດເງິນ!

ຢ່າງທີ່ຮູ້ກັນວ່າອາຫານຄີນມັກມີລາຄາແພງກວ່າອາຫານທົ່ວໄປ. ດັ່ງນັ້ນ, ມາເຮັດກິນເອງເລີຍດີກວ່າບໍ່? ຫຸ່ນກໍດີໄດ້ປະຢັດເງິນນໍາອີກ ແລ້ວຄົນຢູ່ຫ້ອງເຊົ່າທີ່ບໍ່ໄດ້ມີອຸປະກອນເຄື່ອງຄົວແບບຄົບເຊັດ ຈະເຮັດອາຫານກິນເອງໄດ້ບໍ່? ຕອບໄດ້ເລີຍວ່າໄດ້ສະບາຍ ມີພຽງໄມໂຄເວບເຄື່ອງດຽວກໍເອົາຢູ່ ຖ້າຢາກຮູ້ວ່າໄມໂຄເວບເຄື່ອງດຽວເຮັດອາຫານຄີນແບບໃດໄດ້ແນ່ຕາມແອັດມາເລີຍ!! 1. ຜັດຜັກ . ຊອຍຜັກເຊັ່ນ: ແຄລັອດ, ບ໊ອກຄໍລີ້, ດອກກະຫຼໍ່າ ກຽມໄວ້ໃສ່ລົງໃນຖ້ວຍໄມໂຄເວບ . ໃສ່ນໍ້າມັນໝາກກອກໜ້ອຍໜຶ່ງ ຕື່ມນໍ້າເປົ່າລົງໄປພໍປະມານ ຈາກນັ້ນນໍາເຂົ້າໄມໂຄເວບ . ຕັ້ງໄຟປານກາງໃຊ້ເວລາປະມານ 2-3 ນາທີ ນໍາອອກມາຊາວໃຫ້ເຂົ້າກັນ ປຸງລົດຊາດ ແລ້ວນໍາເຂົ້າໄມໂຄເວບອີກຄັ້ງປະມານ 2-3 ນາທີ ເບິ່ງວ່າບໍ່ໃຫ້ມັນແຫ້ງເກີນໄປກໍເປັນອັນສໍາເລັດແລ້ວ 2. ສະເຕັກແຊວມ້ອນ . ນໍາແຊວມ້ອນເອືອບພິກໄທປົ່ນ ເຂົ້າໄມໂຄເວບໄຟປານກາງປະມານ 5 ນາທີ . ນໍາອອກມາກເບິ່ງວ່າສຸກໄດ້ທີ່ແລ້ວບໍ່ ຖ້າຍັງກໍເອົາເຂົ້າໄປອົບຕໍ່ ໝັ່ນກວດເບິ່ງທຸກໆ 2 ນາທີ 3. ໄຂ່ຕຸ໋ນ                            . ຕີໄຂ່ໃຫ້ລະອຽດເປັນເນື້ອດຽວກັນ ໃສ່ລົງໃນຖ້ວຍທີ່ໃຊ້ສໍາລັບເວບ . …

Read More »

ແລນມາກແຫ່ງໃໝ່ຫຼວງພະບາງ ອີກໜຶ່ງຕົວເລືອກດີໆສໍາລັບການພັກຜ່ອນ!

ຫຼວງພະບາງເມືອງໜ້າທ່ຽວອີກເມືອງໜຶ່ງທີ່ຫຼາຍໆຄົນຕ້ອງການໄປພັກຜ່ອນ ນອກຈາກຈະທ່ຽວຊົມແຫຼ່ງທ່ອງທ່ຽວທໍາມະຊາດ, ບູຮານສະຖານແລ້ວ ອີກບ່ອນໜຶ່ງທີ່ໄປຫຼວງພະບາງແລ້ວຕ້ອງໄດ້ແວ່… “ສວນພູນສຸກ” (Phounsouk garden) ເປັນຄາເຟ່ກາງທົ່ງນາ ສວຍງາມທັງທິວທັດທໍາມະຊາດອ້ອມຮອບ ບັນຍາກາດຮ້ານດີ ພ້ອມທັງມີເຄື່ອງດື່ມ ແລະ ອາຫານແຊບໆໄວ້ຖ້າຕ້ອນຮັບອີກຫຼາກຫຼາຍ ຈະໄປຊິວມື້ໃດກໍປະທັບໃຈ ນອກຈາກນັ້ນຍັງມີບ່ອນໃຫ້ພັກ ນອນຊົມແສງເດືອນໃນຍາມຄໍ່າຄືນໄປພັກຜ່ອນກັບຄົນຮັກກໍໄດ້ຄວາມໂລແມນຕິກສຸດໆ ສໍາລັບໃຜທີ່ກໍາລັງຊອກຫາບ່ອນທ່ຽວດີໆຈັກແຫ່ງເພື່ອໄປນັ່ງຊິວພັກກາຍພັກໃຈໃນຊ່ວງວັນວ່າງ ຫຼືຫາສະຖານທີ່ທ່ອງທ່ຽວຖ່າຍຮູບງາມໆເກ໋ໆ ຕ້ອງໄດ້ມາແວ່ແລ້ວ “ສວນພູນສຸກ” (Phounsouk garden) ວິວທໍາມະຊາດງາມແຮງ ເໝາະກັບການພັກຜ່ອນສຸດໆ ນັ່ງຊິວທ່າມກາງບັນຍາກາດທົ່ງນາຜືນຂຽວ ມີມຸມຖ່າຍຮູບງາມໆ ຂຶ້ນຊື່ວ່າມາທ່ຽວກໍຕ້ອງມີງາມໆເພື່ອເປັນຄວາມຊົງຈໍາດີໆ ປ່ອຍໃຈປ່ອຍກາຍໄປກັບສາຍລົມ ນັ່ງຊິວດື່ມດໍ່າກັບບັນຍາກາດ ພ້ອມເຄື່ອງດື່ມ ແລະ ເຂົ້າໜົມແຊບໆ ພັກຜ່ອນຍາມຄໍ່າຄືນ ອາກາດເຢັນສະບາຍ ພາຍໃຕ້ແສງໄຟ ແລະ ແສງເດືອນ

Read More »

ອີກໜຶ່ງທາງເລືອກທີ່ບໍ່ຢາກໃຫ້ພາດ!! ກັບຮ້ານເຂົ້າປຸ້ນແຈ່ວຂີງ249

ມື້ນີ້ຂວັນໃຈພາໄປຊິມເມນູເດັດ! ເຂົ້າປຸ້ນແຈ່ວຂີງ… ທີ່ເຊື່ອວ່າຕ້ອງເປັນອາຫານຈານໂປດຂອງຫຼາຍໆຄົນ! ຄວາມຈິງແລ້ວກໍເປັນອາຫານທີ່ຫາກິນໄດ້ບໍ່ຍາກ ແຕ່ຈະຫາຮ້ານທີ່ເຮັດແຊບໄດ້ຖືກໃຈຄົງຈະບໍ່ແມ່ນງ່າຍຄືກັນ! ແອບສົງໃສຢູ່ວ່າເປັນຫຍັງເຂົ້າປຸ້ນແຈ່ວຂີງຂອງຮ້ານນີ້ຄືແຊບ ໂດຍສະເພາະເສັ້ນເຂົ້າປຸ້ນຄືນຸ້ມແຮງ! ແອັດເລີຍໄດ້ສອບຖາມເຈົ້າຂອງຮ້ານມາເພີ່ນບອກວ່າ ເຂົ້າປຸ້ນທາງຮ້ານໄດ້ບີບໃໝ່ເສີບແບບສົດໆຮ້ອນໆທຸກມື້! ອົງປະກອບທຸກຢ່າງຄືຕ້ອງໃຊ້ມື້ຕໍ່ມື້ເທົ່ານັ້ນ (ເຮັດໃໝ່ທຸກມື້)ກໍວ່າແລະເປັນຫຍັງຈຶ່ງແຊບຂະໜາດນີ້ ແຖມຍັງລູກຄ້າເຕັມຕະຫຼອດ. ຮ້ານນີ້ບໍ່ໄດ້ມີດີແຕ່ເຂົ້າປຸ້ນແຈ່ວຂີງເທົ່ານັ້ນຍັງມີເມນູຫຼາກຫຼາຍຢ່າງໃຫ້ໄດ້ເລືອກຊິມແບບອິ່ມອົກອິ່ມໃຈກັນເລີຍ ທີ່ສໍາຄັນແຕ່ລະເມນູຄືເດັດໆທັງນັ້ນ… ບໍ່ວ່າຈະເປັນປິ້ງໄກ່ທາປາແດກ, ຕໍາແຊບໆ, ແກງໜໍ່ໄມ້… ນອກນັ້ນຍັງ ມີຕູບໄວ້ໃຫ້ລູກຄ້ານັ່ງແບບສະບາຍສະບາຍ (ທີ່ສໍາຄັນລາຄາບໍ່ແພງຈາ…) ຄືວ່າແຫຼະໃຊ້ຊີວິດຍຸກນີ້ກິນແຊບໄດ້ແຕ່ກໍຕ້ອງປະຢັດເງິນໃນກະເປົ໋າພ້ອມເນາະ!

Read More »