Breaking News

“ຮູ້ໄວກ່ອນ – ບໍ່ເສຍຫາຍ – ບໍ່ຜິດພາດ – ບໍ່ຕິດເຊື້ອ -ບໍ່ຖືພາ – ບໍ່ຫຼົ້ມເຫຼວ”

ແບ່ງປັນ

ຮູ້ໄວກ່ອນ – ບໍ່ເສຍຫາຍ – ບໍ່ຜິດພາດ – ບໍ່ຕິດເຊື້ອ -ບໍ່ຖືພາ – ບໍ່ຫຼົ້ມເຫຼວ

ໄວໜຸ່ມ ກັບ ເລື່ອງເພດ ແລະ ສິດທິທາງເພດ

ໄວໜຸ່ມ ເປັນໄວທີ່ສົມຄວນທີ່ຈະຮັບຂໍ້ມູນທີ່ເປັນປະໂຫຍດໃຫ້ຫຼາຍທີ່ສຸດ ເພື່ອກ້າວໄປເປັນຜູ້ໃຫຍ່ທີ່ມີອະນາຄົດອັນສົດໃສ (ເປັນຫຍັງກະໄດ້ຕາມທີ່ຝັນ: ເປັນໝໍ, ນັກບິນ, ນັກທຸລະກິດ, ນັກກົດໝາຍ, ອື່ນໆ…). ເມື່ອໄວໜຸ່ມໄດ້ຮັບຮູ້ຂໍ້ມູນທີ່ຖືກຕ້ອງກ່ຽວກັບເລື່ອງເພດ, ໄວໜຸ່ມກໍ່ຈະສາມາດນຳໃຊ້ຄວາມຮູ້ນັ້ນ ເພື່ອຕັດສິນໃຈໃຫ້ຖືກຕ້ອງຕໍ່ກັບສຸຂະພາບ ແລະ ກິດຈະກຳທາງເພດຂອງເຂົາເຈົ້າ (ຈຶ່ງບໍ່ໄດ້ອອກໂຮງຮຽນມາລ້ຽງລູກ, ຈຶ່ງບໍ່ຕິດເຊື້ອ ເອດ/ພຕພ, ຈຶ່ງຈະໄດ້ມີເວລາໄປເຮັດຕາມຝັນ…). ໄວໜຸ່ມຫຼາຍຄົນທີ່ມີຄວາມຮັກ, ມີແຟນ, ແຕ່ພັດບໍ່ໄດ້ຄິດເຖິງການຖືພາ, ຫຼື ຢາກໄດ້ແຟນ-ຢາກນອນນຳແຟນ ແຕ່ບໍ່ຢາກມີລູກ. ມັນກໍ່ບໍ່ແມ່ນເລື່ອງແປກ ເພາະມັນເປັນທຳມະຊາດຂອງການປ່ຽນແປງໄປຕາມໄວອາຍຸ, ແຕ່ໄວໜຸ່ມເປັນໄວທີ່ບໍ່ພ້ອມທີ່ຈະມີລູກເນື່ອງຈາກໄວໜຸ່ມຍັງມີໜ້າທີ່ຮໍ່າຮຽນເພື່ອອະນາຄົດຂອງຕົນ. ສະນັ້ນ, ໄວໜຸ່ມ ບໍ່ວ່າຍິງ ຫຼື ຊາຍ ຈຶ່ງຕ້ອງມີສະຕິທີສຸດ ແລະ ຕ້ອງຮູ້ຈັກປ້ອງກັນການຖືພາ.

ການຖືພາເກີດຂຶ້ນໄດ້ແນວໃດ ແລະ ຈະປ້ອງກັນການຖືພາໄດ້ແນວໃດ?

ການຖືພາ ເກີດຂຶ້ນເມື່ອມີການປະຕິສົນທິກັນລະຫວ່າງ ເຊື້ອອະສຸຈິຂອງຜູ້ຊາຍ ແລະ ໄຂ່ຂອງແມ່ຍິງ, ເຊິ່ງໄຂ່ທີ່ປະຕິສົນທິແລ້ວນັ້ນ ຈະຝັງຕົວລົງໃນຜະໜັງມົດລູກ ແລະ ຂະຫຍາຍຕົວເປັນຕົວອ່ອນ ຫຼື ເປັນເດັກໃນທ້ອງ. ຂະບວນການດັ່ງກ່າວນີ້ ເກີດຂຶ້ນເນື່ອງຈາກມີການຮ່ວມເພດລະຫວ່າງຊາຍກັບຍິງທີ່ກົງກັບ ຫຼື ໃກ້ຄຽງກັບມື້ທີ່ໄຂ່ຂອງແມ່ຍິງຕົກ (ມື້ໄຂ່ຕົກ ແມ່ນ 14 ມື້ ກ່ອນເປັນປະຈຳເດືອນ). ບາງຄົນອາດຈະໃຊ້ວິທີນັບຮອບເດືອນໃນການມີເພດສຳພັນ ເພື່ອການປ້ອງກັນການ, ແຕ່ຂໍບອກໄວ້ວ່າ: ວິທີນີ້ເປັນວິທີທີ່ອາດບໍ່ໄດ້ຜົນ 100% ຖ້າແມ່ຍິງມີປະຈຳເດືອນມາບໍ່ປົກກະຕິ ຕາມຮອບເດືອນ.

ເພື່ອຄວາມແນ່ນອນ ແລະ ໝັ້ນໃຈ ໃນການປ້ອງກັນການຖືພາແບບບໍ່ໄດ້ຕັ້ງໃຈ, ໃຫ້ເລືອກໃຊ້ວິທີຄຸມກຳເນີດແບບທັນສະໄໝ ແລະ ມີປະສິດທິພາບ ເຊັ່ນ: ຖົງຢາງອະນາໄມ, ຢາກິນຄຸມກຳເນີດ, ຢາສັກຄຸມກຳເນີດ, ຢາຝັງຄຸມກຳເນີດ ແລະ ຮ່ວງອະນາໄມ. ນອກຈາກນີ້ຍັງມີວິທີອື່ນໆ

ສິດທິພື້ນຖານທາງເພດກໍ່ສຳຄັນຕໍ່ໄວໜຸ່ມ ແລະ ສິດທິນັ້ນມີຫຍັງແດ່?

ໄວໜຸ່ມທຸກຄົນ ຄວນຮູ້ຈັກມີສິດທິພື້ນຖານທາງເພດຂອງຕົນ ວ່າທ່ານມີສິດຫຍັງແນ່ທາງເພດ ຫຼື ກ່ອນການມີເພດສຳພັນ, ເຮົາມາຮູ້ພ້ອມໆກັນວ່າໄວໜຸ່ມມີສິດພື້ນຖານທາງເພດຫຍັງແນ່:

ສິດທິໃນຄວາມເປັນສ່ວນຕົວ ແລະ ການເຂົ້າເຖິງການບໍລິການສຸຂະພາບຈະເລີນພັນ

    1. ສິດທີ່ຈະມີຄວາມສະເຫມີພາບ ແລະ ບໍ່ມີການບັງຄັບ ຫຼື ຈໍາແນກລັງກຽດ
    2. ສິດທິໃນການໃຫ້ ແລະ ຮັບຂໍ້ມູນຂ່າວສານກ່ຽວກັບເພດສຶກສາ (ລວມເຖິງການສຶກສາອື່ນໆ)
    3. ສິດທິໃນການມີສຸຂະພາບທີ່ດີທີ່ສຸດ (ລວມທັງສຸຂະພາບທາງເພດ) ແລະ ມີຄວາມປອດໄພທາງສັງຄົມ
    4. ມີສິດໃນການສ້າງຄອບຄົວ ແຕ່ຕ້ອງຢູ່ພາຍໃຕ້ເງື່ອນໄຂຂອງກົດໝາຍ
    5. ສິດໃນການຕັດສິນໃຈຄຸມກຳເນີດ ຫຼື ກຳນົດຈໍານວນ ແລະ ໄລຍະຫ່າງຂອງລູກ ຫຼື ຢຸດຕິການຖືພາໃນກໍລະນີທີ່ຈຳເປັນ
    6. ສິດເສລີພາບໃນການສະແດງຄວາມຄິດເຫັນ ແລະ
    7. ມີສິດໄດ້ຮັບການແກ້ໄຂບັນຫາການລະເມີດສິດທິຂອງຕົນ

ຖ້າຫາກມີຂໍ້ຂ້ອງໃຈ ຫຼື ຢາກຂໍຄຳປຶກສາການວາງແຜນຄອບຄົວຟຣີ ທີ່ເບີ 020 5556 6617 ທຸກໆວັນ, ຕັ້ງແຕ່ເວລາ 9 ໂມງເຊົ້າ ຫາ 10 ໂມງແລງ ເພື່ອສຸຂະພາບ ແລະ ຄວາມສຸກຂອງຕົວທ່ານເອງ. ສາມາດຕິດຕາມຂໍ້ມູນເພີ່ມເຕີມໄດ້ທີ Facebook Page “ຮັກກັນແບບມີແຜນ”  ເພື່ອສາລະໜ້າຮູ້ ແລະ ຮັບຄໍາປຶກສາເລື່ອງການວາງແຜນຄອບຄົວຟຣີ.

ແບ່ງປັນ